ກອງປະຊຸມຄນະມົນຕຣີ ແມ່ນ້ຳຂອງ ຄັ້ງທີ 24

ສິດນີ
2017-11-30
ອີແມວລ໌
ຄໍາເຫັນ
Share
ພິມ
ແມ່ນໍ້າຂອງ ໃນເຂດພາກເໜືອຂອງລາວ
ແມ່ນໍ້າຂອງ ໃນເຂດພາກເໜືອຂອງລາວ
RFA/SN

ເຄືອຂ່າຍອະນຸຮັກແມ່ນ້ຳຂອງ ໄດ້ສົ່ງຫນັງສືເຖິງກອງປະຊຸມ ຄນະມົນຕຣີແມ່ນ້ຳຂອງ ຄັ້ງທີ 24 ທີ່ຈະຈັດຂຶ້ນຢູ່ ແຂວງສຽມຣຽບ ປະເທດ ກຳພູຊາ ເພື່ອສະແດງຄວາມເປັນຫ່ວງ ຕໍ່ການສ້າງເຂື່ອນໃສ່ແມ່ນ້ຳຂອງ ຈາກປະເທດສະມາຊິກ ຊຶ່ງໃນເວລານີ້ກໍມີ ສາມໂຄງການ ດັ່ງ; ໂຄງການເຂື່ອນດອນສະໂຮງ ເຂື່ອນໄຊຍະບູຣີ ແລະເຂື່ອນປາກແບງ ຍັງຢູ່ໃນແຜນການທີ່ຈະສ້າງ ກຸ່ມດັ່ງກ່າວຢາກໃຫ້ ອົງການແມ່ນ້ຳຂອງ ທົບທວນການສ້າງເຂື່ອນໃສ່ແມ່ນ້ຳຂອງ ອີກໃຫມ່ ຍ້ອນວ່າ ມັນກະທົບຕໍ່ ສີ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ເປັນຕົ້ນຊາວປະມົງ ແລະປະຊາຊົນ ທີ່ຫາຢູ່ຫາກິນຕາມລຳນ້ຳຂອງ ເພື່ອລ້ຽງຄອບຄົວ. ໃນປະເທດລຸ່ມແມ່ນ້ຳຂອງ ເປັນຕົ້ນ ລາວ ກຳພູຊາ ວຽດນາມ ແລະໄທ.

ກຸ່ມດັ່ງກ່າວເວົ້າວ່າ ໂຄງການເຂື່ອນແມ່ນ້ຳຂອງ ຈະສົ່ງຜົລກະທົບຕໍ່ຄວາມປອດພັຍ ທາງດ້ານອາຫານຂອງປະຊາຊົນ ແລະຈະເຮັດໃຫ້ ປະຊາຊົນ ທຸກຍາກກວ່າເກົ່າ ໃນບັນດາປະຊາກອນ 60 ລ້ານຄົນທີ່ອາສັຍແມ່ນ້ຳຂອງ ໃນການລ້ຽງຊີບ ເປັນຕົ້ນການຫາປາ ການເດີນເຮືອ ສິນຄ້າ ການຂົນສົ່ງ ການປູກຝັງແລະອື່ນໆ ແລະຕ້ອງການຢາກໃຫ້ ຂົງເຂດຊອກຫາ ພລັງງານທາງເລືອກ ທາງອື່ນເປັນຕົ້ນ ພລັງງານລົມ ແສງຕາເວັນ ແລະຄວາມຮ້ອນ ເພາະໂຄງການສ້າງເຂື່ອນ ສົ່ງຜົລກະທົບທາງລົບ ຕໍ່ ການເປັນຢູ່ຂອງປະຊາຊົນ, ດັ່ງນັ້ນ ເວທີກອງປະຊຸມ ຄະນະມົນຕຣີແມ່ນ້ຳຂອງ ຄັ້ງທີ 24 ທີ່ ກຳພູຊາ ເປັນຊ່ອງທາງນຶ່ງ ໃນການແກ້ໄຂບັນຫາ ດັ່ງກ່າວ.

ກຸ່ມດັ່ງກ່າວເວົ້າວ່າ ອີງຕາມການຄົ້ນຄວ້າ ທາງດ້ານວິທຍາສາດ ໂຄງການສ້າງເຂຶ່ອນ ໃສ່ແມ່ນ້ຳຂອງ ທີ່ຖືກສເນີວ່າຈະສ້າງ ຈາກປະເທດ ສະມາຊິກ 11 ໂຄງການຊຶ່ງເປັນ ເຂື່ອນຂນາດໃຫຍ່ ຈະເປັນການຂັດຂວງ ຕໍ່ການຂຶ້ນລົງຂອງປາ ໃນຍາມເພາະໄຂ່ ຊຶ່ງ ເປັນໂປຣຕີນ ສຳລັບລ້ຽງຄອບຄົວ ຂອງພວກຂະເຈົ້າ ຖ້າເຂື່ອນດັ່ງກ່າວ ທັງຫມົດນີ້ ຖືກສ້າງ ປາຣິມານຂອງການຂຶ້ນລົງ ຂອງປາ ໃນຍາມເພາະໄຂ່ ແລະປະສົມພັນ ກໍຈະຫລຸດລົງເຖິງ 70% ຈະເຮັດໃຫ້ຣາຍໄດ້ ຈາກການຫາປາ ຂອງປະຊາຊົນ ທ້ອງຖິ່ນ ຫລຸດລົງລະຫວ່າງ 26-42% ແລະຄວາມປອດພັຍ ທາງດ້ານອາຫານການກິນ ຂອງປະຊາຊົນທ້ອງຖິ່ນ ທີ່ເຄີຍມີມາ ກໍຈະຫລຸດລົງເຫມືອນກັນ.

ຄວາມປອດພັຍ ທາງດ້ານອາຫານ ເປັນສີ່ງສຳຄັນໃນຂົງເຂດ ຖ້າຂາດອາຫານການກິນ ຫລື ບໍ່ພຽງພໍ ບໍ່ກຸ້ມຢູ່ກຸ້ມກິນ ບັນຫາທາງສັງຄົມ ໃນປະເທດເຫລົ່ານັ້ນ ກໍຈະເກີດຂຶ້ນ ທີ່ຈະຮ່ວມດ້ວຍບັນຫາ ທາງດ້ານເມືອງ ແລະເສຖກິດ ຂອງຊາດ. ທີ່ຜ່ານມາ ແມ່ນ້ຳຂອງເປັນແຫລ່ງ ໃຫ້ອາຫານການກິນ ແກ່ປະຊາຊົນ ຕາມລຳແມ່ນ້ຳຂອງເຖິງ 80%.

ບົດສຳຣວດໃນປີ 2013 ຈາກສະຖາບັນການພັທນາກ່ຽວກັບ ການຫາປາໃນແມ່ນ້ຳຂອງ ຂອງປະເທດກຳພູຊາຣະບຸວ່າ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຈະຫລຸດຜ່ອນ ການອຸປໂພກປາ ຂອງປະຊາຊົນລົງຈາກ 49% ຕໍ່ຄົນມາເປັນ 22% ຕໍ່ຄົນຕໍ່ປີ. ບັນຫາດັ່ງກ່າວ ຈະສົ່ງຜົລ ກະທົບຕໍ່ ການຂາດສານອາຫານ ໃນກຳພູຊາ ຊຶ່ງໃນປັດຈຸບັນ ເດັກນ້ອຍ ກຳພູຊາ ປະມານ 10.9% ມີນ້ຳຫນັກຕ່ຳກວ່າອາຍຸ, ແມ່ຍິງຖືພາ ແລະເດັກນ້ອຍອາຍຸຕ່ຳກວ່າ 5 ປີ ລົງມາມີທາດເຫລັກ ບໍ່ພຽງພໍໃນຮ່າງກາຍ ເຮັດໃຫ້ ວົງຈອນຂອງຄວາມທຸກຍາກເພີ້ມຂື້ນ.

ຢູ່ສປປລາວ ການຂາດສານອາຫານ ແມ່ນສູງກວ່າຫມູ່ໃນຂົງເຂດ ຍ້ອນຫຼາຍບັນຫາ ນຶ່ງໃນນັ້ນ ແມ່ນໂຄງການສ້າງເຂຶ່ອນໃນລາວ ເພາະ ກີດກັ້ນແລະເຮັດໃຫ້ນ້ຳຖ້ວມ ບ່ອນຫາຢູ່ຫາກິນ ຂອງປະຊາຊົນ ໂຄງການເຂື່ອນ ດອນສະໂຮງ ແລະ ເຂື່ອນ ໄຊຍະບູຣີ ຖ້າສ້າງແລ້ວ ຈະກີດກັ້ນ ການຫາປາ ຂອງຊາວບ້ານ ຢ່າງນ້ອຍເຖີງ 30 ຫາ 40% ຫລຸດລົງ ບາງແຫ່ງ ຫລາຍກວ່ານັ້ນ ຍ້ອນນ້ຳຖ້ວມພື້ນທີ່.

ຊາວປະໂມງໃນວຽດນາມ ເປັນຜູ້ໄດ້ຮັບຜົລກະທົບຫລາຍ ຍ້ອນໂຄງການສ້າງເຂື່ອນ ໃນປະເທດເທິງນ້ຳ ຈະສົ່ງຜົລກະທົບ ຕໍ່ການໄຫລ ຂອງນ້ຳຂອງ ແລະການຂື້ນລົງຂອງປາ ບໍ່ເປັນໄປ ຕາມຣະດູການ ແລະການຫາປາ ມາເປັນອາຫານ ແລະ ເປັນສິນຄ້າສົ່ງອອກ ຊຶ່ງ ກ່ອນນຫນ້ານີ້ ມີມູນຄ່າປະມານ 10 ຕື້ໂດລາ ແຕ່ລະປີ. ຫລັງຈາກໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງສຳເຣັດທັງໝົດ ມູນຄ່າດັ່ງກ່າວ ຈະຫລຸດລົງ ຢ່າງຫລວງຫລາຍ ໂດຍສະເພາະໃນແຂວງ ສາມຫລ່ຽມ ປາກແມ່ນ້ຳຂອງ ຂອງວຽດນາມ.

ຈົດຫມາຍເປີດຊອງດັ່ງກ່າວ ຍັງຣະບຸຕໍ່ໄປວ່າ ການປືກສາຫາລືກັນ ລ່ວງຫນ້າ ແລະ ການຕັດສີນໃຈ ໃນການສ້າງເຂຶ່ອນ ໃສ່ແມ່ນ້ຳຂອງ ຍັງເປັນການບີດເບືອນ ຄວາມຈິງຫລາຍຢູ່. ຄນະກັມມາທິການແມ່ນ້ຳຂອງ ຫລົ້ມແຫຼວ ໃນການຮັບຜິດຊອບ ຕໍ່ຫນ້າທີ່ຂອງຕົນ ໂດຍບໍ່ເອົາ ຂໍ້ມູນຈາກການຄົນຄວ້າ ຈາກອົງການເອກຣາດມາເປັນການຢືນຢັນ ໃນການຕັດສິນໃຈຂາດຄວາມເຫັນ ແລະຂາດພາກສ່ວນຈາກອົງການ ຈັດຕັ້ງທາງສັງຄົມໃນການຕັດສິນໃຈ ໃນໂຄງການເຂື່ອນຕ່າງໆໃນແມ່ນ້ຳຂອງ ຄນະກັມມາທິການແມ່ນ້ຳຂອງ ຕ້ອງປະຕິຮູບ ໃຫ້ມີອົງການ ຈັດຕັ້ງທາງສັງຄົມ ມີສ່ວນຮ່ວມ ໃນການພິຈາຣະນາ ການສ້າງເຂື່ອນ ໃນຂົງເຂດ.

ການວາງແຜນ ແລະການຕັດສິນໃຈ ໃນການສ້າງຍັງຂາດຄວາມໂປ່ງໃສ ທາງດ້ານວິທຍາສາດ ແລະຜົລກະທົບຂ້າມແດນ ຊຶ່ງປະຊາຊົນ ທ້ອງຖິ່ນ ຈະເປັນຜູ້ໄດ້ຮັບຜົລກະທົບ ຫລາຍກວ່າຫມູ່ ໃນໂຄງການ ເຂື່ອນ ແມ່ນ້ຳຂອງ ປາສຈາກການເອົາຫົວຊາ ຂອງຣັຖບານທ້ອງຖິ່ນ ແລະອົງການແມ່ນ້ຳຂອງ.

ແຕ່ເຖິງຢ່າງໃດກໍຕາມ ນອກຈາກອົງການອະນຸຮັກແມ່ນ້ຳຂອງ ແລ້ວ ກໍຍັງມີອົງການປົກປ້ອງ ສິ່ງແວດລ້ອມ ແລະອົງການແມ່ນ່້ຳສາກົນ ກໍເປັນຫ່ວງກ່ຽວກັບ ການສ້າງເຂຶ່ອນ ໃສ່ແມ່ນ້ຳຂອງ.ອົງການດັ່ງກ່າວ ກໍໄດ້ມີຫນັງສືໄປຫາ ຣັຖບານປະເທດ ສະມາຊິກ ໃຫ້ເອົາບັນຫານີ້ ມາໂອ້ລົມກັນໃນທີ່ປະຊຸມ. ດັ່ງເຈົ້າຫນ້າທີ່ ຈາກເຄືອຂ່າຍອົງການແມ່ນ້ຳສາກົນ ທ່ານນຶ່ງ ຢູ່ປະເທດໄທ ເວົ້າວ່າ:

"ເຂື່ອນທັງຫມົດ ທີ່ກຳລັງກໍ່ສ້າງໃນແມ່ນ້ຳຂອງ ໂດຍສະເພາະຫລ້າສຸດ ທີ່ຊາວບ້ານຊຽງຂອງ ຟ້ອງກໍຣະນີ ການຮັບຟັງຄວາມເຫັນ ເຣື້ອງ ຜົລກະທົບ ຂ້າມແດນ ຈາກເຂື່ອນປາກແບງ ມັນຊີ້ໃຫ້ເຫັນວ່າ ມັນສົ່ງຜົລກະທົບ ຂ້າມແດນ ທັງຫມົດນີ້ມັນຄວນ ຈະໄດ້ຮັບການພິຈາຣະນາ ບໍ່ແມ່ນວ່າສ້າງໄປ ເທື່ອລະເຂື່ອນ ເທື່ອລະເຂື່ອນ ຢ່າງວ່ອງໄວ ແບບນີ້ ໂດຍທີ່ຜົລກະທົບ ຕໍ່ປະຊາຊົນ 160 ລ້ານຄົນ ໃນລຸ່ມນ້ຳຂອງ ບໍ່ໄດ້ເອົາມາພິຈາຣະນາເລີຍ."

ທາງເລືອກໃນການສ້າງເຂື່ອນກໍແມ່ນວ່າ ຣັຖບານໃນປະເທດ ທີ່ສ້າງເຂື່ອນໃຫ້ເຫດຜົລວ່າການສ້າງເຂື່ອນ ເປັນສີ່ງຈຳເປັນໃນການຍົກ ຣະດັບ ການເຕີບໂຕ ທາງດ້ານເສຖກິດ ແລະຣາຍໄດ້ ຂອງປະເທດຊາດ ດ້ວຍການຂາຍພລັງງານ ຍ້ອນວ່າ ບາງປະເທດ ເປັນຕົ້ນ ສປປລວ ບໍ່ມີທາງເລືອກທາງອື່ນ ໃນການສ້າງຣາຍຮັບ ໃຫ້ແກ່ປະເທດຊາດ ຈຶ່ງສ້າງເຂື່ອນ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງ ກ່າວກ່ຽວກັບ ການສ້າງເຂື່ອນໃນລາວວ່າ:

"ເຖິງວ່າການຜລິດໄຟຟ້າ ຈາກເຂື່ອນໄຟຟ້າ ນໍ້າຕົກນີ້ ກໍເປັນການສ້າງ ພລັງງານ ສະອາດ ສະນັ້ນແລ້ວ ຈະເປັນການ ຊ່ວຍຫລຸດຜ່ອນ ພາວະໂລກຮ້ອນ ອັນນີ້ ກໍເປັນດ້ານດີ ທີ່ເຮົາຈຶ່ງສ້າງ ເຂື່ອນໄຟຟ້າ ນໍ້າຕົກ ຢູ່ລາວນັ້ນ".

ປະເທດສ້າງເຂື່ອນເວົ້າວ່າ ການສ້າງເຂື່ອນເປັນການເພີ້ມພລັງງານ ໃນປະເທດທີ່ຕ້ອງການຫລາຍຂຶ້ນ ໃນທົສວັດຕໍ່ໄປ ຍ້ອນໃນປັດຈຸບັນ ຄ່າໃຊ້ຈ່າຍໃນການໃຊ້ ພລັງງານສູງ ແລະໃນອະນາຄົດ ແຮ່ງຈະສູ່ງກວ່ານີ້, ເປັນຕົ້ນໃນປະເທດທີ່ມີ ອຸດສາຫະກັມ ກ້າວຫນ້າດັ່ງ ໄທ ວຽດນາມ ມາເລເຊັຽ ອິນໂດເນເຊັຽ ສີງກະໂປ ແລະ ຟິລິປປີນ ແລະພລັງງານຈາກການສ້າງເຂື່ອນ ກໍເປັນພລັງງານສະອາດ ບໍ່ສົ່ງມົລພິດ ຕໍ່ສິ່ງແວດລ້ອມ ດັ່ງຖ່ານຫີນ ແລະນ້ຳມັນ ຈະເຮັດໃຫ້ສະພາບໂລກຮ້ອນ ເພີ້ມຂື້ນ.

ກອງປະຊຸມຄນະມົນຕຣີແມ່ນ້ຳຂອງຄັ້ງທີ 4 ຈະຈັດຂຶ້ນທີ່ນະຄອນສຽມຣຽບປະເທດກຳພູຊາ ໃນເດືອນທັນວາ 2017, ໃນນັ້ນຈະຮ່ວມດ້ວຍ ຕົວແທນຣັຖບານຈາກປະເທດ ສະມາຊິກມແມ່ນ້ຳຂອງ ຫລາຍປະເທດເຂົ້າຮ່ວມ ເປັນກອງປະຊມຸ ປະຈຳປີ ຂອງອົງການແມ່ນ້ຳຂອງ ແຕ່ ສ່ວນໃຫຍ່ຈະເຮັດຫຍັງບໍ່ໄດ້ ເປັນກອງປະຊຸມເພື່ອພົບປະຫາລືກັນຊື່ໆ.

ເຕັມຫນ້າ