ຈ.ມ ຈາກຜູ້ຟັງ 10/10/20

ໄມຊູລີ
2020-10-12
ອີແມວລ໌
ຄໍາເຫັນ
Share
ພິມ
ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມ​ຄຶດ​ຄວາມ​ເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
RFA
ຣາຍການ ຈົດໝາຍ ຈາກ ຜູ້ຟັງ ປະຈຳ ສັປດາ ຈັດມາ ສເນີທ່ານ ໂດຍ: ໄມຊຸລີ
ຄໍາເຫັນ (1)
Share

ຜູ້ອ່ານທີ່ບໍ່ອອກຊື່

ຜູ່ຂ້າເບິ່ງວີດີໂອ້ ທີ່ຊາຍຄົນຈີນຖ່າຍ ເດັກນ້ອຍແມ່ຍິງລາວ 2 ຄົນ ແກ້ເສື້ອຜ້າ ຢູ່ໃນລົດ ໂດຍມີຊາຍຈີນ ຈັບຕ້ອງອະໄວຍະວະເພດ ພ້ອມກັບ ຫົວຂວັນ ຢ່າງມີຄວາມສຸກ ອອກເຜີຍແຜ່ ທາງເຟສແລ້ວນັ້ນ ຜູ່ຂ້າເສົ້າໃຈ ແລະ ຜິດຫວັງ ກັບຜູ້ນຳພັກປະຊາຊົນປະຕິວັດລາວ ຫລືວ່າ ຄອມມິວນິສນັ້ນຫລາຍ. ການປ່ອຍໃຫ້ຈີນ ເຂົ້າມາລາວ ແບບທີ່ໄດ້ຮັບສິດພິເສດນັ້ນ ເຮັດໃຫ້ ຜູ້ນຳໄດ້ເງິນໄດ້ຄຳ ສ້າງຖານະຜູ້ນຳໃຫ້ຮັ່ງມີ ແຕ່ປະຊາຊົນລາວ ລະດັບຮາກຫຍ້າ ຖືກຂົ່ມເຫັງ ຖືກເອົາລັດເອົາປຽບ ຍິງສາວລາວ ຖືກລວນລາມ ກຸນລະສະຕີລາວ ຖືກຢຽບຍ່ຳ ວັດທະນທຳລາວ ຖືກທຳລາຍ. ເຖິງປານນັ້ນ ກໍຕາມເຈົ້າຫນ້າທີ່ລັດ ຜູ້ນຳ ເພິ່ນຍັງ ຫລັບຫູຫລັບຕາ ປົກຄອງປະເທດ. ພາຍໃຕ້ ການປົກຄອງ ຂອງພັກປະຊາຊົນປະຕິວັດລາວ ແມ່ຍິງລາວ ຫລາຍແສນຄົນ ຖືກຢຽບຍ່ຳ ກາຍເປັນໂສເພນີ ໃນປະເທດ ຂອງໂຕເອງ, ໃນປະເທດໄທ, ຈີນ ແລະ ປະເທດອື່ນໆ. ເລື້ອງນີ້ ຜູ້ນຳລາວ ກໍຮູ້ດີ ເພາະເຈົ້າຫນ້າທີ່ລາວ ກໍແຫ່ກັນ ໄປໃຊ້ບໍລິການ. ສະຫະພັນແມ່ຍິງລາວເດ້ ເຮັດຫຍັງຢູ່, ການຝຶກອົບຮົມ ຄຶວ່າ ຈັດຂຶ້ນເລື້ອຍໆ ແຕ່ບໍ່ເຫັນແກ້ໄຂບັນຫາຫຍັງໄດ້. ເວລາຈັດການຝຶກອົບຮົມ ກໍເອົາແຕ່ຜົນງານອອກມາອ້າງ ແຕ່ບໍ່ເຫັນແກ້ໄຂ ບັນຫາທີ່ແທ້ຈິງພໍເທົ່າໃດ ມີກໍມີແຕ່ ຕ່າງປະເທດເປັນຄົນແກ້ເປັນຄົນຊ່ວຍຍິງສາວລາວ. ບັນຫາ ທີ່ເກີດຂຶ້ນກັບ ຍິງສາວລາວນັ້ນ ລອງຈິນຕະນາການເບິ່ງດູ້ວ່າ ຖ້າຖືກກັບລາວສາວ ຂອງທ່ານຜູ້ນຳ ແລະ ເຈົ້າຫນ້າທີ່ລັດ ຄົນໃດຄົນນຶ່ງ ທ່ານຈະມີຄວາມຮູ້ສຶກແນວໃດ. ຢາກໃຫ້ ປະທານ ສະຫະພັນແມ່ຍິງລາວຮັກຊາດ ອອກມາ ຊີ້ແຈງ ຕໍ່ປະຊາຊົນ ກ່ຽວກັບ ບັນຫາ ທີ່ຍິງສາວລາວ ປະເຊີນຢູ່ນີ້ແດ່ ແທນທີ່ຈະມາອ້າງແຕ່ຜົນງານດອກໄມ້. ການໃຫ້ສິດພິເສດ ແກ່ຄົນຈີນ ໃນໄລຍະ ໂຄວິດນີ້ ກໍເຮັດໃຫ້ ມີວີດີໂອ້ ລາມົກ ທີ່ຊາວຈີນ ໄດ້ເຮັດໃຫ້ຄົນລາວແລ້ວເດ້. ທົ່ວໂລກ ກໍຈະເຫັນຄຸນຄ່າ ຂອງແມ່ຍິງລາວ ແຄ້ແຕ່ ໃນລົດຕູ້ນັ້ນບໍ? ຢາກໃຫ້ ທ່ານທອງລຸນ ແກ້ໄຂບັນຫານີ້ ໂດຍດ່ວນ ນຳຜູ້ກະທຳຜິດ ມາລົງໂທດ ໃຫ້ໄດ້ ບໍ່ແມ່ນວ່າ ເຫັນເປັນຄົນຈີນແລ້ວ ບໍ່ກ້າເຮັດຫຍັງ ຢ້ານແຕ່ ເສຍຜົນປະໂຫຍດໂຕເອງ ແມ່ນບໍ່ໄດ້ເດີ.

Oct 12, 2020 04:26 PM

ເຕັມຫນ້າ