ວັນຣະລຶກທຽນອັນເໝີນ 4 ມິຖຸນາ 1989

ມະນີຈັນ
2020-06-08
ອີແມວລ໌
ຄໍາເຫັນ
Share
ພິມ
ນາງ ເວົ້າຕໍ່ RFA ວ່າໄດ້ຮຽນຮູ້ກ່ຽວກັບເຫດທີ່ເກີດຂຶ້ນ ເມື່ອວັນທີ 4 ມິຖຸນາ ປີ 1989, ໂດຍຜ່ານຂະບວນການປະຊາທິປະຕັຍ ປີ 2019. ນາງວ່າ; ພວກນາງກໍແມ່ນນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ທີ່ ສືບຕໍ່ມາຈາກຂະບວນການ ລຸ້ນກ່ອນ ນັ້ນລະ.
ນາງ ເວົ້າຕໍ່ RFA ວ່າໄດ້ຮຽນຮູ້ກ່ຽວກັບເຫດທີ່ເກີດຂຶ້ນ ເມື່ອວັນທີ 4 ມິຖຸນາ ປີ 1989, ໂດຍຜ່ານຂະບວນການປະຊາທິປະຕັຍ ປີ 2019. ນາງວ່າ; ພວກນາງກໍແມ່ນນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ທີ່ ສືບຕໍ່ມາຈາກຂະບວນການ ລຸ້ນກ່ອນ ນັ້ນລະ.
RFA

ຢູ່ ຈີນ ບັນດາຜູ້ເປັນແມ່ ຂອງ ຜູ້ຄົນທີ່ຖືກສັງຫານ ຮຽກຮ້ອງ ໃຫ້ທາງການຈີນ ໃຫ້ຄໍາຊີ້ແຈງ ຢ່າງລະອຽດ ກ່ຽວກັບເຫດການ ປາບປາມ ພວກປະທ້ວງ ຢ່າງສັນຕິ ທີ່ຈັດຕຸຣັດ ທຽນອັນເໝິນ ເມື່ອປີ 1989 ນັ້ນ ໃນຂນະທີ່ ຢູ່ຮົງກົງ ກໍມີຫຼາຍພັນຄົນ ອອກມາຮ່ວມພິທີໃຕ້ທຽນ ຣະລຶກເຖິງ ເຊັ່ນກັນ ຢູ່ສວນສາທາຣະນະ Victoria ໃນມື້ວັນທີ 4 ມິຖຸນານີ້ ໂດຍບໍ່ຟັງຄໍາສັ່ງ ຫ້າມຊຸມນຸມກັນ ເກີນ 8 ຄົນ.

ບັນດາຜູ້ເປັນແມ່ ແລະຍາດພີ່ນ້ອງຂອງຜູ້ຄົນທີ່ຖືກສັງຫານ ຍ້ອນພວກຜູ້ນໍາຈີນ ສົ່ງກອງທັບ ຂອງຕົນ ພ້ອມຣົດຖັງ ແລະ ປືນກົລ ໄປປາບປາມ ການປະທ້ວງ ທີ່ພວກນັກສຶກສານໍາພາ ຢູ່ຈັດຕຸຣັດ ທຽນອັນເໝິນ ເມື່ອປີ 1989 ຮຽກຮ້ອງຂໍຄວາມເປັນທັມ ອີກຕື່ມ, ອີງຕາມຣາຍງານຂ່າວ RFA ຜແນກພາສາຈີນ ແມນດາຣີນ ແລະແກນຕະນີສ.

ນັບເປັນເວລາ 3 ທົດສວັດ ຫລັງເກີດເຫດສັງຫານໝູ່ ໃນຄືນວັນທີ 3 ແລະທີ 4 ມິຖຸນາ, ບັນດາຜູ້ເປັນແມ່ ຂອງຜູ້ເຄາະຮ້າຍ ທີ່ຈັດຕຸຣັດ ທຽນອັນເໝິນ ໄດ້ພາ ກັນຮຽກຮ້ອງ ໃຫ້ປະທານປະເທດ ສີ ຈີນຜິງ ເປີດເຜີຍຄວາມຈິງ ໃຫ້ມວນຊົນຊາບ ກ່ຽວກັບເຫດການ ທີ່ພັກ ຄອມມິວນິສຈີນ ໄດ້ບັນທຶກໄວ້ ນັບແຕ່ເວລານັ້ນມາ ແລະຊີ້ແຈງຕ່ອງໂສ້ ຂອງເຫດການ ທີ່ເຮັດໃຫ້ພວກຄົນ ທີ່ເຂົາເຈົ້າຮັກ ໄດ້ເສັຽຊີວິດ ໄປນັ້ນ.

ໃນຈົດໝາຍເປີດຊອງ ປະຈໍາປີທີ່ກຸ່ມຜູ້ເປັນແມ່ ໄດ້ມຸ້ງເປົ້າໃສ່ ການປິດປາກງຽບ ຂອງທາງການຈີນ ກ່ຽວກັບເຫດການ ທີ່ເກີດຂຶ້ນ ໃນມື້ວັນທີ 4 ມິຖຸນາ ແລະ ຫລັງຈາກມື້ນັ້ນ ເມື່ອຜູ້ຄົນຈໍານວນຫລາຍຮ້ອຍຄົນ ຫລື ອາດເຖິງຫລາຍພັນຄົນ ໄດ້ຖືກເສັຽຊີວິດ ຫລື ໄດ້ຮັບບາດເຈັບ ໃນການປາບປາມ ຂອງກອງທັບຈີນ.

ຈົດໝາຍທີ່ມີ 124 ຣາຍເຊັນນັ້ນ ມີຄໍາທວງຖາມ ສໍາຄັນຂອງກຸ່ມຜູ້ເປັນແມ່ ໃນເຫດການທຽນອັນເໝິນ ໃຫ້ຜູ້ນໍາຈີນເວົ້າເຖິງເຣຶ່ອງຄ່າຊົດເຊີຍ ແລະຄວາມ ຮັບຜິດຊອບ ຂອງພັກຄອມມິວນິສຈີນ ກ່ຽວກັບເຫດການ ທີ່ເກີດຂຶ້ນນັ້ນ.

ນາງ Zhang Xianling ຜູ້ກໍ່ຕັ້ງກຸ່ມແມ່ຜູ້ເຄາະຮ້າຍ ມີລູກຊາຍວັຍ 19 ປີ ທີ່ເສັຽຊີວິດ ຈາກເຫດການທຽນອັນເໝິນ ເວົ້າວ່າ ກຸ່ມຂອງນາງ ມີຄວາມຂົມຂື່ນ ທຸກອົກທຸກໃຈ ມານານເຖິງ 31 ປີ ທີ່ທາງການຈີນ ບໍ່ໄດ້ສະແດງອອກເຖິງ ຄວາມເປັນຫ່ວງເປັນໄຍ ນໍາການສູນເສັຽ ຂອງພວກເຂົາເຈົ້າ.

"ພວກເພິ່ນ ຕ້ອງໄດ້ຊີ້ແຈງໃຫ້ພວກເຮົາຮູ້. ແມ່ນບຸກຄົນໃດ ອົງການໃດຂອງຣັຖບານ ເປັນຜູ້ຮັບຜິດຊອບ. ແລະເປັນ ສະພາບການແນວໃດ ແລະແມ່ນຫຍັງເຮັດໃຫ້ພວກເພິ່ນ ຕັດສິນໃຈທໍາການສັງຫານ ຄືແນວນັ້ນ.” “ລູກໆຂອງພວກເຮົາ ໄດ້ກະທໍາ ທີ່ເປັນການລ່ວງຣະເມີດ ກົດໝາຍອິ່ຫຍັງ ຈຶ່ງຖືກທຸບຕີ ແລະຍິງຊີວິດ.”

ພ້ອມດຽວກັນນັ້ນ ຈົດໝາຍເປີດຊອງຍັງທວງຖາມວ່າ ແມ່ນກົດໝາຍໃດ ທີ່ອະນຸຍາດໃຫ້ຣັຖບານຈີນເຂັ່ນຂ້າພວກນັກສຶກສາ ແລະພົລເຮືອນ ຄົນອື່ນໆ ທີ່ປະທ້ວງຢ່າງສັນຕິຢູ່ນັ້ນ. ແລະວ່າ

“ພາຍໃຕ້ຣັຖທັມມະນູນຈີນ ພົລເມືອງຈີນ ມີສິດເສຣີພາບ ໃນການປາກເວົ້າ, ຊຸມນຸມ ແລະປະທ້ວງ. ພັກຄອມມິວນິສຈີນ ຄວນປະຕິບັດຕາມກົດໝາຍ ຢ່າງຖືກຕ້ອງ.”

ນາງ Zhang ເວົ້າວ່າ ປະທານປະເທດ ສີຈີນຜີງ ມັກຮຽກຮ້ອງໃຫ້ພັກຄອມມິວນິສຈີນ ບໍ່ຫລົງລືມຄວາມຕັ້ງໃຈເດີມ ຂອງຕົນ ແລະ ເສີມຂຍາຍການປະຕິບັດກົດໝາຍ. ເມື່ອບໍ່ປະຕິບັດຕາມ ຣັຖທັມມະນູນ ກໍບໍ່ມີຄ່າຫຍັງເລີຍ, ບໍ່ມີຄ່າພໍທີ່ຈະຂຽນລົງໃນແຜ່ນເຈັ້ຽ ໃນປະເທດ ທີ່ຄວນປະຕິບັດ ຕາມຕົວບົດກົດໝາຍ, ນາງ Zhang ກ່າວ. ພ້ອມດຽວກັນນີ້ ນາງກໍຮຽກຮ້ອງໃຫ້ ປະຊາຄົມສາກົລ ຣະລຶກເຖິງ ເຫດການ ສັງຫານໝູ່ ທີ່ຈັດຕຸຣັດທຽນອັນເໝິນ ຄົບຮອບ 31 ປີ ໃນມື້ວັນທີ 4 ມິຖຸນາ ນີ້.

ທີ່ຮົງກົງ ຊາວຮົງກົງຈໍານວນຫລາຍພັນຄົນ ພາກັນໄປຮວມຕົວກັນ ຢູ່ສວນສາທາຣະນະ Victoria Park ເພື່ອໃຕ້ທຽນ ຣະນຶກເຖິງ ເຫດການສັງຫານໝູ່ ທຽນອັນເໝິນ ປີ 1989 ໂດຍກອງທັບ ປະຊາຊົນ ຂອງ ຈີນນັ້ນ ໃນມື້ວັນທີ 4 ມິຖຸນາ ນີ້ ເຖິງແມ່ນວ່າຈະມີ ຕໍາຣວດອອກປະຕິບັດງານ ຢູ່ເຕັມໄປທົ່ວ ແລະ ເປັນໄລຍະປະຕິບັດ ຄໍາສັ່ງຫ້າມການຊຸມນຸມເປັນກຸ່ມໃຫຍ່ນັ້ນ ກໍຕາມ. ພິທີຣະລຶກເຖິງ ນັ້ນມີຂຶ້ນ ກ່ອນໜ້າພັກ ຄອມມິວນິສຈີນ ຈະບັງຄັບໃຊ້ກົດໝາຍ ຫ້າມການແບ່ງແຍກ ແລະໂຄ່ນລົ້ມ ອໍານາດການປົກຄອງ ໃນນຮົງກົງ.

ນາງ Yip ເວົ້າຕໍ່ RFA ວ່າ ໃນລຸ້ນຂອງພວກເຮົາ ບໍ່ແມ່ນວ່າໝົດທຸກຄົນ ຈະຮູ້ກ່ຽວກັບເຫດ ທີ່ເກີດຂຶ້ນ ໃນມື້ວັນທີ 4 ມິຖຸນາ ປີ 1989 ແຕ່ພວກເຮົາ ກໍຮຽນຮູ້ກ່ຽວກັບເຫດການນັ້ນ ຜ່ານຂະບວນ ປະຊາທິປະຕັຍ ປີ 2019. ໃນຕົວຈິງ ພວກເຮົາກໍແມ່ນ ນັກເຄື່ອນໃຫວ ເພື່ອ ປະຊາທິປະຕັຍ ປີ 1989 ນັ້ນລະ. ພວກເຮົາ ທັງຕໍ່ສູ້ເພື່ອ ປະຊາທິປະຕັຍ ແລະ ສິດເສຣີພາບ ຊຶ່ງເປັນສິ່ງທີ່ມີຄ່າ ແລະຄວາມສໍາຄັນຫລາຍ ສໍາລັບ ຊາວຮົງກົງ. ຊາວຮົງກົງ ບໍ່ຢ້ານກົວ ແລະ ຈະສືບຕໍ່ຢືນຢັດ ກ້າເວົ້າກ້າວ່າ.

Mr. Man ເປັນຄົນຮົງກົງ ອີກຜູ້ນຶ່ງທີ່ອອກມາຮ່ວມ ພິທີຣະລຶກເຖິງ ເຫດການ ຈັດຕຸຣັດທຽນອັນເໝິນ ໃນມ້ນີ້ ເວົ້າຕໍ່ RFA ວ່າ:

"ຣັຖບານ ບໍ່ອະນຸຍາດ ໃຫ້ໃຊ້ສິດໃນການສະແດງ ຄວາມຄິດຄວາມເຫັນ ເຮົາສ່ຽງທີ່ຈະຖືກຈັບ ໃນການມາຮ່ວມພິທີນີ້."

ໄດ້ຈັດພິທີໃຕ້ທູບທຽນ ປະຈໍາປີ ເພື່ອຜູ້ທີ່ເສັຽຊີວິດ ມື້ວັນທີ 4 ມິຖຸນາ 1989 ນັບຕັ້ງແຕ່ປີ 1990 ມາ ໃນຂະນະທີ່ຕໍາຣວດ ໄດ້ຫ້າມບໍ່ໃຫ້ມີການຊຸມນຸມ ໃດໆ ຢູ່ສວນສາທາຣະນະ Victoria Park ໂດຍອ້າງເຖິງ ມາດຕະການ ປ້ອງກັນການຣະບາດ ຂອງເຊື້ອພຍາດ ໂຄວິດ-19.

ແລະຂໍ້ຫ້າມນັ້ນ ມີຂຶ້ນ ໃນຂນະທີ່ທາງການຈີນ ກຽມທີ່ຈະປະຕິບັດກົດໝາຍ ວ່າດ້ວຍການຈະລາຈົນ ແລະການໂຄ່ນລົ້ມ ໃນຮົງກົງ ໂດຍບໍ່ຜ່ານຂະບວນການ ທາງກົດໝາຍ ທີ່ກໍານົດໄວ້ໃນ ຣັຖທັມມະນູນ ສະບັບຫຍໍ້.

ຜູ້ຈັດພິທີຣະນຶກດ້ວຍການໃຕ້ທຽນ Richard Choi ເວົ້າວ່າ ນຶ່ງໃນເປົ້າໝາຍຂອງການຈັດໃນແຕ່ລະປີ ແມ່ນເພື່ອສະແດງອອກ ເຖິງການ ສນັບ ສນູນ ແລະໃຫ້ກໍາລັງໃຈ ແກ່ບັນດາຜູ້ເປັນແມ່ ທີ່ມີລູກເສັຍຊີວິດ ໃນເຫດການທຽນອັນເໝິນ.

“ພວກເຮົາບໍ່ມີຄວາມພໍໃຈ ຕໍ່ການປາບປາມພິທີ ຂອງພວກເຮົາ ຊຶ່ງພວກເຮົາບໍ່ຮູ້ວ່າ ການປາບປາມແບບນີ້ ເປັນພຽງເຫດການຊົ່ວຄາວ ຫລືວ່າຈະເພີ່ມທະວີຂຶ້ນ ໃນຂັ້ນຕໍ່ໄປ,”

ທ່ານ Choir ກ່າວ.

“ຂ້າພະເຈົ້າຄິດວ່າ ຕໍາຣວດ ແລະ ຣັຖບານຮົງກົງ ພຽງແຕ່ໃຊ້ເຫດການການຣະບາດ ຂອງໂຄວິດ-19 ເປັນຂໍ້ອ້າງ ເພື່ອເປົ້າໝາຍທາງການ ເມືອງ ຄືປາບປາມພິທີຣະລຶກເຖິງ ວັນທີ 4 ມິຖຸນາ ແລະຂະບວນການ ປະທ້ວງ ອື່ນໆໃນຮົງກົງ.”

ແຕ່ບັນດາຜູ້ຈັດພິທີ ຣະລຶກນັ້ນ ໄດ້ຮຽກຮ້ອງໃຫ້ພົລເຮືອນ ໃຕ້ທຽນບູຊາ ພວກທີ່ເສັຽຊີວິດ ໃນເຫດການ ຈັດຕຸຣັດທຽນອັນເໝິນ ບໍ່ວ່າຈະຈັດໃນມື້ວັນທີ 4 ມິຖຸນາ ຫລືບໍ່ກໍຕາມ. ພວກເຮົາຫວັງວ່າ ຈະເຫັນທຽນ ຢູ່ທຸກຈອກທຸກແຈ ຂອງຮົງກົງ.

ຢູ່ທີ່ສວນ Victoria Park ຜູ້ເຂົ້າຮ່ວມ ຍັງພາກັນຮ້ອງຄໍາຂັວນ ປົດປ່ອຍຮົງກົງ ການປະຕິວັດຂອງຍຸກເຮົາ ແລະ ສູ້ເພື່ອເສຣີພາບ ຢືນຢັດ ເພື່ອຮົງກົງ.

ພິທີຣະນຶກເຖິງໃນປີນີ້ ຍັງມີຜູ້ປະທ້ວງຈໍານວນຫລາຍ ອອກມາຮວມຕົວກັນ ໃຕ້ທຽນ ຕາມເສັ້ນທາງແລະຢືນສງົບນິ້ງ ເປັນເວລາ 1 ນາທີ ຂນະທີ່ໂບດກາ ໂຕລິກ 7 ແຫ່ງ ກໍເປີດປະຕູ ໃຫ້ມີການຈັດພິທີຣະລຶກ ເຖິງ ຢູ່ພາຍໃນໂບດ.

ທີ່ນະຄອນຫລວງ Washington DC ທ່ານ Morgan Ortagus ໂຄສົກ ກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ໄດ້ອອກ ຖແລງການ ສນັບສນູນ ຈິດວິນຍານ ຂອງພວກປະທ້ວງ ໂດຍໃຫ້ແນ່ໃຈວ່າ ປະຊາຊົນ ທີ່ໄດ້ເສັຽຊີວິດ ໄປນັ້ນ ມີຄວາມອຸ່ນໃຈ ແລະ ຮຽກຮ້ອງໃຫ້ມີການ ເປີດເຜີຍຣາຍຊື່ ພວກຄົນ ທີ່ຖືກເສັຽຊີວິດ ຫລື ຖືກຫາຍສາບສູນ. ຖແລງການ ຂອງກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ຣະບຸວ່າ ປະຊາຊົນອາເມຣິກັນ ພ້ອມຄອບ ຄົວຂອງພວກເຂົາເຈົ້າ ຍັງເສົ້າສລົດໃຈ ນໍາຄົນຮັກ ຂອງພວກເຂົາເຈົ້າ ທີ່ຖືກ ສູນເສັຽໄປນັ້ນ ຮວມທັງບັນດາ ຜູ້ເປັນແມ່ ທຽນອັນເໝິນ ທີ່ກ້າຫານ ຊຶ່ງບໍ່ເຄີຍຢຸດ ຫາຕົວຜູ້ທີ່ ຮັບຜິດຊອບ ໃນການເຮັດ ໃຫ້ພວກລູກໆ ຂອງພວກເຂົາເຈົ້າ ເສັຍຊີວິດ ເຖິງຈະມີຄວາມຍາກ ລໍາບາກ ແລະ ຄວາມສ່ຽງຢ່າງໃຫຍ່ຫລວງ ກໍຕາມ.

ທາງການຈີນ ບໍ່ເຄີຍເປີດເຜີຍຕົວເລກ ທີ່ຈະແຈ້ງຂອງຜູ້ເສັຽຊີວິດ ຈາກເຫດຮຸນແຮງ ທີ່ຈັດຕຸຣັດທຽນອັນເໝິນ ໃນປີ 1989 ນັ້ນ ມີແຕ່ຣາຍງານ ຕົວເລກ ທີ່ທາງການຈີນ ປະເມີນວ່າ ມີພຽງ 300 ຄົນ ສ່ວນໃຫຍ່ ເປັນທະຫານ ແຕ່ອົງການ ສິດທິມະນຸດ ແລະ ຜູ້ເຫັນເຫດການ ຕ່າງກໍເວົ້າວ່າ ອາດມີຜູ້ເສັຽຊີວິດ ເປັນຫລາຍພັນຄົນ.

ເຕັມຫນ້າ