2 ທັນວາ ວັນຊາດ ສປປ ລາວ

ໄຊຍາ
2019-12-02
ອີແມວລ໌
ຄໍາເຫັນ
Share
ພິມ
ສປປ ລາວ
ສປປ ລາວ
Public domain

ຫຼາຍແຂວງໃນ ສປປລາວ ສລອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ແບບບໍ່ມີການຈັດ ພິທີໃຫຍ່ໂຕ ພຽງແຕ່ສລອງກັນຕາມສະພາບ ເງື່ອນໄຂ ຂອງແຕ່ລະແຂວງ ທີ່ມີຄວາມສາມາດ, ດັ່ງການຈັດໂຮມຊຸມນຸມຂອງໃຜລາວ ປັກທຸງຊາດ ຕາມສະຖານທີ່ ຕ່າງໆ ສ່ວນປະຊາຊົນ ກໍມີການຈັດການຊຸມແຊວ ດັ່ງທີ່ເຄີຍປະຕິບັດກັນມາ. ດັ່ງປະຊາຊົນ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽ ເສຣີ ໃນວັນທີ 2 ທັນວາ ວ່າ:

"ໃນວັນທີ 2 ທັນວາໄດ້ປັກທຸງຊາດແລ້ວກາໄດ້ ຢູ່ບ້ານໝົດທຸກຄົນເນາະ ເພື່ອສເລີມສລອງ ມີຫຍັງກາລົມຫຍັງມີຫຍັງກາກິນຫຍັງ ຢູ່ບ້ານ ນີ້ແຫຼະບໍ່ເຮັດພິທີຫຍັງ ບ້ານຂອງພວກເຮົາກາບໍ່ໄດ້ເຮັດຫຍັງ ພວກເຮົາໄດ້ພັກຜ່ອນຫັ້ນແຫຼະ ບັນດາເຜົ່າຫັ້ນແຫຼະ."

ປະຊາຊົນຢູ່ເມືອງຫິນເຫີບ ແຂວງວຽງຈັນ ໃນວັນຊາດ ທາງບ້ານ ກໍ່ຈັດກັນເວັນຍາມ ແຕ່ບໍ່ໄດ້ມີພີທີສລອງ ຢ່າງເປັນທາງການທີ່ໃຫຍ່ໂຕ, ດັ່ງຊາວບ້ານ ເມືອງຫິນເຫີບ ໄດ້ໃຫ້ສຳພາດວ່າ:

"ການສເລີມສລອງ ວັນຊາດທີ 2 ທັນວາ ເຮົາເນາະກາ ຕາມທັມມະດານີ້ແຫຼະເນາະ ກາບໍ່ໄດ້ຈັດພິທີຫຍັງ ທັງໝົດຫັ້ນນ່າ ເພິ່ນກາກຽມຈັດ ກອງປະຊຸມໃຫຍ່ແລ້ວ ບ້ານອ້ອມຂ້າງນີ້ ກາບໍ່ມີບ້ານໃດຈັດຫັ້ນນ່າ ມີແຕ່ວ່າປ້ອງກັນເວັນຍາມ."

ໃນຂນະທີ່ ການສລອງວັນຊາດ ຢູ່ເມືອງຊຳເໜືອ ແຂວງຫົວພັນ ກໍບໍ່ໄດ້ຈັດພິທີທາງການ ພຽງແຕ່ຈັດ ຄືປີຜ່ານມາ, ດັ່ງຊາວເມືອງຊຳເໜືອ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ເອເຊັຽ ເສຣີວ່າ:

"ບໍ່, ບໍ່ໄດ້ເຮັດຫຍັງດອກ ຕອນແລງນີ້ກໍພັກຜ່ອນ ຢູ່ເຮືອນໃຜເຮືອນມັນ ງານມິດຕິ້ງຟັງປະຖະກະຖາ ເວົ້າມູນເຊື້ອ ເຂົາເຮັດແຕ່ມື້ກ່ອນ ພຸ້ນແລ້ວ ຄົບຮອບໃຫຍ່ນີ້ເຂົາເຮັດ 15 ປີເບາະ 20 ປີເບາະ 40 ປີເບາະ 45 ເບາະ ໄປແນວນັ້ນເຂົາຈັງເຮັດໃຫຍ່."

ອີງຕາມການຣາຍງານ ຂອງສື່ມວນຊົນທ້ອງຖິ່ນ ເມື່ອວັນທີ 30 ພຶສຈິກາ ວ່າ ຢູ່ນະຄອນຫຼວງວຽງຈັນ ປະຊາຊົນສລອງວັນຊາດ ໂດຍ ເດີນທາງໄປທ່ຽວ ແຂວງໜອງຄາຍ, ອຸດອນ ແລະ ຂອນແກ່ນ ຂອງປະເທດ ໃນໄລຍະສາມວັນ ນັບແຕ່ວັນທີ 30 ພຶສຈິກາ ເຖິງ ວັນທີ 2 ທັນວາ ເຈົ້າໜ້າທີ່ຄາດວ່າ ມີປະຊາຊົນຂ້າມຂົວ ມິຕພາບ ແຫ່ງທີ 1 ປະມານ 1 ໝື່ນຄົນ.

ຄໍາເຫັນ (4)
Share

ປະຊາຊົນ

ຈາກ ສະຫັວນນະເຂດ

ມັນສິເຮັດແບບອະລັງການໄດ້ແນວໄດລັດທະບານທຸກລົງທຸກລົງແລ້ວພະນັກງານຮັ່ງຂື້ນຮັ່ງຂື້ນແລະສັງເກດໄດ້ຄືມື້ວັນຊາດຜູ້ທີຮັ່ງຂື້ນພາກັນຂ້າມຂອງໄປເປັນພັນໆເພື່ອໄປຈັບຈ່າຍເງິນທີ່ພວກເຂົາສໍ້ກົງມາແລະອີກກໍລະນີນື່ງພວກທີ່ຮັ່ງຂື້ນເມື່ອລູກຫຼານໄປຮຽນຕໍ່ຢູ່ວຽດຢູ່ຈີນພວກເພີ່ນກໍມີການລ້ຽງສົ່ງກັນຢ່າງໄຫ່ຍໂຕມະໂຫລານໄຫ່ຍກ່ວາວັນຊາດອີກແລະມີຢູ່ທຸກມຸມທຸກແຈທົ່ວປະເທດເຮືອນຊານບ້ານຊ່ອງຊັບສົມບັດບໍ່ມີໃຜປຽບທຽບໄດ້ຖ້າແມ່ນລັດທະບານກັບລັດທະກອນສປປລາວແລະຂ້ອຍປະຊາຊົນຄົນຫາເຊົ້າກີນຄໍ່າກໍໄດ້ແຕ່ເບີ່ງແລະບາງທີກໍເວົ້າກັບຕົນເອັງວ່າປານໄດຈຶ່ງຈະມີບຸນວາດສໜາຄືກັບພວກນີ້ແລະກໍຄິດວ່າຄືຈະບໍ່ມີດອກໃນຊາດນີ້.

Dec 02, 2019 06:09 PM

ລາວ

ຈາກ ວຽງຈັນ

ທີ່ຜູ້ນໍາລາວບໍ່ເຮັດວັນຊາດທີ່ໄຫ່ຍໂຕນັ້ນບາງທີອາດຈະສໍານຶກໄດ້ວ່າວັນຊາດອັນນີ້ມັນແມ່ນໄດ້ມາແບບບໍ່ບໍລິສຸດກໍເປັນໄດ້ຕາມຂ້ອຍຄິດດອກວາພວກເຈົ້າຄິດຄືຂ້ອຍຢູ່ບໍ?

Dec 02, 2019 05:48 PM

ລາວ

ຈາກ ລາວ

ວັນຊາດຄືວັນທີ່2ທັນວາຂອງສປປລາວນັ້ນມັນບໍ່ແມ່ນວັນຊາດແບບສົມບູນແບບທີ່ແທ້ຈິງມັນແມ່ນວັນຊາດທີ່ພວກແນວລາວຮັກຊາດຫຼືແນວລາວສ້າງໄດ້ໄຊ້ພຶດຕິກໍາແລະກົນອຸບາຍຫຼອກລວງເອົານໍາເພື່ອນຮ່ວມຊາດດຽວກັນມາດ້ວຍການເຂັນຂ້າປະຊາຊົນລາວຜູ້ທີ່ມີຈິດໃຈທີ່ຮັກຊາດແລະຜູ້ທີ່ມີວັນຊາດແລະມີເອັກກະລາດອັນສົມບູນມາແຕ່ກ່ອນພູ້ນສະນັ້ນແລ້ວມັນຈຶ່ງກາຍມາເປັນວັນຊາດທີ່ບໍ່ຄືກຄື້ນມາຈົນຮອດທຸກມື້ນີ້.

Dec 02, 2019 05:43 PM

ຜູ້ອ່ານທີ່ບໍ່ອອກຊື່

ລັດທະບານຂອງຂ້ອຍທີ່ວ່າບໍ່ຈັດພິທີສະຫລອງວັນຊາດຄືທີ່2ທັນວາໄຫ້ມັນຫຼູຫຼາແລະໄຫ່ຍໂຕມະໂຫລານຄືສໄໝຈູມມາລີແລະທອງສິງນັ້ນມັນກໍດີອີກຢ່າງ,ແລະຈະເຫັນໄດ້ຊັດເຈນຂື້ນຕື່ມອີກວ່າມັນເປັນຍ້ອນອີຫັຽງ,ຄືຍ້ອນບໍ່ມີງົບປະມານ,ປະເທດຊາດຖືກບັ້ນຊະຕາກັມຂາດຢ່າງໜັກເພາະບາບກັມທີ່ພວກເພີ່ນກະທໍາໄວ້ນັ້ນມັນລົ້ນເຫຼືອກ່ວາສີ່ງທີ່ພວກເພີ່ນກະທໍາຄວາມດີ,ໂບຮານເພີ່ນກໍຍັງໄດ້ກ່າວໄວ້ວ່າ,ເຖີງແມ່ນວ່າເຈົ້າສິກະທໍາຄວາມດີຮ້ອຍເທື່ອພັນເທື່ອກໍຕາມມັນຈະບໍ່ລືບລ້າງສິ່ງທີ່ເຈົ້າກະທໍາຄວາມຊົ່ວພຽງຄັ້ງດຽວໄປໄດ້ແນ່ນອນແລະກໍາທີ່ເຈົ້າທໍາໄວ້ນັ້ນມັນຈະຕາມເຈົ້າໄປຕະຫຼອດຈົນກ່ວາວ່າເຈົ້າສໍານືກໄດ້ນີ້ຄືຄວາມຈິງ.

Dec 02, 2019 05:29 PM

ເຕັມຫນ້າ