ເຣື້ອງທີ່ເກັບບັນທຶກໄວ້
2013-12-18
ທະຫານ ພະມ້າ ຍັງຍຶດ ເອົາທີ່ດິນ ຂອງ ປະຊາຊົນ ຢູ່ຕລອດມາ ເຖິງວ່າ ຣັຖບານ ຈະພຍາຍາມ ປະຕິຮູປ ຣະບອບ ການປົກຄອງ ແນວໃດ ກໍຕາມ.
2013-11-25
ນາຍົກ ຣັຖມົນຕຣີ ໄທ ເລີ້ມ ມາຕການ ການຮັກສາ ຄວາມປອດພັຍ ເພີ້ມຕື່ມ ຫລັງຈາກ ການປະທ້ວງ ຂຍາຍ ຕົວ.
2013-11-17
ນາຍົກ ຣັຖມົນຕຣີ ຍີ່ປຸ່ນ ຢ້ຽມຢາມ ກໍາພູຊາ ເພື່ອ ຍົກຣະດັບ ຄວາມ ສໍາພັນ ໃຫ້ແໜ້ນແຟ້ນ ກວ່າເກົ່າ.
2013-11-12
ຫົວໜ້າ ສານ ສະຫະປະຊາຊາດ ວ່າ ເຂດອ້ອມ ວັດ ພຣະວິຫານ ທີ່ ມີການ ຂັດແຍ່ງ ກັນນັ້ນ ໃຫ້ເປັນ ຂອງ ກັມພູຊາ.
2013-10-17
ທາງການໄທ ເຕືອນ ປະຊາຊົນ ໃນພາກ ອີສານ ໂດຍສະເພາະ ແຂວງ ມຸກດາຫານ ໃຫ້ຕຣຽມ ຣະວັງພັຍ ຈາກ ລົມພາຍຸ ໃຕ້ຝຸ່ນ ນາຣີ ຢ່າງແຮງ ອີກ.
2013-10-14
ນາຍົກ ຣັຖມົນຕຣີ ວີເກກຽນ ຂອງ ສປຈີນ ກ່າວຄໍາປາສັຍ ຢູ່ ໃນສະຫາ ແຫ່ງຊາຕ ໄທຍ໌
2013-10-02
ຂົວມິຕພາບ ລາວ-ພະມ້າ ຈະຍົກ ຣະດັບ ການຄ້າ ຣະຫວ່າງ ສອງ ປະເທດ.
2013-09-25
ເອກອັຄຣາຊທູດຈີນ ຄົນໃຫມ່ ປະຈຳ ປະເທດໄທ ກ່າວຕໍ່ກຸ່ມ ນັກຂ່າວ ທີ່ ບາງກອກ ວ່າ ຈີນ ຈີງຈັງ ເຊື່ອມຕໍ່ ທາງຣົຖໄຟ ຄວາມໄວສູງ ກັບ ອາຊຽນ.
2013-09-24
ທ່ານ ໂບ ຊີລາຍ ອະດີດ ເລຂາທິການ ພັກ ຄອມມູຍນິສ ນະຄອນ ຈົງກິງ ແລະ ອະດີດ ສະມາຊິກ ກົມການເມືອງ ສູນກາງພັກ ຖືກຕັດສີນ ລົງໂທດ ຈໍາຄຸກ ຕລອດຊີວິດ ໃນຖານ ມີຄວາມຜິດ ຮັບສິນບົນ ຍັກຍອກ ແລະ ໃຊ້ອໍານາດ ເກີນຂອບເຂດ.
2013-09-16
ການປະທ້ວງ ຂອງຊາວ ກໍາພູຊາ ໃນວັນ ອາທິດນີ້ ເພື່ອຮຽກຮ້ອງ ຄວາມເປັນທັມ ກ່ຽວກັບ ການເລືອກຕັ້ງ ໃນທ້າຍເດືອນ ກໍຣະກະດາ ຜ່ານມາອາດເຮັດໃຫ້ບັນຫາການຂັດແຍ້ງທາງການເມືອງ ໃນກໍາພູຊາ ແກ່ຍາວ ໄປຕື່ມ ໃນຂນະທີ່ ຝ່າຍຄ້ານ ໝັ້ນໝາຍວ່າ ຈະພາ ກັນ ປະທ້ວງ ຕໍ່ໄປ ຈົນກວ່າ ບັນຫາ ຈະຖືກ ແກ້ໄຂ.
2013-08-20
ຊາວໄທ ຢູ່ ບາງກອກ ທີ່ເຄີຍໄປ ທ່ອງທ່ຽວ ລາວ ຫລາຍເທື່ອ ມາແລ້ວ ບອກວ່າ ເຂົາເຈົ້າມັກ ໄປທ່ຽວ ເມືອງລາວ ແລະ ຢາກໄປ ເຮັດບຸນ ກິນທານ ຢູ່ພຸ້ນ.
2013-08-12
ນະໂຍບາຍ ລູກ 2 ຄົນ ສໍາລັບ ຊົນເຜົ່າ ໂຣຫິງຢາ ໃນພະມ່າ ທາງການ ພະມ່າ ວ່າດີ ຂະນະທີ່ ພັກ ຝ່າຍຄ້ານ ແລະ ອົງການຈັດຕັ້ງ ມວນຊົນ ວ່າ ເປັນການ ຣະເມີດ ສິດທິມະນຸດ.
2013-08-07
ອົງການ ສິດທິມະນຸດ ສະຫະປະຊາຊາດ ເຕືອນ ຣັຖບານໄທ ໃຫ້ຣະວັງ ການຮັບຜ່ານ ຮ່າງກົດໝາຍ ອະພັຍໂທດ ໃຫ້ ນັກການເມືອງ ແລະ ເຈົ້າໜ້າທີ່ ທີ່ເຄີຍ ລະເມີດ ສິດທິມະນຸດ.
2013-07-30
ເຖິງວ່າ ຜົນການເລືອກຕັ້ງ ເມື່ອ ວັນອາທິດ ຜ່ານມາ ໃນ ກຳພູຊາ ຈະຍັງບໍ່ ປະກາດອອກ ຢ່າງເປັນ ທາງການ ເທື່ອກໍ່ຕາມ ແຕ່ເປັນທີ່ຮູ້ ກັນແລ້ວວ່າ ພັກ ປະຊາຊົນ ກຳພູຊາ ຂອງ ນາຍົກ ຣັຖມົນຕຣີ Hun Sen ໄດ້ຮັບ ໄຊຊະນະ ແຕ່ພັກຝ່າຍຄ້ານ ຊໍ້າພັດ ອ້າງວ່າ ຕົນເປັນ ຝ່າຍຊະນະ ຖ້າຫາກ ບໍ່ມີການ ສໍ້ໂກງ.
2013-07-25
ທ່ານ Truong Tan Sang ປະທານ ປະເທດ ວຽດນາມ ເດີນທາງ ຢ້ຽມຢາມ ກຸງ Washington ເປັນເທື່ອ ທຳອິດ ແລະ ຈະມີໂອກາດ ໄດ້ເຮັດວຽກ ຮ່ວມກັບ ປະທານາທິບໍດີ Obama ເພື່ອສົ່ງເສີມ ເສຖກິດ ແລະ ການພົວພັນ ທາງທະຫານ ເຖິງວ່າ ການທີ່ ສະຫະຣັຖ ມີຄວາມ ວີຕົກກັງວົນ ນຳປວັດ ການຣະເມີດ ສິດທິມນຸດ ຂອງ ວຽດນາມ ອາດສົ່ງ ຜົນສະທ້ອນ ໃສ່ບັນຫາ ທີ່ກ່າວມາ ແລ້ວນັ້ນ ກໍຕາມ.
2013-07-02
ຣັຖບາລ ໄທຍ໌ ຈະບໍ່ຫລຸດ ຣາຄາ ເຂົ້າ ທີ່ໄດ້ໃຫ້ໄວ້ ກັບ ຊາວ ກະເສຕກອນ.
2013-06-28
ພັກການເມືອງ ໃນ ກຳພູຊາ ເລີ້ມ ຫາສຽງ ການເລືອກຕັ້ງ ທີ່ ຈະມີຂື້ນ ໃນ ເດືອນ ກໍຣະກະດາ 2013 ນີ້.
2013-06-28
ສານໄທ ເຮັດໃຫ້ ການເລີ່ມ ວຽກງານ ສະກັດກັ້ນ ປ້ອງກັນ ພັຍນໍ້າຖ້ວມ ນັ້ນ ລ່າຊ້າ ອອກໄປ.
2013-06-26
ທີ່ໃຕ້ຫວັນ ນັກ ເຄື່ອນໄຫວ ຄົນ ຕາບອດ ທ່ານ ເຊັງ ໄດ້ ຮຽກຮ້ອງ ໃຫ້ມີ ປະຊາທິປະຕັຍ ໃນຈີນ ແຜ່ນດີນໃຫຍ່.
2013-06-24
ເກົາຫລີໃຕ້ ສົ່ງ ຜູ້ຕາງໜ້າ ມາຍັງ ສປປ ລາວ ເພື່ອຂໍຄວາມ ຊ່ວຍເຫຼືອ ແກ້ໄຂ ບັນຫາ ໃນກໍຣະນີ ຊາວ ເກົາຫລີເໜືອ ທີ່ ຂໍລີ້ພັຍ.
2013-06-21
ທາງການ ເກົາຫລີເໜືອ ໄດ້ພາ ຊາວຫນຸ່ມ 9 ຄົນ ທີ່ ໂຕນໜີ ແລ້ວຖືກ ທາງການລາວ ສົ່ງກັບຄືນ ໄປສເນີຕໍ່ ສື່ມວນຊົນ ຂອງ ທາງການ ເມື່ອວັນພຸດ ທີ່ ຜ່ານມາ.
2013-06-12
ຣັຖສະພາ ວຽດນາມ ໄດ້ຮັບເອົາ ຫລັກການ ທົດສອບ ຄະແນນ ນີຍົມ ຂອງ ບັນດາ ຜູ້ນຳ ເມື່ອທ້າຍປີ 2012 ຜ່ານມາ ການລົງ ຄະແນນສຽງ ໃນສະພາ ກໍມີຂຶ້ນ ໃນ ວັນຈັນ ຜ່ານມາ ຊຶ່ງຜົນການ ທົດສອບ ກໍໄດ້ ປະກາດ ອອກ ໃຫ້ຊາບ.
2013-06-10
ປະທານາທິບໍດີ ສະຫະຣັຖ ອະເມຣິກາ Barack Obama ແລະ ປະທານ ປະເທດ ຈີນ Xi Jinping ສິ້ນສຸດ ການພົບປະກັນ ຢ່າງບໍ່ເປັນ ທາງການ ຢູ່ ສະຖານທີ່ ຕາກອາກາດ Sunnyland ຣັຖ California ພາຍຫລັງ ທີ່ ໄດ້ຫາຣືກັນ ໃນຫລາຍ ບັນຫາ ຮວມທັງ ບັນຫາ ການໂຈຣະກັມ ທາງ ອິນເທີແນັຕ ແລະ ບັນຫາ ເກົາຫລີເໜືອ.
2013-06-10
ສະຖານທູດ ເກົາຫລີໃຕ້ ປະຈໍາ ສປປ ລາວ ໄດ້ໃຫ້ ບ່ອນພັກເຊົາ ຜູ້ລີ້ພັຍ ເກົາຫລິີເຫນືອ ອີກ ເປັນ 20 ຄົນ ໃນເວລາ ນີ້.
2013-06-07
ສະຖານທູດ ເກົາຫລີໃຕ້ ໃນ ນະຄອນຫລວງ ວຽງຈັນ ຍ້າຍ ພວກລີ້ພັຍ ເກົາຫລີເໜືອ ຄົນອື່ນ ອີກ 18 ຄົນ ໄປຢູ່ບ່ອນ ປອດພັຍ.
2013-06-05
ທ່ານ ກິມຈົງອຸນ ເປັນຜູ້ ອອກຄຳສັ່ງ ໃຫ້ນັກສືບລັບ ຕິດຕາມ ນໍາເອົາ ເດັກນ້ອຍ ລີ້ພັຍ ເກົາຫລີເຫນືອ ກັບຄືນ ຈາກ ສປປລາວ.
2013-06-04
ເກົາຫລີເໜືອ 9 ຄົນ ທີ່ຖືກ ທາງການລາວ ຈັບສົ່ງກັບ ຄືນປະເທດ ນັ້ນ, ໃນເບື້ອງຕົ້ນ ຂອງ ຈຸດໝາຍ ປາຍທາງ ແມ່ນຢາກໄປ ສະຫະຣັຖ ອະເມຣິກາ.
2013-06-03
ຜູ້ນຳ ເກົາຫລີໃຕ້ ເຕືອນ ເກົາຫລີເຫນືອ ກ່ຽວກັບ ອົພຍົບ ລີ້ພັຍ ທີ່ ຖືກສົ່ງກັບ ບ້ານ ຈາກ ສປປລາວ.
2013-06-03
ທາງການລາວ ຢືນຢັນວ່າ ໄດ້ສົ່ງ ຊາວອົພຍົບ ເກົາຫລີ ເໜືອ ກັບຄືນ ປະເທດ ຂອງ ເຂົາເຈົ້າແທ້.
2013-05-31
ການທີ່ ທາງການລາວ ສົ່ງ ຜູ້ຂໍລີ້ພັຍ ເກົາຫລີເໜືອ 9 ຄົນ ໃຫ້ສປຈີນ ເມື່ອວັນຈັນ ຜ່ານມາ ເຮັດໃຫ້ ປະເທດລາວ ຖືກຕິຕຽນ ຢ່າງໜັກ ຈາກ ສະຫະປະຊາຊາຕ ກຸ່ມປົກປ້ອງ ສິດທິມນຸດ ແລະ ກຸ່ມຈັດຕັ້ງ ຂອງພວກ ອົພຍົບ ເກົາຫລີເໜືອ ໃນ ຕ່າງແດນ.