ກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ຂອງສພາແຫ່ງຊາຕຊຸດທີ 8 ກໍດຳເນີນມາໄດ້ກາງທາງແລ້ວ. ໃນສັປດານີ້, ສພາແຫ່ງຊາຕໄດ້ຮັບຟັງການຣາຍງານ ຜົລການກວດກາຂອງອົງການກວດກາຣັຖບານ ແລະ ຜົລການກວດສອບການນຳໃຊ້ງົບປະມານແຫ່ງຊາຕ ຈາກອົງການກວດສອບແຫ່ງຣັຖ. ຕໍ່ການຣາຍງານດັ່ງກ່າວ ສສຊ ຈາກເຂດເລືອກຕັ້ງຕ່າງໆ ກໍໄດ້ສະທ້ອນບາງບັນຫາໃຫ້ປະທານກອງປະຊຸມໄດ້ຮັບຮູ້ ເພື່ອຝາກໄປເຖິງຣັຖບານ ໃນການຊອກວິທີແກ້ໄຂ, ເປັນຕົ້ນກໍແມ່ນ ບັນຫາການສໍ້ຣາສບັງຫຼວງ ທີ່ນັບມື້ນັບຮຸນແຮງ ແລະ ສສຊ ກໍໄດ້ຮັບຟັງວ່າ ມີການສໍ້ຣາສບັງຫຼວງໃນກົງຈັກຣັຖບານ ແລະ ສາມາດກວດເຫັນໄດ້ທຸກສມັຍຂອງກອງປະຊຸມສພາ, ແຕ່ບັນດັ່ງກ່າວ ພັດບໍ່ສາມາດຖືກແກ້ໄຂໃຫ້ຕົກໄປໄດ້.
ທ່ານ ສາຍທອງ ແກ້ວດວງດີ, ສສຊ ຈາກເຂດເລືອກຕັ້ງທີ່ 1, ນະຄອນຫຼວງວຽງຈັນ.
“ໂກງກິນບ່ອນໃດ? ໜ່ວຍງານຂອງຣັຖຈຳນວນນຶ່ງ ເອົາເງິນໄປຝາກທນາຄານຣັຖຂອງຕົນເອງ ແລະ ໃນນັ້ນ ເອົາໄປປັນກັນເຂົ້າຖົງໂຕເອງ, ເຫຼືອໜ້ອຍນຶ່ງ ສົ່ງເຂົ້າຣັຖ. ຄັນເປັນແນວນີ້, ເສຖກິຈຂອງປະເທດຂຍາຍໂຕຂຶ້ນ ປະຊາຊົນຜູ້ປະກອບການ ເສັຽອາກອນພາສີໃຫ້ຣັຖຢ່າງເອົາໃຈໃສ່, ຣາຍຮັບເຂົ້າງົບປະມານສູນກາງຣັຖບານໜ້ອຍນຶ່ງ. ກະສະແດງວ່າຣັຖບານເຮົານີ້ເຣີ່ມທຸກລົງ, ພະນັກງານຣັຖຢູ່ໃນກົງຈັກຣັຖເຄິ່ງກາງ ຮັ່ງຂຶ້ນ. ອັນນີ້ມັນຜິດຫຼັກການ ກົດໝາຍຊິຂຽນແນວໃດກະຂຽນ ມັນຂາດຈັນຍາບັນ-ຈັນຍາທັມ ແລະ ຄວາມຮັບຜິດຊອບຂອງໜ່ວຍງານຂອງຣັຖເອງ. ເຈົ້າເປັນຫຍັງເອົາເງິນຂອງຣັຖ ທີ່ປະຊາກອນ ທີ່ເຂົາເຈົ້າເສັຽອາກອນໃຫ້ເຈົ້າແລ້ວ, ແລ້ວເຈົ້າເອົາໄປຝາກທນາຄານຣັຖຂອງເຈົ້າ? ກວດພໍ້ແລ້ວຕ້ອງເຮັດແນວໃດ? ມັນຜິດກົດໝາຍໄດ໋ນີ້ນ່າ, ໃນຂໍ້ທີສອງ ທີ່ພວກເຮົາເຫັນນີ້. ອັນນີ້ແຫຼະ ທີ່ປະເທດຊາຕຊິຫຼົ້ມຈົມ ຍ້ອນວ່າ ພະນັກງານຢູ່ໃນກົງຈັກຂັ້ນກາງນີ້ ຮວມຫົວກັນເຮັດບັນຫາດັ່ງກ່າວນີ້ ເຮັດໃຫ້ເງິນບໍ່ເຂົ້າສູ່ຣັຖ.”
ຍານາງ ແສງຄຳ ຊົ່ງຊະນະ, ສສຊ ຈາກເຂດເລືອກຕັ້ງທີ່ 9, ແຂວງຊຽງຂວາງ.
“ເຮົາໃຫ້ລົງທຶນກ່ອນນີ້ນ່າ ສມັຍປີ 2010-2018 ນີ້ ໝາຍຄວາມວ່າ ໃຫ້ທຸຣະກິຈລົງທຶນກ່ອນ ບາດນີ້ລົງທຶນໄປຫຼາຍແລ້ວ ເຮົາລະບໍ່ຊຳຣະ, ຊຳຣະແຕ່ປີລະ 100 ລ້ານບໍ, 200 ລ້ານ, 300 ລ້ານ ແບບນີ້ນ່າ. ເຮັດໃຫ້ທຸຣະກິຈກໍເຈັ້ງ ລະກໍຕາຍໄປເອງຫັ້ນແຫຼະເນາະສ່ວນຫຼາຍ ລະເຂົາກະຫາວິທີກັບມາຢືມເງິນ. ຢືມເງິນ, ໂດຍສະເພາະກະມີເງິນໃຕ້ໂຕະນີ້ແຫຼະເນາະ ລະກະພ້ອມກັນກິນໄປ, ຊັ້ນນ່າ. ແລ້ວບາດນີ້ ພວກເຮົາເຄີຍເວົ້າວ່າ ວິຊາການພວກເຮົານີ້ ຢູ່ໃສ ເຮັດອັນໃດ ລະກິນນຳອັນນັ້ນ. ກິນນັ້ນກໍຄື ກິນໄມ້, ກິນເງິນວິຊາການ, ກິນຣົດ, ກິນເຮືອນ, ກິນດິນ ຊັ້ນແຫຼະເນາະ ບັນດາທ່ານ.”
ທ່ານ ສົມໃຈ ເພັດສີນວນ, ສສຊ ຈາກເຂດເລືອກຕັ້ງທີ່ 12, ແຂວງຄຳມ່ວນ.
“ບັນດາການອອກນິຕິກັມ ແບບຊະຊາຍຂອງທ້ອງຖິ່ນ, ໂດຍສະເພາະກະແມ່ນຢູ່ຮາກຖານ ຫຼືວ່າບັນດາຂແນງການຢູ່ຂັ້ນເມືອງ ກະແມ່ນຮາກຖານຢູ່ຂັ້ນບ້ານກະມີ. ລະກ່ຽວກັບນິຕິກັມດັ່ງກ່າວນັ້ນ, ເຂົາເຈົ້າເອີ້ນວ່າ ຄ່າທຳນຽມ, ເຊິ່ງວ່າ ກະຊວງການເງິນບໍ່ໄດ້ອະນຸຍາດ, ແຕ່ວ່າເຂົາເຈົ້າໄປອອກ. ແຕ່ລະບ້ານ ກະບໍ່ຄືກັນ ແຕ່ລະເມືອງ ກະບໍ່ຄືກັນ ອອກໃຜອອກລາວ. ອອກແລ້ວກະພາກັນເກັບ ເກັບໄດ້ມາກະປັນກັນ. ມັນກະເປັນຊ່ອງຫວ່າງອັນນຶ່ງ ເຮັດໃຫ້ ອັນນຶ່ງມັນກະແມ່ນຣາຍຮັບ ມັນບໍ່ໄດ້ ມັນຮົ່ວໄຫຼເນາະ.”
ຊາວລາວທ່ານນຶ່ງ ກໍໄດ້ໃຫ້ທັສນະແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍຄືທ່ານ ໄຊຍາ ເມື່ອບໍ່ດົນມານີ້ວ່າ ການສໍ້ຣາສບັງຫຼວງໃນລາວ ຍັງບໍ່ມີລັກສະນະຈິງຈັງເທົ່າທີ່ຄວນ ແລະ ບັນຫານີ້ ກໍເກີດຈາກເຈົ້າໜ້າທີ່ຣະດັບສູງຂອງພັກ-ຣັຖ ເປັນຜູ້ພາເຮັດ ແລະ ເມື່ອກວດເຫັນແລ້ວ ຈຶ່ງບໍ່ສາມາດແກ້ໄຂໄດ້ຈັກເທື່ອ.
“ກະຄືຜ່ານມາ ເທົ່າທີ່ເຫັນຄວາມເປັນຈິງເນາະ, ເຣື້ອງການປາບປາມການສໍ້ຣາສບັງຫຼວງນີ້ ບໍ່ໄດ້ເອົາຈິງເອົາຈັງ ເພາະວ່າ ເຂົາຢ້ານແບບວ່າ ຄັນຊິເຮັດຫຼາຍ ພັດຢ້ານໂຕເອງສູນເສັຽອຳນາດເນາະ ຄັນຊິເຮັດແທ້ ເພາະວ່າພະນັກງານເຂົາເຈົ້າບໍ່ໄດ້ກິນ ການນຳພັກ-ຣັຖ ພັດກິນຫັ້ນນ່າ. ແບບນັ້ນ ມັນຈະສົ່ງຜົລສະທ້ອນໃຫ້ແກ່ ພະນັກງານຣະດັບຂັ້ນຕ່າງໆເນາະ ທີ່ບໍ່ແມ່ນການນຳຣະດັບສູງຂອງພັກ-ຣັຖ ຫັ້ນນ່າ, ແບບນັ້ນ. ສະນັ້ນ, ໂຕເອງທີ່ເປັນຜູ້ນຳຣະດັບສູງ ພາເຂົາເປັນເນາະ ມັນບໍ່ແມ່ນວ່າທາງຂັ້ນລຸ່ມເປັນໄດ໋ເນາະ. ຄັນວ່າຣະດັບສູງເປັນ ຂັ້ນລຸ່ມເຂົາກະເປັນນຳໄດ໋ເນາະ ເພາະວ່າໂຕເອງພາເຂົາເປັນ ແບບນັ້ນ. ມັນກະເລີຍວ່າ ການໃຊ້ອຳນາດນ່າ ມັນກະເລີຍຍາກ ເພາະໂຕເອງເປັນຄົນພາເຮັດ ພາເຂົາເຈົ້າເຮັດເນາະ. ເຂົາເອີ້ນນົກເຄົ້າທ້ວງຕາແມ່ເນາະ.”
ດັ່ງນັ້ນ, ສສຊ ຫຼາຍທ່ານ ຈຶ່ງສເນີວ່າ ແຕ່ນີ້ໄປ ຂໍໃຫ້ຣັຖບານບັງຄັບໃຊ້ກົດໝາຍຢ່າງເດັດຂາດ ຕໍ່ພະນັກງານຣັຖເອງ ແລະ ເຈົ້າໜ້າທີ່ຣະດັບສູງຂັ້ນຜູ້ນຳພັກ-ຣັຖ ຜູ້ທີ່ກວດພົບເຫັນວ່າ ເຂົ້າໄປມີສ່ວນພົວພັນກັບການສໍ້ຣາສບັງຫຼວງ ເພາະທີ່ຜ່ານມາ ແມ່ນມີແຕ່ຜ່ອນສັ້ນຜ່ອນຍາວໃຫ້ກັນ ຈົນຜູ້ທີ່ກະທຳຜິດ ບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ແລ້ວກໍກະທຳຜິດ ຈົນກາຍເປັນອາຈິນ.
ຍານາງ ບົວຄຳ ທິບພະວົງ, ສສຊ ຈາກເຂດເລືອກຕັ້ງທີ່ 1, ນະຄອນຫຼວງວຽງຈັນ ຈຶ່ງສເນີໃນກອງປະຊຸມສພາເທື່ອນີ້ວ່າ ການຈະປາບປາມການສໍ້ຣາສບັງຫຼວງໃນປະເທດລາວ ຕ້ອງເດັດຂາດໃນການປະຕິບັດກົດໝາຍ ແລະ ເຂັ້ມງວດທີ່ສຸດ.
“ຜ່ານມານີ້ ເຮົາບໍ່ທັນໄດ້ເຖິງຖອງປານໃດ. ເວົ້າຂໍໂທສບັນດາທ່ານ, ຍັງມີຈຳນວນເນາະ ອັນນີ້ກະຖືວ່າ ຍັງບໍ່ທັນໄດ້ສົມກັບການກະທຳຜິດໄດ໋ ບໍ່ທັນໄດ້ລົງວິນັຍເຖິງຖອງນ່າ. ເອົາກົດໝາຍມາທຽບ ກະບໍ່ທັນໄດ້ ເຮັດໄດ້ ວ່າຊັ້ນສາໄປ໋. ຊິແມ່ນຍ້ອນແນວນັ້ນບໍ ເຂົາຈຶ່ງບໍ່ເຂັດຫຼາບ ເຂົາຈັ່ງບໍ່ຢ້ານເນາະ, ອັນຜູ້ກະທຳຜິດຫັ້ນນ່າ. ຄັນວ່າຜູ້ນຶ່ງກະທຳຜິດ ຈຳນວນກະທຳຜິດ ມັນກະສະທ້ອນເຖິງໝົດປະເທດຊາຕເຮົານີ້. ຮອດຈຸດນີ້, ຂ້າພະເຈົ້າກະມີແຕ່ຢາກຮຽກຮ້ອງວ່າ ເດັດຂາດ ເຄົາຣົບປະຕິບັດກົດໝາຍນີ້ ໃຫ້ມັນເຂັ້ມງວດ ທໍ່ນັ້ນແຫຼະ.”