ກອງປະຊຸມ ແມ່ນ້ຳຂອງ ທີ່ ກໍາພູຊາ

ສິດນີ
2018-04-09
ອີແມວລ໌
ຄໍາເຫັນ
Share
ພິມ
ກອງປະຊຸມສຸດຍອດ ຄນະກັມມາທິການ ແມ່ນ້ຳຂອງ ຄັ້ງທີ 3 ທີ່ ແຂວງສຽມຣຽບ ປະເທດ ກຳພູຊາ ວັນທີ 2-5 ເມສາ 2018
ກອງປະຊຸມສຸດຍອດ ຄນະກັມມາທິການ ແມ່ນ້ຳຂອງ ຄັ້ງທີ 3 ທີ່ ແຂວງສຽມຣຽບ ປະເທດ ກຳພູຊາ ວັນທີ 2-5 ເມສາ 2018
Screen captured:mrcsummit.org

ກອງປະຊຸມສຸດຍອດ ຄນະກັມມາທິການ ແມ່ນ້ຳຂອງ ຄັ້ງທີ 3 ທີ່ ແຂວງສຽມຣຽບ ປະເທດກຳພູຊາ ໃນວັນທີ 4 ເມສາ ຜ່ານມາ ໄດ້ອອກ ຖແລງການຮ່ວມ ຈະປົກປ້ອງນ້່ຳ ໃນແມ່ນ້ຳຂອງ ແລະຊັພຍາກອນທັມມະຊາດ ຈາກການພັທນາ ໃນແມ່ນ້່ຳຂອງ.

ໃນຖແລງການຮ່ວມ, ບັນດາຜູ້ນຳ ຈາກປະເທດລຸ່ມແມ່ນ້ຳຂອງ ໄດ້ຕົກລົງເຫັນພ້ອມ ແລະຮັບຮູ້ ໃນການແກ້ໄຂບັນຫາ ທ້າທາຍ ໃນອ່າງ ແມ່ນ້ຳຂອງ ໃນນັ້ນ ຮ່ວມດ້ວຍ ສະພາບອາກາດປ່ຽນແປງ, ຄວາມເສັຽຫາຍລາຍໃຫຍ່ ຕໍ່ຊັພຍາກອນທັມມະຊາດ, ການເພີ້ມຂຶ້ນຂອງ ປະຊາຊົນ, ການພັທນາທີ່ບໍ່ຍືນຍົງ, ການກະເສດ, ຊົລປະທານ ການສ້າງເຂື່ອນໄຟຟ້າ ແລະກິຈກັມ ການພັທນາອື່ນໆ ໃນຂົງເຂດ ແມ່ນ້ຳຂອງ.

ນອກຈາກນັ້ນຖແລງການຍັງໄດ້ກ່າວເຖີງຄວາມເຊື່ອມເສັຽ ຕໍ່ສະພາບແວດລ້ອມ ໃນແມ່ນ້ຳຂອງ ໃນຣະຍະທີ່ຜ່ານມາ, ການເສັຽດິນປູກຝັງ ທີ່ອຸດົມສົມບູນ ການຫລຸດລົງ ຂອງຝຸງປາ ການທຳລາຍປ່າໄມ້ ນ້ຳຖ້ວມ ພັຍແຫ້ງແລ້ງ ແລະຄວາມສ່ຽງຕໍ່ ຣະບົບ ນິເວດ ແລະຊີວິດ ການເປັນຢູ່ ຂອງປະຊາຊົນທ້ອງຖີ່ນ ທີ່ຈະໄດ້ຮັບ ຜົລກະທົບ.

ຜູ້ນຳຈາກບັນດາປະເທດດັ່ງກ່າວ ຕົກລົງເຫັນພ້ອມໃນການບັງຄັບໃຊ້ ສົນທິສັນຍາແມ່ນ້ຳຂອງ ສະບັບທີ່ລົງນາມກັນ ປີ 1995 ຢ່າງຈິງຈັງ ໃນຖແລງການຮ່ວມ ເທື່ອນີ້.

ສັນຍາວ່າດ້ວຍການປົກປ້ອງ ແມ່ນ້ຳຂອງ ສະບັບປີ 1995 ໄດ້ອະນຸຍາດໃຫ້ 4 ປະເທດລຸ່ມແມ່ນ້ຳຂອງ ທີ່ມີຄວາມ ແຕກຕ່າງ ທາງດ້ານ ຈຸດປະສົງ ການໃຊ້ແມ່ນ້ຳຂອງ ໃຫ້ຮ່ວມຂໍ້ມູນຂ່າວສານ ປຶກສາຫາລືີຣະຫວ່າງກັນ ໃນການພັທນາໂຄງການຕ່າງໆ ແລະ ຊ່ອຍກັນກວດກາ ແລະສິ້ງຊອມຜົລກະທົບ ໃນແມ່ນ້ຳຂອງ ຮ່ວມທັງການຄ້ຳປະກັນ ຄວາມສງົບ ແລະ ສຖຽນຣະພາບ ໃນຂົງເຂດ.

ສຳລັບສປປລາວ ແລ້ວ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເວົ້າວ່າ ຣັຖບານລາວ ຖືວ່າສົນທິສັນຍາ ແມ່ນ້ຳຂອງສະບັບປີ 1995 ເປັນແນວຊີ້ແນະ ທີ່ສຳຄັນໃນການໃຊ້ນ້ຳ ແລະຊັພຍາກອນ ທັມມະຊາດຮ່ວມກັນໃນອ່າງ ແມ່ນ້ຳຂອງ;

ທ່ານວ່າ ທຸກປະເທດໃນອ່າງແມ່ນ້ຳຂອງ ມີໂອກາດໃນການພັທນາ ແລະຜົລປະໂຫຍດ ທີ່ຈະໄດ້ຮັບ ຈາກການໃຊ້ນ້ຳ ແລະຊັພຍາກອນ ທີ່ແຕກຕ່າງກັນ ໃນອ່າງແມ່ນ້ຳຂອງ ດ້ວຍເຫດຜົລດັ່ງກ່າວ ສປປລາວ ແຕ່ໃດໆມານີ້ ໄດ້ເຄົາຣົບສົນທິສັນຍາ ແມ່ນ້ຳຂອງ ສະບັບປີ 1995 ແລະປະຕິບັດຕໍ່ກົດຣະບຽບ ຂອງຄນະກັມມາທິການ ແມ່ນ້ຳຂອງ ຢ່າງຈິງຈັງ.

ອິງຕາມຄຳເວົ້າຂອງ ທ່ານ ສົມມາດ ສປປລາວ ປະຕິບັດຕາມກົດຣະບຽບ ການຊີ້ແນະ ຂອງອົງການແມ່ນ້ຳຂອງ ຢ່າງຈິງຈັງ ໃນແຜນ ການພັທນາຕ່າງໆ ຕາມລຳແມ່ນ້ຳຂອງ ແລະແມ່ນ້ຳສາຂາ ແລະວ່າ ສະມາຊິກ ແມ່ນ້ຳຂອງ ແລະຄນະກັມມາທິການ ແມ່ນ້ຳຂອງ ຖືກທາບທາມ ລ່ວງຫນ້າ ໃນຂັ້ນຕອນຂອງໂຄງການຕ່າງໆ ກ່ອນຈະສ້າງ ບົນພື້ນຖານກົດຣະບຽບ ຂອງອົງການແມ່ນ້ຳຂອງ ສາກົນ.

ທ່ານວ່າ ສປປລາວ ມີຈຸດຢືນອັນແຂງແກ່ນ ໃນການຢູ່ຮ່ວມກັນ ແບບສັນຕິກັບ ປະເທດເພື່ອນບ້ານ ໃນແນວຄິດທີ່ວ່າ ນຶ່ງແມ່ນ້ຳຂອງ ແລະນຶ່ງແນວຄິດ ເພື່ອຄວາມສົມດູນ ແລະວ່າ ທາງການລາວ ຍິນດີໃນກົນໄກ ແຜນພັທນາ ໃນແມ່ນ້ຳຂອງໃຫມ່ຂອງ ຄນະກັມມາທິການ ແມ່ນ້ຳຂອງ ແລະເຊື່ອວ່າແຜນດັ່ງກ່າວ ຈະຮັກສາໄວ້ຊຶ່ງການພັທນາ ທີ່ຍືນຍົງ ໃນປະເທດ ອ່າງແມ່ນ້ຳຂອງ ໃນອະນາຄົດ. ທ່ານໄດ້ກ່າວ ກ່ຽວກັບເຣື້ອງນີ້ ໃນກອງປະຊຸມແມ່ນ້ຳຂອງ ຣະດັບ ຣັຖມົນຕຣີ ກ່ອນຫນ້ານີ້.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ກ່າວຕໍ່ກອງປະຊຸມສຸດຍອດ ຄນະກັມມາທິການ ແມ່ນ້ຳຂອງ ສາກົນໃນຕອນນື່ງວ່າ:

ໃນຂນະດຽວກັນ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກຳພູຊາ ກໍໄດ້ສະແດງຄວາມເຫັນ ຜ່ານລາມແປພາສາວ່າ ກົດຣະບຽບຕ່າງໆ ແລະ ຈຸດປະສົງ ຂອງປະເທດ ສະມາຊິກ ທີ່ຢາກໄດ້ຜົລປະໂຫຍດ ຈາກແມ່ນ້ຳຂອງນັ້ນ ຕ້ອງຄ້ຳປະກັນການພັທນາ ທີ່ຍືນຍົງ ສຳລັວຄົນລຸ້ນຕໍ່ໄປ. ແຕ່ບໍ່ໄດ້ເອີ່ຍເຖິງ ກ່ຽວກັບຜົລສຳຣວດ ຂອງ ອົງການແມ່ນ້ຳຂອງ ທີ່ວ່າ ການພັທນາ ໃນອ່າງ ແມ່ນ້ຳຂອງ ດັ່ງການສ້າງເຂຶ່ອນ ຈະເຮັດໃຫ້ ຝູງປາ ໃນແມ່ນ້ຳຂອງ ໃນເຂດຕົງເລສາບ ໃນກຳພູຊາ ຫລຸດລົງເຖິງ 40 ສ່ວນຮ້ອຍ ແລະຈະສ້າງຄວາມເຊື່ອມເສັຽ ຕໍ່ຍອດຜົລຮວມຍອດ ຂອງກຳພູຊາ ຫລາຍຕື້ໂດລາ ແຕ່ລະປີ.

ສຳລັບຜູ້ນຳຈາກປະເທດໄທແລ້ວ ທ່ານ ປຣາຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທເວົ້າວ່າ ຣັຖບານໄທອົງການພາກຣັດ ແລະພາກເອກຊົນ ແລະອົງການ ຈັດຕັ້ງທາງສັງຄົມໃນໄທ ຍັງຢຶດຫມັ້ນ ໃນການພັທນາ ທີ່ຍືນຍົງ ໃນອ່າງແມ່ນ້ຳຂອງ ແລະໄທ ກໍເປັນຜູ້ນຳ ໃນດ້ານນີ້.

ສຳລັບຜູ້ນຳຈາກປະເທດວຽດນາມ ທ່ານ ຫງຽນ ຊວນພຸກ ນາຍົກຣັຖມົນຕຣີວຽດນາມ ເວົ້າວ່າຊັພຍາກອນທັມມະຊາດ ຕາມລຳແມ່ນ້ຳຂອງ ຫລຸດລົງຢ່າງຫລວງຫລາຍ ບໍ່ວ່າ ທາງດ້ານປາຣິມານ ແລະ ຄຸນນະພາບ ດັ່ງດິນຕົມ ທີ່ອຸດົມສົມບູນ ອາຫານ ສຳລັບພືດພັກ ແລະຣະບົບ ນິເວດ ກໍຖືກທຳລາຍຢ່າງໃຫຍ່ຫລວງ ຊຶ່ງສັນຍາ ຂອງເຫດການ ຄວາມເຊື່ອມເສັຽດັ່ງກ່າວນີ້ ຈະສືບຕໍ່ໄປ ເປັນເວລາຍາວນານ ຫລື ຊົ່ວນິຣັນ ໃນປະເທດ ອ່າງແມ່ນ້່ຳຂອງ ເປັນຕົ້ນທີ່ສາມຫລ໋ຽມ ປາກ ແມ່ນ້ຳຂອງ.

ຣະດັບນ້ຳຈະຫລຸດລົງ ນ້ຳເກືອຈະເຂົ້າມາເຂດທົ່ງນາ ທີ່ອຸດົມສົມບູນ ສະພາບຕະຝັ່ງເຈື່ອນນ້ຳຖວ້ມ ແລະພັຍແຫ້ງແລ້ງ ກໍຈະເກີດຂື້ນ ໃນພາກໃຕ້ ຂອງວຽດນາມ. ຊີວີດການເປັນຢູ່ ຂອງຄົນວຽດນາມ ກວ່າ 20 ລ້ານຄົນ ຈະຢູ່ໃນຄວາມສ່ຽງ.

ສຳລັບປະເທດຄູ່ຮ່ວມພັທນາ ຫລື ເຈຣະນາ ຈີນ ອອກຖແລງການ ໃຫ້ການສນັບສນູນ ແລະຍີນດີ ທີ່ຈະຮ່ວມວຽກງານ ກັບຄນະ ກັມມາທິການ ແມ່ນ້ຳຂອງ ແລະປະເທດ LMC ຈະບໍ່ມີການປ່ຽນ ໃນຖານະ ຂອງຈີນ ຈະສືບຕໍ່ຄວາມຮ່ວມມື ກັບອົງການ ແມ່ນ້ຳຂອງ ຢ່າງຈິງຈັງ ໃນອະນາຄົດ.

ທາງການຈີນໄດ້ສ້າງຕັ້ງ ໂຄງການຄວາມຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ໃນປີ 2015 ເພື່ອຢາກເຊື່ອມ ອິດທິພົນ ຂອງຈີນ ມາຍັງປະເທດລຸ່ມ ແມ່ນ້ຳຂອງ ຈະຊ່ອຍໃນການ ຂາດຄວາມຮັບຜິດຊອບ ຈາກຜົລກະທົບ ຕໍ່ການສ້າງເຂຶ່ອນໃນແມ່ນ້ຳຂອງ ໃນນັ້ນ ຮ່ວມດ້ວຍຜົລກະທົບ ຕໍ່ປະເທດໃຕ້ນ້ຳ ແລະການບໍຣິຫານ ຈັດການນ້ຳ ໃນແມ່ນ້ຳຂອງ.

ນອກຈາກຜູ້ນຳ 4 ປະເທດນີ້ແລ້ວໃນທີ່ປະຊຸມ ກໍຍັງມີຄູ່ຮ່ວມສົນທະນາ ແລະຮ່ວມພັທນາ ເຂົ້າຮ່ວມນຳອີກ ເປັນຕົ້ນ ສະຫາພາບຢູໂຣບ ທະນາຄານໂລກ ທະນາຄານພັທນາເອເຊັຽ ແລະຕົວແທນຈາກອົງກອນ ທີ່ບໍ່ຂື້ນກັບ ຣັຖບານ ຫລາຍອົງກອນ ແລະ ພາກປະຊາສັງຄົມ ຈາກຫລາຍປະເທດເຂົ້າຮ່ວມ.

ຫລາຍປະເທດຕ້ອງການ ພລັງງານທາງເລືອກ ເປັນຕົ້ນ ພລັງງານຈາກແສງແດດ ລົມ ຄວາມຮ້ອນໃຕ້ດິນ ແລະຄື້ນທະເລ ປາສຈາກ ການສ້າງເຂື່ອນໄຟຟ້າ ແຕ່ໃນກອງປະຊຸມ ບໍ່ໄດ້ສົນທະນາ ກັນໃນບັນຫາ ດັ່ງກ່າວ ຫລາຍປານໃດ.

ເຖິງຢ່າງໃດກໍຕາມ ນັກວິເຄາະເວົ້າວ່າ ກອງປະຊຸມສຸດຍອດ ຄນະກັມມາທິການ ແມ່ນ້ຳຂອງສາກົນເທື່ອນີ້ ກໍຈະບໍ່ແຕກຕ່າງ ກັບຫຼາຍຄັ້ງ ທີ່ຜ່ານມາ ຍ້ອນວ່າຄນະກັມມາທິການ ແມ່ນ້ຳຂອງສາກົນຂາດສມັດຕະພາບ ໃນການບັງຄັບໃຊ້ ກົດຣະບຽບຕ່າງໆ ທີ່ໄດ້ວາງໄວ້ ໃນການ ໃຊ້ນ້ຳຮ່ວມກັນ ໃນແມ່ນ້ຳຂອງ ການພັທນາທີ່ຍືນຍົງ ແລະແກ້ໄຂບັນຫາ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະຊີວິດຂອງ ປະຊາຊົນ ທ້ອງຖິ່ນ ໃນນັ້ນຮ່ວມດ້ວຍ ແຫລ່ງອາຫານ ແລະຝຸງປາ.

ປະເທດລຸ່ມແມ່ນ້ຳຂອງ ຈະໃຊ້ຜົລປໂຍດຕົນເອງ ໃນການພັທນາຕາມລຳແມ່ນ້ຳຂອງ ເປັນຕົ້ນການສ້າງເຂື່ອນໄຟຟ້າ ແລະການຣະເບີດ ແກ້ງຫີນ ຈະບໍ່ຄຳນຶງເຖີງ ການສູນເສັຽດັ່ງກ່າວ.

ກອງປະຊຸມທຸກຄັ້ງ ກໍເພື່ອເປັນການພົບປະສັງສັນກັນເທົ່ານັ້ນ ຫລັງຈາກນັ້ນກໍເຫມືອນເດີມ ຈະບໍ່ມີຫຍັງປ່ຽນແປງ ສປປລາວ ກໍຈະສືບຕໍ່ ສ້າງເຂື່ອນ ກຳພູຊາ ກໍເຊັ່ນກັນ ໄທ ແລະວຽດນາມ ແລະຈີນ ກໍໄດ້ຜົລປະໂຫຍດ ຈາກການລົງທຶນ ໃນການສ້າງ ເຂື່ອນ ໃນປະເທດ ເຫລົ່ານັ້ນ ທຸກປະເທດ ມີຜົລປະໂຫຍດ ຈຶ່ງບໍ່ມີການຄັດຄ້ານ ໃນກອງປະຊຸມ ນອກຈາກພາກ ປະຊາສັງຄົມ ແລະອົງການຈັດຕັ້ງ ຕ່າງຊາດ ແຕ່ກໍເຮັດຫຍັງບໍ່ໄດ້.

ຄໍາເຫັນ (1)
Share

(

What the X MRC is good for? it is a waste of time.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Apr 19, 2018 06:41 AM

ເຕັມຫນ້າ