ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ ຈີນ ຍົກເລີກ ແຜນ ປະຕິບັດ ກົດໝາຍ ວ່າດ້ວຍ ຄວາມໝັ້ນຄົງ ແຫ່ງຊາດ ໃນຮົງກົງ ຊຶ່ງ ມັນຈະທໍາຣາຍ ສັນຍາ ຂໍ້ຕົກລົງ ຮັບມອບ ຮົງກົງ ຄືນໃຫ້ ຈີນ ປີ 1997.
ສະມາຊິກ ສະພານິຕິບັນຍັດ ຂອງ ຮົງກົງ ທີ່ ສນັບສນູນ ປະຊາທິປະໄຕ ຮຽກຮ້ອງ ໃຫ້ ສະຫະຣັດ ອາເມຣິກາ ລົງໂທດ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຮົງກົງ ຍ້ອນການໃຊ້ ຄວາມຮຸນແຮງ ເກີນເຫດ ຂອງຕໍາຣວດ.
ອົງການ ສະຫະປະຊາຊາດ ຮຽກຮ້ອງ ການຊ່ອຍເຫລືອ ແກ່ຊາວໂຣຮິນຢາ ກວ່າ 8 ແສນຄົນ ທີ່ຫຼົບຫນີ ຈາກ ພະມ້າ ໄປລີ້ພັຍຢູ່ ສູນອົພຍົບ ໃນປະເທດ ບັງຄຣາເທດ.
ທ່ານ ວັງຢີ ຣັຖມົນຕຣີ ຕ່າງປະເທດຈີນ ໃຫ້ການຄ້ຳປະກັນ ບັນດາ ປະເທດ ອາຊຽນ ກ່ຽວກັບ ການຣະບາດ ຂອງ ໄວຣັສ ໂຄວິດ 19 ແລະ ສະພາບການ ປ່ຽນແປງ ໃນແມ່ນ້ຳຂອງ ຢູ່ ກອງປະຊຸມ ທີ່ ນະຄອນຫຼວງ ວຽງຈັນ.
ຣັຖບາລ ພະມ້າ ຈະຈ່າຍ ຄ່າຊົດເຊີຍ ແກ່ຊາວບ້ານ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກການສ້າງ ເຂດເສຖກິດ ພິເສດ ທ່າເຣືອ ນໍ້າເລີກກໍ໌ຟູ ຢ່າງເປັນທັມ.
ປະເທດໄທ ຈະຍົກບັນຫາ ຄວາມກັງວົນ ຂອງຊຸມຊົນ ເຂດ ລຸ່ມແມ່ນໍ້າຂອງ ຍ້ອນນໍ້າຂອງ ບົກແຫ້ງ ໃນ ປັດຈຸບັນ ສເນີຕໍ່ ກອງປະຊຸມ ຄນະກັມມາທິການ ແມ່ນໍ້າຂອງ ທີ່ຈະມີຂຶ້ນ ຢູ່ລາວ ໃນເດືອນ ກຸມພາ 2020.