ຊາວເມືອງແບງເສັຽຫາຍ ຍ້ອນ ນໍ້າຖ້ວມ ດິນເຈື່ອນ

ຈໍາປາທອງ
2019-08-20
ອີແມວລ໌
ຄໍາເຫັນ
Share
ພິມ
ສະພາບຂອງເຮືອນ ທີ່ຖືກນໍ້າຊຸທັ່ງ ເຮັດໃຫ້ດິນເຈື່ອນ ຈົນເຮືອນທັງຫຼັງ ຈົມຫາຍໄປກັບນໍ້າ
ສະພາບຂອງເຮືອນ ທີ່ຖືກນໍ້າຊຸທັ່ງ ເຮັດໃຫ້ດິນເຈື່ອນ ຈົນເຮືອນທັງຫຼັງ ຈົມຫາຍໄປກັບນໍ້າ
ຮູບພາບຈາກ ວີດີໂອ : ນັກຂ່າວພົລເມືອງ

ປະຊາຊົນຫລາຍບ້ານ ເປັນຕົ້ນບ້ານຫ້ວຍລາ, ບ້ານນາຫ້ວຍ ແລະບ້ານທ່າກາດ ຢູ່ເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກພັຍ ທຳມະຊາດ ຢ່າງຫນັກ ຍ້ອນຝົນຕົກແຮງ ຕິດຕໍ່ກັນຫຼາຍຊົ່ວໂມງ, ເຮັດໃຫ້ນໍ້ານອງ ແລະດິນເຈື່ອນ, ບ້ານເຮືອນຂອງ ປະຊາຊົນຫຼາຍຫຼັງ ຖືກນໍ້າພັດໄປໃນຕອນເຊົ້າ ຂອງມື້ວັນທີ 17 ສິງຫາ ນີ້, ດັ່ງຊາວເມືອງແບງທ່ານນຶ່ງ ໄດ້ກ່າວຕໍ່ RFA ໃນມື້ວັນທີ 17 ສິງຫາ ນີ້ວ່າ:

“ໂອຖ້ວມໂອຖ້ວມຕະຫລາດຖ້ວມໂຮງໝໍ ແລະກະຖ້ວມບ້ານນາຫ້ວຍ ຖ້ວມຫລາຍບ່ອນໂອ ເຮືອນກະເພຫລັງນຶ່ງດຸ ໄປກຳລັງຕັດຫລັງຄາ ຫາກະແລ້ວ ນໍ້າເສາະໄປເຮືອນໃຫຍ່ໂອ ນໍ້າຮາວເນ ນໍ້າຮາວເປັນນໍ້າໃຫຍ່ເນ ນໍ້າຮາວອັນນັ້ນນະທຸກປີ ມັນຫາກຖ້ວມ ແຕ່ປີນີ້ເຂົາເຮັດບ່ອນ ຕາຝັ່ງ ບ່ອນແຄມຫ້ວຍນໍ້າຫັ້ນ ແລະເຮັດໄປເຮັດມາເຂົາ ກະກໍ່ກັນເຈື່ອນຢູ່ ແຕ່ວ່າມັນບໍ່ຢູ່ດຸ ເອົາໄປບາດດຽວເລີຍ.”

ທ່ານກ່າວຕື່ມວ່າ ນອກຈາກຈະສ້າງຄວາມເສັຽຫາຍ ຢ່າງຫຼວງຫຼາຍໃຫ້ປະຊາຊົນ ຄືທີ່ວ່ານັ້ນແລ້ວ ພັຍພິບັດດັ່ງກ່າວ ຍັງເຮັດໃຫ້ຖະໜົນ ຫົນທາງ ໃນເທສບານເມືອງ ຖືກຕັດຂາດ, ໂຮງໝໍຖືກນໍ້າຖ້ວມ, ບໍ່ມີນໍ້າປະປາໃຊ້. ນອກຈາກນັ້ນແລ້ວ ນໍ້າຍັງໄຫລ ຖ້ວມນາ ແລະພື້ນທີ່ ທໍາການຜລິດອື່ນໆ ເຮັດໃຫ້ມີຄວາມເສັຽຫາຍຢ່າງໜັກຕື່ມອີກ.

ປະຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງໃຫ້ການຊ່ວຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຊຶ່ງເບື້ອງຕົ້ນແມ່ນ ຈະຊອກທີ່ພັກອາໃສຊົ່ວຄາວໃຫ້ ແລະລົງເກັບກຳຂໍ້ມູນຜົນເສັຍຫາຍ ຮ່ວມທັງແຈກຢາຍອາຫານການກິນ ແລະ ເຄື່ອງໃຊ້ທີ່ຈຳເປັນຊົ່ວຄາວ. ເຈົ້າໜ້າທີ່ທ່ານນື່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສລີ ໃນວັນທີ 18 ສິງຫາ ນີ້ວ່າ:

"ເບື້ອງຕົ້ນກະຈະຊ່ອຍເຣຶ່ອງບ່ອນຢູ່ອາໃສ ຂອງຜູ້ທີ່ຖືກຜົນກະທົບນັ້ນ, ຊ່ອຍເຄື່ອງຂອງບັນເທົາທຸກ ແລະຍັງຈະໄດ້ລົງໄປເກັບກຳຂໍ້ມູນ ຕົວຈິງອີກ."

ແຕ່ກໍຍັງດີ ທີ່ບໍ່ມີຣາຍງານວ່າ ປະຊາຊົນໄດ້ຮັບບາດເຈັບ ແລະເສັຽຊີວິດຍ້ອນເຫດການອຸທົກກະພັຍຮຸນແຮງໃນຄັ້ງນີ້.

ເຕັມຫນ້າ