ກອງປະຊຸມທົບທວນ ສິດທິມະນຸດ ໃນລາວ

ສິດນີ
2018-03-20
ອີແມວລ໌
ຄໍາເຫັນ
Share
ພິມ
ສປປລາວ
ສປປລາວ
Public Domain

ໃນກອງປະຊຸມເພື່ອທົບທວນ ຄວາມຄືບຫນ້າກ່ຽວກັບ ການປະຕິບັດ ສິດທິມະນຸດໃນລາວ ຂອງຣັຖບານລາວ ກັບ ສະຫະພາບ ຢູໂຣບ ໃນມື້ວັນທີ 15 ມີນາ, ສະຫະພາບຢູໂຣບ ບໍ່ໃຊ້ມາຕການຢ່າງເຄັ່ງຄັດ ໃນການກົດດັນ ຣັຖບານລາວ ໃນການປະຕິບັດ ຕໍ່ສິດທິມະນຸດ ໃນລາວ, ໃນນັ້ນ ຮ່ວມດ້ວຍຍຸຕິການ ເຂົ້າຫຍຸ້ງກ່ຽວ ໃນກິຈກັມພາຍໃນ ຂອງພາກປະຊາສົງຄົມ ໃນລາວ, ສິດທິການສະແດງອອກ, ສິດທິການຊຸມນຸມ ແລະສິດທິອື່ນໆໃນລາວ. ໃນຖແລງການຮ່ວມ ຫລັງຈາກກອງປະຊຸມ ສິ້ນສຸດລົງ.

ໃນຣະຍະກອງປະຊຸມ ສອງຝ່າຍ ໄດ້ມີໂອກາດໃນການໂອ້ລົມກັນໃນບັນຫາ ທີ່ສຳຄັນແລະຫຼໍ່ແຫຼມ ຫລາຍບັນຫາ ທີ່ມີຄວາມຫມາຍ ແລະ ເກີດຫມາກຜົລ ຊຶ່ງເນື້ອຫາສາຣະ ໃນກອງປະຊຸມເທື່ອນີ້ ເລີ້ມຈາກການໃຫ້ສັຕຕະຍາບັນ ແກ່ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ແລ້ວຍັງຮ່ວມດ້ວຍສິດທິ ຂອງບຸກຄົນ ທີ່ໄດ້ຮັບຜົລກະທົບ, ສິດທິແມ່ຍິງ ເດັກນ້ອຍ, ສິດທິຄົນພິການ ແລະ ສິດທິການຊຸມນຸມ ການຈັດຕັ້ງ ພາກ ປະຊາສັງຄົມ ແລະສິດທິການສະແດງອອກ ປະເພດຕ່າງໆໃນລາວ. ແຕ່ສະພາຢູໂຣບ ບໍ່ໄດ້ວາງມາຕການ ຢ່າງເຂັ້ມງວດ ໃນການ ຣະເມີດສິດທິ ດັ່ງກ່າວ ກັບ ສປປລາວ.

ໃນກອງປະຊຸມ ສປປລາວ ໄດ້ໃຫ້ສັຕຕະຍາບັນ ໃນ 7 ສົນທິສັນຍາສາກົນໃນຈຳນວນ 9 ສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ໃນນັ້ນກໍມີ;

1-ສົນທິສັນຍາສາກົນ ວ່າດ້ວຍການລຶບລ້າງ ການດູຖູກດູຫມິ່ນ ເຊື້ອຊາດເຜົ່າພັນ ທຸກຮູບແບບ.

2-ສົນທິສັນຍາສາກົນ ວ່າດ້ວຍສິດທິພົລເຮືອນ ແລະສິດທິທາງດ້ານການເມືອງ.

3-ສົນທິສັນຍາສາກົນ ວ່າເສຖກິດສັງຄົມ ແລະ ວັທນະທັມ.

4-ສົນທິສັນຍາສາກົນ ວ່າດ້ວຍການດູຖູກດູຫມິ່ນ ແມ່ຍິງ ທຸກຮູບແບບ.

5-ສົນທິສັນຍາສາກົນ ວ່າດ້ວຍການລຶບລ້າງ ການທາຣຸນ ໃຊ້ຄວາມຮຸນແຮງ ແລະລົງໂທດ ຕໍ່ມະນຸດຊົນ ຢ່າງບໍ່ເປັນທັມ ທຸກຮູບແບບ.

6-ສົນທິສັນຍາສາກົນ ວ່າດ້ວຍສິດທິເດັກນ້ອຍ.

ແລະ 7-ສົນທິສັນຍາສາກົນ ວ່າດ້ວຍສິດທິຄົນພິການ.

ແຕ່ບໍ່ມີສົນທິສັນຍາສາກົນ ວ່າດ້ວຍການບັງຄັບ ໃຫ້ຄົນຫາຍສາບສູນ ການຈັບກຸມຄຸມຂັງ ປາສຈາກຫລັກຖານ ແລະການບີບໃຫ້ປະຊາຊົນ ໂຍກຍ້າຍຈາກບ່ອນຢູ່ອາສັຍ.

ກ່ຽວກັບບັນຫາບຸກຄົນ ທີ່ຖືກຈັບກຸມຍ້ອນຮຽກຮ້ອງຄວາມເປັນທັມ ແລະຜູ້ທີ່ຖືກບັງຄັບ ໃຫ້ຫາຍສາບສູນນັ້ນ ສະຫະພາບ ຢູໂຣບ ກໍໄດ້ ຮຽກຮ້ອງໃຫ້ທາງການລາວ ປະຕິບັດຕໍ່ ຄຳສັນຍາຂອງຕົນ ໃນການແກ້ໄຂບັນຫາ ດັ່ງກ່າວບົນພື້ນຖານກົດຫມາຍ ນານາຊາດ ຮ່ວມທັງ ຮຽກຮ້ອງ ໃຫ້ມີການປະຕິບັດ ສິດທິການສະແດງອອກ, ສິດທິພາກປະຊາສັງຄົມ ແລະສິດທິການຊຸມນຸມ ແບບສັນຕິ ທີ່ກົດຫມາຍລາວ ສະບັບດັດແປງ ຣະບຸໄວ້ ໃນປີ 2015. ແລະ ໃນສັນຍາສາກົນ ວ່າດ້ວຍສິດທິພົລເຮືອນ ແລະ ສິດທິທາງດ້ານ ການເມືອງ.ຝ່າຍລາວ ກໍສເນີຢາກໃຫ້ສະຫະພາບຢູໂຣບ ປະຕິບັດຕໍ່ສິດທິມະນຸດ ໃນການທຳສົງຄາມ ກັບກຸ່ມກໍ່ການຮ້າຍ ແລະ ການປະຕິບັດ ເຫດວິກິດ ຄົນເຂົ້າເມືອງ ແບບເປັນທັມໃນຢູໂຣບ.

ນອກຈາກນັ້ນ ສະຫະພາບຢູໂຣບ ຍັງຮຽກຮ້ອງໃຫ້ທາງການລາວ ໃຫ້ສັດຕະຍາບັນ ຕໍ່ສັນຍາສາກົນ ວ່າດ້ວຍການປົກປ້ອງ ບຸກຄົນ ທີ່ຖືກ ບັງຄັບໃຫ້ຫາຍສາບສູນ ໃນທຸກຮູບແບບ ແລະໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ອະນຸຍາດໃຫ້ ເຈົ້າຫນ້າທີ່ ສິດທິມະນຸດ ສະຫະປະຊາຊາດ ສາມາດເຂົ້າໄປສຶກສາ ແລະພິສູດໄດ້. ຊຶ່ງທາງການລາວ ກໍຕອບວ່າ ຈະສືບຕໍ່ເຊື້ອເຊີນ ເຈົ້າຫນ້າທີ່ພິເສດ ດັ່ງກ່າວ ເຂົ້າໄປລາວ ເປັນກໍຣະນີ ກໍຣະນີໄປ.

ປີນີ້ ເປັນປີຄົບຮອບ 70 ປີ ຂອງສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບການປະຕິບັດ ຕໍ່ສິດທິມະນຸດ ຂອງ ຫຼາຍປະເທດໃນໂລກ. ສະພະພາບຢູໂຣບເວົ້າວ່າ ປະເທດຕ່າໆໃນໂລກ ໃນນັ້ນຮ່ວມດ້ວຍ ສປປລາວ ຕ້ອງມີ ການສົ່ງເສີມ ແລະເຄົາຣົບ ນັບຖື ສິດເສຣີພາບ ຂອງປະຊາຊົນ ໃນປະເທດຂອງຕົນ ໃຫ້ຫລາຍຂຶ້ນ.

ໃນບັນຫານີ້ ສອງຝ່າຍໄດ້ຕົກລົງກັນ ຈະໃຫ້ຄວາມຮ່ວມມື ໃນການສົ່ງເສີມ ແລະປົກປ້ອງ ດ້ານສິດທິມະນຸດ ບົນພື້ນຖານ ກົດຫມາຍສາກົນ ແລະ ສົນທິສັນຍາ ສະຫະປະຊາຊາດ ດ້ານສິດທິມະນຸດ. ແຕ່ພາກປະຕິບັດຕົວຈິງນັ້ນ ຈະເປັນຢ່າງໃດ.

ສະຫະພາບຢູໂຣບເວົ້າວ່າ ຄວາມພຍາຍາມ ຂອງຣັຖບານລາວ ຢາກໃຫ້ລາວເປັນປະເທດ ທີ່ປົກຄອງດ້ວຍຣະບົບກົດຫມາຍ ໃນແຜນການ ແມ່ບົດແຫ່ງຊາດ ຂອງຣັຖບານໃນປີ 2020 ໃນນັ້ນຮ່ວມດ້ວຍ ການຍົກຣະດັບ ຣະບົບສານ,

ສະພາຢູໂຣບໄດ້ຊັກຊວນໃຫ້ທາງການລາວ ເພີ້ມການຍົກຣະດັບ ດ້ານນີ້ໃຫ້ຫລາຍຂຶ້ນ ທີ່ຮ່ວມດ້ວຍການສນັບສນູນ ຂອງສະຫະປະຊາຊາດ. ສອງຝ່າຍ ຍັງໄດ້ໂອ້ລົມກ່ຽວກັບ ການເຊື່ອມໂຍງ ທາງດ້ານສິດທິມະນຸດ ເຂົ້າໃນແຜນພັທນາ ແບບຍືນຍົງ ຂອງລາວໃນປີ 2030.

ກອງປະຊຸມເທື່ອນີ້ ຝ່າຍສະຫະພາບຢູໂຣບ ນຳໂດຍ ທ່ານ David Daly ຫົວຫນ້າຫ້ອງການ ເອເຊັຽຕາເວັນອອກສ່ຽງໃຕ້ ຜແນກກິຈກັມ ຝ່າຍນອກ ສະຫະພາບຢູໂຣບ ແລະຝ່າຍລາວ ນຳໂດຍ ທ່ານ ພູຂົງ ສີສຸລາດ ເອກອະທິບໍດີຫ້ອງການ ກົດຫມາຍ ແລະສົນທິສັນຍາ ກະຊວງຕ່າງປະເທດລາວ ຮ່ວມດ້ວຍ ເຈົ້າຫນ້າທີ່ລາວ ຈາກຫລາຍກະຊວງ ທີ່ກ່ຽວຂ້ອງ ແລະ ຫລາຍສະຖາບັນເຂົ້າຮ່ວມ, ຝ່າຍຢູໂຣບ ກໍມີເຈົ້າຫນ້າທີ່ ສະຫະພາບຢູໂຣບ ຈາກຫລາຍຫນ່ວຍງານ ດ້ານສິດທິມະນຸດ ແລະ ຄນະກັມມາທິການ ຢູໂຣບ.

ໃນຂນະທີ່ພັກຢູ່ ຢູໂຣບ ຕົວແທນຈາກຝ່າຍລາວ ກໍໄດ້ພົບປະກັບ ເຈົ້າຫນ້າທີ່ ສະພາຢູໂຣບ ຫລາຍຄົນ ເພື່ອໂອ້ລົມກັນກ່ຽວກັບ ສະຖາບັນ ແລະພາລະຫນ້າທີ່ ຂອງສະພາຢູໂຣບ ກຸ່ມດັ່ງກ່າວໄດ້ຢ້ຽມຢາມ ສະພາຢູໂຣບ ແລະໄດ້ເຂົ້າຮ່ວມ ການສຳມະນາ ກ່ຽວກັບພາກປະຊາສັງຄົມ ໃນປະເທດ ແບນຢ້ຽມ ແລະ ໃນສະຫະພາບຢູໂຣບ ໃນການສົ່ງເສີມ ຄວາມສເມີພາບຣະຫວ່າງເພດວັຍ. ຕົວແທນຝ່າຍລາວ ຍັງໄດ້ຮຽນຮູ້ ກ່ຽວກັບ ສານ ອາຊຍາກັມນານາຊາດ ຫລື CRIMINAL COURT OF JUSTICE ແລະ ສານໂລກ ໃນຊ່ວງການຢ້ຽມຢາມ ກຸງ ປຣັກ ປະເທດເຊັກໂກສໂລວາເກັຽ.

ກອງປະຊຸມທົບທວນ ດ້ານສິດທິມະນຸດ ຣະຫວ່າງລາວ ກັບ ສະຫະພາບຢູໂຣບ ຄັ້ງຊີ່ມາແມ່ນຈະຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນປີ 2019. ແຕ່ເຖິງຢ່າງກໍຕາມ ນັກວິເຄາະເວົ້າວ່າ ກອງປະຊຸມເທື່ອນີ້ ສະແດງໃຫ້ເຫັນວ່າ ສະຫະພາບຢູໂຣບບໍ່ໄດ້ອອກ ມາຕຣາການຢ່າງ ເຄັ່ງຄັດ ໃນການຮຽກຮ້ອງໃຫ້ ສປປລາວ ເປີດກວ້າງທາງດ້ານ ສິດທິມະນຸດໃນລາວ ເທົ່າທີ່ຄວນ ໂດຍສະເພາະ ໃນບັນຫາກ່ຽວກັບການ ບັງຄັບໃຫ້ຄົນ ຫາຍສາບສູນ ການຈັບກຸມ ກຸ່ມຮຽກຮ້ອງ ຄວາມເປັນທັມໃນລາວ ແລະບັນຫາດ້ານ ສິດທິມະນຸດຕ່າງໆ ໃນລາວ ໃນນັ້ນ ຮ່ວມດ້ວຍ ສິດທິການສະແດງອອກ ການອອກຄວາມຄິດຄວາມເຫັນ ໃນເຄືອຂ່າຍອິນເຕີເນັດ ການຊຸມນຸມ ຮ່ວມທັງການເຂົ້າຫຍຸ້ງກ່ຽວ ໃນກິຈກັມພາຍໃນ ຂອງພາກປະຊາສັງຄົມໃນລາວ ທີ່ທາງການລາວ ໄດ້ອອກ ດຳຣັດ ຫ້າມການຈັດຕັ້ງສະມາຄົມ ທີ່ບໍ່ຜ່ານການເຫັນພ້ອມ ຂອງຣັຖບານ.

ກ່ອນຫນ້ານີ້ ສະຫະພັນເພື່ອສິດທິມະນຸດນານາຊາດ ແລະຂະບວນການ ລາວ ເພື່ອສິດທິມະນຸດໄດ້ຮຽກຮ້ອງ ໃຫ້ສະພາຢູໂຣບ ກົດດັນ ຣັຖບານລາວ ໃນບັນຫາດັ່ງກ່າວ ແລະ ໃຫ້ປ່ອຍກຸ່ມຮຽກຮ້ອງ ຄວາມເປັນທັມ ໃນເຄືອຂ່າຍອິນເຕີນເນັດ ທີ່ຖືກຈັບ ໃນລາວ ໃຫ້ເປັນອິສຣະ ແຕ່ໃນທີ່ປະຊຸມ ບໍ່ໄດ້ວາງມາຕການ ຢ່າງເຂັ້ມງວດ ໃນບັນຫາດັ່ງກ່າວ, ກ່ຽວກັບຖແລງການຮ່ວມ ຣະຫວ່າງ ສະຫະພາບຢູໂຣບ ກັບ ຣັຖບານລາວ ໃນກອງປະຊຸມ ເທື່ອນີ້ ຍານາງ ວະນີດາ ເທບສຸວັນ ປະທານຂະບວນການລາວ ເພື່ອສິດທິມະນຸດກ່າວ ໃນຕອນນື່ງວ່າ:

"ດີແລ້ວທີ່ປີນີ້ ສະຫະພາບເອີຣົບ ໄດ້ຍົກເອົາຂໍ້ຕ່າງໆນີ້ ຂຶ້ນມາເວົ້າ ມັນຮອດເວລາແລ້ວທີ່ ສະຫະພາບເອີຣົບ ຄວນເຊົາສະແດງທ່າທີ ອ່ອນແອ ຫລືແບບສົມຮູ້ຮ່ວມຄິດ ກັບຣັຖບານລາວ ທີ່ບໍ່ເຄີຍນັບຖື ສົນທິສັນຍາ ສາກົລສິດທິມະນຸດ ຊຶ່ງຕົນເອງ ໄດ້ເຊັນ."

ນອກຈາກນັ້ນ ດຣ. ບຸນທອນ ຈັນທະລາວົງ ວິເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະຕັຍ ກໍກ່າວວ່າ:

"ຕາມທີ່ພວກເຮົາເຂົ້າໃຈ ທາງການ ສປປລາວ ພຍາຍາມຫລີກ ເພື່ອບໍ່ຢາກໃຫ້ທາງສາກົລນີ້ ຜັກດັນໃຫ້ເພິ່ນແກ້ໄຂ ບັນຫາຣະເມີດ ສິດທິມະນຸດ ພວກເພິ່ນຄວນ ຈະຕ້ອງໃຫ້ສັຕຕະຍາບັນໂຕນີ້ ຄວນຮັບເອົາໄປແກ້ໄຂ ຖ້າຫາກຕ້ອງການ ຮ່ວມມື ກັບ ສາກົລ ໃນການ ພັທນາປະເທດ ລາວໃຫ້ຈະເຣີນ ມັນຕ້ອງມີການ ນັບຖືສິດທິມະນຸດ ຢູ່ໃນລາວ."

ກຸ່ມຕໍ່ສູ້ ເພື່ອປະຊາທິປະຕັຍ ໃນລາວ ຍັງໄດ້ຮຽກຮ້ອງ ໃຫ້ສະພາຢູໂຣບ ກົດດັນ ທາງການລາວ ໃຫ້ຍຸຕິການເຂົ້າຫຍຸ້ງກ່ຽວ ໃນກິຈກັມ ພາຍໃນ ຂອງພາກປະຊາສັງຄົມ ໃນລາວ ກຸ່ມດັ່ງກ່າວ ເປັນຫ່ວງໃນດຳຣັດ ເລກທີ 238  ຂອງນາຍົກຣັຖມົນຕຣີລາວ ທີ່ໃຫ້ຖືກບັງຄັບໃຊ້ ເລີ້ມແຕ່ວັນທີ 25 ເດືອນ ພຶສຈິກາ ປີ 2017 ເປັນຕົ້ນມາ ກ່ຽວກັບພາກປະຊາສັງຄົມ ແລະອົງການຈັດຕັ້ງທາງສັງຄົມໃນລາວ ຍ້ອນວ່າ ດຳຣັດນັ້ນ ກຳນົດວ່າ:

1- ສະມາຄົມ ຫລື ອົງການຈັດຕັ້ງທາງສັງຄົມ ທີ່ຈະສາມາດດຳເນີນງານ ໄດ້ໃນລາວ ຕ້ອງຖືກເຫັນພ້ອມ ຈາກກະຊວງຮັກສາຄວາມ ປອດພັຍພາຍໃນ ເສັຽກ່ອນ.

2-ດຳຣັດໃໝ່ ໃຫ້ອຳນາດຣັຖບານລາວຫຼາຍເກີນໄປ ໃນການອະນຸຍາດ ຫລືບໍ່ອະນຸຍາດ ໃຫ້ຕັ້ງສະມາຄົມ, ສີ້ງຊອມຈັບກຸ່ມ ສະມາຄົມ ຫລືອົງກອນ ທີ່ບໍ່ລົງທະບຽນ, ອອກກົດຣະບຽບ ເຄັ່ງຄັດຄວບຄຸມ ການດຳເນີນກິຈການ ຂອງສະມາຄົມ ແລະອົງການ ຈັດຕັ້ງທາງສັງຄົມ ຫລື NGO ໃນນັ້ນຮ່ວມທັງການທົບທວນ ແຫລ່ງທີ່ມາຂອງງົບປະມານ ຂອງອົງກອນ.

3- ຫ້າມຕັ້ງອົງກອນ ດ້ານສິດທິມະນຸດໃນລາວ.

4-ດຳຣັດໃຫມ່ ຍັງຈະຄວບຄຸມແຫລ່ງທີ່ມາຂອງງົບປະມານ ທີ່ອົງການຈັດຕັ້ງ ທາງສັງຄົມໄດ້ຮັບ ບໍ່ວ່າໄດ້ມາຈາກ ອົງການ ຕ່າງຊາດ, ສ່ວນບຸກຄົນ ຫລື ຈາກອົງການໃດກໍຕາມ ຕ້ອງໄດ້ຜ່ານຄວາມເຫັນພ້ອມ ຂອງກະຊວງການ ຕ່າງປະເທດກ່ອນ ຊຶ່ງ ການກະທຳດັ່ງກ່າວ ອາດເຮັດໃຫ້ອົງການ ຈັດຕັ້ງທາງສັງຄົມ ຫລື NGO ໃນລາວ ບາງໂຄງການ ຖືກປິດກິຈການ.

ບັນຫາທີ່ສະຫະພັນສິດທິມະນຸດ ນານາຊາດແລະ ຂະບວນການລາວ ເພື່ອ ສິດທິມະນຸດ ເປັນຫ່ວງ ໃນປັດຈຸບັນ ທີ່ສເນີໃຫ້ສະພາຢູໂຣບ ເອົາມາປຶກສາຫາລື ກັບເຈົ້າຫນ້າທີ່ລາວ ໃນກອງປະຊຸມ ເທື່ອນີ້ ກໍແມ່ນວ່າ;

1- ຍັງມີການຈັບກຸມຄຸມຂັງ ຂອງກຸ່ມທີ່ວິພາກວິຈານ ຣັຖບານລາວຢູ່ ໃນລາວ.

2- ປະຊາຊົນລາວ ຜູ້ທີ່ຖືກໂຍກຍ້າຍ ຍັງບໍ່ໄດ້ຄ່າຊົດເຊີຍ ຈາກ ຣັຖບານໃນຫລາຍໂຄງການ.

3- ການບີບບັງຄັບໃຫ້ຄົນຫາຍສາບສູນ ຍັງບໍ່ຖືກແກ້ໄຂ.

4- ສະພາບການ ໃນຄຸກ ໃນລາວ ຕ່ຳກວ່າມາຕຖານສາກົນ.

5-ໂທດປະຫານຊີວິດ ຍັງບໍ່ຖືກຍົກເລີກ.

6- ດຳຣັດໃຫມ່ກ່ຽວກັບ ພາກປະຊາສັງຄົມເຄັ່ງຄັດເກີນໄປ.

7- ຍັງມີການກົດຂີ່ຂົ່ມເຫັງ ກຸ່ມນັບຖືສາສນາອື່ນ ຢູ່ໃນລາວ ເປັນຕົ້ນສາສນາ ຄຣິສຕຽນ.

ບັນຫາດັ່ງກ່າວ ທັງຫມົດນີ້ ບໍ່ຖືກແກ້ໄຂ ແລະບໍ່ຖືກໂອ້ລົມກັນ ຢ່າງລຶກຊື້ງ ໃນກອງປະຊຸມເທື່ອນີ້.

ເຕັມຫນ້າ