ກົດໝາຍສິ່ງແວດລ້ອມ ປັບປຸງໃໝ່ ຖືກຮັບຮອງ

ຈໍາປາທອງ
2020-07-13
ອີແມວລ໌
ຄໍາເຫັນ
Share
ພິມ
ທ່ານ ສົມມາດ ພົລເສນາ ຣັຖມົນຕຣີ ກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ
ທ່ານ ສົມມາດ ພົລເສນາ ຣັຖມົນຕຣີ ກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ
ຮູບພາບຈາກວີດີໂອ ກຊສ

ສິ່ງແວດລ້ອມຢູ່ປະເທດລາວ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ, ປ່າໄມ້ຖືກທໍາລາຍ, ດິນ ແລະນໍ້າ ປົນເປື້ອນໄປດ້ວຍສານພິດເຄມີ ທີ່ເປັນ ພິດພັຍຕໍ່ປາ ແລະສັດນໍ້າອື່ນໆ ແມ້ກະທັງຄົນ ກໍໄດ້ຮັບຜົລກະທົບ ເປັນຕົ້ນຈາກສານເຄມີ ທີ່ຖືກໃຊ້ໃນສວນກ້ວຍຈີນ, ໃນການຂຸດຄົ້ນ ປຸງແຕ່ງແຮ່ທາດ, ໃນໂຮງຈັກໂຮງງານ, ການສ້າງເຂື່ອນໄຟຟ້າ ແບບບໍ່ມີຂອບເຂດ ເປັນຕົ້ນ ເຂື່ອນກັ້ນແມ່ນໍ້າຂອງ ກໍຍິ່ງມີຜົລກະທົບ ທີ່ບໍ່ພຽງຕໍ່ປະເທດລາວ ແລະ ປະຊາຊົນລາວເທົ່ານັ້ນ ແຕ່ຫາກຍັງຕໍ່ປະເທດ ແລະປະຊາຊົນໃນເຂດລຸ່ມແມ່ນໍ້າຂອງນໍາດ້ວຍ, ດັ່ງທີ່ທ່່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອບໍ່ດົນ ມານີ້ວ່າ:

"ໃນເຣື່ອງຜົລກະທົບ ໃນແມ່ນໍ້າຂອງ ນີ້ເຈົ້າຈະສ້າງເຂື່ອນຢູ່ໃສ ໃນແມ່ນໍ້າຂອງນີ້ ບໍ່ວ່າທາງຕົ້ນ-ປາຍ-ກາງອິຫຍັງຕ່າງໆນີ້ ມັນມີຜົລກະທົບ ໄປເຖິງກັນໝົດໃນເຣື່ອງຣະດັບນໍ້າໃນເຣື່ອງ ການອົພຍົບຂອງປາ ເຣື່ອງຂອງຕະກອນຫຼາຍເຣື່ອງ ມັນບໍ່ໄດ້ບອກວ່າສ້າງທີ່ຫຼວງພຣະບາງ ແລ້ວ ມັນສິມີຜົລກະທົບຕໍ່ ຫຼວງພຣະບາງເທົ່ານັ້ນ. ສະນັ້ນ ເຂື່ອນຫຼວງພຣະບາງ ກະມີ ຜົລກະທົບກັບຄົນທ້າຍນໍ້າ ກັບຄົນເໜືອນໍ້າໝົດ. ເພາະສະນັ້ນ ມັນບໍ່ສົມຄວນສ້າງ."

ເວົ້າເຖິງການກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານໄຟຟ້າຖ່ານຫິນ ຊຶ່ງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຣາຍງານຕໍ່ກອງປະຊຸມ ເປີດກວ້າງ ສະລຸບ ການຈັດຕັ້ງປະຕິບັດແຜນພັທນາ ວຽກງານພະລັງງານ ແລະບໍ່ແຮ່ 5 ປີ ຄັ້ງທີ 8 (2016 -2020) ຢູ່ຫໍປະຊຸມແຫ່ງຊາດ ໃນມື້ວັນທີ 4 ກຸມພາ ທີ່ຜ່ານມາ ວ່າ:

“ທົ່ວປະເທດມີແຫລ່ງຜລິດພະລັງງານໄຟຟ້າແລ້ວທັງໝົດ 78 ແຫ່ງ.”

ແລະການຂຸດຄົ້ນແຮ່ທາດຢູ່ລາວ ກໍມີຢ່າງຫຼວງຫຼາຍ ເປັນຕົ້ນການຂຸດຄົ້ນປຸງແຕ່ງ ບໍ່ຄຳ-ທອງ ເຊໂປນ ຂອງບໍຣິສັດລ້ານຊ້າງ ມີເນໂຣ ລິມິເຕັດ ຢູ່ແຂວງສວັນນະເຂດ ຊຶ່ງໃນປີ 2020 ນີ້ ຄາດວ່າຈະຜລິດຄໍາແທ່ງໃຫ້ໄດ້ 1,5 ຕັນ ແລະແຜ່ນທອງ 45,000 ຕັນ ແລະບໍ່ຄໍາ ພູເບັ້ຍ ຢູ່ແຂວງວຽງຈັນ.

ແລະເມື່ອເວົ້າເຖິງການໃຊ້ສານເຄມີ ແບບຊະຊາຍເປັນຈໍານວນຫຼວງຫຼາຍ ທີ່ຈີນ ແລະວຽດນາມ ໃຊ້ໃນການເຮັດກະສິກັມຢູ່ປະເທດລາວ ກໍສົ່ງຜົລກະທົບ ອັນໜັກໜ່ວງທັງຕໍ່ ສິ່ງແວດລ້ອມ ແລະຕໍ່ປະຊາຊົນລາວ ດັ່ງທີ່ເປັນຂ່າວລືກັນຫລາຍຈົນມາເຖິງປັດຈຸບັນນີ້.

ຫລືຍ້ອນອາດມີບັນຫາໜັກໜ່ວງຄືແນວນັ້ນ ກອງປະຊຸມສມັຍສາມັນ ເທື່ອ ທີ 9 ຂອງສະພາແຫ່ງຊາດຊຸດ ທີ 8 ຂອງ ສປປລາວ ທີ່ໄດ້ ດໍາເນີນໄປ ແຕ່ມື້ວັນທີ 24 ມິຖຸນາ ຫາ ວັນທີ 2 ກໍຣະກະດາ 2020 ນີ້ ຈຶ່ງໄດ້ພິຈາຣະນາຄືນໃໝ່ ແລະໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ໃນມື້ວັນທີ 1 ກໍຣະກະດາ ພາຍຫລັງທີ່ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ ຣັຖມົນຕຣີກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເປັນຜູ້ສເນີໃນມື້ດຽວກັນນັ້ນ.

ທ່ານ ສົມມາດ ສເນີຮ່າງປັບປຸງກົດໝາຍ ດັ່ງກ່າວ ຕໍ່ກອງປະຊຸມສະພາ ແຫ່ງຊາດ ໂດຍໄດ້ຍົກເຫດຜົນ ແລະຄວາມຈໍາເປັນ ໃນການປັບປຸງ ກົດໝາຍນັ້ນຄື ປັບປຸງ 2 ມາດຕຣາ: ມາດຕຣາ 18 ແລະ 19 ຊຶ່ງ ມາດຕຣາ 18 ກໍານົດການສ້າງແຜນຄຸ້ມຄອງ ສິ່ງແວດລ້ອມແບບຮອບ ດ້ານ ທີ່ໃນຂໍ້ທີ 1 ເວົ້າເຖິງການກໍານົດແຜນການນໍາໃຊ້ ຊັພຍາກອນ ທໍາມະຊາດ ແບບຍືນຍົງ ແລະແຜນນໍາໃຊ້ທີ່ດິນ ໂດຍສອດຄ່ອງກັບ ແຜນແມ່ບົດ ການຈັດສັນນໍາໃຊ້ທີ່ດິນແຫ່ງຊາດ, ໃນຂນະທີ່ເກີດມີການຂັດແຍ່ງ ທາງດ້ານທີ່ດິນຢ່າງຫຼວງຫຼາຍ ຈົນກາຍເປັນບັນທີ່ທາງສະພາ ແຫ່ງຊາດ ແລະ ສານປະຊາຊົນ ສປປລາວ ຍັງບໍ່ສາມາດແກ້ໄຂ ໃຫ້ຕົກໄປໄດ້.

ອັນນຶ່ງທີ່ສະແດງອອກເຖິງຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນຫຼາຍຄືແນວນັ້ນ ຄືກອງປະຊຸມສະພາແຫ່ງຊາດ ດໍາເນີນໄປເປັນພຽງ ໄລຍະສັ້ນໆ ກໍມີປະຊາຊົນຂໍຮ້ອງ ມາໃຫ້ຊ່ອຍ ແກ້ໄຂກ່ຽວກັບບັນຫາດັ່ງກ່າວ ຜ່ານໂທຣະສັບສາຍດ່ວນຫຼາຍກວ່າ 400 ສາຍ ຊຶ່ງໃນນັ້ນ ບັນຫາ ທີ່ເປັນໃຈກາງ ກໍແມ່ນບັນຫາຂັດແຍ່ງ ທາງດ້ານທີ່ດິນ, ບັນຫາຄ່າໄຟຟ້າແພງ.

ເວົ້າເຖິງເຣຶ່ອງສິ່ງແວດລ້ອມ ບັນຫາສໍາຄັນອີກອັນນຶ່ງ ກໍແມ່ນການຕັດໄມ້ທໍາລາຍປ່າຢ່າງຫຼວງຫຼາຍຢູ່ລາວ,

ເຖິງມີແຈ້ງການຂອງນາຍົກຣັຖມົນຕຣີ ອອກມາຫລາຍເທື່ອຮວມທັງແຈ້ງການ ເລກທີ 15 ເມື່ອບໍ່ຫລາຍປີມານີ້ ກໍຍັງມີຂ່າວອອກມາຕລອດ ວ່າຍັງມີການຕັດ ແລະສົ່ງໄມ້ອອກໄປຕ່າງ ປະເທດ ເປັນຕົ້ນວຽດນາມ ແລະຈີນນັ້ນຢູ່.

ນອກຈາກນັ້ນ ສວນກ້ວຍຈີນ ເປັນຕົ້ນຢູ່ພາກເໜືອຂອງລາວ ກໍໃຊ້ສານພິດເຄມີແບບຊະຊາຍ ຢ່າງຫລວງຫລາຍ ເຮັດໃຫ້ແຫລ່ງນໍ້າເປັນພິດ, ສັດນໍ້າຕາຍ ແລະເປັນອັນຕະຣາຍ ຕໍ່ປະຊາຊົນ ຈົນວ່າເສັຍຊີວິດຍ້ອນກໍມີ ແລະອື່ນໆ ທີ່ເປັນພິດພັຍຕໍ່ສິ່ງແວດລ້ອມ.

ເວົ້າເຖິງເຣຶ່ອງການເຮັດກະສິກັມ ຂອງຈີນ ແລະວຽດນາມ ຢູ່ປະເທດລາວ ແມ່ນໃຊ້ສານເຄມີ ຢ່າງຫລວງຫລາຍ ທີ່ເຮັດໃຫ້ສິ່ງແວດລ້ອມຖືກ ທໍາລາຍ ຈົນກາຍເປັນບັນຫາໃຫຍ່ ໃນປັດຈຸບັນ ດັ່ງນັກຊ່ຽວຊານລາວ ທ່ານນຶ່ງ ໃຫ້ຄໍາເຫັນຕໍ່ວິທຍຸເອເຊັຍເສຣີ ເມື່ອມໍ່ໆຜ່ານມານີ້ວ່າ:

"ດຽວນີ້ ໂອ໋ ມັນໜັກຫລາຍແມ່ນພວກ ຈີນພວກວຽດ ທີ່ວ່າເຂົ້າມາເຮັດກະສິກັມ ຢູ່ບ້ານເຮົານີ໋ ໃຊ້ສານເຄມີຫລາຍ ເປັນສານທີ່ຕົກຄ້າງຫຼາຍ ໝາກກ້ວຍມັນເຮັດ ເປັນພັນໆເຮັກຕາ ພຸ້ນໃດ໋ ໃຊ້ສານເຄມີທາງດ້ານກວດກາ ກະເຮັດຫຍັງໃຫ້ເຂົາກະບໍ່ໄດ້ດອກ ເພາະ ຈີນ ກະຄືວ່າ ຈີນກັບວຽດ ບໍ່ໄດ້ສົນນະ ມັນເວົ້ານໍ້າທາງເທິງພຸ້ນ ບໍ່ໄດ້ເວົ້ານໍາທາງລຸ່ມກະກວດ ກະຊວງກະສິກັມກະກວດ ເວົ້າໄປໜ້ອຍນຶ່ງ ກະຢຸດໄປ ບໍ່ປະຕິບັດຕາມກົດໝາຍ."

ເມື່ອເວົ້າເຖິງຂແນງການ ທີ່ກ່ຽວຂ້ອງກັບບັນຫາດັ່ງກ່າວ ຊຶ່ງກໍານົດໄວ້ຢູ່ໃນມາດຕຣາ 19 ທີ່ ທ່ານ ສົມມາດ ພົນເສນາ ສເນີໃຫ້ກອງປະຊຸມ ສະພາແຫ່ງຊາດ ພິຈາຣະນາ ແລະ ຮັບຮອງເອົາການປັບປຸງ ວັກທີ 2 ນັ້ນວ່າ ໃນການສ້າງນະໂຍບາຍ, ແຜນຍຸທສາດ ແລະແຜນງານ ຕ່າງໆ ເປັນຕົ້ນໃນຂແນງການ ພະລັງງານ ແລະບໍ່ແຮ່, ກະສິກັມ ແລະປ່າໄມ້, ອຸດສາຫະກັມ ແລະການຄ້າ, ໂຍທາທິການແລະຂົນສົ່ງ, ໄປສະນີ, ໂທຣະຄົມມະນາຄົມ ແລະການສື່ສານ, ຂແນງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຕ້ອງດໍາເນີນການປະເມີນ ສິ່ງແວດລ້ອມ ແບບຍຸທສາດ ຍົກເວັ້ນແຜນການກ່ຽວກັບ ການນໍາໃຊ້ເນື້ອທີ່ຂນາດນ້ອຍ ທີ່ໄດ້ກໍານົດໄວ້ໃນແຜນຄຸ້ມຄອງ ສິ່ງແວດລ້ອມແບບຮອບດ້ານ ແລະທັງວ່າ ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ແມ່ນເພື່ອໃຫ້ສອດຄ່ອງ ກັບກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019.

ແຕ່ຄວາມເປັນຈິງແລ້ວ ຫລາຍຄົນເວົ້າວ່າ ຂແນງພະລັງງານ ແລະບໍ່ແຮ່, ກະສິກັມ ແລະປ່າໄມ້ ແລະຂແນງອຸດສາຫະກັມ ແລະການຄ້າ ເປັນຂແນງການຕົ້ນຕໍ ທີ່ມີສ່ວນຮັບຜິດຊອບ ໃນການເຮັດໃຫ້ສິ່ງແວດລ້ອມ ຖືກທໍາລາຍ ຍ້ອນການສ້າງເຂື່ອນໄຟຟ້າ ທັງເຂື່ອນນ້ອຍ ເຂື່ອນໃຫຍ່ຫລາຍສິບແຫ່ງ, ການຂຸດຄົ້ນແຮ່ທາດ ແລະທັງໂຮງງານ ທີ່ໃຊ້ສານເຄມີ, ສວນກ້ວຍ ໃຊ້ສານເຄມີແບບຊະຊາຍຫລວງຫລາຍ, ການຕັດໄມ້ທໍາລາຍປ່າ ແລະອື່ນໆ ທີ່ໂລກຈະເຣີນເພິ່ນບໍ່ເຮັດກັນ.

ເວົ້າເຖິງການຕັດໄມ້ທໍາລາຍປ່າ ເຮັດໃຫ້ເກີດພັຍແຫ້ງແລ້ງ ເຈົ້າໜ້າທີ່ຢູ່ແຂວງພາກເໜືອຂອງລາວ ເວົ້າກັບວິທຍຸເອເຊັຍເສຣີ ເມື່ອບໍ່ດົນມາ ນີ້ວ່າ ມີການຖາງປ່າ ເຮັດໄຮ່, ປູກຢາງພາຣາ:

"ຢູ່ບ້ານຫັ້ນນໍ້າກໍແຫ້ງແລ້ງ ເຂົາເຮັດຢາງພາຣາ ແລະຖາງປ່າເຮັດໄຮ່ ແລ້ວກໍແຫ້ງແລ້ງ ແລະກໍບໍ່ຄ່ອຍຈະພໍແມ."

ແຕ່ເຖິງຢ່າງໃດກໍຕາມ ຮ່າງກົດໝາຍສະບັບປັບປຸງນີ້ ກໍຖືກກອງປະຊຸມສະພາຮັບຜ່ານ ຊຶ່ງໃນໄລຍະປິດກອງປະຊຸມສະພາ ຍານາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ກໍໄດ້ກ່າວຕອນນຶ່ງ ເຖິງການຮັບຮອງເອົາ ກົດໝາຍນັ້ນວ່າ:

"ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ການປັບປຸງບາງມາຕຣາ ຂອງບັນດາກົດໝາຍດັ່ງກ່າງ ຈະປະກອບສ່ວນເຮັດໃຫ້ການ ຄຸ້ມຄອງຣັຖຄຸ້ມຄອງເສຖກິດສັງຄົມ ໃນຂົງເຂດວຽກງານ ດັ່ງກ່າວ ມີຄວາມສອດຄ່ອງກັບການພັທນາ ເສຖກິດ-ສັງຄົມ ການປົກປັກຮັກສາ ສິ່ງແວດລ້ອມ ໃນໄລຍະໃໝ່ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ການປັບປຸງບາງມາຕຣາ ຂອງບັນດາກົດໝາຍດັ່ງກ່າງ ຈະປະກອບສ່ວນເຮັດໃຫ້ການ ຄຸ້ມຄອງຣັຖຄຸ້ມຄອງເສຖກິດສັງຄົມ ໃນຂົງເຂດວຽກງານດັ່ງ ກ່າວ ມີຄວາມສອດຄ່ອງກັບ ການພັທນາ ເສຖກິດ-ສັງຄົມ ການປົກປັກຮັກສາ ສິ່ງແວດລ້ອມ ໃນໄລຍະໃໝ່."

ຊຶ່ງໃນຂນະນີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະພາແຫ່ງຊາດ, ເຈົ້າໜ້າທີ່ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ, ກົດໝາຍ ສະບັບປັບປຸງ ທີ່ກອງປະຊຸມສະພາ ຮັບຮອງເອົານັ້ນ ປັດຈຸບັນກໍາລັງຮຽບຮຽງຢູ່, ຍັງບໍ່ທັນໄດ້ອອກເທື່ອ.

ເວົ້າເຖິງກົດໝາຍຢູ່ປະເທດລາວ ກໍມີເກືອບຮອດ 150 ສະບັບ ໃນການຄຸ້ມຄອງຄອງຣັຖ, ຄຸ້ມຄອງສັງຄົມ, ແຕ່ເຖິງປານນັ້ນ ສັງຄົມລາວ ກໍຍັງປັ່ນປ່ວນ ສັບສົນ, ຫລາຍໆບັນຫາ ທີ່ແຕະຕ້ອງເຖິງສິດ ແລະຜົລປະໂຫຍດອັນຊອບທັມ ຂອງປະຊາຊົນລາວ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ຫລືອາດເປັນຍ້ອນຄືກັນກັບຜູ້ຄົນກ່າວຂານກັນວ່າ ມີກົດໝາຍ ຫລາຍສະບັບ ແຕ່ກົດໝາຍນັ້ນ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດ ໃຫ້ເກີດຜົລເປັນຈິງພໍເທົ່າໃດ ຍ້ອນວ່າ ກົດໝາຍເປັນຄືໃຍແມ່ງມຸມ ທີ່ຄຸມໄດ້ແຕ່ມົດແມງ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວທ່ານນຶ່ງ ກໍເວົ້າວ່າ ເຖິງຍັງປະຕິບັດບໍ່ໄດ້ດີ ແຕ່ກໍມີໄວ້ ດີກວ່າບໍ່ມີ:

"ກະຍາກຫັ້ນແຫຼະ ຫາກມັນມີໄວ້ກະດີມັນກະມີບ່ອນອີງໄວ້ ເຖິງວ່າເຮັດບໍ່ໄດ້ກະຢ່າ ດີກວ່າບໍ່ມີ ຜູ້ໃດເຂົາຄົ້ນຄວ້າກົດໝາຍເລິກ ເຂົາກໍເອົາ ໂຕນີ້ມາອ້າງມາອີງ ເປັນບ່ອນອີງ ໃນຄວາມ ທີ່ຖືກຕ້ອງ."

ກົດໝາຍສະບັບປັບປຸບ 6 ສະບັບ ທີ່ກອງປະຊຸມສະພາແຫ່ງຊາດ ຮັບຮອງເອົາໃນຕົ້ນເດືອນກໍຣະກະດານີ້ ແມ່ນນອນຢູ່ໃນກົດໝາຍຈໍານວນ ທັງໝົດ 147 ສະບັບທີ່ມີຜົລບັງຄັບໃຊ້ຢູ່ໃນ ສປປລາວ ປັດຈຸບັນ.

ເຕັມຫນ້າ