ຊາວບ້ານຍ້າຍຈາກເຂື່ອນ ຍັງພື້ນຟູ ຊີວິດບໍ່ໄດ້

ອຸ່ນແກ້ວ ສຸກສະຫວັນ
2020-06-09
ອີແມວລ໌
ຄໍາເຫັນ
Share
ພິມ
ເຂື່ອນ ນໍ້າອູ-2 ທີ່ສ້າງສໍາເຣັດໄປແລ້ວ
ເຂື່ອນ ນໍ້າອູ-2 ທີ່ສ້າງສໍາເຣັດໄປແລ້ວ
RFA/NY

ປະຊາຊົນຫຼາຍກ່ວາ 50 ພັນຄົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນ ຂນາດໃຫຍ່ ແລະ ຂນາດກາງ ຢູ່ໃນປະເທດລາວ ຊຶ່ງໃນນັ້ນໃນ ຈຳນວນດັ່ງກ່າວ ມີທັງຜູ້ທີ່ໄດ້ຮັບຜົນກະທົບ ແລະ ຜູ້ທີ່ຖືກຍົກຍ້າຍ.

ປະຊາຊົນ ຫລື ຊາວບ້ານ ຜູ້ທີ່ຖືກຍົກຍ້າຍ ສ່ວນຫຼາຍບໍ່ສາມາດ ຟື້ນຟູຊີວິດການເປັນຢູ່ ຂອງຕົນເອງໄດ້ ແລະ ພົບວ່າ ຊີວິດຂອງເຂົາເຈົ້າ ພົບກັບຄວາມລຳບາກ ຍ້ອນວ່າ ບໍ່ສາມາດທຳມາຫາກິນໄດ້ຄືແຕ່ກ່ອນ.

ຊາວບ້ານຫາດທິບ ເມືອງງອຍ ແຂວງຫຼວງພຣະບາງ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນນ້ຳອູ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ອີງໃສ່ບົດສັນຍາຫັ້ນຄຶດວ່າ ເພິ່ນວ່າຊິເຮັດຕາມບົດສັນຍາ ສຸດທ້າຍມາເພິ່ນກະບໍ່ເຮັດເນາະ ສັນຍາເບື້ອງຕົ້ນເລື້ອງຫົວທີແທ້ ເພິ່ນວ່າຊິລ້ຽງດູ 3 ປີ ແລະ ກະຊິຟື້ນຟູອາຊີບໃຫ້ປະຊາຊົນ ມາບາດນີ້ ເພິ່ນວ່າ ມາປີ້ນ ປີ້ນວ່າ ລ້ຽງແຕ່ປີດຽວ ພາປະຊາຊົນຂາດໆ ເຂີນໆ ຜູ້ທຸກຜູ້ຈົນ ມັນກະທຸກແທ້ໆ ໂອ້ ເຈົ້າ."

ຊາວບ້ານກ່າວຕື່ມອີກວ່າ: ທີ່ດິນທີ່ປະຊາຊົນອາສັຍເຮັດການຜລິດກະສິກັມ ເປັນດິນທີ່ຂໍເຊົານຳປະຊາຊົນບ້ານໃກ້ຄຽງ ໂດຍທີ່ທາງການບໍ່ໄດ້ ມາຈັດສັນທີ່ດິນທຳການຜລິດໃຫ້ເຂົາເຈົ້າ. ສາເຫດເປັນຍ້ອນວ່າ ຊາວບ້ານ ເຂົາເຈົ້າໄດ້ດຳລົງຊີວິດ ຢູ່ບ້ານເດີມຂອງເຂົາເຈົ້າມາດົນ ແລະ ຕັ້ງຫລັກປັກຖານມາດົນແລ້ວ, ແຕ່ຖືກໂຄງການມາຍ້າຍ ໃຫ້ຢູ່ບ່ອນທີ່ບໍ່ມີດິນ ຄວາມອຸດົມສົມບູນ ໃນການທຳມາຫາກິນ ແຕ່ເຈົ້າຂອງ ໂຄງ ການເຂື່ອນ ໃຊ້ເວລາບໍ່ພໍເທົ່າໃດປີ ໃນການພື້ນຟູງຊີວິດ ຂອງເຂົາເຈົ້າ.

ຍານາງ Shalmali Guttal ຜູ້ອຳນວຍການ ຈາກອົງການ Global South ຜູ້ທີ່ເຮັດວຽກດ້ານການພັທນາ ຢູ່ປະເທດລາວ ມາເປັນເວລາ ຫລາຍກ່ວາ 10 ປີ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ໂດຍທົ່ວໄປແລ້ວ ຖ້າເຮົາເບິ່ງພາບລວມແລ້ວ ຂ້ອຍບໍ່ຄິດວ່າ ຊີວິດການເປັນຢູ່ ຂອງຊາວບ້ານທີ່ຖືກຍົກຍ້າຍ ຈາກໂຄງການການເຂື່ອນ ຈະດີ ຂຶ້ນກວ່າ ຕອນທີ່ເຂົາຍັງບໍ່ໄດ້ຖືກຍົກຍ້າຍ ຊຶ່ງເປັນສິ່ງທີ່ພວກເຮົາ ໄດ້ພົບພໍ້."

ຊາວບ້ານທີ່ຖືກຍົກຍ້າຍ ເຂົາບໍ່ຄຸ້ນເຄີຍກັບສະພາບແວດລ້ອມໃໝ່ ເພາະວ່າ ເຂົາເຈົ້າຄຸ້ນເຄີຍກັບ ການຢູ່ບ້ານເກົ່າ ມາເປັນຫລາຍຊົ່ວຄົນ. ຍານາງ Shalmali Guttal ກ່າວຕື່ມວ່າ:

"ຊາວບ້ານ ໄດ້ດຳລົງຊີວິດ ຢູ່ບ້ານເດີມເຂົາເຈົ້າເປັນຫຸ່ນຄົນ ເຂົາເຈົ້າໄດ້ດຳລົງຊີວິດ, ເຂົ້າເຈົ້າໄດ້ສ້າງຊຸມຊົນ, ເຂົາເຈົ້າໄດ້ມີໄຮ່ ເຮັດນາເປັນ ຂອງຕົນເອງ, ເຂົາເຈົ້າໄດ້ມີອາຫານການກິນພຽງພໍ, ເຂົາເຈົ້າໄດ້ຕັ້ງ ຫລັກປັກຖານ ຢູ່ແລ້ວ. ແລະ ຕໍ່ມາ ເຂົາເຈົ້າພັດຖືກຍ້າຍ ໄປຢູ່ບ້ານໃໝ່ ທີ່ດິນ ສະພາບແວດລ້ອມ ລະບົດນິເວດ ສະພາບການມີຄວາມແຕກຕ່າງ ແລ້ວຄິດວ່າພາຍໃນ 2,3 ປິ ຊິໃຫ້ຊີວິດເຂົາເຈົ້າ ຈະດີຂຶ້ນກວ່າເກົ່າ ນັ້ນ ມັນບໍ່ມີທາງ ຈະເປັນໄປໄດ້."

ການຍົກຍ້າຍປະຊາຊົນອອກໄປແລ້ວ ບໍ່ມີໜ່ວຍງານທີ່ສາມ ທີ່ເປັນກາງເຂົ້າໄປກວດສອບ ເລື້ອງນີ້ ຊຶ່ງມັນກໍເປັນພຽງແຕ່ບົດຣາຍງານຂອງ ຣັຖບານເທົ່ນັ້ນ. ດັ່ງຍານາງ Shalmali Guttal ໄດ້ກ່າວຕື່ມ ອີກວ່າ:

"ເຮົາມາເບິ່ງ ຖ້າວ່າ ຊາວບ້ານມີຖະໜົນເຂົ້າເຖິງໂຮງໝໍ, ຊາວບ້ານມີນ້ຳສະອາດ, ເຂົາເຈົ້າມີໂຮງຮຽນ, ເຂົາເຈົ້າສາມາດຕັ້ງບ້ານເຮືອນໄດ້ ນັ້ນ ກໍອາດຈະມີຄົນເວົ້າວ່າ ການດຳລົງຊີວິດ ຂອງຊາວບ້ານ ຮັບການ ປັບປຸງດີຂຶ້ນ, ແຕ່ວ່າ ຂ້ອຍບໍ່ຮູ້ວ່າ ມັນມີບຸກຄົນທີສາມ ທີ່ເປັນກາງ ເຂົ້າມາກວດສອບ ປະເມີນເລື່ອງນີ້ ຫລື ວ່າ ມັນເປັນພຽງແຕ່ ສະຖິຕິຂອງທາງການ ເທົ່ານັ້ນ. ຢູ່ປະເທດລາວ ຍັງບໍ່ທັນມີຫລັກຖານ ທີ່ ສະແດງ ໃຫ້ເຫັນວ່າ ປະຊາຊົນ ຫລື ຊາວບ້ານທີ່ຖືກຍົກຍ້າຍ ອອກຈາກໂຄງການກໍ່ສ້າງເຂື່ອນ ມີຊີວິດການເປັນຢູ່ ທີ່ດີກວ່າເກົ່າ."

ທ່ານ Brian Eyler ຫົວໜ້າໂຄງການເອເຊັຍຕາວັນອອກສ່ຽງໃຕ້ ປະຈຳສູນສິ່ງແວດລ້ອມ Stimson Center ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ຫລາຍປີມາທີ່ໄດ້ໄປເບິ່ງຊາວບ້ານ ທີ່ຖືກຍົກຍ້າຍອອກ [ຈາກໂຄງການເຂື່ອນ] ຢູ່ລາວ, ຂ້າພະເຈົ້າບໍ່ເຫັນຮອດຕົວຢ່າງນຶ່ງ ທີ່ຜູ້ສ້າງເຂື່ອນ ສາມາດພື້ນຟູ ຊິວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຍົກຍ້າຍ ໃຫ້ດີຂຶ້ນຄືກັບ ຕອນທີ່ເຂົາເຈົ້າ ຢູ່ບ້ານເດີມ."

ທ່ານ Brian Eyler ກ່າວວ່າ:

"ປົກກະຕິແລ້ວຜູ້ສ້າງເຂື່ອນ ບໍ່ໄດ້ໃຊ້ເວລາຮຽນຮູ້ກ່ຽວກັບຄຸນຄ່າທາງສັງຄົມ ແລະ ວັທນະທັມຂອງປະຊາຊົນ ທີ່ຖືກຍົກຍ້າຍນັ້ນ. ຕົວຢ່າງ, ຕາມປະເພນີແລ້ວ ປະຊາຊົນທີ່ເຮັດໄຮ່ ຢູ່ເຂດພູດອຍ ບໍ່ໄດ້ຮັບການຈັດສັນທີ່ດິນໃຫ້ເຮັດໄຮ່ ຈາກທາງການ ຍ້ອນວ່າ ທາງການລາວ ບໍ່ຍອມຮັບ ແລະ ເຫັນວ່າ ບໍ່ແມ່ນວິທີການ ທີ່ຍືນຍົງ. ຖ້າບໍ່ມີດິນເຮັດໄຮ່, ກໍຄືກັນກັບ ເຂົ້າໃນເລົ້າຂອງປະຊາຊົນ ຖືກລັກໄປໝົດ."

ບາງກໍຣະນີ ປະຊາຊົນ ຈະຖືກຍົກຍ້າຍໄປໃກ້ກັບ ສວນປູກພືດກະສິກັມ ທີ່ມີການໃຊ້ສານເຄມີ ການໃຊ້ຢາປາບສັດຕຣູພືດ ໃນຂນະທີ່ ເຂົ້າເຈົ້າ ບໍ່ມີຄວາມຮູ້ໃນການປ້ອງກັນຕົວເອງ ສ່ວນວ່າ ເຈົ້າຂອງສວນກໍບໍ່ ສົນໃຈ ເລື້ອງຮັກສາສຸຂພາບ ຂອງ ປະຊາຊົນ.

Brian Eyler ກ່າວຕື່ມອີກວ່າ:

"ຣັຖບານລາວ ກຳລັງຍູ້ດັນ ນະໂຍບາຍດ້ານອຸດສາຫະກັມ ໃຫ້ປະຊາຊົນຢູ່ເຂດພູດອຍ ລົງມາຢູ່ເຂດທົ່ງພຽງ ເພື່ອໃຫ້ເຂົາເຈົ້າສາມາດ ປະກອບສ່ວນເປັນກຳລັງ ແຮງງານ ແຫ່ງຊາດ ຊຶ່ງຣັຖບານ ຈະໃຊ້ເຫດຜົນນີ້ ມາເປັນຂໍ້ອ້າງ."

ເຖິງຢ່າງໃດກໍຕາມ, ການຄຸ້ມຄອງທີ່ດິນ ຢູ່ເຂດພູດອຍຂອງລາວ ແລະ ການພື້ນຟູຊີວິດ ຂອງປະຊາຊົນພູດອຍ ໃຫ້ມາຢູ່ເຂດທົ່ງພຽງ ໄດ້ພິສູດ ໃຫ້ເຫັນວ່າ ມັນມີຄວາມຫຍຸ້ງຍາກ ບໍ່ຕ່າງຫຍັງກັບການປະຈົນພັຍ. ອັນນີ້ ຄືຄວາມຈິງ ນັບແຕ່ ໄດ້ມີການສ້າງຕັ້ງ ສປປລາວ ຈົນມາເຖິງປັດຈຸບັນ. ປະຊາຊົນຢູ່ທົ່ງພຽງ ແລະ ປະຊາຊົນຢູ່ເຂດພູດອຍ ມີວັທນະທັມ ທີ່ແຕກຕ່າງກັນຫຼາຍ ສະນັ້ນຂ້າພະເຈົ້າບໍ່ແນ່ໃຈ ວ່າວິທີການ ຍົກຍ້າຍໃຫ້ປະຊາຊົນລົງມາ ຢູ່ເຂດທົ່ງພຽງ ຈະເກີດດອກອອກຜົນ.

ປະຊາຊົນທີ່ຖືກຍົກຍ້າຍ ຈາກໂຄງການເຂື່ອນ ຍັງມີຊີວິດການເປັນຢູ່ຢ່າງລຳບາກ ບໍ່ມີທີ່ດິນເຮັດກະສິກັມ. ຊາວບ້ານຫາດທິບ ຄົນດຽວກັນ ກ່າວຕໍ່ເອເຊັຽເສຣີ ວ່າ:

"ຫລັງຈາກຍ້າຍມາແລ້ວ ມັນກະເບື້ອງຕົ້ນ ເຮົາກະຄຶດວ່າ ບໍຣິສັດ ເຮົານີ້ ຊິເປັນຜູ່ເບິ່ງຜູ້ແຍງ ແລະ ເບື້ອງບໍຣິສັດ ອອກຂໍ້ຕົກລົງວ່າ ຊິເບິ່ງແຍງໃຫ້ ປະຊາຊົນ ບາດເຖິງສະພາບຄວາມເປັນຈິງແທ້ ມັນກະເປັນໄປ ແນວນັ້ນບໍ່ໄດ້ ເພາະວ່າ ດຽວນີ້ ເຮົາຫລັງຈາກຍ້າຍ ອອກມາແລ້ວ ມັນກະຜູ້ທຸກຈົນ ແນວໃດກະມີ."

ປະຊາຊົນທີ່ຍົກຍ້າຍມາ ຕັ້ງບ້ານໃໝ່ ຫ່າງໄກຈາກບ້ານເກົ່າເຂົາເຈົ້າປະມານ 7 ກິໂລແມັດ ແຕ່ເຂົາເຈົ້າບໍ່ມີທີ່ດິນທຳການຜລິດ. ປະຊາຊົນ ບ້ານຫາດທິບ ຖືກຍົກຍ້າຍບ້ານມາແຕ່ປີ 2014 ແລະ ໃນເວລາ ນັ້ນ ໂຄງການວ່າຈະຊ່ວຍເຫລືອເຂົ້າເຈົ້າ ໃນດ້ານສະບຽງອາຫານການ ກິນເປັນເວລາ 3 ປີ, ແຕ່ ໃນຕົວຈິງ ໂຄງການ ຊ່ວຍແຕ່ປີດຽວ ເທົ່ານັ້ນ.

ນອກຈາກນີ້ ໂຄງການເຂື່ອນດັ່ງກ່າວ ຍັງສົ່ງຜົນຕໍ່ການອາຊີບຂອງປະຊາຊົນ ຈາກທີ່ເຄີຍຂັບເຮືອຮັບຈ້າງ ແຕ່ ເຂົາເຈົ້າບໍ່ສາມາດເຮັດໄດ້ມາ ເຖິງປັດຈຸບັນ. ຊາວບ້ານດອນເງິນ ເມືອງງອຍ ໄດ້ກ່າວ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ຜູ້ມີອາຊີບຂັບເຮືອ: ເຮືອນີ້ ຕອນນີ້ ກະຖືວ່າ ແລ່ນບໍ່ໄດ້ແລ້ວ ເພາະວ່າ ມັນມີເຂື່ອນໂຕ 2 ຫັ້ນ ອັດລະເດ້ ມາກະມາຮອດແຕ່ເຂື່ອນຫັ້ນ ແຕ່ວ່າ ແລ່ນຂຶ້ນແລ່ນລົງມັນບໍ່ໄດ້ລະເດ້ ມີແຕ່ວ່າ ຫາປາຢູ່ໃນອ່າງນ້ຳ ນີ້ໄດ້ ຊິແລ່ນຕາມລ່ອງນ້ຳ ຄືແຕ່ກີ້ບໍ່ໄດ້ແລ້ວ ເປັນອາຊີບຕອນຂະເຈົ້າ ບໍ່ອັດເຂື່ອນກະແລ່ນເຮືອ ຕາມລ່ອງນ້ຳເນະ ມີທາງລົດບໍ່ຮອດ ກະເຮືອໄປຊື້ ຕັ້ງແຕ່ກີ້ຫາກິນ ກໍງ່າຍກ່ວານີ້ ການຊື້ການຂາຍ ຫລັງຈາກ ອັດເຂື່ອນນີ້ ກະຍາກ ສວນຜັກ ແລະ ເຄື່ອງປູກຂອງຝັງ ຂອງຊາວບ້ານ ທີ່ປູກຢູ່ແຄມນ້ຳ ໄດ້ຖືກທຳລາຍໝົດ ແລະ ບໍ່ສາມາດປູກໄດ້ອີກ."

ນອກຈາກນີ້ ຊາວບ້ານທີ່ຈະຖືກຍົກຍ້າຍຈາກໂຄງການເຂື່ອນຫລວງພະບາງ ຊຶ່ງເປັນໂຄງການເຂື່ອນ ຂນາດໃຫຍ່ ກໍຍັງບໍ່ວ່າຊິທຳມາຫາກິນ ແນວໃດຫລັງຈາກທີ່ບ້ານເຮືອນ ຂອງເຂົາເຈົ້າຈະຖືກຍ້າຍຢູ່ ເຂດພື້ນທີ່ ອື່ນ. ຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນ ຫລວງພະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຂື່ອນຫລວງພະບາງ: ບໍ່ຮູ້ແຫລວ ບໍ່ຮູ້ແນວຊິຫາກິນແນວໃດ ໂອ້ ທົ່ງນາ ກ້າເຮົາກໍນ້ຳຖ້ວມ ໝົດລະເນ້ ເຮັດໄຮ່ເຮັດສວນ ກິນລ້າໆ ນີ້ຕີ້ ຖືກຖ້ວມໝົດ ແມ່ນນາແມ່ນສວນຖ້ວມໝົດແຫລະ ບໍ່ມີຫຍັງເຫຼືອແຫຼະ ບໍ່ຮູ້ວ່າຊິເຮັດຫຍັງກິນແຫຼະ ບ່ອນເຮັດໄຮ່ເຮັດສວນ ກະບໍ່ມີດິນ ມີດອນ ລະເດ້ ນ້ຳຖ້ວມ ນ້ຳນັ້ນໄປໝົດແລະ ບໍ່ຮູ້ຊິເຮັດຫຍັງ ກິນໂອ້."

ປະຊາຊົນສ່ວນຫລາຍເຮັດໄຮ່ ເຮັດນາ ແລະ ບາງຄົນກໍມີອາຊີບຂັບເຮືອ, ດັ່ງຊາວບ້ານກ່າວຕື່ມວ່າ:

"ກ່ຽວກັບການຍົກຍ້າຍ ຈັດສັນຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນຕ່າງໆ ຢູ່ໃນປະເທດລາວ ແມ່ນອີງໃສ່ດຳລັດ 84 ວ່າດ້ວຍການຊົດເຊີຍ ຜູ້ທີ່ໄດ້ຮັບຜົນຈາກ ໂຄງການພັທນາ."

ເຈົ້າໜ້າທີ່ ຂັ້ນສູງ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໂດຍພື້ນຖານລະແມ່ນຄະນະສະເພາະກິດຫັ້ນ ໄປລົມກັບ ປະຊາຊົນ ແລະ ບໍຣິສັດກະຕ້ອງໄດ້ ຮອງຮັບ ຖ້າວ່າ ຊິປະຕິບັດລະບຽບການ ລະແມ່ນ 84 ຫັ້ນແຫລວ ດຽວນີ້ ກະດຳລັດ 84 ຫັ້ນ ກາຍນັ້ນກະຍັງບໍ່ມີ ໂຕໃດ ອີກຫັ້ນນ່າ."

ກ່ຽວກັບເລື້ອງການຈ່າຍຄ່າຊົດເຊີຍ, ເຈົ້າຂອງໂຄງການ ກັບ ເຈົ້າໜ້າທີ່ຣັຖບານ ໜ່ວຍສະເພາະກິດ ແມ່ນໄດ້ເຈຣະຈາກັບ ປະຊາຊົນຜູ້ທີ່ ໄດ້ຮັບຜົນ ກະທົບເອງ. ດັ່ງທ່ານ ກ່າວວ່າ:

"ໂອອັນນີ້ ເລື້ອງການຍົກຍ້າຍອັນນີ້ ມັນຂຶ້ນກັບຫົວໜ່ວຍ ສະເພາະກິດ ຂອງເຂົານະ ຂຶ້ນກັບຫົວໜ່ວຍ ສະເພາະກິດ ອັນພາກສ່ວນໃດທີ່ວ່າ ໄປຫັ້ນລະແບບນີ້ ການຕໍ່ລອງກັນ ມັນຂຶ້ນກັບຫົວໜ່ວຍ ສະເພາະກິດ ເຂົາເຈົ້າເຮັດກັນເອງ."

ຈຳນວນປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 53,600 ຄົນ ຈາກເຂື່ອນຂນາດໃຫຍ່ ຢູ່ໃນປະເທດລາວ ໃນນັ້ນລວມມີທັງຜູ້ ທີ່ຖືກຍົກຍ້າຍ ແລະ ຜູ້ທີ່ໄດ້ຮັບຜົນກະທົບ:

• ເຂື່ອນຫລວງພະບາງ ສົ່ງຜົນກະທົບເກືອບ 10 ພັນຄົນ ອີງຂໍ້ມູນຈາກຄະນະກຳມາທິການ ແມ່ນ້ຳຂອງ ສາກົນ ຫລື MRC.

• ເຂື່ອນຊະນະຄາມ ຍົກປະຍ້າຍປະຊາຊົນ ເກືອບ 3 ພັນຄົນ ອີງຕາມຂໍ້ມູນຈາກ MRC.

• ເຂື່ອນໄຊຍະບູລີ ສົງຜົນກະທົບ 4 ພັນຄົວເຮືອນ ໃນນັ້ນ 450 ຄົວເຮືອນ ຖືກຍົກຍ້າຍ. ຈຳນວນຜູ້ທີ່ໄດ້ຮັບຜົນກະທົບ ຢ່າງໜ້ອຍ 16 ພັນຄົນ ອີງຕາມຂໍ້ມູນຈາກ MRC.

• ໂຄງການເຂື່ອນນ້ຳອູ ໄດ້ຍົກຍ້າຍປະຊາຊົນທັງໝົດ 2,300 ຄົວເຮືອນ ຫລື 12,600 ຄົນ ອີງຕາມຂໍ້ມູນຈາກສຳນັກຂ່າວຊິນຫົວ Xinhua ຂອງຈີນ.

• ນ້ຳເທີນ 2 ຍົກຍ້າຍປະຊາຊົນ 6,200 ຄົນ ແລະ ສົ່ງຜົນກະທົບ ທັງໝົດ 12 ພັນຄົນ ອີງຕາມຂໍໍ້ມູນຈາກ ອົງການແມ່ນ້ຳສາກົນ ຫລື International Rivers.

ນອກຈາກນີ້ ຍັງບໍ່ນັບລວມເອົາຈຳນວນ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນ ອື່ນໆ ໃນປະເທດລາວ.

ທ່ານ Bruce Shoemaker ນັກວິໃຈອິສຣະ ແລະທັງເປັນຜູ້ຊຽນປື້ມທີ່ມີຊື່ ຕາຍໃນແມ່ນ້ຳ ຊຶ່ງເປັນປຶ້ມທີ່ເວົ້າເລື້ອງ ເຂື່ອນໃນປະເທດລາວ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ວາທະກັມ ການພັທນາ ແລະການຫັນເປັນທັນສໄມ ທີ່ເຮັດໃຫ້ມີການສ້າງເຂື່ອນໃນລາວ, ການຍົກຍ້າຍປະຊາຊົນ ສິ້ນສຸດລົງດ້ວຍການ ບີບບັງຄັບ ໃຫ້ເຂົາເຈົ້າຍ້າຍ ນັ້ນນຳໄປສູ່ຄວາມເຈັບປວດ. ອັນນີ້ ເປັນກໍຣະນີ ທີ່ເກີດຂຶ້ນ ໃນປະເທດລາວ ໂດຍສະເພາະ ໂຄງການເຂື່ອນ ຂນາດກາງ ແລະ ຂນາດໃຫຍ່."

ຂະບວນການຍົກຍ້າຍປະຊາຊົນ ສ່ວນຫລາຍ ມີການລະເມີດສັນຍາໃຫ້. ການຈັດສັນທີ່ດິນໃຫ້ເຂົາເຈົ້າບໍ່ພຽງພໍ ແລະ ທີ່ດິນປູກຫຍັງກໍບໍ່ໄດ້. ຕົວແທນ ບໍຣິສັດ, ຜູ້ເຊັນສັນຍາ ແລະ ເຈົ້າໜ້າທີ່ຣັຖ ທີ່ເຮັດວຽກ ໃຫ້ການຊ່ວຍເຫລືອ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ມີການສໍ້ຣາສ ບໍ່ມີກໍຣະນີ ສຶກສາກ່ຽວກັບ ການດຳລົງຊີວິດ ຂອງປະຊົນ ທີ່ໄດ້ຮັບການປັບປຸງ ຢ່າງຍືນຍົງ ອີງຕາມ ທ່ານ Bruce Shoemaker.

ຄ່າຊົດເຊີຍ ສຸມໃສ່ແຕ່ການກໍ່ສ້າງເຮືອນ, ຖະໝົນຫົນທາງ ແລະ ອື່ນໆ. ສິ່ງດັ່ງກ່າວ ບໍ່ໄດ້ທົດທົດແທນ ຄວາມເສັຍຫາຍຂອງປະຊາຊົນທີ່ ໄດ້ຮັບ ຜົນກະທົບ ທີ່ດຳລົງຊີວິດຢູ່ກັບແມ່ນ້ຳ - ຂຶ້ນຢູ່ກັບການຫາປາ ແລະ ຊັພຍາກອນໃນນ້ຳ. ມັນບໍ່ງ່າຍທີ່ ຊອກຫາ ດິນທີ່ອຸດົມສົມບູນ ຫລື ການດຳລົງຊີວິດ ທີ່ເປັນທາງເລືອກໃຫ້ແກ່ ປະຊາຊົນທີ່ຖືກຍົກຍ້າຍ.

ເຖິງວ່າໂຄງການເຂື່ອນ ຖືກຍົກໃຫ້ເປັນຕົວແບບທີ່ດີ ທີ່ໄດ້ຮັບການສະໜັບສະໜູນ ຈາກ ສະບັນການເງິນສາກົນ ຄື ທະນາຄານໂລກ ແລະ ທະນາຄານພັທນາ ເອເຊັຽ ນັ້ນ ບໍ່ໄດ້ປະສົບຜົນສໍາເຣັດ ໃນການຟື້ນຟູ ຊີວິດ ການເປັນຢູ່ ຂອງປະຊາຊົນ ຫຼືບໍ່ທົບແທນສິ່ງທີ່ປະຊາຊົນ ເສັຽໄປ. ລະບົບຢູ່ໃນປະເທດລາວ ຂັດກັນກັບຊຸມຊົນທ້ອງຖິ່ນ ແລະ ການຊ່ວຍເຫຼືອຂອງສາກົນ ບໍ່ສາມາດເອົາຊນະ ອຸປສັກທາງດ້ານໂຄງ ສ້າງ ທີ່ຝັງຮາກມາດົນ, ທ່ານ Bruce Shoemaker ກ່າວ.

ເຕັມຫນ້າ