ເດັກນ້ອຍລາວຊົນເຜົ່າຂາດ ວັກຊິນ ກັນພຍາດ

ຈໍາປາທອງ
2020-09-17
ອີແມວລ໌
ຄໍາເຫັນ
Share
ພິມ
ໝໍອອກໄປປະຕີບັດງານ ສັກຢາໃຫ້ເດັກນ້ອຍ ໃນເຂດຫ່າງໄກສອກຫຼີກ ກໍມີຄວາມສ່ຽງຜະຈົນພັຍ ເພາະເສັ້ນທາງກັນດານ ມີແຕ່ຣົດຈັກ ຣົດອິ່ແຕນ ຣົດໄຖນາຈຶ່ງໄປໄດ້ ແລະຕ້ອງຄ້າງຄືນ ນອນຢູ່ໝູ່ບ້ານຫຼາຍມື້.
ໝໍອອກໄປປະຕີບັດງານ ສັກຢາໃຫ້ເດັກນ້ອຍ ໃນເຂດຫ່າງໄກສອກຫຼີກ ກໍມີຄວາມສ່ຽງຜະຈົນພັຍ ເພາະເສັ້ນທາງກັນດານ ມີແຕ່ຣົດຈັກ ຣົດອິ່ແຕນ ຣົດໄຖນາຈຶ່ງໄປໄດ້ ແລະຕ້ອງຄ້າງຄືນ ນອນຢູ່ໝູ່ບ້ານຫຼາຍມື້.
ນັກຂ່າວພົລເມືອງ

ຫຼາຍແຂວງ ຢູ່ປະເທດລາວ ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ຍັງມີບັນຫາຫຍຸ້ງຍາກ ໃນການສັກຢາກັນພຍາດ ໃຫ້ເດັກນ້ອຍ ເປັນຕົ້ນ ເດັກນ້ອນຊົນເຜົ່າ ຕັ້ງແຕ່ເດັກນ້ອຍເກີດໃໝ່ ເຖິງອາຍຸ 2 ປີ ບໍ່ໄດ້ທົ່ວເຖິງ, ເພາະຍັງມີພໍ່ແມ່ ແລະຜູ້ປົກຄອງເດັກນ້ອຍຈໍານວນນຶ່ງ ບໍ່ພາ ລູກຂອງພວກຕົນໄປສັກຢາກັນພຍາດ ຊຶ່ງສາເຫດຫລັກກໍແມ່ນ ເປັນຍ້ອນບໍ່ເຂົ້າໃຈ ເຖິງຄວາມ ສໍາຄັນຂອງການສັກຢານັ້ນ ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະໄດ້ລົງໄປໂຄສະນາ ແລະໃຫ້ຂໍ້ມູນຄວາມຮູ້ ແກ່ພວກເຂົາເຈົ້າແລ້ວ ກໍຕາມ.

ແລະພໍ່ແມ່ ແລະຜູ້ປົກຄອງເດັກນ້ອຍ ຈໍານວນນຶ່ງ ຢ້ານວ່າ ເມື່ອລູກຫລານຂອງພວກຕົນສັກຢາກັນ ພຍາດນັ້ນແລ້ວ ຈະເປັນໄຂ້ ແລ້ວ ຈະບໍ່ມີເວລາເບິ່ງແຍງ ເພາະຕ້ອງໄດ້ໄປເຮັດວຽກ ຫາຢູ່ຫາກິນ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງໄຊສົມບູນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍາ ນີ້ວ່າ:

“ເຄີຍເວົ້າກັບປະຊາຊົນຕລອດວ່າ ຄັນລູກເຈົ້າບໍ່ສັກຢານີ່ ພຍາດຣະບາດມານີ້ ລູກເຈົ້າຈະມີຄວາມສ່ຽງ ໃນການຕິດພຍາດ ພໍ່ແມ່ຈໍານວນນຶ່ງ ເຂົາບໍ່ຢາກສັກ ຢ້ານວ່າຊັ້ນສະ ແຂງແຮງ ແລ້ວບໍ່ຈໍາເປັນຈະໄປສັກຢາ ຢ້ານໄຂ້ນໍ ຈະໄດ້ເຝົ້າລູກ ບໍ່ມີເວລາໄປຫາຢູ່ໄປຫາກິນ ຢ້ານສັກຢາ ແລ້ວຈະເກີດບັນຫາແນວອື່ນ.”

ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນີ້ ມີຄວາມເປັນຫ່ວງ ຖ້າຫາກວ່າເດັກນ້ອຍ ບໍ່ໄດ້ຮັບການສັກຢາກັນພຍາດ ຍ້ອນຢ້ານຈະມີຜົລອັນບໍ່ດີ ຕາມມາໃນໄລຍະຍາວ ແລະຈະເຮັດໃຫ້ ເດັກນ້ອຍ ບໍ່ມີພູມຕ້ານທານ, ມີຄວາມສ່ຽງຕໍ່ການ ທີ່ຈະຕິດພຍາດໄດ້ງ່າຍກວ່າ ເດັກນ້ອຍ ທີ່ໄດ້ຮັບການສັກຢາກັນພຍາດນັ້ນ.

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ທາງແຂວງໄຊສົມບູນ ໄດ້ສົ່ງເຈົ້າໜ້າທີ່ ແມ່ແລະເດັກ ຂັ້ນເມືອງ ແລະ ຂັ້ນແຂວງ ລົງໄປໂຄສະນາກ່ຽວກັບ ເຣຶ່ອງຄວາມສໍາຄັນ ຂອງການສັກຢາກັນ ພຍາດໃຫ້ຊາວບ້ານ ໂດຍສະເພາະຊາວຊົນເຜົ່າຮູ້ ແຕ່ກໍຍັງມີພໍ່ແມ່ຜູ້ປົກຄອງເດັກນ້ອຍ ຈໍານວນ ນຶ່ງຍັງບໍ່ໃຫ້ຄວາມຮ່ວມມື ໃນການພາເດັກນ້ອຍ ໄປສັກຢາກັນພຍາດນັ້ນຢູ່, ເຖິງ ເຈົ້າໜ້າທີ່ຕ້ອງໄດ້ລົງໄປ ປຸກຣະດົມ ຫລາຍເທື່ຶອ ແຕ່ພວກ ເຂົາເຈົ້າ ກໍຍັງບໍ່ປະຕິບັດຕາມ ຂນະທີ່ເຈົ້າໜ້າທີ່ ບໍ່ມີສິດທີ່ຈະພາເດັກນ້ອຍນັ້ນ ໄປສັກຢາ ຖ້າຫາກຜູ້ເປັນພໍ່ແມ່ ຜູ້ປົກຄອງ ບໍ່ຍິນຍອມ.

ໃນຂນະດຽວກັນ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຫົວພັນທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າ ແຂວງຫົວພັນ ກໍຍັງມີເດັກນ້ອຍ ຊົນເຜົ່າ ບໍ່ໄດ້ຮັບການສັກຢາວັກຊິນ ກັນພຍາດຫລາຍຢູ່ ຍ້ອນຜູ້ເປັນພໍ່ແມ່ ຢ້ານລູກຂອງຕົນໄຂ້ ອັນເປັນສາເຫດ ທີ່ບໍ່ພາໄປສັກຢານັ້ນ ແລະຈໍານວນນຶ່ງ ກໍຍ້ອນມີເຫດຜົລຕ່າງໆນາໆ ທີ່ບໍ່ພາລູກໄປສັກຢາ ດັ່ງທີ່ທ່ານກ່າວວ່າ:

"ກະແມ່ນເຜົ່າມົ້ງຫັ້ນແ}ະ ທີມງານໄປສັກຢາ ໃຫ້ເຂົາເຈົ້າກະຢູ່ເສີຍປະຕິເສດຫັ້ນນ່າ ຢ້ານມັນໄຂ້ແລ້ວບໍ່ມີໃຜເອົາຊ່ວຍ ກະມີຈໍາພວກນຶ່ງ. ສາສນາ ກາໂຕລິກ ພວກນີ້ເນາະ ເຂົາເຈົ້າ ໂຄສນາວ່າ ບໍ່ຕ້ອງສັກຢາ ສັກຫຍັງ ເພາະວ່າເວລາ ມັນເຈັບມັນໄຂ້ ຈະມີພຣະເຈົ້າປົວມັນ ຈະດີເອງຈັ່ງຊີ້ເນາະ ແຕ່ເຮົາບໍ່ເຄີຍເຈິຈັກເທື່ອດອກ ພວກນີ້ນະ."

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ແຂວງຫົວພັນ ນາງນຶ່ງ ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ກັນຍາ ນີ້ວ່າປັດຈຸບັນ ພໍ່ແມ່ຜູ້ປົກຄອງ ພາລູກຂອງພວກຕົນ ເກືອບທົ່ວເຖິງແລ້ວ ແຕ່ຍັງມີຊົນເຜົ່າຈໍານວນນຶ່ງ ທີ່ຢູ່ເຂດຫ່າງໄກສອກຫຼີກ ຕາມພູດອຍບໍ່ຢາກພາ ລູກຫລານໄປສັກຢາປ້ອງກັນພຍາດ ຍ້ອນການເດີນທາງ ຫຍຸ້ງຍາກ ແລະ ບໍ່ມີຣົດໄປ, ແລະເມື່ອສັກຢາ ແລ້ວເປັນໄຂ້ກໍບໍ່ມິີ ເງິນຊື້ຢາກິນ ແລະອີກສາເຫດນຶ່ງ ກໍແມ່ນເຈົ້າໜ້າທີ່ ໄປໂຄສະນາ ບໍ່ທົ່ວເຖິງ ດັ່ງທີ່ນາງກ່າວວ່າ:

“ບາງເທື່ອເຂົາເຈົ້າແຈ້ງບໍ່ເຖິງ ກະເຈົ້າໜ້າທີ່ຫັ້ນແຫຼະລົງໄປບໍ່ເຖິງຫັ້ນນະ ກໍຍ້ອນວ່າເສັ້ນທາງມັນໄກເນາະ ທາງໄປທາງມາບ້ານເຂົາຫັ້ນນ່າ ບໍ່ມີຣົດເນາະ ຈອມພູຈອມຜາພຸ້ນເດ໋ ບໍ່ແມ່ນວ່າຢູ່ແຄມທາງ ບໍ່ມີເງິນບໍ່ມີຄໍາຫຍັງ ຂຶ້ນມາກໍຕ້ອງໄດ້ໃຊ້ຈ່າຍຫັ້ນນະ.”

ແລະຊາວບ້ານຢູ່ແຂວງໄຊສົມບູນ ທ່ານນຶ່ງຜູ້ຂໍສງວນຊື່ ກໍເວົ້າວ່າ ຕົນຄິດວ່າສ່ວນໃຫຍ່ທີ່ພໍ່ແມ່ຜູ້ປົກຄອງ ທີ່ບໍ່ພາລູກຫຼານໄປສັກຢາປ້ອງກັນ ພຍາດນັ້ນ ກໍຍ້ອນວ່າພວກເຂົາເຈົ້າ ຍັງບໍ່ເຂົ້າໃຈ ເຣື່ອງຄວາມສໍາຄັນຂອງການສັກຢາກັນພຍາດ ແລະ ຍັງຢ້ານຫລາຍໆຢ່າງ ຊຶ່ງສ່ວນນຶ່ງ ກໍແມ່ນ ຢ້ານລູກຫລານເປັນໄຂ້, ຊາວຊົນເຜົ່າ ຈໍານວນນຶ່ງ ບໍ່ເຂົ້າໃຈເຣື່ອງ ການເປັນໄຂ້ ຂອງເດັກນ້ອຍ ທັ້ງໆທີ່ແຂງແຮງດີຢູ່ ເຮັດໃຫ້ບໍ່ ກ້າພາເດັກນ້ອຍ ໄປສັກຢາຄັ້ງຕໍ່ໆໄປ ແລະຈໍານວນນຶ່ງ ກໍບໍ່ເຂົ້າໃຈພາສາລາວ, ດັ່ງທີ່ທ່ານກ່າວວ່າ:

”ສ່ວນຫລາຍແມ່ນຊົນເຜົ່ານໍ ເຂົາເຈົ້າບໍ່ເຂົ້າໃຈວ່າ ລູກນ້ອຍໄຂ້ຫັ້ນນະ ໃນການສັກຢາ ບາງກຸ່ມກໍບໍ່ເຂົ້າໃຈພາສາລາວດີ ບາງເທື່ອເຂົາເຈົ້າ ກະບໍ່ຢູ່ບ່ອນເກົ່າຫັ້ນນະ ເຂົາເຈົ້າໄປເຮັດໄຮ່ ເຮັດຫຍັງຢູ່ບ່ອນໄກນໍ.”  

ຢູ່ແຂວງຊຽງຂວາງ ຊາວບ້ານທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍູຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ຕາມຕົວເມືອງຕ່າງໆໃນແຂວງນີ້ ພໍ່ແມ່ ຜູ້ປົກຄອງ ເຂົ້າໃນເຣື່ອງທີ່ວ່ານັ້ນໝົດແລ້ວ ຍັງມີແຕ່ຊົນເຜົ່າ ຈໍານວນນຶ່ງບໍ່ທັນເຂົ້າໃຈ ໃນເຣື່ອງຄວາມສໍາຄັນ ຂອງການສັກຢາກັນພຍາດ ໃຫ້ເດັກນ້ອຍ, ບໍ່ຮູ້ວ່າຈະສັກຢາ ນັ້ນໄປເພື່ອຫຍັງ ເພາະເດັກນ້ອຍບໍ່ໄດ້ ເປັນພຍາດ:

“ບໍ່ເຂົ້າໃຈກ່ຽວກັບແພດດີ ເພາະບໍ່ໄດ້ມີພື້ນຖານ ບໍ່ເຂົ້າໃຈຫັ້ນນ່າ ສັກຢາເພືື່ອຫຍັງແນວໃດ ອີກອັນນຶ່ງແພດ ໂຄສະນາບໍ່ທົ່ວເຖິງ.”

ເມື່ອບໍ່ດົນມານີ້ຢູ່ແຂວງອຸດົມໄຊ ມີເຫດການໝໍສັກຢາປ້ອງກັນພຍາດ ໃຫ້ເດັກນ້ອຍອາຍຸ 6 ເດືອນ ແລ້ວເດັກນ້ອຍເສັຽຊີວິດ ທາງຄອບຄົວ ຂອງເດັກນ້ອຍທີ່ເສັຍຊີວິດນັ້ນ ຮຽກຮ້ອງ ໃຫ້ທາງໂຮງໝໍ ຮັບຜິດຊອບ ແລະທາງຄອບຄົວໄດ້ຮັບເງິນຄ່າຊົດເຊີຍ ຈໍານວນ 2 ລ້ານກີບ ເພາະຈາກການສັລສູດພົບວ່າ ເດັກນ້ອຍຜູ້ນັ້ນ ບໍ່ໄດ້ເສັຍຊີວິດຍ້ອນການສັກຢານັ້ນ ແຕ່ ເສັຍຊີວິດດ້ວຍໂຣຄ ປະຈໍາໂຕຂອງເດັກນ້ອຍເອງ.

ກ່ຽວກັບເຣື່ອງນີ້ ທີ່ຜ່ານມາ ເດັກນ້ອຍຈໍານວນຫຼວງຫຼາຍ ທີ່ສັກຢາວັກຊິນກັນພຍາດ ບໍ່ມີຜົລກະທົບຕາມມາ, ແຕ່ກໍມີເດັກນ້ອຍຈໍານວນນຶ່ງ ເສັຍຊີວິດຍ້ອນໄປສັກຢານັ້ນ ຊຶ່ງ ສ່ວນໃຫຍ່ທາງໂຮງໝໍບອກວ່າ ເສັຍຊີວິດຍ້ອນໂຣຄ ປະຈໍາໂຕຂອງເດັກນ້ອຍເອງ ໃນຂນະທີ່ການຕາຍ ນັ້ນບໍ່ມີການສັລສູດສົບຄັກແນ່.

ເມື່ອຕົ້ນເດືອນສິງຫາ ຜ່ານມາ ຢູ່ແຂວງໄຊສົມບູນ ມີເດັກນ້ອຍອາຍຸ 2 ເດືອນ ທີ່ໄປສັກຢາປ້ອງກັນພຍາດ ຄືຢາປ້ອງກັນຄໍຕີບ, ໄອໄກ່, ບາດທະຍັກ, ຢາວັກຊິນປ້ອງກັນການ ເປັ້ຍລ່ອຍ ແລະ ປ້ອງກັນວັນນະໂຣກ ຜິວໜັງ ແລ້ວເສັຍຊີວິດ. ການເສັຍຊີວິດນັ້ນ ເຈົ້າໜ້າທີ່ ສັນນິຖານ ເບື້ອງຕົ້ນວ່າ ເສັຍຊີວິດດ້ວຍໂຣກປະຈໍາໂຕ ເດັກນ້ອຍເອງ ແລະອີກສາເຫດນຶ່ງ ເດັກນ້ອຍສັກຢານັ້ນໄປແລ້ວເປັນໄຂ້, ພໍ່ແມ່ ບໍ່ໃຫ້ກິນຢາ ແລະເຊັດໂຕໃຫ້ເດັກນ້ອຍ ກໍເຮັດໃຫ້ເດັກນ້ອຍຊ໊ອກ ແລ້ວເສັຍຊີວິດ. ທາງການແຂວງໄຊສົມບູນ ໄດ້ໃຫ້ເງິນແກ່ຄອບຄົວ ເດັກນອ້ຍທີ່ເສັຍຊີວິດນັ້ນຈໍານວນ 1 ລ້ານກີບ ເພື່ອປອບໃຈ.

ອີງຕາມຣາຍງານຂ່າວວຽງຈັນທາມ ວັນທີ 17 ກັນຍາ ນີ້ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງເວົ້າວ່າ ການສັກຢາວັກຊີນ ໃຫ້ເດັກນ້ອຍ ໃນທົ່ວ ປະເທດລາວ ຍັງບໍ່ທັນບັນລຸເປົ້າໝາຍ. ສາເຫດນຶ່ງແມ່ນຍ້ອນຂ່າວລື ວ່າເດັກນ້ອຍໄປສັກຢາ ວັກຊິນ ແລ້ວເສັຍຊີວິດເຮັດໃຫ້ຜູ້ເປັນພໍ່ແມ່ ຜູ້ປົກຄອງຫຼາຍຄົນ ບໍ່ກ້າພາລູກໄປສັກຢາ. ທີ່ຜ່ານມາກໍມີຫຼາຍແຂວງ ທີ່ເດັກນ້ອຍເສັຍຊີວິດ ໃນລັກສນະ ຄ້າຍຄືກັນນັ້ນ ເປັນຕົ້ນຢູ່ ແຂວງບໍລິຄໍາໄຊ, ສວັນນະເຂດ ແລະ ນະຄອນຫລວງວຽງຈັນ.

ຊຶ່ງເປັນບັນຫາທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະຕ້ອງໄດ້ສຶກສາຄົ້ນຄວ້າກວດສອບ ປັບປຸງແກ້ໄຂ ບຸຄລາກອນຢ່າງຄັກແນ່ ວ່າທັກສະຄວາມຮູ້ ເປັນມືອາຊີບຫລືບໍ່ ເພື່ອຮັບປະກັນຄວາມ ປອດພັຍຂອງເດັກນ້ອຍ.

ຄໍາເຫັນ (0)
Share
ເຕັມຫນ້າ