ສາກົນຮຽກຮ້ອງ EU ໃຫ້ກົດດັນ ຣັຖບານ ລາວ

ສິດນີ
2018-03-16
ອີແມວລ໌
ຄໍາເຫັນ
Share
ພິມ
ສະຫະພັນສາກົລ ເພື່ອສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ກົດດັນ ຣັຖບານລາວ
ສະຫະພັນສາກົລ ເພື່ອສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ກົດດັນ ຣັຖບານລາວ
Public Domain

ກ່ອນກອງປະຊຸມ ປະຈຳປີ ເພື່ອທົບທວນຄວາມຄືບຫນ້າ ດ້ານສິດທິມະນຸດ ຣະຫວ່າງສະພາຢູໂຣບ ກັບ ສປປລາວ ຄັ້ງທີ 8 ທີ່ຈັດຂຶ້ນ ໃນວັນທີ 15 ມີນາ ປີນີ້ທີ່ ກຸງ BRUSELL ປະເທດ BELGIUM, ອົງການສິດທິມະນຸດ ນານາຊາດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ສະພາຢູໂຣບ ທວງໃຫ້ ຣັຖບານ ສປປລາວ ຍຸຕິການກົດດັນ ແລະ ການຈຳກັດກິຈກັມຕ່າງໆ ຂອງ ອົງການພາກປະຊາສັງຄົມ ໃນລາວ ແລະ ໃຫ້ປ່ອຍນັກໂທດ ຜູ້ຕິຕຽນ ວິພາກວິຈານ ຣັຖບານ ທີ່ຖືກກັກຂັງ ໃນລາວ ໃຫ້ເປັນອິສຣະ.

ດັ່ງ ທ່ານ Andrea Giorgetta ເຈົ້າໜ້າທີ່ຈາກອົງການ FIDH ກ່າວຕໍ່ RFA ຜ່ານທາງໂທຣະສັບ ຈາກບາງກອກ ປະເທດໄທ ຕອນນຶ່ງວ່າ ຄຳຮຽກຮ້ອງດັ່ງກ່າວ ແມ່ນເພື່ອທັກທວງ ໃນຊ່ວງທີ່ສະຫະພາບຢູໂຣບ ໂອ້ລົມກັນກັບ ຣັຖບານລາວ ກ່ຽວກັບ ສິດທິມະນຸດ ຊຶ່ງພວກເຮົາຫວັງວ່າ ສະຫະພາບຢູໂຣບ ຄວນສົ່ງສັນຍານ ອັນແຂງແກ່ນໃຫ້ຣັຖບານລາວ ປ່ອຍນັກໂທດຫມົດທຸກຄົນ ຜູ້ທີ່ຖືກກັກຂັງ ຍ້ອນຕິຕຽນ ນະໂຍບາຍຂອງຣັຖບານ ໃຫ້ເປັນອິສຣະ.

ໃນຖແລງການຮ່ວມ ທີ່ພິມເຜີຍແຜ່ໃນມື້ວັນທີ 14 ມີນາ 2018 ອົງການ FIDH ແລະຂະບວນການລາວເພື່ອ ສິດທິມະນຸດ ຍັງໄດ້ເວົ້າ ເຖິງສະພາບສິດທິມະນຸດ ຢູ່ໃນລາວ ນັບຕັ້ງແຕ່ມີການເຈຣະຈາ ຄັ້ງກ່ອນ ເມື່ອເດືອນ ກຸມພາ ປີ 2017 ມາວ່າ ສະພາບ ການຜັນແປ ໃນລາວເມື່ອຫລັງໆມານີ້ ສະແດງໃຫ້ເຫັນວ່າຣັຖບານລາວ ໄດ້ຈໍາກັດການເຄື່ອນໄຫວ ວຽກງານຂອງອົງການຈັດຕັ້ງ ທາງສັງຄົມຢ່າງຫນັກ.

ສະຫະພາບຢູໂຣບ ບໍ່ຄວນມິດງຽບ ປ່ອຍໃຫ້ຣັຖບານລາວ ຈໍາກັດການເຄື່ອນໄຫວ ຂອງອົງການທາງສັງຄົມໃນລາວ ຢ່າງງ່າຍດາຍ. ສຽງ ແລະຄຳຮຽກຮ້ອງ ຂອງສະຫະພາບຢູໂຣບ ໃນການສນັບສນູນ ສິດທິມະນຸດ ແລະອົງການພາກປະຊາຊົນ ໃນລາວ ຄວນໃຫ້ໄດ້ຍິນ ຢ່າງ ຈະແຈ້ງ ໃນຣະຫວ່າງການ ເຈຣະຈາກັນ ກັບຣັຖບານສປປລາວ ໃນກອງປະຊຸມຄັ້ງນີ້.

ໃນຖແລງການຮ່ວມ ອົງກອນດັ່ງກ່າວ ຍັງໄດ້ເອີ່ຍເຖີງດຳຣັດໃຫມ່ ຂອງນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ ຄືດຳຣັດເລກທີ 238 ກ່ຽວກັບການຈຳກັດ ຂອບເຂດການດຳເນີນງານ ຂອງອົງກອນຈັດຕັ້ງ ພາກ ປະຊາສັງຄົມໃນລາວ ຫລື ອົງກອນ ທີ່ບໍ່ຂື້ນກັບຣັຖບານຕ່າງໆ ທີ່ເຮັດວຽກໃນລາວ ທີ່ ທ່ານ ທອງລຸນ ໄດ້ລົງນາມໃນມື້ວັນທີ 11 ສິງຫາ ປີ 2017 ໃຫ້ຖືກບັງຄັບໃຊ້ ເລີ້ມແຕ່ວັນທີ 15 ພຶສຈິກາ ປີ 2017 ເປັນຕົ້ນມາ.

ດຳຣັດກ່ຽວກັບອົງການຈັດຕັ້ງ ທາງສັງຄົມໃຫມ່ສະບັບນີ້ ແມ່ນໃຊ້ແທນສະບັບເກົ່າ ຂອງປີ 2009 ໃນນັ້ນ ຈະກວມເອົາ ທຸກອົງກອນ ຈັດຕັ້ງທາງສັງຄົມ ໃນລາວ ທີ່ຮ່ວມດ້ວຍສະມາຄົມ ແລະອົງການທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO ທີ່ເຮັດວຽກ ໃນລາວ.

ກ່ຽວກັບດຳຣັດໃຫມ່ ທ່ານ DIMITRIS CHRISTOPOLOS ປະທານສະຫະພັນ ສິດທິມະນຸດ ນາ ໆ ຊາດເວົ້າວ່າ “ການອອກດຳຣັດ ຄວບຄຸມ ແລະຈຳກັດອົງການ ຈັດຕັ້ງທາງສັງຄົມທ້ອງຖິ່ນ ໃນລາວ ອີກໃຫມ່ ຂອງຣັຖບານລາວ ເປັນການຕອກຕະປູ ດອກສຸດທ້າຍ ໃສ່ຫີບສົບ ຂອງອົງການຈັດຕັ້ງ ພາກປະຊາຊົນໃນລາວ ຕື່ມອີກ.

ປະເທດແລະອົງການສາກົນ ທີ່ຊ່ອຍເຫລືອລາວ ຄວນຮຽກຮ້ອງໃຫ້ ຣັຖບານລາວ ທົບທວນປ່ຽນດຳຣັດ ດັ່ງກ່າວ ແລະແທນດ້ວຍກົດຫມາຍ ທີ່ເຄົາຣົບ ສິດທິມະນຸດ ສິດທິການສະແດງອອກ ແລະສິດທິການອອກ ຄວາມຄິດຄວາມເຫັນ ຂອງປະຊາຊົນລາວ ແລະອົງການຈັດຕັ້ງ ທາງສັງຄົມ ໃຫ້ສອດຄ່ອງ ຕາມມາຕຖານສາກົນ.

ຕາມດຳຣັດໃຫມ່ 1- ສະມາຄົມ ຫລືອົງການຈັດຕັ້ງ ທາງສັງຄົມ ທີ່ຈະສາມາດດຳເນີນງານ ໄດ້ໃນລາວ ຕ້ອງຖືກເຫັນພ້ອມ ຈາກກະຊວງ ຮັກສາຄວາມປອດພັຍ ພາຍໃນ ເສັຽກ່ອນ.

2-ດຳຣັດໃໝ່ ໃຫ້ອຳນາດຣັຖບານລາວຫຼາຍເກີນໄປ ໃນການອະນຸຍາດ ຫລືບໍ່ອະນຸຍາດ ໃຫ້ຕັ້ງສະມາຄົມ, ສີ້ງຊອມຈັບກຸ່ມ ສະມາຄົມ ຫລືອົງກອນ ທີ່ບໍ່ລົງທະບຽນ, ອອກກົດຣະບຽບ ເຄັ່ງຄັດຄວບຄຸມ ການດຳເນີນກິຈການ ຂອງສະມາຄົມ ແລະອົງການ ຈັດຕັ້ງທາງສັງຄົມ ຫລື NGO ໃນນັ້ນຮ່ວມທັງການທົບທວນ ແຫລ່ງທີ່ມາ ຂອງງົບປະມານ ຂອງອົງກອນ.

3- ຫ້າມຕັ້ງອົງກອນ ດ້ານສິດທິມະນຸດໃນລາວ.

ນອກຈາກນັ້ນ ດຳຣັດໃຫມ່ ຍັງຈະຄວບຄຸມແຫລ່ງທີ່ມາ ຂອງງົບປະມານ ທີ່ອົງການຈັດຕັ້ງ ທາງສັງຄົມໄດ້ຮັບ ບໍ່ວ່າໄດ້ມາຈາກອົງການ ຕ່າງຊາດ, ສ່ວນບຸກຄົນ ຫລື ຈາກອົງການໃດກໍຕາມ ຕ້ອງໄດ້ຜ່ານ ຄວາມເຫັນພ້ອມ ຂອງກະຊວງການ ຕ່າງປະເທດກອ່ນ ຊຶ່ງການ ກະທຳດັ່ງກ່າວ ອາດເຮັດໃຫ້ອົງການ ຈັດຕັ້ງທາງສັງຄົມ ຫລື NGO ໃນລາວ ບາງໂຄງການ ຖືກປິດກິຈການ.

ສລຸບຄວາມແລ້ວ ຕາມດຳຣັດໃຫມ່ ແມ່ນວ່າ

1-ທຸກສະມາຄົມແລະອົງການຈັດຕັ້ງ ທາງສັງຄົມ ຕ້ອງໄດ້ລົງທະບຽນ ກັບກະຊວງພາຍໃນ ຈຶ່ງຈະສາມາດຕັ້ງໄດ້ ອາຍຸການດຳເນີນງານ ຂອງສະມາຄົມປະມານ 1 ປີ ແລະຖືກທົບທວນ ໃນແຕ່ລະປີ. ຖ້າຫມົດອາຍຸ ບໍ່ມີການຍື່ນໃຫມ່ ພາຍໃນ 15 ມື້ ຈະຖືກສັ່ງໃຫ້ປິດ.

2-ສະມາຄົມກ່ຽວກັບສິດທິມະນຸດ ຈະຖືກຫ້າມໃນລາວ ຖືວ່າຜິດກົດຫມາຍ ຖ້າຕັ້ງຂື້ນ. ທາງການລາວ ຈະອະນຸຍາດ ໃຫ້ຕັ້ງສາມຊນິດ ສະມາຄົມເທົ່ານັ້ນຄື

ກ- ຕ້ອງການອົງການຈັດຕັ້ງທາງສັງຄົມກ່ຽວກັບເສຖກິດ,

ຂ-ຕ້ອງເປັນອົງກອນນັກວິຊາການ, technical ແລະ creative ແລະ ຄໍ

3- ຕ້ອງເປັນອົງກອນການຊ່ອຍເຫລືອ ທາງດ້ານສັງຄົມ ແລະ ການພັທນາໃນລາວ. ໃນຂແນງການອື່ນໆ ນອກຈາກນີ້ ຈະຜິດກົດຫມາຍ. ກົດຣະບຽບ ໃນການຕັ້ງສະມາຄົມ ບໍ່ໂປ່ງໃສ ສັບສົນຍຸ້ງຍາກ

4- ມີການຈຳກັດຂອບເຂດການກິຈກັມ ຂອງສະມາຄົມແລະອົງການ ຈັດຕັ້ງທາງສັງຄົມຢ່າງເຄັ່ງຄັດ ແລະສະມາຄົມຕ້ອງປະຕິບັດ ຕາມນະໂຍບາຍ ແນະການຊີ້ນຳຂອງພັກຣັດ

5- ຄວບຄຸມແຫລ່ງທີ່ມາ ຂອງງົບປະມານ

6- ຫ້າມຄົນຕ່າງຊາດເປັນສມາຊິກແລະເຮັດວຽກໃນສມາຄົມ.

ບັນຫາທີ່ສະຫະພັນສິດທິມະນຸດ ນານາຊາດແລະ ຂະບວນການລາວ ເພື່ອສິດທິມະນຸດ ເປັນຫວ່ງໃນປັດຈຸບັນ ທີ່ສເນີໃຫ້ສະພາຢູໂຣບ ເອົາມາປຶກສາຫາລື ກັບເຈົ້າຫນ້າທີ່ລາວ ໃນກອງປະຊຸມ ເທື່ອນີ້ ກໍແມ່ນວ່າ;

1- ຍັງມີການຈັບກຸມຄຸມຂັງ ຂອງກຸ່ມທີ່ວິພາກວິຈາກ ຣັຖບານລາວຢູ່ ໃນລາວ

2- ປະຊາຊົນລາວ ຜູ້ທີ່ຖືກໂຍກຍ້າຍ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກຣັຖບານໃນຫລາຍໂຄງການ

3- ການບີບບັງຄັບໃຫ້ຄົນຫາຍສາບສູນ ຍັງບໍ່ຖືກແກ້ໄຂ

4- ສະພາບການໃນຄຸກ ໃນລາວ ຕ່ຳກວ່າມາຕຖານສາກົນ

5- ໂທດປະຫານຊີວີດ ຍັງບໍ່ຖືກຍົກເລີກ

6- ດຳຣັດໃຫມ່ກ່ຽວກັບສັງຄົມເຄັ່ງຄັດເກີນໄປແລະ

7- ຍັງມີການກົດຂີ່ຂົ່ມເຫັງ ກຸ່ມນັກຖືສາສນາອື່ນ ຢູ່ໃນລາວ ເປັນຕົ້ນສາສນາ ຄຣິສຕຽນ.

ຖແລງການ ຣະບຸຕໍ່ໄປວ່າ ເຫດການທາງດ້ານສິດທິມະນຸດ ໃນປັດຈຸບັນໃນລາວ ແຮ່ງຮ້າຍກວ່າເກົ່າຢ່າງນ້ອຍ ມີຜູ້ວິພາກວິຈານ ຣັຖບານ ສີ່ຄົນ ຍັງຖືກກັກຂັງໃນຄຸກໃນລາວຢູ່ ດັ່ງ  ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໄຈທັສ ແລະນາງ ຫລອດຄຳ ທັມມະວົງ; ກຸ່ມດັ່ງກ່າວຖືກສານລາວ ຕັດສີນລົງໂທດ ຣະຫວ່າງ 20 ປີ 16 ປີ ແລະ 12 ປີ ຍ້ອນຕຳນິຣັຖບານ ໂດຍສັນຕິ ໃນບັນຫາການ ສໍ້ຣາສບັງຫລວງ ການທຳລາຍປ່າໄມ້ ແລະ ການຣະເມີດ ສິດທິມະນຸດໃນລາວ.

ນອກຈາກນັ້ນ ກໍແມ່ນການຈັບກຸມຄຸມຂັງ ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ຄົນລາວສັນຊາດໂປແລນ ທ້າວ ບຸນທັນ ທັມມະວົງ ໃຫ້ຖຶກຄຸກເປັນເວລາ 4 ປີ 9 ເດືອນ ຍ້ອນລົງຂໍ້ຄວາມໂຈມຕີ ຣັຖບານລາວ ໃນເຄືອຂ່າຍ ອິນເຕີແນດ ລາວຖືກຈັບໃນປີ 2015 ແລະຖືກລົງໂທດ ໃນເວລາຕໍ່ມາ.

ກ່ຽວກັບບັນຫາການບີບໃຫ້ ຄົນຫາຍສາບສູນໃນລາວ ເທົ່າເຖີງປັດຈຸບັນ ຍັງບໍ່ຮູ້ເຖິງຊາຕາກັມ ຂອງຄົນລາວ 11 ຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ໃນລາວ ໃນນັ້ນຮ່ວມດ້ວຍ ທ່ານ ສົມບັດ ສົມພອນ ນັກພັທນາກອນ ແລະຫົວຫນ້າອົງການຈັດຕັ້ງ ທາງສັງຄົມ ຜູ້ທີ່ມີຊື່ສຽງໃນລາວ. ທາງການລາວຍັງບໍ່ສາມາດ ໃຫ້ຄວາມກະຈ່າງແຈ້ງໄດ້ວ່າ ກຸ່ມດັ່ງກ່າວຖືກຫາຍສາບສູນ ໄດ້ຢ່າງໃດ.

ກ່ຽວກັບບັນຫາເຣື້ອງຍຶດທີ່ດິນຊາວບ້ານ. ຣັຖບານລາວ ໄດ້ປະກາດຢູ່ເລື້ອຍໆວ່າ ຈະແກ້ໄຂບັນຫາ ດັ່ງກ່າວຢ່າງເປັນທັມ ແຕ່ໃນຫຼາຍ ກໍຣະນີ ເຈົ້າຫນ້າທີ່ລາວ ຍັງຈັບກຸມ ແລະກົດຂີ່ຂົ່ມເຫັງຊາວບ້ານ ດ້ວຍການບັງຄັບໃຫ້ຂະເຈົ້າ ໂຍກຍ້າຍຈາກບ່ອນຢູ່ ອາສັຍແລະໃສ່ຄຸກ ຂະເຈົ້າຢູ່; ດັ່ງກໍຣະນີ ຫຼັໆມານີ້ ກໍແມ່ນຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 12 ຄົນ ຖືກຈັບໃສ່ຄຸກ ຍ້ອນຕັດຕົ້ນຢາງພາລາວ ຢູ່ດິນ ຂອງພວກຂະເຈົ້າ ທີ່ຣັຖບານ ໃຫ້ສຳປະທານ ແກ່ບໍຣິສັດວຽດນາມປູກ ໃນປີ 2006. ໃນຈຳນວນຊາວບ້ານ ຜູ້ທີ່ຖືກຈັບກໍມີ ທັງເດັກນ້ອຍ ແມ່ຍີງຜູ້ຊາຍ ແລະນື່ງໃນນັ້ນເສັຽຊິວິດໃນຄຸກ.

ຍານາງ ວະນີດາ ເທບສຸວັນ ປະທານ ຂະບວນການລາວເພື່ອ ສິດທິມະນຸດ ເວົ້າວ່າ:

“ສະພາຢູໂຣບຄວນຊອກຊ່ອງທາງ ໃຫ້ຣັຖບານລາວ ປ່ອຍຕົວຊາວບ້ານຫຍຶບ ທີ່ຖືກກັກຂັງ ໃນນັ້ນຮ່ວມດ້ວຍເດັກນ້ອຍສອງຄົນ ກຸ່ມດັ່ງກ່າວ ຕ້ານການຍຶດທີ່ດີນ ແລະ ຮຽກຮ້ອງ ເຈົ້າຫນ້າທີ່ລາວ ໃຫ້ສືບສວນກ່ຽວກັບ ການຕາຍຂອງຜູ້ຖືກກັກຂັງ ແລະ ໃຫ້ຄ່າທຳຂວັນແກ່ ຄອບຄົວ ຜູ້ທີ່ເສັຽຊິວິດ.”

ດັ່ງ ຍານາງກ່າວກ່ຽວ ກັບ ການຮຽກຮ້ອງໃນຕອນນື່ງວ່າ:

ໃນປັດຈຸບັນ ຄວາມເປັນຫວ່ງກ່ຽວກັບຄ່າຊົດເຊີຍ ແກ່ຊາວບ້ານ ແຮ່ງເພີ້ມຫລາຍຂຶ້ນ ຫລັງຈາກທີ່ທາງການລາວ ໄດ້ບີບໃຫ້ຊາວບ້ານ ຍ້າຍອອກຈາກແຣວເສັ້ນທາງຣົດໄຟ ລາວ-ຈີນ ທີ່ມີຄວາມຍາວ ຈາກແຂວງຫຼວງນ້ຳທາ ມາຮອດນະຄອນຫຼວງວຽງຈັນ ປະມານ 409 ກິໂລແມັດ ຊື່ງຊາວບ້ານ ຜູ້ທີ່ຖືກໂຍກຍ້າຍ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກທາງການເທື່ອ.

ນອກຈາກນັ້ນ ໃນຖແລງການຮ່ວມ ຍັງໄດ້ແນະນຳໃຫ້ ສະພາຢູໂຣບ ທັກທວງໃຫ້ ຣັຖບານລາວ ສ້າງຄວາມຄືບຫນ້າ ທາງດ້ານສິດທິ ການສະແດງອອກ ສິດທິການປາກເວົ້າ ສິດທິຈັດຕັ້ງສະມາຄົມ ສິດທິທາງດ້ານທີ່ດິນ ແລະສິດທິອື່ນໆທີ່ຫຼາຍປະເທດ ເຂົາມີ ໃນນັ້ນ ຮ່ວມດ້ວຍ ສິດທິການຈັບກຸມ ການລົງໂທດຜູ້ຕ້ອງຫາ ແລະສິດທິຂັ້ນພື້ນຖານອື່ນໆ ຂອງມະນຸດ ທີ່ປະຊາຊົນລາວຄວນໄດ້ຮັບ.

ຄໍາເຫັນ (1)
Share

(

The most painful pressure EU can make on communist Laos is ceasing all kind of assistance to this land of no law.



[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Mar 19, 2018 04:43 AM

ເຕັມຫນ້າ