ສະພານິຕິບັນຍັດ ຮົງກົງ ຮຽກຮ້ອງ ສະຫະຣັດ

ມະນີຈັນ
2020-03-20
ອີແມວລ໌
ຄໍາເຫັນ
Share
ພິມ
ການປະທ້ວງ ຄັດຄ້ານຮ່າງກົດໝາຍ ວ່າດ້ວຍການສົ່ງ ຜູ້ຕ້ອງຄະດີ ໃນຮົງກົງ ໄປຂຶ້ນສານ ຢູ່ ຈີນແຜ່ນດິນໃຫຍ່ ຂຍາຍຕົວ ຢ່າງບໍ່ຮູ້ ມື້ສິ້ນສຸດ
ການປະທ້ວງ ຄັດຄ້ານຮ່າງກົດໝາຍ ວ່າດ້ວຍການສົ່ງ ຜູ້ຕ້ອງຄະດີ ໃນຮົງກົງ ໄປຂຶ້ນສານ ຢູ່ ຈີນແຜ່ນດິນໃຫຍ່ ຂຍາຍຕົວ ຢ່າງບໍ່ຮູ້ ມື້ສິ້ນສຸດ
RFA

ສະມາຊິກສະພານິຕິບັນຍັດ ຂອງຮົງກົງ ທີ່ສນັບສນູນ ປະຊາທິປະໄຕ ຮຽກຮ້ອງ ໃຫ້ຣັຖບານ ສະຫະຣັດ ອາເມຣິກາ ລົງໂທດ ເຈົ້າໜ້າທີ່ ຂັ້ນສູງຂອງຮົງກົງ ທີ່ມີສ່ວນຮັບຜິດຊອບ ໃນເຣື່ອງຕໍາຣວດຮົງກົງ ໃຊ້ຄວາມຮຸນແຮງເກີນເຫດ ແລ ຣະເມີດສິດທິມະນຸດ ຂອງປະຊາຊົນ ໃນຣະຫວ່າງການປະທ້ວງ ຄັດຄ້ານ ຮ່າງກົດໝາຍ ສົ່ງຜູ້ຖືກກ່າວຫາ ຈາກຮົງກົງໄປດໍາເນີນຄະດີຢູ່ຈີນ ແຜ່ນດິນໃຫຍ່ ເມື່ອປີກາຍ, ອີງຕາມ ຣາຍງານຂ່າວ RFA ຜແນກພາສາຈີນ ແຄັນຕັນນິສ ໃນ ມື້ວັນທີ 11 ມີນາ ນີ້.

ທ່ານ Charles Mok, ທ່ານ Jeremy Tam ແລະທ່ານ Kenneth Leung ຈາກສະພານິຕິບັດຍັດ ຂອງຮົງກົງ ເດີນທາງມາຍັງ ນະຄອນຫລວງ Washington DC ກ່ອນທີ່ຣັຖບານ ສະຫະຣັດ ອາເມຣິກາ ຈະທົບທວນເບິ່ງ ສະພາບສິດທິມະນຸດ ຂອງຮົງກົງ ຕາມກົດໝາຍ ສິດທິມະນຸດ ແລະ ປະຊາທິປະໄຕ ທີ່ຣັຖສະພາສະຫະຣັດ ໄດ້ຮັບຜ່ານ ເມື່ອເດືອນພຶສຈິກາ ປີ 2019.

ພາຍໃຕ້ກົດໝາຍດັ່ງກ່າວ ຣັຖບານສະຫະຣັດອາເມຣິກາ ຈະຕ້ອງໄດ້ທົບທວນ ເບິ່ງສະພາບສິດທິມະນຸດ ແລະເສຣີພາບ ທາງການເມືອງ ຂອງຮົງກົງ ຊຶ່ງປັດຈຸບັນຮົງກົງ ໄດ້ຮັບການປະຕິບັດຕໍ່ທາງດ້ານການຄ້າ ທີ່ແຕກຕ່າງໄປຈາກຈີນ ແລະອໍານວຍໃຫ້ລົງໂທດ ທາງດ້ານ ການເງິນແລະ ບໍ່ອອກວີຊາ ໃຫ້ເຈົ້າໜ້າທີ່ ທີ່ຮັບຜິດຊອບ ເຣື່ອງການໃຊ້ສິດອໍານາດ ເກີນຂອບເຂດ ໃນຮົງກົງ.

ທ່ານ Mok, ທ່ານ Tam ແລະທ່ານ Leung ເວົ້າວ່າພວກທ່ານໄດ້ເຮັດບັນຊີ ຣາຍຊື່ເຈົ້າໜ້າທີ່ຂັ້ນສູງ ອັນມີຮວມທັງຫົວໜ້າຕໍາຣວດ ຮົງກົງ Chris Tang ແລະ ຣັຖມົນຕຣີຮັກສາຄວາມປອດພັຍ John Lee ທີ່ສາມາດຕົກເປັນເປົ້າ ຖືກລົງໂທດ ພາຍໃຕ້ກົດໝາຍ ດັ່ງກ່າວ.

ໃນຂນະດຽວກັນ ຊາວຮົງກົງ ຢູ່ສະຫະຣັດອາເມຣິກາ ກໍເດີນທາງມາ ທີ່ນະຄອນຫລວງວໍຊິງຕັນ ດີຊີ ເພື່ອຮຽກຮ້ອງ ໃຫ້ສະມາສິກ ຣັຖສະພາ ສະຫະຣັດ ສນັບສນູການລົງໂທດນັ້ນ ນໍາດ້ວຍ.

ທ່ານ Samuel Chu ຈາກ ສະພາປະຊາທິປະໄຕຮົງກົງ ທີ່ມີສູນກາງຢູ່ສະຫະຣັດອາເມຣິກາ ກໍໄດ້ຮຽກຮ້ອງ ໃຫ້ປະຊາຊົນ ເຂົ້າເຖິງສະມາ ຊິກສະພາ congress ແລະ ສະພາຜູ້ແທນເຂດຂອງຕົນ. ທ່ານ Chu ເວົ້າວ່າ:

“ເປົ້າໝາຍສໍາຄັນ ຂອງການເຄື່ອນໃຫວ ໃນມື້ນີ້ ກໍເພື່ອໃຫ້ສຽງຂອງຊາວຮົງກົງ ໃນສະຫະຣັດອາເມຣິກາ ໄດ້ຍິນຢູ່ໃນສະພາ congress. ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ທີ່ເຮັດໄດ້ເພື່ອປົກປ້ອງ ຮົງກົງ, ແລະພວກເຮົາຈະກົດດັນຕໍ່ໄປ.”

ແລະວ່າ ນີ້ເປັນຄັ້ງທໍາອິດ ທີ່ຊາວຮົງກົງ ໃນສະຫະຣັດ ມາທີ່ນະຄອນຫລວງ ວໍຊິງຕັນດີຊີ, ເລີ່ມຮຽນຮູ້ວຽກງານ ໂຄສະນາຂົນຂວາຍ, ແລະ ຮຽນຮູ້ການເຮັດວຽກ ຂອງ ຣະບົບຣັຖສະພາສະຫະຣັດ.

ທ່ານ Chu ຜູ້ເກີດແລະເຕີບໃຫຍ່ຢູ່ ຮົງກົງ ເປັນລູກຊາຍຂອງ ທ່ານ Chu Yiu Ming ນຶ່ງໃນບັນດາຜູ້ລິເລີ່ມຂະບວນ ການເຄື່ອນໄຫວ ເພື່ອປະຊາທິປະຕັຍປີ 2014 ຊຶ່ງຕໍ່ມາກໍຖືກຈໍາຄຸກ ຍ້ອນອັນທີ່ເອີ້ນວ່າ ຍຸຍົງໃຫ້ເກີດການ ໂຮມຊຸມນຸມຜິດກົດໝາຍນັ້ນ. ແລະໃນຕອນແລງ ຂອງມື້ວັນອັງຄານ ນັ້ນເອງ ຄະນະຂອງທ່ານ Chu ກໍໄດ້ພົບພໍ້ກັບ ສະມາສິກສະພາ Congress 6 ທ່ານ ເພື່ອຊີ້ແຈງກໍຣະນີ ຂອງພວກ ເຂົາເຈົ້າ ກ່ອນໜ້າຈະມີການທົບທວນເບິ່ງ ສະຖານະພາບ ຂອງຮົງກົງເປັນຄັ້ງທໍາອິດ ໃນເດືອນ ພຶສພາ 2020 ນີ້.

ຜູ້ແທນ Jim McGovern ປະທານຄະນະກັມການ ຝ່າຍບໍຣິຫານ ຂອງສະພາ Congress ກ່ຽວກັບບັນຫາຈີນ ເວົ້າວ່າສະພາບການໃນ ຮົງກົງ ບໍ່ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ນັບຕັ້ງແຕ່ຮ່າງກົດໝາຍນັ້ນຖືກ ຮັບຜ່ານມາ. ແລະຄວາມພະຍາຍາມຊຸກຍູ້ ກໍມີແຕ່ໄດ້ເລີ່ມກົດດັນຈີນ ຈາກທາງການສະຫະຣັດ ຍ້ອນການຊຸດໂຊມຂອງສະພາບສິດທິ ແລະເສຣີພາບ ທີ່ຮົງກົງ ທີ່ໄດ້ໃຫ້ສັນຍາໄວ້.

ແລະໃນມື້ດຽວກັນນັ້ນ ສະມາຊິກສະພາຜູ້ແທນຂອງອັງກິດ ກໍໄດ້ເລີ່ມເປີດກອງປະຊຸມ ຊີ້ແຈງບັນຫາການຣະເມີດສິດທິມະນຸດຂອງຕໍາຣວດ ຮົງກົງ ໂດຍສະເພາະ. ປະທານຮ່ວມກອງປະຊຸມ Baroness Bennett ກ່າວໃນ ຖແລງການວ່າ ມີຫລາຍຣາຍງານ ທີ່ໜ້າກັງວົນ ກ່ຽວກັບພຶດຕິກັມ ຂອງເຈົ້າໜ້າທີ່ ຮົງກົງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ຊາວໂລກ ວິຕົກກັງວົນ ທັງໃນເຣື່ອງທີ່ວ່າ ມີຫຍັງກໍາລັງ ເກີດຂຶ້ນ ກັບຮົງກົງ ແລະໃນເຣື່ອງຄວາມເສັຽຫາຍ ທີ່ມີການກະທໍາຕໍ່ຫລັກການ ແລະມາຕຖານສາກົນ. ທ່ານກ່າວວ່າ:

“ຄໍາຊີ້ແຈງນັ້ນ ຈະນໍາໄປສູ່ການເຮັດຣາຍງານ ທີ່ຈະເປັນແຫລ່ງໃຫ້ຂໍ້ມູນແກ່ຣັຖບານ ຂອງອັງກິດ ແລະ ປະເທດອື່ນອີກ, ອົງການສິດທິ ມະນຸດສາກົນ ແລະຜູ້ຣະດົມຊຸກຍູ້ຕ່າງໆ ນໍາດ້ວຍ”.

ອາດີດຜູ້ນໍານັກສຶກສາຮົງກົງ Joshua Wong ເວົ້າວ່າທ່ານບໍ່ຫວັງ ທີ່ຈະເຫັນການລົງໂທດເຈົ້າໜ້າທີ່ຮົງກົງ ໃນທັນທີ ຖ່າມກາງການ ແຜ່ຣະບາດ ຂອງເຊື້ອໂຄໂຣນາວັຍຣັສ ແລະການເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງສະຫະຣັດ ອາເມຣິກາ, ແຕ່ກໍສາມາດຮິບໂຮມ ຫລັກຖານ ເພື່ອເປັນກໍຣະນີ ໃຫ້ມີການລົງໂທດ ເຈົ້າໜ້າທີ່ຂອງ ຮົງກົງ ໃນເວລາດຽວກັນນັ້ນ. ທ່ານ Wong ເວົ້າວ່າ ເຖິງຈະບໍ່ມີການ ລົງໂທດ ໃນທັນທີ ທັນໃດ ແຕ່ພວກເຮົາກໍຄິດວ່າ ພວກເຮົາສາມາດຣະດົມ ໃຫ້ສະຫະຣັດອາເມຣິກາ ເລີ່ມຖາມກ່ຽວກັບ ເຫດການໃຊ້ ຄວາມຮຸນແຮງ ຂອງຕໍາຣວດຮົງກົງ ໄດ້ໃນປີຕໍ່ໄປ.

ທ່ານ Charles Mok ເວົ້າວ່າຂໍ້ສົງໃສທີ່ວ່າຈະບໍ່ມີການ ດໍາເນີນການແນວໃດ ຈາກທາງຣັຖບານ ປະທານາທິບໍດີ Trump ນັ້ນເປັນ ຄວາມຄຶດທີ່ອ່ອນຫັດ ຊຶ່ງຈາກການພົບພໍ້ ກັນທີ່ນະຄອນຫລວງ ວໍຊິງຕັນ ດີຊີ ພວກເຮົາບໍ່ມີຄວາມຮູ້ສຶກ ແບບນັ້ນເລີຍ.

ປະທານາທິບໍດີສະຫະຣັດອາເມຣິກາ Dalnald Trump ໄດ້ລົງນາມໃນຮ່າງກົດໝາຍ ສິດທິມະນຸດ ແລະ ປະຊາທິປະຕັຍ ເມື່ອວັນທີ 27 ຕຸລາ 2019 ນຶ່ງອາທິດ ພາຍຫລັງ ສະມາຊິກສະພາຜູ້ແທນສະຫະຣັດ ອອກສຽງສນັບສນູນ ການປະທ້ວງໃນຮົງກົງ ຫລັງຈາກເກີດເຫດ ປະທ້ວງ ເພື່ອປະຊາທິປະຕັຍ ມາໄດ້ຫລາຍເດືອນ.

ອີງຕາມກົດໝາຍໃໝ່ດັ່ງກ່າວ ກະຊວງການຕ່າງປະເທດສະຫະຣັດ ອາເມຣິກາ ຕ້ອງໄດ້ຣາຍງານປະຈໍາປີ ຕໍ່ສະພາ Congress ຂອງ ສະຫະຣັດວ່າ ຮົງກົງ ມີສິດປົກຄອງຕົນເອງພຽງພໍ ຈາກຈີນ ຫລືບໍ່ ເພື່ອທີ່ຈະ ຮັກສາຖານະທາງການຄ້າ ພິເສດ ຂອງຮົງກົງໄວ້ໄດ້, ແລະຈີນ ໄດ້ບັ່ນທອນເສຣີພາບ ພົລເຮືອນ ແລະປະຕິບັດກົດໝາຍ ຕາມທີ່ໄດ້ຣະບຸໄວ້ໃນກົດໝາຍ ຂັ້ນພື້ນຖານ ຂອງຮົງກົງຫລືບໍ່.

ພ້ອມດຽວກັນ ກົດໝາຍນັ້ນຍັງອໍານວຍ ໃຫ້ຣັຖບານ ສະຫະຣັດ ອາເມຣິກາ ກັກຊັບສິນຕ່າງໆ ຂອງເຈົ້າໜ້າທີ່ ທີ່ປາກົດວ່າ ເປັນຜູ້ຮັບ ຜິດຊອບ ເຣື່ອງການຣະເມີດ ສິດທິມະນຸດ ໃນຮົງກົງ ແລະບໍ່ອອກວີຊາ ໃຫ້ນໍາດ້ວຍ.

ປະຊາຊົນນັບເປັນຫລາຍໝື່ນຄົນ ພາກັນອອກມາຖນົນໃນຮົງກົງ ແກ່ວງທຸງຊາດອາເມຣິກັນ ແລະ ຮ້ອງເພັງ ຊາດສະຫະຣັດອາເມຣິກາ ເພື່ອສະແດງອອກ ເຖິງຄວາມຂອບໃຈ ຫລັງຈາກຮ່າງກົດໝາຍນັ້ນ ຖືກຮັບຜ່ານ.

ຕໍາຣວດຮົງກົງ ຖືກຕໍານິຢ່າງກວ້າງຂວາງ ຍ້ອນໃຊ້ກໍາລັງ, ໃຊ້ຄວາມຮຸນແຮງ ແລະສິດອໍານາດເກີນຂອບເຂດ ຂນະທີ່ຂະບວນເຄື່ອນໄຫວ ຕ້ານຮ່າງກົດໝາຍສົ່ງຜູ້ຖືກກ່າວຫາຈາກຮົງກົງ ໄປດໍາເນີນຄະດີຢູ່ຈີນ ແຜ່ນດິນໃຫຍ່ນັ້ນ ຂຍາຍຕົວກວ້າງອອກ ເປັນຂະບວນການ ເພື່ອ ປະຊາທິປະຕັຍ ໃນຮົງກົງໃນກາງປີ 2019.

ກຸ່ມສິດທິມະນຸດ ນັກການເມືອງ ແລະຂະບວນປະທ້ວງ ຕ່າງກໍໄດ້ຮຽກຮ້ອງ ໃຫ້ທາງການຮົງກົງ ສືບສວນສອບສວນ ຢ່າງເປັນເອກຣາດ ເຣື່ອງການໃຊ້ຄວາມຮຸນແຮງ ແລະ ໃຊ້ສິດອໍານາດຂອງຕໍາຣວດ. ແຜນການຂອງ ຜູ້ປົກຄອງຮົງກົງ Carrie Lam ທີ່ຈະອະນຸຍາດໃຫ້ ສົ່ງຜູ້ຖືກກ່າວຫາ ໄປດໍາເນີນຄະດີຢູ່ແຜ່ນດິນໃຫຍ່ຈີນ ເຮັດໃຫ້ເກີດການປະທ້ວງ ຊຶ່ງຕິດຕາມມາດ້ວຍຄວາມແຄ້ນເຄືອງໃຈ ຂອງມວນຊົນ ຮົງກົງຢ່າງແຜ່ຫລາຍ ຍ້ອນການໃຊ້ກໍາລັງ ຂອງຕໍາຣວດ ຕໍ່ພວກປະທ້ວງ ຢ່າງສັນຕິນັ້ນ ແລະ ທວງໃຫ້ມີການເລືອກຕັ້ງ ແບບປະຊາ ທິປະຕັຍ ຢ່າງເຕັມສ່ວນ.

ຍານາງ Lam ໃນທີ່ສຸດ ກໍຖອນຮ່າງກົດໝາຍນັ້ນໃນເດືອນ ຕຸລາ 2019, ແຕ່ບໍ່ຍອມປະຕິບັດ ຕາມຂໍ້ທວງຂອງພວກປະທ້ວງ ທີ່ຮຽກຮ້ອງ ໃຫ້ນິຣະໂທດ ແກ່ຜູ້ຖືກຈັບ ຖືກຄຸມຂັງ, ຮຽກຮ້ອງໃຫ້ ຕັ້ງຄະນະ ສືບສວນ ສອບສວນ ເຣື່ອງການໃຊ້ຄວາມຮຸນແຮງແລະກໍາລັງເກີນ ຂອບເຂດ ຂອງຕໍາຣວດ ແບບເປັນເອກຣາດ, ເຊົາເອີ້ນພວກປະທ້ວງ ວ່າເປັນພວກກໍ່ການຈະລາຈົນ, ແລະໃຫ້ຈັດການເລືອກຕັ້ງແບບ ປະຊາທິປະຕັຍ ຢ່າງເຕັມສ່ວນ.

ການສໍາຣວດປະຊາມະຕິ ຂອງອົງການຂ່າວ Reuters ໃນເດືອນມົກຣາຜ່ານມາ ພົບວ່າຊາວຮົງກົງ ສ່ວນໃຫຍ່ສນັບສນູນ ຂໍ້ທວງທັງ 5 ຂໍ້ ຂອງຂະບວນປະທ້ວງ ຊຶ່ງຫລາຍກວ່າ 1 ສ່ວນ 3 ຂອງຜູ້ຖືກຖາມ ຕອບວ່າໄດ້ເຂົ້າຮ່ວມການປະທ້ວງ. ມີພຽງ 30 ເປີເຊັນ ທີ່ເວົ້າວ່າ ຄັດຄ້ານ ການປະທ້ວງ ຂະນະທີ່ 59 ເປີເຊັນເວົ້າວ່າສນັບສນູນ ຂະບວນປະທ້ວງ.

ເຕັມຫນ້າ