ສື່ມວນຊົນຢູ່ລາວຍັງຖືກ ຄວບຄຸມ

ອຸ່ນແກ້ວ ສຸກສະຫວັນ
2020-04-30
ອີແມວລ໌
ຄໍາເຫັນ
Share
ພິມ
ສື່ສັງຄົມອອນລາຍ ຈາກ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ ນໍາສເນີຂ່າວ ວຽກງານການເຄື່ອນໄຫວ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ສປປ ລາວ
ສື່ສັງຄົມອອນລາຍ ຈາກ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ ນໍາສເນີຂ່າວ ວຽກງານການເຄື່ອນໄຫວ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ສປປ ລາວ
ພາບຈາກ : ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ

ສິດເສຣີພາບ ຂອງສື່ມວນຊົນລາວ ຢູ່ໃນອັນດັບທີ 172 ໃນຂນະທີ່ ປະເທດຄິວບາ ຖືກຈັດຢູ່ໃນອັນດັບທີ 171.

ສື່ມວນຊົນລາວ ຖືກຈັດໃນອັນດັບທີ 172 ໃນປີ 2020 ຫລຸດຈາກ ອັນດັບ ທີ 171 ໃນປີ 2019 ຊຶ່ງຖືວ່າ ຖືກຈຳກັດສິດໃນການຣາຍງານ ຂ່າວ ຢ່າງເປັນອິສຣະ ອີງຕາມບົດຣາຍງານ ຂອງສຳນັກຂ່າວບໍ່ມີ ພົມແດນ ຫລື Reporters without Borders.

ການທີ່ປະເທດລາວ ຢູ່ໃນດັບ 172 ຈາກທັງໝົດ 180 ປະເທດ ຖືກຢູ່ໃນອັນດັບທີ ຍັງບໍ່ດີຂຶ້ນ ໃນຂນະທີ່ປະເທດທີ່ສື່ມວນຊົນ ມີສິດເສຣີ ພາບອັນດັບທີ 1 ແມ່ນປະເທດ Norway, ອັນດັບ 2 ແມ່ນປະເທດ Finland ແລະ ອັນດັບ 3 ແມ່ນປະເທດ Denmark.

ນັກວິຊາການລາວກ່າວວ່າ ສາເຫດທີ່ສື່ມວນຊົນລາວ ຖືກຈັດຢູ່ໃນອັນນີ້ ຍ້ອນວ່າ ສື່ຂອງລາວບໍ່ມີຄວາມເປັນອິສຣະ ຖືກຄວບຄຸມໂດຍ ຣັຖບານ:

"ນັກສື່ສານມວນຊົນຂອງລາວ ສ່ວນຫລາຍກະຊິແມ່ນເປັນຂອງຣັຖບານ ແລະ ຣັຖບານເປັນຜູ້ຄວບຄຸມ ບັນດານັກຂ່າວ ຫລື ຜູ້ເຮັດໜ້າທີ່ ເປັນສື່ ສະນັ້ນແຫລະຄວາມເປັນອິສຣະຂອງນັກຂ່າວ ຫລື ນັກສື່ສານ ມວນຊົນຢູ່ລາວຈຶ່ງບໍ່ມີເນາະ ແລະ ກໍບໍ່ມີສິດທີ່ຈະໄປຊອກຂ່າວ ເຈາະຈີ້ມປະເດັນ ບັນຫາ ແບບອິສຣະ ຄື ຂອງຕ່າງປະເທດເຂົາ."

ເນື້ອຫາການນຳສະເໜີ ຂ່າວ ແມ່ນເປັນໄປຕາມ ຜູ້ທີ່ວາງນະໂຍບາຍ ຕ້ອງການຢາກໃຫ້ເປັນ ໂດຍທີ່ນັກຂ່າວເອງບໍ່ສາມາດໄປຫາ ປະເດັນຂ່າວ ທີ່ກ່ຽວຂ້ອງກັບຄວາມເດືອດຮ້ອນ ຂອງປະຊາຊົນໂດຍກົງ. ນັກວິຊາການກ່າວວ່າ:

"ແລະຊາທີ່ຮູ້ເວລາ ລົງໄປສະໜາມຂໍ້ມູນຕ່າງເຫລົ່ານັ້ນ ກະແມ່ນທາງຜູ້ຮັບຜິດຊອບ ໂຄງການເປັນຜູ້ໃຫຍ່ ສະນັ້ນແຫຼະ ການນຳສເນີຂ່າວ ທັງຫລາຍທັງປວງ ຈຶ່ງເປັນໄປຕາມຂ່າວທີ່ຜູ້ໃຫ້ ຢາກຈະໃຫ້ຮູ້ຫັ້ນນ່າ."

ນັກຂ່າວທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ: ການນຳສະເໜີຂ່າວຂອງນັກຂ່າວ ຕ້ອງໄດ້ລະມັດລະວັງຕົວເອງ ໃນການນຳສະເໜີຂ່າວ ຫລື ເຊັນເຊີຕົວເອງ ໂດຍການຂຽນຂ່າວຫົວຂໍ້ ທີ່ມີເນື້ອທີ່ບໍ່ໄປກະທົບຜົນປະໂຫຍດໃຜຫລາຍ.

ນັກຂ່າວທ່ານນຶ່ງກ່າວຕື່ມອີກວ່າ ການເຊັນເຊີຕົວເອງ ກໍຄື ການຂຽນຫົວຂໍ້ຂ່າວທັມມະດາ ແລະ ຫລີກລ້ຽງຫົວຂໍ້ຂ່າວທີ່ມັນແຮງ ເປັນທີ່ວິພາກ ວິຈານຂອງສັງຄົມ. ຂ່າວສ່ວນຫລາຍຈະນຳສະເໜີ ອອກໄປຈະກ່ຽວ ກັບພິທີການ ຊຶ່ງມັນບໍ່ກະທົບໂດຍກົງ ຕໍ່ການດຳລົງຊີວິດ ປະຊາຊົນ ສະນັ້ນເຂົາເຈົ້າຈຶ່ງ ບໍ່ໃຫ້ຄວາມສົນໃຈ. ປະຊາຊົນທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽສຣີ ວ່າ:

"ເພາະວ່າ ລາງເທື່ອມັນໄປແຕະຕ້ອງແນວທາງນະໂຍບາຍຂອງເພິ່ນ ເພິ່ນກະບໍ່ອະນຸມັດ ສ່ວນຫລາຍກະມີແຕ່ຍ້ອງຍໍຫັ້ນແຫລະ ອັນໃດວ່າ ໄປຂັດເພິ່ນແດ່ ໄປແຕະຕ້ອງເພິ່ນແດ່ບໍ່ໄດ້ແຫລະ ເພາະເພິ່ນບໍ່ຍອມ ຮັບເດ້."

ຣັຖບານລາວຈະໃຫ້ບູຣິມະສິດ ແກ່ໂຄງການລົງທຶນຂນາດໃຫຍ່ຂອງຕ່າງປະເທດ ເພື່ອສົ່ງເສີມການລົງທຶນ ໃນປະເທດລາວໃຫ້ຫຼາຍຂຶ້ນ. ໃນຂນະທີ່ສື່ມວນຊົນ ກໍຖືກກຳນົດໃຫ້ຣາຍງານຂ່າວເພື່ອເປັນການ ສົ່ງເສີມການລົງທຶນ ແລະ ຫລີກລ້ຽງຜົນກະທົບຕໍ່ການລົງທຶນ ເປັນຕົ້ນ ໂຄງການເຂື່ອນໄຟຟ້າ ແລະ ໂຄງການທາງຣົດໄຟ ລາວ-ຈີນ. ດັ່ງນັກວິຊາການ ທ່ານ ນີ້ ກ່າວຕື່ມວ່າ:

"ບັນຫາໃຫຍ່ໆ ຂອງໂຄງການ ບໍ່ວ່າຈະເປັນໂຄງການສ້າງເຂື່ອນ ໂຄງການສ້າງທາງຣົດໄຟກໍດີ ມັນຈຶ່ງບໍ່ມີນັກຂ່າວອິສຣະຜູ້ໃດ ເຂົ້າໄປ ເຮັດຂ່າວ ຫລືວ່າໄປເຈາະຈີ້ມຂ່າວໄດ້. ແຕ່ໃນແງ່ມຸມຂອງນັກຂ່າວ ລາວແລ້ວ ປັດຈຸບັນ ຣັຖບານລາວ ໄດ້ເປີດກວ້າງຕໍ່ສື່ມວນຊົນ ແລະ ບໍ່ມີການຈຳກັດສິດທິຂອງສື່ມວນຊົນ ແຕ່ຢ່າງໃດ."

ທ່ານ ພອນແກ້ວ ວໍລະຂຸນ ຮອງອຳນວຍການ ຫົວໜ້າບັນນາທິການ ໜັງສືພິມວຽງຈັນທາຍ ໄດ້ໃຫ້ສຳພາດ ວ່າ:

ເອເຊັຽເສຣີ ຖາມ: ທີ່ຜ່ານມາບໍ່ວ່າຈະເປັນໂຄງການໃຫຍ່ ບໍ່ວ່າຈະເປັນໂຄງການເຂື່ອນ ໂຄງການທາງຣົດໄຟຄວາມໄວສູງ ຂ່າວນີ້ ຄືເຫັນວ່າ ໄປແຕ່ລວງດຽວ ທີ່ວ່າສະໜັບສະໜູນ ການພັທນາ ຄືວ່າໃນແງ່ ຜົນປະໂຫຍດຢ່າງດຽວ ແຕ່ວ່າ ກໍຣະນີ ຜູ້ທີ່ໄດ້ຮັບຜົນກະທົບເດ້ ເຮົາຄືວ່າ ບໍ່ເຫັນໄດ້ເຈາະເລິກປານໃດໂຕນີ້?

ພອນແກ້ວ ຕອບ: ໂຕນີ້ເຮົາກະບໍ່ຮູ້ວ່າ ມັນກະຂຶ້ນນຳວ່າ ມັນຊິມີຜົນກະທົບບໍ່ ຊ່ຳໃດຫັ້ນນ່າ ເພາະວ່າ ເຮົາຣາຍງານຂ່າວນີ້ ເຮົາກະຣາຍງານ ຕາມເຫດການທີ່ເກີດຂຶ້ນ ຖ້າວ່າ ມີເຫດການທີ່ວ່າບໍ່ດີ ຫຼືວ່າກ່ຽວກັບ ທາງຣົດໄຟ ແມ່ນຫຍັງມີ ອັນນັ້ນອັນນີ້ ເກີດຂຶ້ນເຮົາກະຕ້ອງຣາຍງານ ຕາມເຫດການຫັ້ນນ່າ ເຂົາເຈົ້າເຫັນສິ່ງທີ່ດີ ເຮົາກະຣາຍງານສິ່ງທີ່ດີ ແຕ່ວ່າ ສິ່ງທີ່ບໍ່ດີ ເຮົາກະຣາຍງານຄືກັນ.

ເອເຊັຽເສຣີ: ໃນມຸມຂອງຄົນນອກ ທີ່ເບິ່ງເຂົ້າໄປ ເຂົາເຈົ້າກະຍັງເວົ້າວ່າ ເຮົາຖືກຈຳກັດສິດຢູ່ ໂຕນີ້ ເຮົາເຫັນວ່າ ຈັ່ງໃດນິ້ີ້?

ພອນແກ້ວ: ຈຳກັດສິດຫລືວ່າ ແນວໃດເນາະ ແລ້ວແຕ່ມຸມມອງຄົນທີ່ຊິເບິ່ງ ເພາະວ່າ ເຮົາຣາຍງານຕາມເຫດການທີ່ເກີດຂຶ້ນ ເຮົາບໍ່ໄດ້ ຣາຍງານວ່າຕ້ອງຣາຍງານພາບລົບ ລະເຮັດໃຫ້ເຮົາຈັ່ງເປັນສື່ມວນຊົນທີ່ດີ ຫລື ວ່າແນວໃດ ແຕ່ວ່າ ເຮົາກະຣາຍງານຕາມຄວາມຈິງ ທີ່ເກີດຂຶ້ນໃນປະເທດເຮົານີ້ລະ.

ເອເຊັຽເສຣີ: ອັນດັບສື່ມວນຊົນ ສິດເສລີພາບຂອງສື່ມວນຊົນນີ້ ລາວນີ້ ຖືກຈັດຢູ່ໃນ 172 ໃນປີນີ້ ຫັ້ນນ່າ?

ພອນແກ້ວ: ເຮົາກະເຫັນວ່າ ກະແລ້ວແຕ່ຜູ້ຈັດອັນດັບເນາະ ວ່າຂະເຈົ້າເບິ່ງເຮົາໃນມຸມມອງໃດ ຖ້າວ່າເຂົາເບິ່ງວ່າ ໂອ້ຍ ປະເທດລາວ ຄືບໍ່ຣາຍງານສິ່ງທີ່ບໍ່ດີ ມີແຕ່ຣາຍງານສິ່ງທີ່ດີ ຖ້າປະເທດໃດມີແຕ່ຣາຍງານ ສິ່ງທີ່ດີ ເຂົາກະຊິຈັດປະເທດນັ້ນ ເປັນປະເທດທີ່ສື່ມວນຊົນ ຫັ້ນບໍ່ດີ ຄິດວ່າ ເຂົາຊິມີຫລັກການແນວນັ້ນຫລາຍກ່ວາ ທີ່ວ່າ ສົ່ງແສງເຖິງຄວາມຈິງວ່າ ປະເທດລາວເຮົານີ້ ມີອັນນີ້ ດີຫລື ວ່າ ບໍ່ມີອັນດີ ສື່ມວນຊົນ ເຮົາຣາຍງານຫຍັງ ກະຣາຍງານຕາມເຫດການຕົວຈິງ ທີ່ເກີດຂຶ້ນ ເຮົາບໍ່ໄດ້ຣາຍງານວ່າ ເອີອັນນີ້ ດີແລ້ວ ເຮົາຕ້ອງຊອກສິ່ງ ທີ່ບໍ່ດີມາຣາຍງານ ອັນໃຫ້ມັນບາລັນສ ກັນຫັ້ນນ່າ.

ທ່ານ ພອນແກ້ວ ກ່າວຕື່ມອີກວ່າ ສື່ມວນຊົນລາວມີອິສຣະ ໃນການນຳສະເໜີຂ່າວ:

ເລື້ອງອິສຣະພາບ ການຣາຍງານນີ້ ມັນກະສູງ ເຮົາກະບໍ່ໄດ້ຂໍ້ບັງຄັບຫຍັງຈາກຣັຖ ເຮົາເຮັດຕາມຄວາມສາມາດ ເຮົາເຮັດຕາມເຫດການ ທີ່ເຮົາໄດ້ສ່ອງແສງໃຫ້ສັງຄົມໄດ້ຮັບຊາບໄດ້ ວ່າ ຊັ້ນຊະ; ນຶ່ງກະແມ່ນ ເລື້ອງການຣາຍງານຂ່າວນີ້ ມີ ມີຂອບເຂດ ມີສິດທີ່ສາມາດເຮັດໃຫ້ ທຸກຢ່າງບໍ່ໄດ້ຖືກຈຳກັດຈາກພາກຣັຖ ເຖິງວ່າ ເຮົາຊິເປັນໜັງສືພິມຂອງພັກ ຂອງຣັຖ ເນາະ ກະໄດ້ສະເໜີ ຕາມຄວາມຕ້ອງການ ຕາມສະພາບ ທີ່ເກີດຂຶ້ນ ຫາຄວາມຈິງໃຫ້ມັນໄດ້.

ຖ້າເບິ່ງອີກດ້ານນຶ່ງ ກໍຄືຄວາມສາມາດຂອງນັກຂ່າວລາວມີ, ແຕ່ວ່ານັກຂ່າວສ່ວນຫລາຍເປັນຣັຖກອນ ເພາະສະນັ້ນ ການຣາຍງານຂ່າວ ກໍຕ້ອງເປັນໄປຕາມນະໂຍບາຍຂອງຣັຖບານ.

ດຣ. ອຽນ ແບ ຮອງສາສດາຈານ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດີເຊິນ ຢູ່ ຣັຖວິຄອນຊິນ ຊຶ່ງເປັນຜູ້ທີ່ເຄີຍເຮັດວຽກ ຢູ່ ປະເທດລາວ ມາຫລາຍປີ ໄດ້ກ່າວຕໍ່ເຊັຽເສຣີ ວ່າ:

"ສື່ມວນຊົນນີ້ນະ ມັນເປັນ ມັນເປັນຂອງຣັຖບານ ຈັ່ງຊັ້ນການສະເໜີຂອງກໍຕ້ອງເປັນໄປຕາມນະໂຍບາຍ ຫລືວ່າແນວຄຶດຂອງຣັຖບານ ນັກຂ່າວບາງຄົນເຂົາກະມີແນວຄິດດີຢູ່ ແຕ່ມັນກະມີຂອບເຂດ ໃນການ ສະເໜີຂ່າວ."

ສິ່ງນຶ່ງທີ່ໜ້າສົນໃຈກໍຄື ຖ້າວ່າສື່ມວນຊົນບໍ່ສາມາດສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນລາວໄດ້ ເຂົາເຈົ້າກໍຈະຫັນໄປໃຊ້ສື່ສັງຄົມອອນລາຍ ແລະ ບາງກໍຣະນີ ປະຊາຊົນກໍຫັນໄປເຊື່ອຂ່າວລື ຫລາຍກ່ວາ, ດຣ. ອຽນ ແບຣ ກ່າວຕື່ມອີກວ່າ:

"ໃນເມື່ອ ໃນເມື່ອປະຊາຊົນລາວນີ້ນະ ບໍ່ຄ່ອຍເຊື່ອໝັ້ນກັບສື່ມວນຊົນ ຂອງປະເທດນັ້ນ ເຂົາໂອກາດທີ່ເຂົາຈະຮັບຟັງຂ່າວລືນີ້ນະ ໃຫ້ເປັນ ຄວາມເປັນຈິງມັນມີໂອກາດຫລາຍ."

ນັບແຕ່ເກີດເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນປີ 2018 ແລະ ປັດຈຸບັນ ເຫດການຣະບາດຂອງພຍາດໂຄວິດ-19, ທາງການ ລາວຕ້ອງໄດ້ມີການຖະແຫລງຂ່າວຕໍ່ສື່ມວນຊົນ ເພື່ອສະກັດກັ້ນຂ່າວ ປອມ.

ທ່ານ ຈະເລີນ ເຢັຽປາວເຮີ, ຣັຖມົນຕຼີ ປະຈຳສຳນັກງານ ນາຍົກຣັຖມົນຕຼີ ໄດ້ກ່າວຕອນນຶ່ງໃນຖະແຫລງການ ຫລັງຈາກກອງປະຊຸມ ຣັຖບານ ປະຈຳເດືອນພຶສພາ ວ່າ:

"ຂໍໃຫ້ສື່ມວນຊົນຂອງເຮົາເອງ ລວມທັງສື່ອອນລາຍຕ່າງໆ ຍົກສູງນ້ຳໃຈຮັກຊາດສືບຕໍ່ຮັບໃຊ້ປະຊາຊົນ ອອກຂ່າວຄາວໃຫ້ຂໍ້ມູນ ທີ່ຖືກຕ້ອງຕາມຄວາມເປັນຈິງ ໃຫ້ຫລາຍຂຶ້ນ ໃຫ້ຂໍ້ມູນສິ່ງທີ່ເປັນປະໂຫຍດ ສູງສຸດ ຫລີກເວັ້ນການອອກຂ່າວການໃຫ້ຂໍ້ມູນເທັດ ທີ່ຈະສ້າງການປັ່ນປ່ວນ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈຄວາມສງົບ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຂອງສັງຄົມ ນັ້ນແມ່ນຈິດໃຈສຳຄັນ ຂອງກອງປະຊຸມຣັຖບານໃນຄັ້ງນີ້."

ເຫດການທີ່ເກີດຂຶ້ນທີ່ຜ່ານມາ ສື່ມວນຊົນລາວ ບໍ່ອອກເປັນຂ່າວໄດ້:

• ວັນທີ 10 ເມສາ 2020, ກໍາມະກອນໂຮງງານຕັດຫຍິບ ລາວຄອມຟອດ ກາເມັ້ນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ປະທ້ວງນາຍຈ້າງຍ້ອນເຈົ້າຂອງໂຮງງານ ທີ່ເປັນຄົນຈີນ ບໍ່ຍອມຈ່າຍເງິນເດືອນ ຕາມກໍານົດເວລາ ທີ່ໃຫ້ສັນຍາໄວ້ ແລະບໍ່ອະນຸຍາດ ໃຫ້ພວກເຂົາ ເຈົ້າຢຸດງານ ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດ.

• ໃນກາງເດືອນມີນາ 2020 ປະຊາຊົນບ້ານຊຽງດາ 2 ຄົນຖືກເຈົ້າໜ້າທີ່ຕຳຣວດ ເມືອງໄຊເສດຖາຈັບຕົວ ຍ້ອນມີຂໍ້ຂັດແຍ່ງທີ່ດິນກັບ ໂຄງການກໍ່ສ້າງມະຫະວິທະຍາໄລ ວິທຍາສາດສຸຂພາບ.

• ເດືອນມົກກະຣາ ປີ 2015 ມີຄົນວຽດນາມເຂົ້າມາລັກເອົາພະພຸດທະຮູບເກົ່າແກ່ ຢູ່ວັດອົງຕື້ມະຫາວິຫານ ນະຄອນຫລວງວຽງຈັນ ແຕ່ ບໍ່ສາມາດອອກເປັນຂ່າວໄດ້ ຍ້ອນວ່າ ນັກຂ່າວຖືກຫ້າມບໍ່ໃຫ້ອອກຂ່າວ. ນອກຈາກນີ້ ຍັງມີ ອີກຫລາຍເຫດການທີ່ເກີດຂຶ້ນ ທີ່ສື່ມວນຊົນ ບໍ່ໄດ້ຣາຍງານເປັນຂ່າວ ຍ້ອນວ່າ ຕ້ອງໄດ້ເຊັນເຊີຕົວເອງ.

ປະເທດລາວ ໄດ້ອອກດຳຣັດວ່າດ້ວຍການຄຸ້ມຄອງຂໍ້ມູນຜ່ານອິນເຕີເນັດ ເລກທີ 327 ທີ່ອອກມາໃນເດືອນກັນຍາ 2014 ເພື່ອຄວບຄຸມ ຜູ້ທີ່ໃຊ້ສື່ສັງຄົມອອນລາຍສະເພາະ ຫລື ຜູ້ທີ່ສະແດງຄຳຄິດຄຳເຫັນ ແລະ ຈັບຕົວຜູ້ກ້າສະແດງຄຳຄິດຄຳເຫັນທີ່ໄປວິພາກ ວິຈານ ຣັຖບານ ຜ່ານສື່ສັງຄົມອອນລາຍ.

ແລະ ນອກຈາກນີ້ ຍັງມີກົດໝາຍວ່າດ້ວຍສື່ມວນຊົນ ສະບັບປັບປຸງ ທີ່ອອກມາໃນເດືອນພຶສຈິກາ ປີ 2016.

ປະເທດລາວມີສື່ສິ່ງພິມ 24 ສຳນັກ ໃນນັ້ນມີໜັງສື່ພິມທີ່ຣາຍວັນທີ່ເປັນຫລັກ ໜັງສືພິມພາສາຕ່າງປະເທດວຽງຈັນທາມ, ໜັງສືພິມປະຊາຊົນ ຫລື ສຽງຂອງສູນກາງພັກ, ວຽງຈັນໃໝ່, ເສຖກິດສັງຄົມ, ຂ່າວສານປະເທດລາວ, ລາວພັທນາ.

ມີໂທຣະທັສຫລາຍກວ່າ 30 ສະຖານນີ້ ທັງສູນກາງ ແລະ ຕ່າງແຂວງ, ມີວິທຍຸປະມານ 40 ສະຖານນີ, ແລະ ນອກຈາກນີ້ ຍັງມີ Cable TV ທີ່ສາມາດຮັບໄດ້ 30 ຊ້ອງ. ແລະ ຍັງມີຜູ້ທີ່ຂຶ້ນທະບຽນ ເປັນສື ສັງຄົມອອນລາຍ ຜ່ານມາເຟສບຸກ ແລະ ຢູທູບ.

ຄໍາເຫັນ (0)
Share
ເຕັມຫນ້າ