ນັກສຶກສາຍິງກັບມາບ້ານ ພ້ອມໂຄວິດ-19

ສຸພັດຕາ
2020-11-17
ອີແມວລ໌
ຄໍາເຫັນ
Share
ພິມ
ໂຮງໝໍ 150 ຕຽງ ທີ່ເປັນໂຮງໝໍໃຫຍ່ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງທາງການລາວ ໄດ້ກຳນົດເອົາເປັນໂຮງໝໍ ປິ່ນປົວພຍາດ ໂຄວິດ-19. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
ໂຮງໝໍ 150 ຕຽງ ທີ່ເປັນໂຮງໝໍໃຫຍ່ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງທາງການລາວ ໄດ້ກຳນົດເອົາເປັນໂຮງໝໍ ປິ່ນປົວພຍາດ ໂຄວິດ-19. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
File photo: RFA

ໃນມື້ວັນທີ 17 ພຶສຈິກາ 2020 ນີ້ ທາງການລາວ ຢືນຢັນວ່າ ມີຜູ້ຕິດເຊືື້ອພຍາດໂຄວິດ-19 ເພີ່ມອີກ 1 ກໍຣະນີ ຊຶ່ງເປັນກໍຣະນີ ທີ່ 25 ເປັນ ນັກສຶກສາຍິງລາວ ອາຍຸ 26 ປີ ທີ່ເດີນທາງກັບຈາກປະເທດຮົງກາຣີ ແລະກວດພົບເຊື້ອໄວຣັສໂຄວິດ-19, ດັ່ງ ທ່ານຮອງສາສດາຈານ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ, ຫົວໜ້າກອງເລຂາ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ຣາຍງານ ໃນພິທີ ຖແລງຂ່າວ ໃນມື້ວັນທີ 17 ພຶສຈິກາ ນີ້ວ່າ:

“ບັນດາ ທ່ານໄດ້ຮັບຊາບ ຂໍ້ມູນກ່ຽວກັບການຣະບາດຂອງ ພຍາດໂຄວິດ-19 ຢູ່ໃນໂລກ ໃນກຸ່ມປະເທດ ອາຊຽນ ກໍຄືຢູ່ໃນ ສປປ ລາວ ໄປ ແລ້ວແຕ່ຈຸດພິເສດມື້ນີ້ ຄືວ່າ ຄືທາງຮອງຫົວໜ້າກົມ ໄດ້ຣາຍງານໄປແລ້ວ ວ່າເຮົາພົບຜູ້ຕິດເຊື້ອໃໝ່ ເປັນຜູ້ທີ່ 25 ຊຶ່ງວ່າເດີນທາງມາຈາກ ຕ່າງປະເທດ, ຖືວ່າແມ່ນເພດຍິງ ອາຍຸ 26 ປີ, ກະຖືວ່າແມ່ນລູກຫຼານ ຊາວລາວເຮົານີ້ແຫຼະ ຊຶ່ງແມ່ນໄປສຶກສາຮໍ່າຮຽນຢູ່ ຕ່າງປະເທດ ຢູ່ ປະເທດ ຮົງກາຣີ ແລ້ວກໍ ຫຼັງຈາກສໍາເຣັດການສຶກສາ ກໍໄດ້ເດີນທາງກັບຄືນມາບ້ານ.”

ຂນະທີ່ ຊາວລາວ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງທີ່ຮູ້ຂ່າວວ່າຢູ່ລາວ ມີຜູ້ຕິດເຊື້ຶອ ພຍາດໂຄວິດ-19 ອີກນຶ່ງຄົນ ກໍຮູ້ສຶກຕົກໃຈ ເພາະວ່າ ຫ່າງໄປເດືອນນຶ່ງ ສອງເດືອນ ກໍມີກໍຣະນີໃໝ່ ເພີ່ມຂຶ້ນ, ດັ່ງທ່ານກ່າວວ່າ:

“ໄດ້ຮັບຂ່າວວ່າ ຄົນຕິດເຊື້ອຢູ່ລາວ ນີ້ອີກ ກະຕົກໃຈຫັ້ນແຫຼ້ວເນາະ ກະດຽວວ່າຊິບໍ່ມີ ຄົນຕິດເຊື້ອອີກແລ້ວ ກະຕົກໃຈກະຢ້ານກົວຫັ້ນແຫຼະ ກະໄດ້ຣະມັດຣະວັງ ຊ່ອຍກັນຫັ້ນແຫຼະບ່ອນໃດກະດາຍ ມີມາເທື່ອ ລະຄົນ ມິດໄປເດືອນນຶ່ງ ສອງເດືອນພັດມີຂຶ້ນມາອີກ ຫ້ວຍຢ້ານໃດ໋ລະ ເຮັດຈັ່ງໃດລະ ປານໃດຊິເບິດເປັນ ບໍ່ມີຢຸກມີຢາຫຍັງບໍ ຮັກສົມຮັກສາ.”

ສໍາລັບການເດີນທາງ ຂອງນັກສຶກສາລາວ ຜູ້ທີ່ຕິດເຊື້ອໂຄວິດ-19 ຄົນທີ 25 ນີ້ ໃນວັນທີ 11-12 ພຶສຈິກາ ກ່ອນທີ່ຈະເດີນທາງ ຈາກ ປະເທດ ຮົງກາຣີ ກັບມາປະເທດລາວ ນັ້ນຜູ້ກ່ຽວໄດ້ພັກອາສັຍຢູ່ຫໍພັກ ຂອງ ນັກສຶກສາ ຢູ່ຮ່ວມກັບໝູ່ 5 ຄົນ ແຕ່ກໍບໍ່ມີອາການຫຍັງຜິດ ປົກກະຕິ ແລະ ໃນວັນທີ 12 ນັ້ນ ກໍໄດ້ກວດຫາເຊື້ອ ພຍາດໂຄວິດ-19 ແຕ່ບໍ່ພົບເຊື້ອ ໃນວັນທີ່ 13 ກໍໄດ້ຄໍາຕອບວ່າ ບໍ່ພົບເຊື້ອພຍາດ ໂຄວິດ-19 ຈຶ່ງ ໄດ້ເດີນທາງ ຈາກ ຮົງກາຣີ ມາລາວ, ດັ່ງທ່ານ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງ ສາທາຣະນະສຸຂ ກ່າວວ່າ:

“ວັນທີ່ 13 ກໍໄດ້ຄໍາຕອບວ່າ ບໍ່ພົບເຊື້ອພຍາດໂຄວິດ-19 ຈຶ່ງໄດ້ເດີນທາງ ເຣີ່ມແຕ່ວັນ 13 ນັ້ນ ຈາກປະເທດຮົງກາຣີ ຜ່ານສນາມບິນ ໂດຮາ ຂອງປະເທດ ກາຕ້າ ແລ້ວຮອດວັນທີ່ 14 ກໍເດີນທາງຈາກ ສນາມບິນ ໂດຮາ ມາຫາ ສນາມບິນອິນຊ່ອນ ຂອງປະເທດ ສປ ເກົາຫຼີ.”

ທ່ານກ່າວຕື່ມວ່າ ໃນວັນທີ 14 ພຶສຈິກາ ຜູ້ກ່ຽວໄດ້ພັກ ຢູ່ໃນສນາມບິນ ອິນຊ່ອນ ແລ້ວ ວັນທີ່ 15 ຈຶ່ງເດີນທາງຈາກ ອິນຊ່ອນ ມາສນາມບິນວັດໄຕ ນະຄອນຫຼວງວຽງຈັນ ດ້ວຍສາຍການບິນລາວ QV 922, ເວລາມາຮອດ ສນາມບິນ ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ເກັບຕົວຢ່າງ ແລະ ກໍໄດ້ນໍາສົ່ງຜູ້ກ່ຽວ ໄປພັກຢູ່ໂຮງແຮມ ທີ່ທາງຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ກໍານົດໄວ້ນັ້ນ ແລະຜູ້ກ່ຽວກໍອາສັຍ ຢູ່ແຕ່ ຫ້ອງນອນ ບໍ່ໄດ້ອອກໄປທາງນອກ ແຕ່ຢ່າງໃດ ຈົນກະທັ້ງວັນທີ່ 16 ພຶສຈິກາ ນີ້ ຈຶ່ງໄດ້ພົບກວດວ່າ ຜູ້ກ່ຽວມີຜົລກວດອອກມາ ເປັນບວກ, ດັ່ງທີ່ທ່ານກ່າວວ່າ:

“ວັນທີ່ 16 ພວກເຮົາຈຶ່ງໄດ້ຜົນກວດ ເຫັນວ່າຜົນກວດຫັ້ນພົບເຊື້ອ ຈຶ່ງໄດ້ ນໍາເອົາຜູ້ກ່ຽວນີ້ ໄປແຍກປ່ຽວ ຢູ່ໂຮງໝໍ ມິຕພາບ 150 ນະຄອນ ຫຼວງວຽງຈັນ.”

ທ່ານກ່າວມ້ວນທ້າຍວ່າ ເມື່ອພົບກໍໍຣະນີ ຄືແນວນັ້ນ ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຕິດຕາມເບິ່ງ ຜູ້ທີ່ສັມຜັດໃກ້ຊິດ ກັບຜູ້ຕິດເຊື້ອ ໂຄວິດ-19 ນີ້ ເຣີ່ມຕັ້ງແຕ່ນັ່ງຍົນ ຈາກສນາມບິນ ອິນຊ່ອນ ມາຫາສນາມບິນ ວັດໄຕ ດ້ວຍສາຍການບິນ ດຽວກັນນີ້ ມີທັງໝົດ 10 ຄົນ ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ມາກວດແລ້ວ ແລະ ບໍ່ພົບເຊື້ອ, ນອກຈາກນັ້ນ ກໍຍັງມີຜູ້ທີ່ຂີ່ຣົດເມ ຮ່ວມ ຈາກສນາມບິນ ສາກົລວັດໄຕ ໄປຫາ ໂຮງແຮມ ຊຶ່ງມີປະມານ 20 ຄົນ ແລະໃນ 20 ຄົນນີ້ ກໍຖືວ່າບໍ່ພົບເຊື້ອ ແລະ ປັດຈຸບັນ ກໍຍັງແຍກດ່ຽວ ຢູ່ສູນຈໍາກັດບໍຣິເວນ ເພື່ອຕິດຕາມ ອາການ ຕໍ່ໄປ ຈົນຄົບ 14 ມື້ ມາຕການປ້ອງກັນ ຄວບຄຸມພຍາດ ໂຄວິດ-19.

ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊືື້ອໂຄວິດ-19 ຮວມທັງໝົດ ເປັນ 25 ຄົນ ປິ່ນປົວເຊົາແລ້ວ 23 ຄົນ ແລະ ພວມປິ່ນປົວຢູ່ທີ່ ໂຮງໝໍ ມິຕພາບ 150 ຕຽງນະຄອນຫຼວງວຽງຈັນ ອີກ 2 ຄົນ.

ເຕັມຫນ້າ