ເຂດເສຖກິດພິເສດສໍາລັບ ຜູ້ຫາເຊົ້າ ກິນຄໍ່າ

ອຸ່ນແກ້ວ ສຸກສະຫວັນ
2019-09-13
ອີແມວລ໌
ຄໍາເຫັນ
Share
ພິມ
ວຽກເຮັດງານທໍາ ຂອງຄົນລາວທ້ອງຖິ່ນ ໃນເຂດເສຖກິດພິເສດ ບໍ່ເຕັນ ແຂວງຫຼວງນໍ້າທາ
ວຽກເຮັດງານທໍາ ຂອງຄົນລາວທ້ອງຖິ່ນ ໃນເຂດເສຖກິດພິເສດ ບໍ່ເຕັນ ແຂວງຫຼວງນໍ້າທາ
RFA

ເຂດເສຖກິດພິເສດບຶງທາດຫລວງ ຢູ່ນະຄອນຫລວງວຽງຈັນ ແລະ ເຂດເສຖກິດພິເສດບໍ່ເຕັນ ຢູ່ແຂວງຫລວງນໍ້າທາ ທີ່ກຳລັງຢູ່ໃນໄລຍະ ການກໍ່ສ້າງ ໃນເນື້ອທີ່ດິນຫລາຍ 100 ເຮັກຕາ ໄປກວມເອົາທີ່ດິນ ຂອງປະຊາຊົນ ແລະ ເຮັດໃຫ້ເຂົາເຈົ້າຕ້ອງໄດ້ຮັບ ຄວາມອັປໂຍດ.

ສະເພາະຢູ່ເຂດເສຖກິດພິເສດບຶງທາດຫລວງ ສ້າງຢູ່ໃນເນື້ອທີ່ ປະມານ 300 ເຮັກຕາ ໄດ້ໄປກວມເອົາເນື້ອທີ່ນາ ຂອງປະຊາຊົນ ແລະ ເຮັດໃຫ້ປະຊາຊົນ ບໍ່ມີທີ່ດິນເຮັດນາ ແລະ ປັດຈຸບັນເຂົາເຈົ້າ ບໍ່ມີຣາຍໄດ້ຫຍັງ ຍິ່ງຈະສ້າງຄວາມທຸກຍາກ ໃຫ້ເຂົາເຈົ້າ. ປະຊາຊົນ ທ່ານນຶ່ງ ທີ່ໄດ້ເສັຍດິນໃຫ້ແກ່ເຂດເສຖກິດພິເສດ ບຶງທາດຫລວງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ມັນບໍ່ມີວ່າ ຊິຫລຸດພົ້ນຈາກຄວາມທຸກຍາກ ນັບມື້ ນັບຊິທຸກເມືອໜ້າ ແຕ່ກີ້ເຮົາມີເຂົ້າມີນ້ຳ ຈັບຈ່າຍເຂົ້າຂອງ ເຮັດນາແຊງມາເນາະກະໄດ້ 9 ລ້ານ 10 ລ້ານ ກະພໍໄດ້ໃຊ້ຈ່າຍນຳຄອບຄົວ ຊີວິດການເປັນຢູ່ ສົ່ງລູກຮ່ຳລູກຮຽນ ກະຍັງພໍໄດ້."

ປັດຈຸບັນນີ້ ຫລັງຈາກ ທີ່ບໍ່ມີເນື້ອທີ່ດິນແລ້ວ ການຫາຢູ່ຫາກິນ ກໍບໍ່ຄືແຕ່ກອນ ຫລື ເວົ້າອີກຢ່າງນຶ່ງວ່າ ເຂົ້າຂາດແລງ ແກງຂາດໝໍ້.

"ເດີເຮົາຊິເວົ້າໃຫ້ຟັງ ແຕ່ກີ້ແຕ່ກ່ອນເນາະ ປູປານານ້ຳ ຊີວິດການເປັນຢູ່ກະດີ ບໍ່ອຶດບໍ່ຢາກ ບໍ່ຂາດບໍ່ເຂີນ ປັດຈຸບັນນີ້ ເຂົ້າຂາດແລງແກງ ຂາດໝໍ້ ຫັ້ນແຫລະ ຫາເຊົ້າກິນຄ່ຳແຫລະ."

ປະຊາຊົນທີ່ບໍ່ມີທີ່ດິນທຳກິນ ຊິໄປຫາກິນຢູ່ໃສກໍບໍ່ໄດ້ ແລະ ຍັງບໍ່ສາມາດໄປເປັນກຳມະກອນ ຢູ່ເຂດເສຖກິດພິດເສດ ໄດ້ ຍ້ອນວ່າ ເຂົາເຈົ້າ ບາງຄົນ ກໍມີອາຍຸແກ່ ແລະ ຍິ່ງເຮັດໃຫ້ເຂົາເຈົ້ານັບມື້ນັບທຸກລົງ ກວ່າເກົ່າ ດັ່ງປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:

"ມັນກະບໍ່ດີແຫລະ ຊິເອົາຫຍັງມາດີ ມັນກະທຸກລົງຫັ້ນແຫລະ ທຸກລົງຫັ້ນແຫລະ ປັດຈຸບັນນີ້ ໜ້າທີ່ການງານກະບໍ່ມີ ເຮົາກະອາຍຸແກ່ ອາຍຸ ເຖົ້າລະ ກະຊິໄປເປັນກຳມະກອນ ເຂົາກະບໍ່ຮັບ ເຮົາກະອະຍຸແກ່ ອາຍຸເຖົ້າລະເດ້."

ຢູ່ເຂດເສຖກິດພິເສດບຶງທາດຫລວງ ໄດ້ມີການຖົມບຶງທາດຫລວງ ທີ່ເປັນໜອງນ້ຳ ທີ່ເປັນບ່ອນຢູ່ອາໃສ ຂອງສັດນ້ຳນາໆຊນິດ ທີ່ເປັນແຫລ່ງ ອາຫານຂອງປະຊາຊົນ. ນອກຈາກນີ້ ດິນບໍຣິເວນ ແຄມບຶງທາດຫລວງ ຍັງເປັນໄຮ່ນາ-ຮົ້ວສວນ ແລະ ເປັນບ່ອນ ລ້ຽງສັດຂອງປະຊາຊົນ.

ປະຊາຊົນຢູ່ເຂດດັ່ງກ່າວ ກໍສະແດງຄວາມກັງວົນວ່າ ໃນຕໍ່ໜ້າ ພວກເຂົາຈະບໍ່ມີບ່ອນເຮັດນາ, ບໍ່ມີບ່ອນລ້ຽງສັດ ລ້ຽງງົວ-ລ້ຽງຄວາຍ, ບໍ່ມີ ບ່ອນຫາປາ, ຊຶ່ງພາບທີ່ເຄີຍເຫັນຄືແຕ່ກ່ອນ ກໍຈະເຫລືອພຽງຄວາມຊົງຈຳເທົ່ານັ້ນ. ມີຫຼາຍ 100 ຄອບຄົວໄດ້ຮັບ ຜົນກະທົບຈາກໂຄງການ ດັ່ງກ່າວ ມີມູນຄ່າ 1.6 ຕື້ ໂລລາ ທີ່ສ້າງຄອນໂດ, ສູນການຄ້າ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ອີກແຫ່ງນຶ່ງກໍຄື ເຂດເສຖກິດພິເສດ ບໍ່ເຕັນ:

ຢູ່ເຂດເສຖກິດພິເສດ ບໍ່ເຕັນ ໄດ້ຍົກຍ້າຍ ປະຊາຊົນ ຫລາຍກວ່າ 300 ຄອບຄົວ ຢູ່ເຂດບ້ານບໍ່ເຕັນ ແລະ ບ້ານບໍ່ປຽດ ເມືອງແລະແຂວງ ຫລວງນ້ຳທາ ແຕ່ປີ 2005 ເປັນຕົ້ນມາ.

ບັນຫາທີ່ເກີດຂຶ້ນ ກໍຄື ປະຊາຊົນຜູ້ທີ່ເສັຍທີ່ດິນ ໃຫ້ໂຄງການເຂດເສຖກິດບໍ່ເຕັນ ບໍ່ມີທີ່ດິນທຳມາ-ຫາກິນ ແຕ່ມີຊາວບ້ານບາງຄົນເທົ່ານັ້ນ ມີເງື່ອນໄຂ ປ່ຽນອາຊີບ ຫັນໄປຂັບລົດໂດຍສານ, ດັ່ງເຈົ້າໜ້າທີ່ອົງການ ທີ່ບໍ່ຂຶ້ນກັບຮັຖບານ ທ່ານ ນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ຄວາມຫຍຸງຍາກກະຄືວ່າ ບໍ່ມີພື້ນທີ່ໄຮນາ ທຳມາຫາກິນ ມີແຕ່ວ່າຜູ່ທີ່ມີເງື່ອນໄຂ ເຂົາເຈົ້າກະໄປແລ່ນລົດຊື້ລົດໄດ້ ກະໄປຊື້ລົດໂດຍສານ ແລ່ນ, ຊື້ລົດບັນທຸກແລ່ນເນາະ ແລະ ຈຳນວນນຶ່ງທີ່ ບໍ່ມີເງື່ອນໄຂ ກະໄປຮັບຈ້າງຫັ້ນແຫລະ ຮັບຈ້າງເປັນ ກຳມະກອນຂອງຈີນ ແລະ ກະໄປເຮັດວຽກນຳຈີນ."

ມີພຽງແຕ່ປະຊາຊົນ 30 ເປີເຊັນ ເທົ່ານັ້ນ ທີ່ສາມາດໄປປະກອບອາຊີບອື່ນໄດ້, ທີ່ເຫລືອ 70 ເປີເຊັນ ຈະຫາຢູ່ຫາກິນແບບຊາວບ້ານ ທຳມະດາ ທີ່ບໍ່ສາມາດເຮັດທຸຣະກິດອື່ນໄດ້.

"30 ເປີເຊັນ ໝາຍຄວາມວ່າ ເປັນຜູ່ທີ່ມີເງື່ອນໄຂ ສຳລັບການເຮັດຄ້າເຮັດຂາຍ ແລ່ນລົດແລ່ນລາງ, ແຕ່ເຫລືອນັ້ນ 70 ເປີເຊັນ ເຂົາເຈົ້າ ກະຊອກຢູ່ຫາກິນ ຕາມຊາວບ້ານທຳມະດານີ້."

ຄົນລາວທີ່ໄປເຮັດວຽກກັບຄົນຈີນ ມີອະນາຄົດບໍ່ແນ່ນອນ ເປັນຕົ້ນມາເລື້ອງຄ່າແຮງງານຕ່ຳ ແລະບາງກໍຣະນີຖືກນາຍຈ້າງຄົນຈີນບໍ່ຈ່າຍ ເງິນເດືອນ ແລ້ວໜີກັບປະເທດໄປເລີຍ, ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມອີກວ່າ:

"ຄົນຈີນເອົາປຽບຫັ້ນເຫຼ້ວ ຄ່າແຮງງານກໍອາດຈະຕ່ຳ ບາງເທື່ອໄປເຮັດກະບໍ່ໄດ້ເງິນໄດ້ຄຳກະມີ ບາງບ່ອນໄປເປັນກຳມະກອນໃຫ້ເຂົາເຈົ້າ ຈັ່ງຊິນະ ແລ້ວມີຕິດໜີ້ ຕິດໜີ້ໄປແລ້ວ ຜົນສຸດທ້າຍເຖົ້າແກ່ຜູ່ເກົ່າໜີໄປຈີນ ພຸ້ນຊາ ສົ່ງຜູ່ໃໝ່ມາ."

ປະຊາຊົນປະມານ 300 ຄອບຄົວ ຖືກຍົກຍ້າຍອອກຈາກ ເຂດເສຖກິດພິເສດ ບໍ່ເຕັນ ແຕ່ຊຸມປີ 2005 ແລະ ຕໍ່ມາຣັຖບານລາວ ໄດ້ສັ່ງປິດ ໃນປີ 2011 ຍ້ອນເຮັດສິ່ງຜິດກົດໝາຍ.

ໃນປີ 2016 ກຸ່ມບໍຣິສັດ ອຸດສາຫະກັມ Yunna Hai Cheng ຈຶ່ງເຂົ້າມາສຳປະທານ ສ້າງເຂດເສຖກິດພິເສດ ບໍ່ເຕັນຄືນໃໝ່ ໂດຍມີ ເງິນລົງທຶນ ປະມານ 500 ລ້ານໂດລາ ແລະ ປັດຈຸບັນກຳລັງ ຢູ່ໃນໄລຍະການກໍ່ສ້າງ. ທຸຣະກິດຫລັກ ຢູ່ໃນເຂດພິເສດ ດັ່ງກ່າວຈະເປັນ ການຄາຊິໂນ ຫລື ບ່ອນຫລິ້ນການພະນັນ ແລະ ສະຖານທີ່ບັນເທີງ ຄົບວົງຈອນ.

ຣັຖບານໄດ້ອະນຸມັດໃຫ້ນັກລົງທຶນຕ່າງປະເທດ ໄດ້ສຳປະທານເຂດເສຖກິດພິເສດ ຫລາຍກວ່າ 10 ແຫ່ງ ເພືີ່ອດຶງດູດການລົງທຶນ ຈາກ ຕ່າງປະເທດ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ. ເຖິງວ່າໂຄງການເຂດ ເສຖກິດພິເສດ ບໍ່ເຕັນ ກວມເອົາດິນ ຂອງປະຊາຊົນ ແລະ ມີການຍົກຍ້າຍປະຊາຊົນ ຫລາຍປານໃດກໍຕາມ, ແຕ່ເຈົ້າຂອງໂຄງການ ໄດ້ກ່າວຕໍ່ສື່ມວນຊົນລາວ ໃນປີ 2012 ວ່າ ສະເພາະ ຢູ່ເຂດເສຖກິດພິເສດ ບໍ່ເຕັນ ຈະສາມາດສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໄດ້ ເຖິງ 6,000 ຄົນໃນນັ້ນລວມທັງຄົນລາວນຳ ແລະ ຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ຢ່າງໜ້ອຍປະມານ 2,000 – 3,000 ຄົນ ຕໍ່ມື້.

ນອກຈາກນີ້ ເຂດພິເສດບຶງທາດຫລວງ ທີ່ກຳລັງກໍ່ສ້າງ ມີມູນຄ່າທັງໝົດ 1.6 ຕື້ ໂດລາ ນັ້ນຈະສາມາດສ້າງເຮັດວຽກງານທຳໄດ້ເຖິງ 30,000 ຕຳແໜ່ງງານ ແລະ ສາມາດສ້າງຣາຍຮັບ ເພື່ອສົ່ງເສີມເສຖກິດຂອງລາວ ໃຫ້ຈະເຣີນເຕີບໂຕ. ອີງຕາມການ ຣາຍງານງານຂອງ ໜັງສືພິມ ວຽງຈັນທາມ ທີ່ເຜີຍແຜ່ໃນວັນທີ 10 ມີນາ ປີ 2014.

ແຕ່ນັກວິຊາການກໍສະແດງ ຄວາມເປັນຫ່ວງ ເລື້ຶ້ອງການລົງທຶນໃສ່ເຂດເສຖກິດພິເສດ ມັນບໍ່ສາມາດສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວ ເຮັດ ໄດ້ຢ່າງຖາວອນ. ຮອງສາສດາຈານ ປິ່ນແກ້ວ ລົງກະຣາມສຣິ ຈາກມະຫາວິທຍາໄລຊຽງໃໝ່ ຜູ່ທີ່ໄດ້ຂຽນ ບົດວິໃຈກ່ຽວກັບເລື້ອງ ເຂດເສຖກິດ ຢູ່ປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເທົ່າທີ່ມີການສຶກສາ ໃນເຂດເສຖກິດພິເສດ ຄ່າຊົດເຊີຍໃຫ້ແກ່ຊາວບ້ານ ແມ່ນຕ່ຳກວ່າຄາລາຕາມທ້ອງຕລາດຫຼາຍ ແລະເງິນສ່ວນທີ່ໄດ້ ມາຈາກການຊົດເຊີຍຊາວບ້ານ ຕ້ອງເສັຍໄປກັບການສ້ອມແປງ ແລະ ປຸກບ້ານໃໝ່, ຊື້ອາຫານການກິນ ເພື່ອລ້ຽງຊີບ ຊຶ່ງບໍ່ມີປະຊາຊົນ ຄົນໃດ ບອກວ່າຄ່າຊົດເຊີຍ ກຸ້ມຄ່າ ຍົກເວັ້ນກຸ່ມນາຍບ້ານເທົ່ານັ້ນ."

ແລະ ຮອງສາສດາຈານ ປິ່ນແກ້ວ ຍັງກ່າວຕຶ່ມອີກວ່າ:

"ການລົງທຶນຢູ່ໃນເຂດເສຖກິດພິເສດ ໃນລາວ ເປັນທຸຣະກິດ ດ້ານການບໍຣິການ ແລະ ບັນເທີງເຊັ່ນ ຄາຊິໂນ ທຸຣະກິດປະເພດນີ້ບໍ່ກໍ່ ໃຫ້ເກີດການພັທນາທັກສະ ດ້ານອຸດສາຫະກັມ ຫລື ຄວາມຮູ້ທີ່ເປັນປະໂຫຍດຕໍ່ ພົລເມືອງລາວ ແລະ ບໍ່ຊ່ວຍໃຫ້ ປະເທດພັທນາ ກ້າວໜ້າໄປໄດ້."

ນັ້ນກໍເປັນຄຳເຫັນຂອງ ຮອງສາສດາຈານ ປິ່ນແກ້ວ ລົງກະຣາມສຣິ ຈາກມະຫາວິທຍາໄລຊຽງໃໝ່.

ເມື່ອປຽບທຽບສິ່ງທີ່ໄດ້ມາຈາກການລົງທຶນ ຈາກເຂດເສຖກິດພິເສດ ກັບ ກັບຊາວບ້ານທີ່ສູນເສັຍ ທີ່ດິນທຳກິນ ແລະ ວິຖີການ ດຳລົງຊີວິດ ຕາມການຢັ້ງຢືນ ຈາກນັກວິຊາການແລ້ວ ມັນຍິ່ງຈະບໍ່ເປັນການເພີ້ມ ຄວາມທຸກຍາກໃຫ້ປະຊາຊົນ  ແທນທີ່ຈະ ສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນ.

ເຕັມຫນ້າ