ແຜນພັທນາເສຖກິດ ສັງຄົມ ຂອງ ສປປລາວ ພາດເປົ້າ

ຈໍາປາທອງ
2018-01-08
ອີແມວລ໌
ຄໍາເຫັນ
Share
ພິມ
ໂຮງງານໄຟຟ້າຫົງສາ ລິກໄນ ແຂວງໄຊຍະບູຣີ
ໂຮງງານໄຟຟ້າຫົງສາ ລິກໄນ ແຂວງໄຊຍະບູຣີ
Screen captured from newtv video

ແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 (2016-20) ຂອງ ສປປລາວ ຕັ້ງເປົ້າໝາຍໄວ້ວ່າ ຈະເຮັດໃຫ້ ລວມຍອດມູນຄ່າ ຜລິຕພັນພາຍໃນ ຫຼື GDP ຂຍາຍຕົວສເລັ່ຍ 7.5% ຕໍ່ປີ. ຕາມການຣາຍງານຂອງຜູ້ນໍາສູງສຸດ ພັກແລະຣັຖສປປລາວ ຕໍ່ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ແຕ່ຕາມຄຳເວົ້າຂອງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຕໍ່ກອງປະຊຸມສະພາແຫ່ງຊາດ ທີ່ຜ່ານມານັ້ນແລ້ວແມ່ນວ່າ ປະຕິບັດ ບໍ່ໄດ້ຮອດ 7% ດັ່ງທີ່ທ່ານເວົ້າວ່າ:

"ເຖິງແມ່ນວ່າຣັຖບານອາດຈະບໍ່ບັນລຸຕົວເລກຄາດໝາຍ ການເຕີບໂຕໃນອັດຕຣາ 7 ເປີເຊັນ ໄດ້ຮ້ອຍສ່ວນຮ້ອຍກໍຕາມ ຕາມຂໍ້ມູນຄາດ ຄະເນ ວ່າຈະໄດ້ພຽງແຕ່ 6 ຈຸດ 83 ເປີເຊັນ."

ພ້ອມກັນນັ້ນທ່ານກໍວ່າ ຈໍາກັດ ກ້າວໄປເຖິງການຍຸຕິ ການປະຕິບັດ ໂຄງການ ແລະການສ້າງໜີ້ນອກແຜນ ງົບປະມານ ຫັນປ່ຽນຈາກການ ຄາດຄະເນ ເກີນຄວາມສາມາດ ຄາດຫວັງນໍາລາຍຮັບ ບັງເອີນ ແລະແລ່ນນໍາຕົວເລກເຕີບໂຕ ທີ່ບໍ່ຍືນຍົງໄປສູ່ ຄວາມເປັນຈິງແລະອື່ນໆ. ແລະທັງວ່າ:

"ທັງນີ້ກໍເພື່ອປະຄັບປະຄອງເສຖກິດ ມະຫາພາກບໍ່ໃຫ້ເກີດຄວາມທ້າທາຍຫລາຍກວ່ານີ້ ເພື່ອເປັນກໍາລັງແຮງ ໃຫ້ແກ່ການແກ້ໄຂບັນຫາ ບອບບາງ ຂອງເສຖກິດ ໃນຊຸມປີຕໍ່ໜ້າ."

ໃນຂະນະທີ່ທະນາຄານໂລກ ຣາຍງານ ເມື່ອທ້າຍປີທີ່ຜ່ານມາວ່າ, ປີ 2018 ນີ້ເສຖກິດລາວ ຈະຂຍາຍໂຕພຽງ 6.6% ຫລຸດຈາກ 6.7% ເມື່ອ ປີກາຍຄືປີ 2017. ທະນາຄານໂລກ ຣາຍງານລະອຽດຕື່ມວ່າ ການຂຍາຍຕົວທາງ ເສຖກິດຂອງ ລາວ ໃນປີ 2018 ຈະຊ້າລົງ ຄືແນວນັ້ນ ໄປຈົນກວ່າຈະ ຟື້ນຕົວຂຶ້ນໄດ້ເລັກນ້ອຍ ໃນປີ 2019-2020, ຍ້ອນວ່າ ຊັພຍາກອນທັມຊາດ ທີ່ເປັນປັດໃຈ ເຮັດໃຫ້ເສຖກິດ ເຕີບໂຕມີຈໍາກັດ ແລະຍ້ອນການໃຊ້ຈ່າຍຂອງຣັຖ ສປປລາວ ຫຼາຍ. ເມື່ອເບິ່ງຄືນເຖິງປີ 20 ຜ່ານມາ, ອັຕຕຣາການເຕີບໂຕ ຂອງລວມຍອດ ມູນຄ່າຜລິຕພັນ ພາຍໃນຢູ່ທີ່ 6.7% ທຽບໃສ່ປີ 2016 ທີ່ໄດ້ 7%, ດັ່ງທະນາຄານໂລກ ເວົ້າວ່າ:

”ອັດຕຣາການເຕີບໂຕຂອງ GDP ຄາດວ່າຈະຢູ່ທີ່ 6.7% ໃນປີນີ້ທຽບໃສ່ 7% ໃນປີກາຍ”.

ແລະເພື່ອແກ້ໄຂບັນຫາດັ່ງກ່າວ ໃນຣະຍະຍາວ ທະນາຄານໂລກ ເວົ້າວ່າ ຕ້ອງຊຸກຍູ້ສົ່ງເສີມ ພາກເອກກະຊົນ ຫລາຍຂຶ້ນກວ່າເກົ່າ:

”ໃນຣະຍະຍາວ ເພື່ອຮັກສາການເຕີບໂຕ ຂອງເສຖກິດໃນຣະດັບ 7% ແມ່ນຈຳເປັນຕ້ອງຊຸກຍູ້ສົ່ງເສີມ ພາກເອກກະຊົນ ໃຫ້ເຂັ້ມແຂງ ກວ່າເກົ່າ ໂດຍຮຽກຮ້ອງ ໃຫ້ມີການປັບປຸງ ສະພາບແວດລ້ອມ ດ້ານການດຳເນີນ ທຸຣະກິດ ແລະການຄ້າ”

ເວົ້າເຖິງການແກ້ໄຂບັນຫາເສຖກິດ ມະຫາພາກຂອງ ສປປລາວ ຕາມຄຳເວົ້າຂອງຜູ້ນຳ ສູງສຸດຂອງພັກ ແລະຣັຖ ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໃນທ້າຍເດືອນ ມົກກະຣາ 2016 ວ່າ:

-ສ້າງຂອບວຽກເສຖກິດ ມະຫາພາກ ໂດຍນຳໃຊ້ໜ່ວຍງານເສຖກິດມະຫາພາກ ຂັ້ນສູນກາງ ເພື່ອຕິດຕາມ ສະພາບເສຖກິດ ມະຫາພາກ, ກຳນົດນະໂຍບາຍ ແລະມາຕການແກ້ໄຂ ໃຫ້ທັນເວລາ.

-ແຕ່ລະທ້ອງຖິ່ນ ເອົາໃຈໃສ່ຄົ້ນຄວ້າ ແລະກຳນົດໃຫ້ໄດ້ ທ່າແຮງຕົ້ນຕໍຂອງຕົນ ເພື່ອໃຊ້ເຂົ້າໃນການສ້າງ ພື້ນຖານເສຖກິດ ໃຫ້ເຂັ້ມແຂງ ແລະສ້າງສຳພັນ ເສຖກິດ ຣະຫວ່າງທ້ອງຖິ່ນ ໃຫ້ມີຄວາມກົມກຽວກັນ ທັງຊຸກຍູ້ຊ່ວຍເຫລືອ ຊຶ່ງກັນແລະກັນ.

-ລະດົມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການຂຸດຄົ້ນແຫລ່ງທຶນ ທັງພາຍໃນແລະຕ່າງປະເທດ ໂດຍນຳໃຊ້ກົລໄກ ກອງປະຊຸມ ໂຕະມົນ, ກົລໄກ ການຮ່ວມມື 2 ຝ່າຍ ແລະຫຼາຍຝ່າຍ ໃນການລະດົມທຶນຊ່ວຍເຫຼືອລ້າ ແລະກູ້ຢືມເພື່ອພັທນາ ເສຖກິດ-ສັງຄົມ ທີ່ຕິດພັນ ກັບການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ພ້ອມກັນນັ້ນ ກໍສືບຕໍ່ດຶງດູດ ການລົງທຶນຂອງພາກເອກຊົນ ທັງພາຍໃນ ແລະຕ່າງປະເທດ ດ້ວຍການນຳໃຊ້ ນະໂຍບາຍ ແລະກົລໄກອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ ແລະເຮັດທຸຣະກິດ ໄດ້ຢ່າງສະດວກ ວ່ອງໄວ ແລະ ໂປ່ງໃສ.

-ເປັນເຈົ້າການຂຸດຄົ້ນແຫລ່ງທຶນ ຈາກງົບປະມານຂອງຣັຖ ດ້ວຍການສືບຕໍ່ສ້າງ ແລະຂຍາຍຖານຣາຍຮັບໃຫ້ເຕີບໃຫຍ່, ປັບປຸງກົລໄກ ການເກັບຣາຍຮັບ ໃຫ້ໄດ້ ຢ່າງຄົບຖ້ວນ ຊັດເຈນ ແລະເກັບໃຫ້ໝົດ, ມີການຊີ້ນຳ ລວມສູນ ແລະມີການແບ່ງຂັ້ນ ຄຸ້ມຄອງຈະແຈ້ງ ເພື່ອຈັດຕັ້ງປະຕິບັດ ຢ່າງເປັນເອກພາບ, ສ້າງພື້ນຖານເພື່ອຂຍາຍຖານຣາຍຮັບ ໃຫ້ກວ້າງໃຫຍ່ກວ່າເກົ່າ. ປັບປຸງກົລໄກ ແລະເຄື່ອງມື ຄຸ້ມຄອງຣາຍຮັບ-ຣາຍຈ່າຍ ຂອງແຕ່ລະຂແນງການ ແລະທ້ອງຖິ່ນ ໃຫ້ທັຍສມັຍ, ຮັດກຸມ ແລະໂປ່ງໃສ.

ພ້ອມກັນນັ້ນ ກໍເວົ້າວ່າ ຈະຣະດົມແຫລ່ງທຶນ ຈາກທະນາຄານ ແລະຕລາດທຶນອື່ນໆ ໃຫ້ໄດ້ຫລາຍຂຶ້ນ, ສົ່ງເສີມໃຫ້ພາກເອກຊົນ ພາຍໃນ ລົງທຶນໃສ່ຂົງເຂດ ການຜລິດ-ທຸຣະກິດ ແລະການບໍຣິການຫລາຍຂຶ້ນ. ແຕ່ຫຼາຍຄົນເວົ້າວ່າ ມາດຕຣາການທັງໝົດ ທີ່ຜູ້ນຳ ສປປລາວ ກຳນົດຂຶ້ນມາແກ້ໄຂບັນຫາ ດັ່ງກ່າວ ຫລືເຣຶ່ອງອື່ນໆນັ້ນ ໃນທີ່ຜ່ານມານັ້ນ ເມື່ອອ່ານແລ້ວກໍເຂົ້າໃຈ ແລະຟັງແລ້ວກໍເຂົ້າຫູ. ແຕ່ມັນບໍ່ໄດ້ ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງຈັກເທື່ອ ຊຶ່ງກ່ອນອື່ນໝົດ ແມ່ນຄ້າງຄາຢູ່ຫລາຍ ປັດໃຈສຳຄັນ ທີ່ອຳນາດການປົກຄອງ ສປປລາວ ບໍ່ສາມາດປະຕິບັດໄດ້ ເປັນຕົ້ນແມ່ນຣະບຽບ ກົດໝາຍ 100 ປາຍສະບັບ ທີ່ໄດ້ຖືກຮັບຮອງເອົາ ແລະປະກາດໃຊ້ ຢູ່ໃນປັດຈຸບັນນີ້ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດໃຫ້ເກີດຜົລ ເປັນຈິງພໍເທົ່າໃດ, ການຄຸ້ມຄອງ ເສຖກິດ-ການເງິນ ບໍ່ເປັນໄປຕາມກົດໝາຍ, ມີການລະເມີດແຜນການ-ການເງິນ, ມີການໃຊ້ສິດເກີນຂອບເຂດ, ສໍ້ຣາດບັນຫລວງ. ດັ່ງນັ້ນຈຶ່ງເຮັດໃຫ້ເສຖກິດມະຫາພາກ ມີຄວາມສ່ຽງສູງ ຕໍ່ການທີ່ຈະເກີດວິກິດການ ໄດ້ງ່າຍ ຊຶ່ງທະນາຄານໂລກ ເວົ້າວ່າ ເປັນຍ້ອນການຂາດດຸນງົບປະມານ:

”ສະຖຽນຣະພາບຂອງເສຖກິດມະຫາພາກ ມີຄວາມສ່ຽງຍ້ອນ ການຂາດດຸນງົບປະມານ ແລະໜີ້ສິນສາທາຣະນະຍັງສູງ ຮວມທັງຄວາມສ່ຽງ ໃນຂແນງພະລັງງານ, ຄັງສຳລອງເງິນຕຣາຕ່າງປະເທສຍັງຕ່ຳ ແລະຂແນງການການເງິນ ການທະນາຄານ ຍັງບໍ່ທັນເຂັ້ມແຂງ.”

ເພື່ອຫລຸດຜ່ອນຄວາມສ່ຽງຂອງເສຖກິດມະຫາພາກ ທີ່ວ່ານັ້ນ ມັນຮຽກຮ້ອງໃຫ້ມີການປັບປຸງຫລາຍຢ່າງ ຮວມທັງການເພີ້ມ ການເກັບຣາຍຮັບ ງົບປະມານ ດັ່ງທີ່ທະນາຄານໂລກເວົ້າວ່າ:

”ເພື່ອຫລຸດຜ່ອນຄວາມສ່ຽງຂອງເສຖກິດມະຫາພາກ ດັ່ງກ່າວ ມັນຮຽກຮ້ອງໃຫ້ເພີ້ມການເກັບຣາຍຮັບງົບປະມານ ປັບປຸງຄຸ້ມຄອງ ແລະເພີ້ມ ປະສິດທິຜົລຂອງຣາຍຈ່າຍ ພາກຣັຖ ປັບປຸງການຄຸ້ມຄອງ ໜີ້ສິນສາທາຣະນະ ເພີ້ມທະວີການປະຕິຮູບ ໃນຂແນງການເງິນ-ການທະນາຄານ ແລະຫລຸດຜ່ອນຄວາມສ່ຽງ ໃນຂແນງພະລັງງານ."

ເຖິງຢ່າງໃດກໍຕາມເສຖກິດຂອງລາວ ກໍຍັງຈະຂຍາຍຕົວຢູ່ຕໍ່ໄປ ໂດຍອາສັຍຂແນງພລັງງານໄຟຟ້າ ແລະການຮ່ວມເປັນອັນນຶ່ງອັນດຽວກັນ ຂອງອາຊຽນ ກໍເປີດໂອກາດຫຼາຍຢ່າງ ໃຫ້ແກ່ລາວ ໂດຍສະເພາະແລ້ວກໍແມ່ນ ທາງດ້ານກະສິກັມ, ການທ່ອງທ່ຽວ ແລະການຄ້້າຂາຍຍ່ອຍ ທີ່ເປັນຕ່ອງໂສ້ຄ່ານິຍົມ ຂອງພາກພື້ນ. ຂແນງການຕ່າງໆເຫລົ່ານີ້ ຊ່ວຍໃຫ້ສ້າງວຽກເຮັດງານທຳ ແລະຫລຸດຜ່ອນຄວາມທຸກຍາກຢູ່ລາວ ຕໍ່ໄປ.

ຂແນງພລັງງານໄຟຟ້າ ຈະຂຍາຍຕົວຕໍ່ໄປ ຊຶ່ງຄາດວ່າ ເມື່ອເຖິງປີ 2021 ຈະຜລິດກະແສໄຟຟ້າ ໄດ້ທັງໝົດປະມານ 11,000 MW. ໂຄງການ ເຂື່ອນໄຟຟ້າ ໃຫຍ່ຈໍານວນນຶ່ງ ຈະຜລິດກະແສໄຟຟ້າ ໄດ້ໃນປີ 2019 ຮວມທັງເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ ຂນາດ 410 MW, ເຂື່ອນນໍ້າງຽບ 270 MW, ເຂື່ອນດອນສະໂຮງ 260 MW ແລະ ເຂື່ອນໄຊຍະບູລີ 1,287 MW.

ສໍາລັບການປະກອບສ່ວນຈາກຂແນງບໍ່ແຮ່ນັ້ນຄາດວ່າ ຈະຫຼຸດລົງເທື່ອລະນ້ອຍ ຍ້ອນການລົງທຶນ ຂອງຕ່າງປະເທສໃນປັດຈຸບັນຄົບກໍານົດ ແລ້ວແລະຣັຖບາລ ສປປລາວ ກໍມີນະໂຍບາຍ ຈໍາກັດການລົງທຶນໃໝ່ ໃນດ້ານນີ້ແດ່ ໃນປັດຈຸບັນ.

ນອກຈາກນັ້ນ ອີກສາເຫດນຶ່ງທີ່ເຮັດໃຫ້ເສຖກິດລາວຂຍາຍຕົວຊ້າ ກໍແມ່ນຍ້ອນ ການຕັດສິນໃຈ ຂອງຣັຖບາລລາວ ໃຫ້ສໍາປະທານທີ່ດິນ ເພື່ອປູກພືດອຸດສາຫະກັມ ໜ້ອຍລົງ ຊຶ່ງປາກົດວ່າ ສົ່ງຜົລກະທົບຫລາຍ ໃສ່ການຜລິດເປັນສິນຄ້າ ແລະ ການສົ່ງອອກນັ້ນ.

ເຖິງຢ່າງໃດກໍຕາມ ທາງການລາວກໍເວົ້າວ່າ ເພື່ອເຮັດໃຫ້ເສຖກິດມະຫາພາກ ມີຄວາມໝັ້ນຄົງ ແລະມີສະຖຽນຣະພາບ ໄດ້ມີການຈັດຕັ້ງ ທິມງານເສຖກິດ ທີ່ປະກອບດ້ວຍ ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ, ທະນາຄານແຫ່ງຣັຖ, ກະຊວງອຸດສາຫະກັມ ແລະການຄ້າ ແລະສະຖາບັນຄົ້ນຄວ້າ ເສຖກິດແຫ່ງຊາດ ແລະໄດ້ມີການປະຊຸມກັນທຸກເດືອນ ເພື່ອຄົ້ນຄວ້ານະໂຍບາຍແລະມາຕການ ຕ່າງໆສເນີຕໍ່ຣັຖບາລ.

ເຕັມຫນ້າ