ໃນທີ່ສຸດ ນາງສວນ, ແມ່ຍິງລາວ ຈາກເມືອງເລົ່າງາມ ແຂວງສາຣະວັນ ອາຍຸ 38 ປີ ກໍ່ໄດ້ກັບຄືນບ້ານເກີດທີ່ປະເທດລາວ ພ້ອມກັບລູກນ້ອຍ ອາຍຸ 2 ປີປາຍ ຍ່າງປອດໄພ. ທ່າມກາງການຕ້ອນຮັບ ຂອງຍາດພີ່ນ້ອງ ແລະເຈົ້າໜ້າທີ່ ຫຼາຍພາກສ່ວນ ຈາກ ແຂວງສາຣະວັນ ແລະແຂວງຈຳປາສັກ ໃນລະຫວ່າງທີ່ ເຈົ້າໜ້າທີ່ໄທຍ ພານາງສວນ ມາສົ່ງໃຫ້ ໃນຖານະຜູ້ເຄາະຮ້າຍ ຈາກການຖືກເອົາປຽບ ແລະພາກລູກນ້ອຍ ໂດຍນາຍຈ້າງຄົນໄທຍ ຊຶ່ງທາງການລາວ ໄດ້ຈັດເປັນພິທີ ມອບ-ຮັບ ເຫຍື່ອຜູ້ເຄາະຮ້າຍ ຈາກເຈົ້າໜ້າທີ່ໄທຍ ຢູ່ດ່ານສາກົລວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃນວັນທີ່ 23 ພຶສພາທີ່ຜ່ານມາ. ກ່ອນໜ້ານີ້ ຄືໃນມື້ວັນທີ່ 9 ມົກກະຣາ 2023, ນາງສວນໄດ້ຮັບຊ່ວຍເຫຼືອ ອອກຈາກຮ້ານອາຫານແຫ່ງໜຶ່ງ ຢູ່ແຂວງນະຄອນນາຍົກ ຂອງໄທຍ ໂດຍມີເຈົ້າໜ້າທີ່ຕຳຣວດ, ທະຫານ ຊຸດສະເພາະກິຈ ແລະອົງການສາກົລ ດ້ານແຮງງານ ຂອງໄທຍ ເຂົ້າໄປຊ່ວຍເຫຼືອ ໃນຄັ້ງນັ້ນ.
ຄໍາໄຂຣະຫັດ
ຄົນງານລາວ
ນາຍຈ້າງໄທ
ນາງສວນ
ເມືອງເລົ່າງາມ
ແຂວງສາລະວັນ
ຖືກນາຍຈ້າງໄທໃຊ້ແຮງງານ