ສັມພາດ ນັກສິລປິນ ແຕ້ມຮູບ ຈາກ ສປປລາວ ຜູ້ທໍາອິດ ທີ່ໄດ້ຮັບ ທີນຶ່ງ ຂອງໂລກ ທີ່ ສົ່ງຮູບແຕ້ມ ເຂົ້າແຂ່ງຂັນ ໃນຣາຍການ “ຣົດ ໂຕໂຍຕ້າ ໃນຝັນ ຂອງຂ້ອຍ ປີ 2018 ຫຼື“ (Toyota Dream Car Contest.)
ໃນຊ້ວງເວລາທີ່ ນາງ ສຸກສະຫວັນ ມະນີວົງໄຊ ຕັ້ງໃຈ ໃຊ້ສະມາທິ ໃຊ້ຈິນຕະນາການ ແຕ້ມຮູບພາບ ເພື່ອສົ່ງເຂົ້າແຂ່ງຂັນຢູ່ນັ້ນ ກໍເປັນ ເວລາທີ່ ນາງ ມີຄວາມກັງວົນໃຈ ຊຶ່ງເຂົ້າມາ ສັບສົນວົນວຽນ ຢູ່ໃຕ້ຈິດສໍານຶກ ຢູ່ຕລອດເວລາຍ້ອນການລົ້ມປ່ວຍ ຂອງນ້ອງສາວ ຈົນເປັນທີ່ ສັງເກດ ຂອງ ຜູ້ເປັນນ້ອງສາວ... ລາວ ຈຶ່ງບອກກັບເອື້ອຍວ່າ “ໃນຄວາມຝັນ ຂອງນ້ອງ ຄື; ຢາກເຫັນເອື້ອຍ ໄດ້ຮັບລາງວັນທີ່ນຶ່ງ ໃນການ ແຂ່ງຂັນ ແຕ້ມຮູບ “ສິລປະ ຣົດ ໂຕໂຍຕ້າ ໃນຝັນ” ທີ່ປະເທດຍີ່ປຸ່ນ ເທື່ອນີ້...
ຄໍາເວົ້າຂອງນ້ອງສາວ ຄ້າຍກັບເປັນແຮງບັນດານໃຈ ໃຫ້ ນາງ ສຸກສະຫວັນ ປັກໃຈ ໝັ້ນໃຈ ຢາກເຮັດໃຫ້ ຄວາມຝັນ ຂອງນ້ອງສາວ ທີ່ນອນບໍ່ສະບາຍ ຢູ່ຫ້ອງ ໄອຊີຢູ ນັ້ນ ກາຍເປັນຄວາມຈິງ ແລະ ໃນທີ່ສຸດ ນາງ ກໍໄດ້ຊນະເລີດ ເປັນອັນດັບທີ່ນຶ່ງ ຂອງໂລກ ໃນການ ແຂ່ງຂັນ ແຕ້ມຮູບ ຣົດ ໂຕໂຍຕ້າ ໃນຝັນ ຂອງ ປີ 2018.
ແລະ ນອກຈາກ ນາງ ສຸກສະຫວັນ ຈະໄດ້ຮັບຫຼຽນຄໍາ ອັນດັບທີ່ນຶ່ງ ຂອງໂລກ ຈາກ ປະເທດຍີ່ປຸ່ນ ແລ້ວ ເວລາທີ່ກັບມາ ປະເທດລາວ ນາງ ກໍຍັງໄດ້ຮັບຫຼຽນ ໄຊແຮງງານ ຈາກ ກະຊວງສຶກສາທິການ ແລະກິລາ ນໍາດ້ວຍ...
ໃນການແຂ່ງຂັນ ເທື່ອນີ້ ມີຄວາມລໍາບາກ ຍາກງ່າຍ ແນວໃດນັ້ນ ເຊີນທ່ານຕິດຕາມ ຮັບຟັງການ ສໍາພາດ ໄດ້ເລີຍ..