ສິດທິຂັ້ນພື້ນຖານຂອງ ເດັກນ້ອຍ ຢູ່ລາວ

ມະນີຈັນ
2019-11-05
ອີແມວລ໌
ຄໍາເຫັນ
Share
ພິມ
ເດັກນ້ອຍລາວ ແຂວງຈໍາປາສັກ
ເດັກນ້ອຍລາວ ແຂວງຈໍາປາສັກ
RFA/TP

ມາເຖິງປັດຈຸບັນ ເດັກນ້ອຍລາວ ໃນຫລາຍແຂວງຂອງລາວ ຍັງບໍ່ມີສິດທິພື້ນຖານຂອງຕົນ, ບໍ່ວ່າຈະແມ່ນດ້ານສຸຂພາບ, ດ້ານການສຶກສາ, ດ້ານການປົກປ້ອງຈາກຄວາມຮຸນແຮງ ແລະການມີສ່ວນຮ່ວມ ໃນກິຈກັມຕ່າງໆຂອງສັງຄົມ ເຖິງແມ່ນວ່າ ຣັຖບານລາວ ຈະພຍາຍາມຊຸກຍູ້ ໃຫ້ມີການແກ້ໄຂ ມາໄດ້ເກືອບ 30 ປີ ພາຍຫລັງທີ່ໄດ້ໃຫ້ ສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍ ສິດທິເດັກນ້ອຍ ມາແຕ່ປີ 1991.

ເວົ້າເຖິງເຣື່ອງສິດທິດ້ານສຸຂພາບ ຂອງເດັກນ້ອຍ ກໍມີຮວມທັງເຣື່ອງການມີບ່ອນຢູ່ອາສັຍ ທີ່ສົມຄວນ, ການໄດ້ຮັບການປິ່ນປົວ ແລະມີ ເຂົ້າກິນທຸກຄາບ. ສະເພາະເມືອງດາກຈຶງ ແລະ ເມືອງກະລຶມ ແຂວງເຊກອງ  ກໍມີເຖິງ 7 ບ້ານ ເປັນຕົ້ນບ້ານ ທົ່ງນາໄຊ ບ້ານນາຫ້ອມ ແລະກຸ່ມບ້ານເຜົ່າບູ ທາງພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫານີ້ໄດ້, ເດັກນ້ອຍຍັງອຶດເຂົ້າ, ມື້ນຶ່ງບໍ່ໄດ້ກິນອາຫານ 3 ຄາບ, ດັ່ງເຈົ້າໜ້າທີ່ແຂວງເຊກອງ ທ່ານນຶ່ງກ່າວຕໍ່ RFA ເມື່ອໄວໆມານີ້ວ່າ:

"ເວົ້າເຣື່ອງບັນຫານີ້ ຫລາຍຢ່າງຫັ້ນແຫລະ ແຕ່ວ່າຫລາຍຢ່າງພວກເຮົາ ບໍ່ບັນລຸດຽວນີ້ຫັ້ນ ໂດຍສະເພາະອຶດເຂົ້າແດ່ ຢູ່ນອກໆນີ໊ບໍ່ມີຮອດ ເຂົ້າຈະກິນ ຫັ້ນນ່າ ນັກຮຽນເຮົາຫັ້ນນ່າ ມັນຈະກະທົບໂດຍກົງແນວນັ້ນ. ເຂົ້າຮອດມັນກໍຈໍານວນນຶ່ງ ບ່ອນເງື່ອນໄຂ ທາງໄປໄດ້ໄປຮອດ 2 ຣະດູ ເພິ່ນສົ່ງເສີມເດ໊ ບ່ອນນອກຈາກນັ້ນເດ໊ ທາງບໍ່ຮອດນີ້ເພິ່ນ ກໍບໍ່ຊ່ວຍອີກ ມັນກໍຫລາຍບ້ານໃດ໊ 2 ເມືອງ ຫັ້ນແຫລະ ກະລຶມ ດາກຈຶ້ງ ນີ້ມັນ 7-8 ບ້ານ."

ສໍາລັບຢູ່ແຂວງສະຫວັນນະເຂດ ຫາກເວົ້າເຖິງເຣື່ອງສິດທິ ດ້ານການສຶກສາ ຊຶ່ງຢ່າງໜ້ອຍ ເດັກນ້ອຍຄວນໄດ້ຮຽນ ຈົນຈົບຊັ້ນມັທຍົມນັ້ນ ເຈົ້າໜ້າທີ່ແຂວງສະຫວັນນະເຂດ ເວົ້າວ່າ ສະເພາະເມືອງພິນ ແລະເມືອງເຊໂປນ ໃນປີນີ້ມີເດັກ ນ້ອຍບໍ່ໄດ້ຮຽນ ໜັງສື 1 ພັນປາຍຄົນ. ໃນນັ້ນມີທັງຜູ້ທີ່ບໍ່ໄດ້ເຂົ້າໂຮງຮຽນເລີຍ ແລະຜູ້ທີ່ຮຽນຮອດແຕ່ຫ້ອງ ປ. 2 ແລ້ວກໍອອກໄປຊ່ອຍພໍ່ແມ່ ເຮັດໄຮ່ເຮັດນາ.

ບັນຫາທີ່ວ່ານັ້ນ ຢູ່ແຂວງອື່ນໆຂອງລາວ ກໍປະເຊີນເຊັ່ນດຽວກັນ ຮວມເຖິງແຂວງ ຜົ້ງສາລີ ຊຶ່ງໃນສົກການສຶກສາ 2018-2019 ນີ້ ທົ່ວ ທັງແຂວງ ເດັກນ້ອຍອອກໂຮງຮຽນກາງຄັນ ແມ່ນມີຫລາຍ ແລະ ກໍປາກົດວ່າ ຫລາຍຂຶ້ນນໍາທຸກປີ ເຖິງແມ່ນວ່າພາກສ່ວນກ່ຽວຂ້ອງ ຈະພຍາຍາມແກ້ໄຂ ກໍຕາມ ດັ່ງເຈົ້າໜ້າທີ່ແຂວງ ຜົ້ງສາລີ ກ່່າວຕໍ່ RFA ວ່າ:

"ອອກຫລາຍໃດ໊ປີນີ້ ທຽບໃສ່ ປີຜ່ານມາອອກຫລາຍກວ່າ ສ່ວນຫລາຍກໍອອກຕອນ ມ.ຕົ້ນ ນະອອກຫລາຍໃດ໊. ອອກໄປສ້າງຄອບຄົວ ອອກໄປທໍາການຜລິດ ພໍ່ແມ່ເຂົາບໍ່ໃຫ້ຮຽນຕໍ່ເດ໊ຮອດ ມ.1 ກໍອອກ ມ.2 ກໍອອກ ມ.3 ກໍອອກຫລາຍ ຊົນເຜົ່ານະ ເຂົາບໍ່ເຂົ້າໃຈ ເຣື່ອງ ການສຶກສາ. ພໍ່ແມ່ເຂົາຍົວະໃຫ້ເຂົາອອກ ແນວນັ້ນນະ ພວກເຮົາກໍບັງຄັບ ແລ້ວໃດ໊ ໃຫ້ເຂົ້າໃຫ້ຮຽນ ແຕ່ກະໂອ໊ ຍອມຄືກັນຫັ້ນແຫລະ."

ຫາກເວົ້າເຖິງສິດທິເດັກນ້ອຍ ໃນການໄດ້ຮັບການປົກປ້ອງ ຮວມຖິງການປ້ອງກັນ ບໍ່ໃຫ້ເດັກນ້ອຍ ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ ພາຍໃນຄອບຄົວ ມາຮອດປັດຈຸບັນ ທາງການລາວ ກໍຍັງບໍ່ສາມາດ ແກ້ໄຂໄດ້. ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການ ຕ້ານການຄ້າມະນຸດ ຂອງ ສະຫະພັນ ແມ່ຍິງລາວ ທີ່ນະຄອນຫຼວງວຽງຈັນ ຕໍ່ RFA ເມື່ອໄວໆມານີ້, ໃນແຕ່ລະປີມີເດັກນ້ອຍ ແມ່ຍິງ ຖືກຕົວະຍົວະ ໄປຈີນເຖິງ 100 ປາຍຄົນ ທັງໆທີ່ທາງການລາວໂຄສະນາສະກັດກັ້ນ ບັນຫາດັ່ງກ່າວ ຢ່າງເອົາຈິງເອົາຈັງໃນທົ່ວ ປະເທດ.

ແລະຂ່າວລ່າສຸດ ຄືເມື່ອເດືອນທັນວາ ປີທີ່ຜ່ານມານີ້ ຢູ່ເມືອງ ຄໍາ ແຂວງຊຽງຂວາງ ເດັກນ້ອຍແມ່ຍິງອາຍຸ 16 ປີ ຖືກຄົນຈີນ ຕົວະວ່າ ຈະພາໄປຮຽນໜັງສືຕໍ່ ແຕ່ກັບພາໄປຂາຍໃຫ້ສະຖານບໍຣິການ ທາງເພດ. ຕໍ່ມາໃນເດືອນສິງຫາ ປີນີ້ຢູ່ເມືອງໄຊ ແຂວງ ອຸດົມໄຊ ກໍມີ ເດັກນ້ອຍແມ່ຍິງ 2 ຄົນ ຜູ້ນຶ່ງອາຍຸ 15 ປີ ແລະ ອີກຜູ້ນຶ່ງອາຍຸ 17 ປີ ຖືກຕົວະໄປຂາຍ ໃຫ້ສະຖານບໍຣິການ ທາງເພດ ທີ່ປະເທດຈີນ ເຊັ່ນດຽວກັນ.

ຫາກເວົ້າເຖິງບັນຫາການ ໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍຢູ່ພາຍໃນຄອບຄົວ ມາຮອດປັດຈຸບັນ ແຂວງຊຽງຂວາງ ກໍຍັງບໍ່ສາມາດແກ້ໄຂໄດ້ ຍ້ອນປະຊາຊົນ ບໍ່ໃຫ້ຄວາມສໍາຄັນ ຫລາຍເທົ່າທີ່ຄວນ. ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ RFA ຕອນນຶ່ງວ່າ:

"ທາງພາກຣັຖເຮົາ ກໍມີການສົ່ງເສີມ ໃຫ້ເວົ້າເຣື່ອງ ການເຜີຍແຜ່ກົດໝາຍ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກຫລາຍກັບຊຸມຊົນ ຂະເຈົ້າ. ແຕ່ວ່າຊົນເຜົ່າເນາະ ຂະເຈົ້າຈະບໍ່ຮູ້ ບໍ່ມາຮ່ວມໃນກິຈກັມ ຂອງເຮົາ ຄືແບບເຮົາລົງໄປເຜີຍແຜ່ ໃຫ້ຄວາມຮູ້ ໂຕນີ້ ແຕ່ວ່າຮອດ ເວລານັ້ນ ຂະເຈົ້າໄປເຮັດໄຮ່ເຮັດສວນ ຫລືບໍ່ ມາກໍບໍ່ຮູ້ສິໄປໃຫ້ຄວາມຮູ້ ແນວໃດຈັ່ງສິໃຫ້ເກີດຜົລ."

ແລະເຣຶ່ອງສິດທິໃນການມີສ່ວນຮ່ວມ ຂອງເດັກນ້ອຍໃນສັງຄົມ ຮວມທັງເຣື່ອງການສະແດງ ຄວາມຄຶດຄວາມເຫັນ ໃນກິຈກັມ ກ່ຽວກັບ ເດັກນ້ອຍ ທີ່ທາງການຈັດຂຶ້ນນັ້ນ ພວກເດັກນ້ອຍ ກໍຍັງບໍ່ມີສິດມີສຽງ, ດັ່ງເຈົ້າໜ້າທີ່ ອົງການສາກົລດ້ານສິດທິ ແມ່ຍິງ ແລະເດັກນ້ອຍໃນ ລາວ ກ່າວວ່າ:

"ມີສິດໃນການໄດ້ອອກຄໍາເຫັນ ສິດທິໃນການບອກວ່າ ມັກຫລືບໍ່ມັກ ທີ່ເວລາມີກິຈກັມໃດໆ ທີ່ວ່າ ເປັນຜົລປະໂຫຍດໃຫ້ເດັກຕ້ອງມີສິດທິ ເຂົ້າຮ່ວມ ໄດ້ອອກຄໍາເຫັນ ເພື່ອເປັນການຕັດສິນ ແລະເພື່ອເປັນການອັນໃດທີ່ເປັນຜົລປະໂຫຍດ ໃຫ້ກັບເຂົາ ເພາະວ່າເຂົາເຈົ້າ ເປັນກຸ່ມ ເປົ້າໝາຍ ທີ່ຈະໄດ້ຮັບ ຜົລປະໂຫຍດເດ໊ ແຕ່ບໍ່ຄ່ອຍສໍາເຣັດ ເດັກນ້ອຍບໍ່ໄດ້ຮັບການ ເຂົ້າຮ່ວມເຕັມຮ້ອຍ ຫັ້ນນ່າ ມັນເປັນການທີ່ຜູ້ໃຫຍ່ ຕັດສິນເອົາ."

ຢ່າງໃດກໍຕາມ ອີງຕາມຣາຍງານຂອງສື່ມວນຊົນ ທາງການລາວ ເມື່ອວັນທີ 10 ສິງຫາ ທີ່ຜ່ານມານີ້ ທ່ານ ອາລຸນແກ້ວ ກິດຕິຄຸນ ຮອງ ປະທານຄນະກັມມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະເດັກນ້ອຍໄດ້ກ່າວວ່າ ເຖິງແມ່ນຈະມີ ຜົລສໍາເຣັດຫຼາຍດ້ານ ກໍຕາມ ແຕ່ເດັກນ້ອຍໃນລາວ ກໍມີແນວໂນ້ມ ທີ່ຈະຖືກປະລະຂ້ອນຂ້າງສູງ. ອີງຕາມບົດຣາຍງານກ່ຽວກັບເປົ້າໝາຍ ການພັທນາແບບຍືນຍົງ ແລະການປະເມີນຄວາມຄືບໜ້າ ຂອງສະພາບຊີວິດການ ເປັນຢູ່ທີ່ດີ ຂອງເດັກນ້ອຍ ໃນລາວ ປະມານ 71 ເປີເຊັນ ຂອງເດັກນ້ອຍອາຍຸ ຕໍ່າກວ່າ 18 ປີ ຖືກປະລະຢ່າງໜ້ອຍ 2 ດ້ານ ຄືດ້ານໂພສະນາການສຸຂພາບ ການສຶກສາ ການພັທນາເດັກນ້ອຍກ່ອນວັຍຮຽນການປົກປ້ອງ ເດັກນ້ອຍ ນໍ້າສະອາດ ສຸຂາພິບານ ບ່່ອນຢູ່ອາສັຍ ແລະ ດ້ານຂໍ້ມູນຂ່າວສານ.

ເຖິງແມ່ນການປະລະເດັກນ້ອຍ ຈະມີເຫດຜົລສໍາຄັນຂອງແຕ່ລະຄອບຄົວ ແຕ່ມັນກໍຍັງສົ່ງຜົລກະທົບ ໄປເຖິງໂຕເດັກນ້ອຍ ແລະຄອບຄົວ ນັ້ນເອງ. ແລະການຂຍາຍຕົວ ທາງດ້ານເສຖກິດ ຂອງປະເທດ ກໍໄດ້ຮັບຜົລກະທົບ ເຊັ່ນກັນ ຍ້ອນວ່າພວກ  ເດັກນ້ອຍ ຂາດສານອາຫານ ຕໍ່າເຕັ້ຽ ແລະຖືກປະລະ ບໍ່ໄດ້ຮຽນໜັງສື ແລະບໍ່ໄດ້ຮັບ ການຝຶກອົບຮົມ ໃຫ້ມີຄວາມສາມາດ ທີ່ຈໍາເປັນ ເພື່ອປະກອບສ່ວນ ເຂົ້າໃນການ ພັທນານັ້ນ. ຢູ່ລາວ ເດັກນ້ອຍອາຍຸບໍ່ເຖິງ 18 ປີ ມີປະມານ 40 ເປີເຊັນ ຂອງພົລເມືອງ ລາວ ທັງໝົດ.

ແລະອີງຕາມຂໍ້ມູນຂອງອົງການ UNICEF ປະຈໍາລາວ ໃນສິງຫາປີ 2019 ນີ້ ປະເມີນວ່າ ຢູ່ລາວ 1 ໃນ 3 ຂອງຈໍານວນເດັກນ້ອຍ ທັງໝົດ ຄື 275 ພັນຄົນ ທີ່ມີອາຍຸຫລຸດ 5 ປີ ມີຕົນໂຕເຕັ້ຽ ເຕີບໂຕບໍ່ສົມອາຍຸ ອັນເຮັດໃຫ້ສມອງໄດ້ຮັບການພັທນາໜ້ອຍ ຊຶ່ງຈະສົ່ງ ຜົລກະທົບ ອັນບໍ່ດີໃສ່ການຮຽນ ແລະເມື່ອເຕີບໃຫຍ່ ກໍຈະໄດ້ຮັບຜົນທົບນໍາດ້ວຍ. ແລະເມື່ອເວົ້າເຖິງເຣື່ອງ ການສຶກສາຂັ້ນປະຖົມ ກໍວ່າ ສປປລາວ ປະຕິບັດໄດ້ຕາມເປົ້າໝາຍການ ພັທນາສະຫັດສະວັດ ຂອງ ສະຫະປະຊາຊາດ ທີ່ມີເດັກນ້ອຍ ຈົດຊື່ເຂົ້າໂຮງຮຽນປະຖົມເຖິງ 98,7 ເປີເຊັນ ໃນປີ 2017 ແຕ່ລາວກໍຍັງ ເປັນປະເທດ ທີ່ມີດັຊນີ ດ້ານການສຶກສາ ຢູ່ໃນຣະດັບຕໍ່າທີ່ສຸດ ຫາກທຽບໃສ່ປະເທດອາຊຽນ ອື່ນໆ.

ແລະໃນມື້ວັນທີ 20 ພຶສຈິກາ ທີ່ຈະມາເຖິງນີ້ ກໍຈະໄດ້ມີການປະເມີນຜົນ ຂອງການປະຕິບັດ ສົນທິສັນຍາສາກົລ ວ່າດ້ວຍສິດທິເດັກນ້ອຍ ກ່ຽວກັບການແກ້ໄຂບັນຫາ ສິດທິເດັກນ້ອຍໃນລາວ ໂດຍແມ່ນຫລາຍອົງການຈັດຕັ້ງຕ່າງປະເທດ ຈະເປັນຜູ້ປະເມີນ ນຶ່ງໃນນັ້ນກໍມີອົງ ການ UNICEF ນໍາດ້ວຍ.

ຄໍາເຫັນ (0)
Share
ເຕັມຫນ້າ