ປະຊາຊົນ ອອກມາໂຮ່ຮ້ອງຂັບໄລ່ ຄົນງານກໍ່ສ້າງ ຂອງບໍຣິສັດທາງດ່ວນໝາຍເລກ 1 ທີ່ບຸກລຸກດິນຂອງປະຊາຊົນ ທີ່ຖືກແລວທາງດ່ວນ ໝາຍເລກ 1 ນະຄອນຫຼວງວຽງຈັນ ໃນຍາມກາງຄືນຂອງ ວັນທີ 09 ພຶສຈິກາ. ໃນເຫດການໄດ້ມີຣົດດ້າມ ເຂົ້າໄປບຸກເບີກຕອນດິນ ແລະ ຣົດຈົກດິນກຳລັງເຮັດວຽກ ແຕ່ປະຊາຊົນມາພົບເຫັນ ຈຶ່ງເກີດມີການໂຮ່ໄລ່ ໃນນັ້ນປະຊາຊົນໄດ້ ຮ້ອງວ່າຍັງບໍ່ທັນໄດ້ຈ່າຍ ຄ່າຊົດເຊີຍແຕ່ມາ ບຸກລຸກດິນປະຊາຊົນ. ດັ່ງຊາວບ້ານທີ່ເຫັນເຫດ ການໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ພຶສຈິກາວ່າ:
"ເຂົາໄປຈົກດິນປະຊາຊົນຫັ້ນ ມີໆ ແຕ່ວ່າບໍ່ຖືກດິນຂ້ອຍເອົາລົງກຸ່ມຢູ່ ຂະເຈົ້າໄລ່ອອກຫຍັງເພາະວ່າດິນ ປະຊາຊົນເຂົາຍັງບໍ່ໄດ້ຊົດເຊີຍແລ້ວ ຂະເຈົ້າໄປຈົກອອກນ່າດິນ ມັນບໍ່ໄດ້ຖືກທາງດ່ວນ ໂຄງການເຂົາ ໄປຈົກ."
ຈຸດເກີດເຫດຜູ້ໄດ້ຮັບຜົລກະທົບອີກທ່ານນຶ່ງ ໄດ້ຕອບນັກຂ່າວ RFA ແມ່ນດິນຢູ່ນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ບໍ່ແນ່ໃຈວ່າ ແມ່ນດິນຂອງໃຜ. ຜ່ານມາບໍຣິສັດທາງດ່ວນ ເລຂ 1 ນະຄອນຫຼວງ ວຽງຈັນກໍ່ໄປດຸດແລະຈົກດິນ ຂອງຊາວບ້ານຕາມແລວທາງດ່ວນ ຈົນ ປະຊາຊົນ ໄດ້ເຮັດໜັງສື ຟ້ອງຮ້ອງໄປຍັງທາງການ ເພາະບາງຈຸດຍັງຄ່າຊົດເຊີຍຍັງ ຕົກລົງກັນບໍ່ໄດ້.
ຕໍ່ການຊົດເຊີຍຜ່ານມາ ບໍຣິສັດທາງດ່ວນເລກ1 ໄດ້ສເນີຣາຄາ 80 ພັນກີບ ຕໍ່ຕາແມັດ ເຊີ່ງປະຊາຊົນຈຳນວນຫຼາຍ ບໍ່ຍີນຍອມເພາະເປັນ ດິນໃນເມືອງ. ຜ່ານມາສຳນັກງານນາຍົກຣັຖມົນຕຼີ ກໍໄດ້ອອກແຈ້ງການ ໃຫ້ບໍຣິສັດຍົກເລີການບັງຄັບຊື້ ຕ້ອງຈ່າຍໃນຣາຄາ ປະຊາຊົນ ຍິນຍອມ. ແຕ່ບໍຣິສັດຍັງຢືນຢັນ ຣາຄາຣັຖ 80 ພັນກີບ ຕໍ່ຕາແມັດ ພ້ອມທັງບຸກເບີກ ທີ່ດິນຕາມແລວທາງດ່ວນ ໂດຍບໍ່ແຈ້ງໃຫ້ປະຊາຊົນຮູ້. ດັ່ງຜູ້ໄດ້ຮັບຜົລກະທົບ ຂອງໂຄງການກ່າວວ່າ:
"ມີແຈ້ງການຂອງສຳນັກງານຍົກ ອອກມາວ່າບໍ່ເຫນດີເນາະ ໃຫ້ບໍຣິສັດ ເອົາຖ້າຊິເອົາແມ່ນໃຫ້ຊົດເຊີຍ ໃນມູນຄ່າທີ່ວ່າປະຊາຊົນພໍໃຈ. ສະພາ ກາເຫັນດີ ແຕ່ວ່າບໍຣິສັດບໍ່ສົນໃຈ ຍັງບຸກເບີກດິນ ໂດຍບໍ່ແຈ້ງໃຫ້ ປະຊາຊົນຮັບຮູ້ແລ້ວ ກໍເຂົາກາໄດ້ອັນນັ້ນຢູ່."
ບັນຫາການຈ່າຍຄ່າຊົດເຊີຍນັ້ນ ເມື່ອເດືອນກໍຣະກະດາ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ອອກ ແຈ້ງການໃຫ້ເຈົ້າຂອງທີ່ດິນ ຢູ່ໃນເຂດດິນ ສງວນຂອງໂຄງການ ທາງດ່ວນນະຄອນຫຼວງ ວຽງຈັນ ໝາຍເລກ1 ໃຫ້ໄປຕິດຕໍ່ຮັບເອົາຄ່າ ຊົດເຊີຍ ຕາມວັນເວລາທີ່ກຳນົດ ເຊິ່ງຖ້າຜູ້ໃດບໍໄປລົງຊື່ເອົາເງິນ ກໍຈະຖືກໂຄງການບຸກເບີກ ເອົາດິນເລີຍ ແລ້ວຈ່າຍຄ່າຊົດເຊີຍນໍາຫຼັງ.
ສ່ວນຊາວບ້ານອີກທ່ານນຶ່ງໄດ້ກ່າວວ່າ ທາງໂຄງການມາຂໍເປັນດິນສງວນ ແຕ່ຕົນເອງບໍ່ຍອມໃຫ້ ເພາະທາງບໍຣິສັດທາງດ່ວນເລກ1 ຍັງບໍ່ ທັນໄດ້ມາເຈຣະຈາ ຄ່າຊົດເຊີຍກັບ ຕົນເອງເທື່ອ.
"ບໍ່ອັນນັ້ນແມ່ນສ່ວນນຶ່ງຕ່າງຫາກ ແຕ່ຍັງບໍ່ທັນແມ່ນດິນຂອງເຮົາ ຍັງບໍ່ທັນໄດ້ເວົ້າຫຍັງກັບເຮົາໃດ ຍັງບໍ່ທັນໄດ້ລົມກັນລີຍ ຍັງບໍ່ທັນຮູ້ ເຣື້ອງນັ້ນຍັງບໍ່ທັນໄດ້ລົມກັນ."
ຕໍ່ກໍຣະນີດັ່ງກ່າວ ກົມຄຸ້ມຄອງທີ່ດິນ ຍັງບໍ່ທັນໄດ້ຮັບການຮ້ອງຮຽນ ເທື່ອແຕ່ທາງຄະນະ ຈະມີການຕິດຕາມກວດກາ ເຫດດັ່ງກ່າວຄືນ. ດັ່ງ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຜູ້ສງວນຊື່ ໄດ້ກ່າວວ່າ:
"ທາງບໍຣິສັດລົງໄປເຮັດທາງດ່ວນແລ້ວ ຖືກບໍຣິສັດໄລ່ໜີ ຊີ້ບໍ່ຄືຍັງບໍ່ມີເທື່ອເນາະ ເຮົາຕ້ອງຮູ້ວ່າແຕ່ລະ ຜແນກມັນສົ່ງມາຜແນກໃດໜ່ວຍ ງານໃດ ລົງໄປຫັ້ນນ່າ."
ເຫດການບຸກລຸກທີ່ດິນ ຂອງປະຊາຊົນຕາມແລວທາງດ່ວນ ໝາຍເລກ1 ເກີດຂຶ້ນມາຫຼາຍເທື່ອ ແຕ່ຍັງບໍ່ມີເຈົ້າໜ້າທີ່ ຂອງບໍຣິສັດອອກມາ ຊີ້ແຈງ ຕໍ່ບັນຫາທີ່ເກີດຂຶ້ນ. ສື່ ທາງການລາວໄດ້ຣາຍງານ ເມື່ອທ້າຍປີ 2019 ວ່າ. ໂຄງການທາງດ່ວນ ໝາຍເລກ1 ແຕ່ເຂດເສຖກິດ ພິເສດ ບຶງທາດຫຼວງ ຫາດົງໝາກຄາຍ ໄລຍະ 15,93 ກິໂລແມັດໄດ້ຈ່າຍຄ່າ ຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ແລ້ວສອງງວດ. ງວດທີ 1 ເມື່ອວັນທີ 19 ພືສຈິກາ 2019 ຈຳນວນ 19 ຄອບຄົວໃນເນື້ອທີ່ດິນ 4,12 ເຮັກຕ້າ ຕົກເປັນມູນຄ່າຊົດເຊີຍ 4,2 ຕື້ກີບ. ສ່ວນງວດທີ 2 ຈ່າຍວັນທີ 05 ທັນວາ 2019 ຮວມເນື່ອທີ່ດິນ 92 ຕອນ 34:46 ເຮັກຕ້າ ມູນຄ່າການຊົດເຊີຍ 40 ຕື້ກ່ວາກີບ.
ໃນໂຄງການນີ້ເນື້ອທີ່ດິນ ໄດ້ຮັບຜົລກະທົບທັງໝົດ 868 ຕອນ ໃນເມືອງໄຊເສດຖາ 535 ຕອນ ແລະ ເມືອງໄຊທານີ 333 ຕອນ, ສ່ວນສີ່ງ ປຸກສ້າງຖືກໂຄງການ 160 ຫຼັງ. ເມືອງໄຊເສດຖາ 134ຫຼັງ ແລະ ໄຊທານີ 26 ຫຼັັງ. ໂຄງການນີ້ກວມເອົາເນື້ອທີ່ 293,16 ເຮັກຕ້າ ໂດຍບໍຣິສັດທາງດ່ວນ ເລກ1 ຕ້ອງຈ່າຍຄ່າຊົດເຊີຍ 353 ຕື້ກີບ ປະມານ 41 ລ້ານປາຍໂດລາ ສະຫະຣັຖ.
ໂຄງການທາງດ່ວນ ຄູ່ຂະໜານ ນະຄອນຫຼວງວຽງຈັນ ອີງຕາມໂຄງການ ຈະສ້າງເປັນສາມໄລຍະ ປີ 2019-2022 ທາງດ່ວນໝາຍເລກ 1 ຈາກໂພນທັນ ຫາ ບ້ານຫົວຂົວ, ຮ່ອງສຸພາບ, ພະຂາວ, ດົງສ້າງຫີນ, ດົງໝາກຄາຍ, 2022-2025 ກຽມສ້າງທາງດ່ວນ ໝາຍເລກ2 ຈາກໂພນທັນ ຫາ ດອນກອຍ, ໜອງໄຮ, ດົງຄຳຊ້າງ, ດົງໂພສີ, ທ່ານະແລ້ງ, ຂົວມີດຕະພາບ ລາວ-ໄທຍ, 2025-2027 ກຽມສ້າງ ທາງດ່ວນ ໝາຍເລກ 3 ດົງໝາກຄາຍ ຫາ ດົງກະລືມ, ທ່າງ່ອນ ຂ້າມນໍ້າງື່ມ, ທົ່ງມັ່ງ ແລະ ສນາມບີນສາກົລວຽງຈັນ ແຫ່ງໃໝ່.
ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ພັທນາ ໂດຍບໍຣິສັດ Vientiane Expressway Number 1 Sole ຈຳກັດ. ເຊີ່ງເປັນການ ຮ່ວມລົງທຶນຂອງບໍຣິສັດ AIDC ຂອງລາວ ແລະ ບໍຣິສັດ Norinco ຂອງຈິນ ໂຄງການນີ້ມີມູນຄ່າ ການລົງທືນ 200 ລ້ານ ໂດລາ ສະຫະຣັຖ ມີໄລຍະເວລາ ສັມປະທານ 50 ປີ ແລະ ສາມາຕໍ່ໄດ້ ອີກ 20 ປີ.