ເປັນຫ່ວງ ຜົລກະທົບ ຈາກການສ້າງເຂື່ອນ: ນັກວິຊາການ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2019-10-25
ອີແມວລ໌
ຄໍາເຫັນ
Share
ພິມ
ສັມ​ພາດ ທ່ານ ບ​ຣຸ​ສ ຊູ໋​ເມັກ​ເກີ (Bruce Shoemaker)(ຊ້າຍ), ນັກ​ວິ​ຊາ​ການ ອິ​ສ​ຣະ ເຣື່ອງ​ການ​ສ້າງ​ເຂື່ອນ ທີ່​​ຂຽນ​ປຶ້ມ ກ່ຽວ​ກັບ ​ເຂື່ອນ​ນ້ຳ​ເທີນ 2 "Dead in the Water" (ວັນ​ທີ 16 ຕຸ​ລາ 2019 ທີ່​ຫ້ອງ​ບັນ​ທຶກ​ວີ​ດີ​ໂອ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ທີ່​ກຸງວໍ​ຊິງ​ຕັນ​ ດີ​ຊີ)
ສັມ​ພາດ ທ່ານ ບ​ຣຸ​ສ ຊູ໋​ເມັກ​ເກີ (Bruce Shoemaker)(ຊ້າຍ), ນັກ​ວິ​ຊາ​ການ ອິ​ສ​ຣະ ເຣື່ອງ​ການ​ສ້າງ​ເຂື່ອນ ທີ່​​ຂຽນ​ປຶ້ມ ກ່ຽວ​ກັບ ​ເຂື່ອນ​ນ້ຳ​ເທີນ 2 "Dead in the Water" (ວັນ​ທີ 16 ຕຸ​ລາ 2019 ທີ່​ຫ້ອງ​ບັນ​ທຶກ​ວີ​ດີ​ໂອ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ທີ່​ກຸງວໍ​ຊິງ​ຕັນ​ ດີ​ຊີ)
RFA

ນັກວິຊາການ ອິສຣະ ສະແດງ ຄວາມເປັນຫ່ວງ ເຣື່ອງຜົລກະທົບ ຈາກເຂື່ອນນ້ຳເທີນ 2 ແລະ ເຂື່ອນແມ່ນ້ຳຂອງ, ແລະ ສັງຄົມ ກຳລັງຕັ້ງ ຂໍ້ສົງໄສວ່າ ໂຄງເຂື່ອນຂນາດໃຫຍ່ ແບບນີ້ ແມ່ນໃຜ ໄດ້ຜົລປໂຍດ ແລະ ແມ່ນໃຜ ເສັຽຜົລປໂຍດ. ອຸ່ນແກ້ວ ມີບົດສັມພາດ ມາສເນີ ທ່ານ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ຜົລກະທົບ ກັບຊາວບ້ານ ໃນເວລາທີ່ ພວກເຮົາລົງໄປ ເກັບຂໍ້ມູນ ປື້ມໂຕນີ້ ມັນມີ ຫຍັງແດ່?

ບ​ຣຸ​ສ ຊູ໋​ເມັກ​ເກີ (Bruce Shoemakers): ປະຊາຊົນ ໄດ້ຮັບຜົ​ລກະທົບ 2 ກຸ່ມ ໃຫຍ່: ກຸ່ມທີ 1 ເປັນຊົນເຜົ່າ ມີປະມານ 6,000 ຄົນ ເຂົາເຈົ້າ ຕ້ອງໂຍກຍ້າຍເຮືອນ ໄປຢູ່ບ່ອນໃໝ່. ບໍຣິສັດ ສ້າງສິ່ງອຳນວຍ ຄວາມສະດວກ ຄື ຖນົນ, ໂຮງຮຽນ ແລະ ສຸຂສາລາ ເປັນສິ່ງອຳນວຍ ຄວາມສະດວກ ທີ່ດີຫລາຍ, ແຕ່ບັນຫາ ກໍຄື ເຂົາເຈົ້າ ບໍ່ມີດິນທີ່ດີ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ແຕ່ວ່າ ທາງໂຄງການ ບໍ່ໄດ້ຈັດສັນ ທີ່ດິນ ໃຫ້ຊາວບ້ານເບາະ ໂຕນີ້?

ບ​ຣຸ​ສ ຊູ໋​ເມັກ​ເກີ: ໂຄງການ ຈັດດິນໃຫ້ ແຕ່ເປັນ ດິນເຊື່ອມໂຊມ ເຂົາເຈົ້າ ຄິດວ່າ ຈະໃສ່ປຸ໋ຍລະມັນ ແລ້ວໂລດ ແຕ່ຄວາມຈິງແລ້ວ ມັນໃຊ້ການ ບໍ່ໄດ້. ກຸ່ມທີ 2 ປະຊາຊົນ ທີ່ຕອນລຸ່ມ ນ້ຳເຊບັ້ງໄຟ ເຂົາເຈົ້າ ຫາປາບໍ່ໄດ້ ຫລັງຈາກ ເຣີ່ມຕົ້ນນ້ຳ ປະຣິມານ ນ້ຳເຊບັ້ງໄຟ ເພີ່ມຂຶ້ນ 2 ເທົ່າ. ຄົນເຂົ້າໃຈວ່າ ນ້ຳຫລາຍ ຈະມີປາຫລາຍ ແຕ່ຄວາມຈິງ ບໍ່ເປັນແນວນັ້ນ, ມັນເຮັດໃຫ້ ຕາຝັ່ງເຈື່ອນ ແລະ ຫາປາຍາກຂຶ້ນ. ການໂຍກຍ້າຍ ບໍ່ແມ່ນ ເຣື່ອງທີ່ງ່າຍ ບໍ່ແມ່ນ ຊິເອົາດິນ ເອົາຫຍັງ ໃຫ້ລະແລ້ວໂລດ, ແຕ່ຄວາມຈິງ ມັນບໍ່ເປັນຈັ່ງຊັ້ນ ເຖິງແມ່ນ​ວ່າ ຈະມີອຸປກອນ ການວາງແຜນກໍຕາມ ແຕ່ການຟື້ນຟູ ຊີວິດການເປັນຢູ່ ມັນຍາກຫລາຍ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ແຕ່ວ່າ ຜົລກະທົບ ໃນໄລຍະຍາວເດ້ ມັນຈະເກີດຫຍັງຂຶ້ນ ຖ້າວ່າ ປະຊາຊົນ ບໍ່ສາມາດ ໃຊ້ທີ່ດິນ ທຳການຜສະລິດໄດ້?

ບ​ຣຸ​ສ ຊູ໋​ເມັກ​ເກີ: ຖ້າເຂົາເຈົ້າ ບໍ່ມີດິນ ທຳກິນທີ່ດີ ໃນໄລຍະຍາວ ປະຊາຊົນ ຈະຢູ່ບໍ່ໄດ້. ເຂົາເຈົ້າ ຢູ່ໄດ້ ຍ້ອນວ່າ ໂຄງການ ຊ່ອຍເຫລືອ ແລະ ຂ້ອຍບໍ່ຄິດວ່າ ມັນຈະເກີດ ຄວາມຍືນຍົງ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ບັດນີ້ ມາເວົ້າເຣື່ອງ ເຂື່ອນແມ່ນ້ຳຂອງ ບໍ່ວ່າ ຈະເປັນເຂື່ອນໄຊຍະບູຣີ, ທີ່ສ້າງແລ້ວ ເຂື່ອນດອນສະໂຮງ ທີ່ກຳລັງຈະແລ້ວ. ເຂື່ອນປາກແບງ, ເຂື່ອນປາກລາຍ ແລະ ເຂື່ອນຫຼວງພຣະບາງ ທີ່ກຳລັງ ວາງແຜນທີ່ວ່າຈະສ້າງ ສັງເກດເຫັນຜົລກະທົບ ທີ່ຈະເກີດຂຶ້ນບໍ່ ຈາກປະສົພການ ທີ່ເຄີຍເຫັນ ຢູ່ໃນໂຄງການ ເຂື່ອນນ້ຳເທີນ 2 ມາ?

ບ​ຣຸ​ສ ຊູ໋​ເມັກ​ເກີ: ເຮົາເຫັນວ່າ ປະຊາຊົນ ໄດ້ຮັບຜົລກະທົບ ຢູ່ຕອນເທິງ ແລະ ຕອນລຸ່ມແມ່ນ້ຳຂອງ. ປະຊາຊົນລາວ, ກັມພູຊາ, ວຽດນາມ ອາໄສ ການຫາປາ ໄດ້ຮັບຜົລກະທົບ. ເຂື່ອນນ້ຳຂອງ ໄປຕັນທາງປາຜ່ານ ແລະ ປ່ຽນແປງ ການໄຫລຂອງນ້ຳ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ແຕ່ວ່າ ໂຄງການ ເຂື່ອນໄຊຍະບູຣີ ກະເປັນນຶ່ງ ໃນໂຄງການເຂື່ອນ ໃນແມ່ນ້ຳຂອງ ທາງຜູ້ພັທນາ ໂຄງການ ເອງເພິ່ນກະວ່າ ມີການດັດແກ້ ການອອກແບບ ການກໍ່ສ້າງ ເພື່ອວ່າ ໃຫ້ ປາສາມາດ ຜ່ານໄປ-ມາໄດ້ ເພື່ອວ່າ ການໄຫລຂອງນ້ຳ ໃຫ້ມັນສະດວກຂຶ້ນຕື່ມ ໂຕນີ້ ເຮົາເຫັນວ່າ ຈັ່ງໃດ?

ບ​ຣຸ​ສ ຊູ໋​ເມັກ​ເກີ: ບໍ່ເຄີຍມີ ການນຳໃຊ້ ວິການນີ້ ມາກ່ອນ, ບໍ່ຮູ້ວ່າ ປາຈະສາມາດ ຂຶ້ນ-ລົງ ຜ່ານເຂື່ອນ ໄດ້ບໍ່.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ເຂົາເຈົ້າ ຊິບໍ່ວ່າ ນັກວິຊາການ ຊິບໍ່ເບິ່ງໂລກ ໃນແງ່ລົບໂພດເບາະ ຫລື Skeptical ຈົນເກີນໄປເບາະ?

ບ​ຣຸ​ສ ຊູ໋​ເມັກ​ເກີ: ມີການຖົກຖຽງກັນຫລາຍ ກ່ຽວກັບເຣື່ອງນີ້. ຜູ້ສ້າງເຂື່ອນ ໄດ້ຜົລປໂຍດ ແຕ່ ປະຊາຊົນ ແຄມນ້ຳຂອງ ເສັຽຜົລປໂຍດ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ຈຸດນຶ່ງ ກໍຄືວ່າ ເຈົ້າຂອງໂຄງການ ກ່ອນທີ່ວ່າ ຈະມີການສ້າງເຂື່ອນ ຢູ່ແມ່ນ້ຳຂອງ ເຈົ້າຂອງ ໂຄງການເພິ່ນກະວ່າ ມີຂະບວນການ ປຶກສາຫາລື ກ່ອນລ່ວງໜ້າ ໂດຍວ່າ ເຊີນເອົາ ພາກສ່ວນຕ່າງໆ ບໍ່ວ່າຈະເປັນ ພັກສິ່ງແວດລ້ອມບໍ່, ຜູ້ມີ ສ່ວນໄດ້ສ່ວນເສັຍ ໃນໂຄງການນີ້ ມາຮ່ວມ ປະຊຸມ ປຶກສາຫາລືກັນ ແລະ ມີການປະເມີນຜົລ ທາງດ້ານສິ່ງແວດລ້ອມ ແຕ່ວ່າ ໃນຈຸດນີ້ ມັນຈະໄດ້ ຜົລຫລາຍໜ້ອຍ ຂນາດໃດ?

ບ​ຣຸ​ສ ຊູ໋​ເມັກ​ເກີ: ມີການປຶກສາຫາລື ກັບຊາວບ້ານ ແຕ່ການຫາລື ເປັນພຽງ ແຕ່ຮູບການ. ໂຄງການ ບໍ່ຮັບເອົາ ຂໍ້ສເນີຊາວບ້ານ ສຸດທ້າຍ ໂຄງການກໍຕັດສິນໃຈ ສ້າງເຂື່ອນ.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ຄຳຖາມ ສຸດທ້າຍ ແມ່ນໃຜ ໄດ້ຜົລປໂຍດ ແລະ ແມ່ນໃຜ ເສັຽຜົລປໂຍດ ຈາກໂຄງການ ເຂື່ອນຂນາດໃຫຍ່ ບໍ່ວ່າ ຈະເປັນ ເຂື່ອນນ້ຳເທີນ 2 ບໍ່ວ່າ ຈະເປັນໂຄງການ ເຂື່ອນຢູ່ແມ່ນ້ຳຂອງ?

ບ​ຣຸ​ສ ຊູ໋​ເມັກ​ເກີ: ສຳລັບ ເຂື່ອນນ້ຳເທີນ 2 ບໍຣິສັດເອກຊົນໄທ ແລະ ຝຣັ່ງ ຖືກຮຸ້ນຮວມກັນ 75%, ສ່ວນທີ່ເຫລືອ ແມ່ນບໍຣິສັດ ຂອງລາວຖືກຮຸ້ນ 25%, ແຕ່ກໍ ຍັງບໍ່ມີ ການເປີດເຜີຍລະອຽດ ວ່າ ເງິນສ່ວນ ທີ່ຣັຖບານລາວ ໄດ້ໄປນັ້ນ ໄປຢູ່ໃສ ແລະ ເອົາໄປເຮັດຫຍັງແດ່. ການເຮັດເຂື່ອນ ໃສ່ແມ່ນ້ຳຂອງ ຜລິດໄຟຟ້າ ຫລາຍເກີນຄວາມຕ້ອງການ ຂອງປະຊາຊົນລາວ. ທັງໝົດ ແມ່ນເພື່ອຜົລປໂຍດ ຜູ້ລົງທຶນເອງ. ເຂື່ອນບໍ່ໄດ້ຜລິດກະແສໄຟຟ້າ ເພື່ອປະຊາຊົນລາວ, ແຕ່ຜລິດ ເພື່ອສົ່ງອອກ ຫາຜົລກຳໄລ ຄ້າຍຄືກັບ ກໍຣະນີ ນ້ຳເທີນ 2.

ອຸ່ນ​ແກ້ວ ສຸກ​ສະ​ຫວັນ: ອັນນັ້ນ ຄຳເຫັນ ຂອງທ່ານ Bruce Shoemakers ນັກວິຊາການ ອິສລະ ດ້ານສິ່ງແວດລ້ອມ, ແຕ່ວ່າ ໃນເວລາດຽວກັນ ຣັຖບານລາວ ກໍໄດ້ເອົາ ໂຄງການເຂື່ອນນ້ຳເທີນ2 ເປັນໂຄງການ ຕົວແບບ ໂດຍສະເພາະ ການຈ່າຍຄ່າຊົດເຊີຍ, ການໂຍກຍ້າຍ ຈັດສັນ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ແລະ ການອະນຸຮັກ ສິ່ງແວດລ້ອມ. ສະເພາະ ໂຄງການ ເຂື່ອນນ້ຳຂອງ ຄື ເຂື່ອນໄຊຍະບູຣີ ເຈົ້າຂອງໂຄງການ ກໍອອກມາ ເວົ້າວ່າ ໄດ້ເອົາໃຈໃສ່ ເຣື່ອງສິ່ງແວດລ້ອມ.

ທ່ານ ທະນະວັດ ຕີວິດສະວະເວດ, ກັມມະການ ຜູ້ຈັດການ ບໍຣິສັດ ໄຊຍະບູຣີ ພາວເວີ ແລະ ກັມມະການ ຜູ້ຈັດການ ບໍຣິສັດ CK POWER, ໄດ້ກ່າວຕໍ່ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທສ ເມື່ອວັນທີ 23 ກໍໍຣະກະດາ ຕອນນຶ່ງ ວ່າ:

ເຣື່ອງສິ່ງແວດລ້ອມ ເປັນເຣື່ອງທີ່ ທາງໄຊຍະບູຣີເອງ ແລ້ວກໍບໍຣິສັດ CK POWER ຈຳກັດ ມະຫາຊົນ ໃຫ້ຄວາມສຳຄັນ ເປັນອັນດັບ 1 ເລີຍ ເຊິ່ງຢູ່ໃນການດູແລ ຂອງຄນະ ກັມມະການ ແມ່ນໍ້າຂອງ ຫຼື MRC ເຊິ່ງໄດ້ກຳນົດ ຫຼັກເກນ ເຣື່ອງສິ່ງແວດລ້ອມ ໄວ້ໃຫ້ທຸກ ໂຄງການ ໃນແມ່ນໍ້າຂອງ ອັນຫຼັກໆ ແມ່ນທາງດ້ານສິ່ງແວດລ້ອມ ແລ້ວກໍປາ.

ເຕັມຫນ້າ