ປະຊາຊົນ ເມືອງແປກ ແຂວງ ຊຽງຂວາງ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຍເສຣີ ໃນວັນທີ 9 ສິງຫາ ນີ້ວ່າ, ປັດຈຸບັນນີ້ ເຈົ້າເມືອງ ແລະ ເຈົ້າແຂວງ ໄດ້ ອະນຸຍາດ ໃຫ້ ຄົນຈີນ ມາຕັ້ງ ບ່ອນຫຼິ້ນ ການພະນັນ ປະເພດ ຕູ້ເກມ, ໄຮໂລ ສະຖານທີ່ ບັນເທີງ ຢູ່ ຕະຫລາດ ພູຄຳ ເຂດ ເດີ່ນບິນເກົ່າ.
ປະຊາຊົນ ທ່ານນີ້ ກ່າວອີກວ່າ ມີ ປະຊາຊົນ ຢູ່ໃນແຂວງ ພາກັນ ໄປຫຼິ້ນ ການພະນັນ ນັ້ນຫລາຍ ຈົນເກີດ ບັນຫາ ສັງຄົມ, ແຕ່ວ່າ ເຈົ້າໜ້າທີ່ ຕຳຣວດ ແຂວງ ແລະ ອຳນາດ ການປົກຄອງ ກໍບໍ່ໄດ້ໃຊ້ ມາດຕະການ ຫຍັງໝົດ. ການຕັ້ງ ບ່ອນຫຼິ້ນ ການພະນັນ ໄດ້ເລີ້ມມີຂຶ້ນ ແຕ່ເດືອນ ພຶສຈິກາ ປີ 2015 ທີ່ ຜ່ານມາ ໂດຍແມ່ນ ຄົນຈີນ ທີ່ ຊື່ວ່າ ອາໝຽງ ເປັນເຈົ້າຂອງ ບ່ອນ ການພະນັນ ດັ່ງກ່າວ ແລະ ແຕ່ລະເດືອນ ມີການເສັຍເງິນ ໃຫ້ເຈົ້າເມືອງ ຕະຫລອດເຖິງ ເຈົ້າແຂວງ ບາງທ່ານ. ອີງຕາມ ການບອກເລົ່າ ຂອງ ປະຊາຊົນ ທ່ານນີ້.
ທາງການແຂວງ ໄດ້ຍ້າຍ ຕະຫຼາດ ກະສິກັມ ໄປຢູ່ເຂດ ເດີ່ນຍົນເກົ່າ ຂອງແຂວງ ຫລື ເອີ້ນວ່າ ຕະຫລາດ ພູຄຳ ຫລັງຈາກນັ້ນ ເຈົ້າແຂວງ ຈຶ່ງເອົາເຂດ ຕະຫລາດ ກະສິກັມ ໃຫ້ຈີນ ສຳປະທານ. ນອກຈາກນີ້ ບັນຫາ ຢາເສບຕິດ ແລະ ອາຊຍາກັມ ເກີດຂຶ້ນ ນັບແຕ່ມີບ່ອນ ການພະນັນ ເຂົ້າມາໃນ ແຂວງຊຽງຂວາງ.
ປະຊາຊົນ ທ່ານນີ້ ຍັງກ່າວອີກວ່າ, ເມື່ອວັນທີ 27 ກໍຣະກະດາ ທີ່ຜ່ານມາ ກໍມີ ນາງຄຳ ບ້ານ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ຖືກ ຄາດຕະກັມ ຊິງຊັບ ແລະ ຈົນເຖີງ ປັດຈຸບັນ ກໍບໍ່ສາມາດ ຈັບຄົນຮ້າຍ ມາລົງໂທດໄດ້. ແລະ ເມື່ອເດືອນ ພຶສພາ ທີ່ຜ່ານມາ ກໍມີເຫດການ ນັກໂທດ 25 ຄົນ ໂຕນຈາກ ບ່ອນຄຸມຂັງ ກອງ 9 ຊຶ່ງເປັນ ຄຸກ ຂອງ ແຂວງຊຽງຂວາງ ແຕ່ມາຮອດ ປັດຈຸບັນ ກໍຍັງ ບໍ່ມີ ຄວາມຄືບໜ້າ ການຈັບໂຕ ນັກໂທດທີ່ ໂຕນໜີໄປ.
ເພື່ອ ຂໍຄໍາຢັ້ງຢືນ ເພີ້ມເຕີມ, ເອເຊັຍເສຣີ ໄດ້ ໂທຣະສັບ ຕິດຕໍ່ໄປຫາ ທ່ານ ສີວິໄລ ແສງຈະເຣີນ ເຈົ້າເມືອງ ເມືອງແປກ, ທ່ານ ກົງທະນູ ອຸ່ນສະຫວັນ ຮອງເຈົ້າເມືອງ, ແລະ ທ່ານ ພັນໂທ ບຸນເລີດ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຊຽງຂວາງ, ແຕ່ ທັງສາມ ທ່ານນີ້ ບໍ່ມີໃຜ ຮັບສາຍ.