ປະຊາຊົນຄອບຄົວນຶ່ງ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຮຽກຮ້ອງຂໍຄວາມເປັນທັມ ກ່ຽວກັບເຣື່ອງທີ່ດິນ ພາຍຫຼັງທີ່ດິນນາ 3 ເຮັກຕ້າ ຖືກຄົນພາຍນອກ ແລະ ພະນັກງານຣັຖ ເຂົ້າໄປບຸກລຸກ ແລະປຸກເຮືອນໃສ່ ເປັນເວລາສອງປີແລ້ວ, ດັ່ງ ປະຊາຊົນ ທີ່ຖືກບຸກລຸກທີ່ດິນ ເວົ້າຕໍ່ RFA ເມື່ອວັນທີ 21 ພຶສພາ ນີ້ວ່າ:
"ເຂົາລ້ອມຮົ້ວປັນກັນຢູ່ນີເດ້ ໄປຫາເມືອງກໍ່ວ່າໃຫ້ຫາບ້ານ ໄປຫາບ້ານທາງບ້ານກໍ່ວ່າ ໄປຫາທາງເມືອງ ກໍ່ເລີຍແລ້ວໄປ ໜັງສືໜັງຫາ ກໍ່ມີຢູ່ແລ້ວ ໜັງສືນາເປັນຂອງຫ້ອງການ ອັນນັ້ນອັນນີ້ ເຮົາກໍ່ເອົາໄວ້ຢູ່ ເຂົາກໍ່ບໍ່ວ່າຈັ່ງໃດ ເຈົ້າໜ້າທີ່ຣັຖ ນາຍບ້ານນາຍຊ່ອງຕຳຣວດ ທະຫານກໍ່ມີໝົດທຸກຄົນນີ້ນ່າ ມາແຕ່ໃສບໍ່ຮູ້."
ການບຸກລຸກທີ່ດິນ ຂອງຄອບຄົວນີ້ ແມ່ນເກີດຂຶ້ນໃນຣະຍະປີ 2017 ຊຶ່ງໃນເວລານັ້ນ ມີຫຼາຍພາກສ່ວນ ຮວມທັງທະຫານ ຕໍາຣວດ ພາກັນໄປຍຶດຄອງດິນຜືນດັ່ງກ່າວ ແລະປະດິນໄວ້ ໃຫ້ພຽງແຕ່ ສອງໄຮ່ ເທົ່ານັ້ນ.
ເຫດການເກີດຂຶ້ນຄັ້ງທຳອິດ ເມື່ອເດືອນມີນາ 2017 ຄືທະຫານຜູ້ນຶ່ງ ພ້ອມກັບອຳນາດການປົກຄອງ ບ້ານດົງໂພສີ ໄປບອກໃຫ້ຄອບຄົວ ດັ່ງກ່າວ ຮູ້ວ່າ ຣັຖບານຕ້ອງການເອົາດິນ ຜືນນີ້ຄືນ. ແຕ່ໃນເວລາມາບອກນັ້ນ ກໍບໍ່ມີເອກກະສານຫຍັງມາ ຢັ້ງຢືນວ່າ ຣັຖຕ້ອງການດິນແທ້. ເມື່ອຊາວນາ ທີ່ເປັນເຈົ້າຂອງດິນເດີມໄປຄັດຄ້ານ ກໍຖືກຂູ່ດ້ວຍປືນ ຈຶ່ງບໍ່ກ້າເຮັດຫຍັງ. ຫຼັງຈາກນັ້ນ ທະຫານ ຄົນດັ່ງກ່າວ ກໍໃຫ້ຄົນງານ ມາລ້ອມຮົ້ວເອົາດິນ 3 ເຮັກຕາ.
ຕໍ່ມາໃນເດືອນຕຸລາ ຂອງປີດຽວກັນ ກໍມີນັກທຸຣະກິິຈ ທີ່ເຄີຍເປັນພະນັກງານຣັຖ ຢູ່ບໍຣິສັດການຄ້າ ກໍມາເອົາດິນຂອງຜູ້ກ່ຽວອີກ ໂດຍເວົ້າວ່າ ຣັຖບານໄດ້ເອົາດິນຂອງເຂົາ ຢູ່ບ້ານຫ້ວຍໝາກພິກ ເມືອງນາຊາຍທອງໄປ 48 ເຮັກຕາ ແລະຣັຖບານ ໄດ້ຊົດເຊີຍດິນ 3 ເຮັກຕາ ບ່ອນນີ້ ໃຫ້ເຂົາແລ້ວ ແລະເຂົາກໍ່ເອົາດິນຕອນນີ້ໄວ້ ເພື່ອລໍຖ້າໃຫ້ນັກລົງທຶນ ຕ່າງປະເທສ ມາສັມປະທານໃນ ອະນາຄົດ. ແຕ່ໃນເວລາທີ່ມານັ້ນ ກໍບໍ່ມີເອກກະສານໃດໆ ມາຢັ້ງຢືນຄືກັນ.
ດັ່ງນັ້ນ ຄອບຄົວນີ້ ຈຶ່ງໄດ້ຮ້ອງຮຽນ ໄປຍັງພາກສ່ວນກ່ຽວຂ້ອງ ເປັນຕົ້ນ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ, ຫ້ອງວ່າ ການປົກຄອງເມືອງຫາດຊາຍຟອງ. ເບື້ອງຕົ້ນ ທາງ ເມືອງຫາດຊາຍຟອງ ກໍລົງມາຕັກເຕືອນທະຫານ ແລະນັກທຸຣະກິຈ ນັ້ນວ່າຢ່າໄປ ເອົາດິນຂອງຄອບຄົວນີ້. ແຕ່ວ່າ ພວກເຂົາບໍ່ສົນໃຈ ແລະບໍ່ຍອມຖອນຮົ້ວອອກ.
ເມື່ອເປັນຄືແນວນັ້ນ ທາງຄອບຄົວ ຈຶ່ງໄດ້ໄປຫາທາງເມືອງ ອີກເທື່ອນຶ່ງ ເພື່ອຂໍໃຫ້ຊ່ອຍແກ້ໄຂບັນຫາ. ແຕ່ທາງເມືອງກໍມິດງຽບໄປ, ບໍ່ມີ ພາກສ່ວນໃດ ລົງຊ່ອຍເຫຼືອຕື່ມອີກ.
ກ່ຽວກັບດິນຕອນດັ່ງກ່າວ ຊາວນາບອກວ່າ ເປັນດິນຂອງຣັຖ ທີ່ຄອບຄົວຂອງເຂົາ ໃຊ້ເຮັດນາ ແລະເຮັດສວນໝາກໄມ້ ມາດົນກ່ວາ 30 ປີ ແລ້ວ ແລະໄດ້ເສັຽພາສີນຳໃຊ້ທີ່ດິນ ຢ່າງຖືກຕ້ອງ ມາເປັນ ເວລາ 20 ປີ, ມີໃບຢັ້ງຢືນການເສັຽພາສີ ຢ່າງຖືກຕ້ອງ ຈາກຜແນກການເງິນ ຫ້ອງການສ່ວຍສາອາກອນ ເລກທີ 1927/ກງ ທຸກປີ.
ຊາວນາ ບອກວ່າ ປັດຈຸບັນ ດິນຕອນດັ່ງກ່າວ ຖືກຫຼາຍພາກສ່ວນເຂົ້າມາບຸກລຸກ ພາຍຫຼັງທີ່ເຈົ້າໜ້າທີ່ປົກ ຄອງບ້ານດົງໂພສີ, ທະຫານ, ຕຳຣວດ, ນັກທຸຣະກິຈ ແລະ ບຸກຄົນອື່ນອີກ ມາປຸກເຮືອນຢູ່ ໄດ້ສອງປີແລ້ວ ແລະຕົນ ກໍບໍ່ຮູ້ວ່າ ຈະໄປແລ່ນຫາພາກສ່ວນໃດອີກຕື່ມ ມາຊ່ອຍແກ້ໄຂ ໃນຂນະທີ່ເວລານີ້ ຕົນບໍ່ຢາກໄດ້ດິນນັ້ນຄືນ ພຽງແຕ່ຂໍເງິນຊົດເຊີຍ ຄ່າຕົ້ນໄມ້, ໝາກໄມ້ ແລະຄ່າແນວພັນໄມ້ ທີ່ໄດ້ປູກໄວ້ ກ່ອນທີ່ພວກເຂົາມາຢຶດເອົາດິນ.
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ເມືອງຫາດຊາຍຟອງ ໄດ້ເວົ້າວ່າ ເຂດດົງໂພສີ ຖ້າບໍ່ແມ່ນໂຄງການ ຂອງຣັຖບານ ການທີ່ພະນັກງານຣັຖ ໄປປຸກເຮືອນຂອງຕົນ ໃສ່ນັ້ນ ຖືວ່າມີຄວາມຜິດ:
"ບັນດາພະນັກງານ ຫຼືວ່າ ທະຫານຕຳຣວດນີ້ແຫຼະ ໄປຂໍສິດນໍາໃຊ້ຫຼືວ່າໄປບຸກເບີກປັກຫຼັກ ເອົາເປັນເຂດສງວນ ເປັນດິນຂອງຣັຖຄຸ້ມຄອງ ຖ້າສົມມຸດວ່າ ເຈົ້າໄປກໍຣະນີ ເພິ່ນບໍ່ຮັບຮູ້ນຳ ວ່າເຈົ້າໄປບຸກລຸກ ເຈົ້າກໍຈະມີຕິດຂໍ້ຫາຄະດີຕໍ່ໄປ ເພາະວ່າຂະເຈົ້າ ມີແຈ້ງການຫ້າມບຸກລຸກ ຈັບຈອງຫລືປຸກສ້າງຕໍ່ເຕີມ.”
ທ່ານເວົ້າຕື່ມອີກວ່າ ທີ່ດິນເຂດບ້ານດົງໂພສີ ແມ່ນເປັນດິນຂອງຣັຖ ປະຊາຊົນທີ່ຂໍສິດນຳໃຊ້ ຕ້ອງເສັຽພາສີໃຫ້ຣັຖທຸກປີ ແລະຫ້າມປຸກສ້າງ ເຮືອນ. ຖ້າຣັຖຕ້ອງການດິນ ເອົາເຮັດໂຄງການໃດນຶ່ງ ຂອງຣັຖ ກໍສາມາດຂໍທີ່ດິນນັ້ນຄືນໄດ້ ຊຶ່ງປັດຈຸບັນ ກໍມີແຜນທີ່ຈະສ້າງສຳນັກງານ, ຫ້ອງການປົກຄອງເມືອງນີ້ໃໝ່ ຢູ່ຫຼາຍຈຸດ ໃນເຂດນັ້ນ. ແຕ່ບໍ່ມີໂຄງການ ທີ່ຈະໃຫ້ທະຫານ, ຕຳຣວດ ຫຼື ພະນັກງານຣັຖ ປຸກເຮືອນໃສ່. ສ່ວນປະຊາຊົນຜູ້ໃດ ທີ່ຂໍສິດນໍາໃຊ້ດິນຣັຖມາດົນ ແລະຖືກບຸກລຸກນັ້ນ ກໍໃຫ້ແຈ້ງໄປຫາທາງການເມືອງໄດ້.
ນອກຈາກດິນ ທີ່ຊາວນາຂໍນໍາໃຊ້ນັ້ນແລ້ວ ຢູ່ເຂດດົງໂພສີ ນີ້ ກໍມີຂໍ້ຂັດແຍ່ງທີ່ດິນ ຫຼາຍກໍຣະນີ ຮວມທັງ ຣະຫວ່າງພະນັກງານຣັຖ ກັບ ພະນັກງານຣັຖ ແລະປະຊາຊົນ ກັບປະຊາຊົນ ດ້ວຍກັນ ຊຶ່ງຍັງແກ້ໄຂບໍ່ທັນໄດ້ ດັ່ງທີ່ທ່ານກ່າວວ່າ:
"ດິນຢູ່ເຂດດົງໂພສີ ມັນມີຂໍ້ຂັດແຍ່ງຫຼາຍເນາະບໍ່ ມີຄວາມສງົບປານໃດເນາະ ປະຊາຊົນສ່ວນຫຼາຍ ແມ່ນເຂົ້າໄປບຸກລຸກ ຈັບຈອງປັກຫຼັກ ໝາຍ ແລ້ວກໍຄິດວ່າແມ່ນຂອງໂຕເອງ ແລ້ວກໍບາງເທື່ອ ກໍເສັຽພາສີ ວ່າໂຕເອງໄດ້ເສັຽພາສີ ສິມາທັງທີ່ຈິງ ພາສີນັ້ນ ເຈົ້າໄດ້ເຊົ່າດິນຣັຖເນາະ ບໍ່ແມ່ນກັມມະສິດ."
ເພື່ອຂໍຮູ້ກ່ຽວກັບບັນຫາທີ່ດິນ ຊຶ່ງເກີດຂຶ້ນໃນເຂດບ້ານດົງໂພສີ ວ່າເປັນຄືແນວໃດກັນແທ້ນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງທ່ານ ບຸນໄຊ ລຸນນະວົງສາ ຫົວໜ້າຫ້ອງວ່າການ ປົກຄອງເມືອງ ຫາດຊາຍຟອງ ແລະໄດ້ຮັບຄຳຕອບວ່າ ຕໍ່ກໍຣະນີ ຊາວນາຖືກບຸກລຸກ ທີ່ດິນນັ້ນ ຕ້ອງໄດ້ເບິ່ງຣາຍລະອຽດຄືນກ່ອນ:
"ໂອ້ຣາຍຣະອຽດ ໄທເຮົາບໍ່ສາມາດສິໃຫ້ຂໍ້ມູນໄດ້ເດີ້ ມີແຕ່ສິຖາມພາກສ່ວນກ່ຽວຂ້ອງກ່ອນເດີ້ ຂ້າພະເຈົ້າ ຍັງກຳບໍ່ໄດ້ໂຕນີ້.”
ເວົ້າເຣື່ອງການໄດ້ຮັບສິດນຳໃຊ້ທີ່ດິນ ຕາມມາດຕຣາ 120 ໃນຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ທີ່ຈະຖືກນຳເຂົ້າສະພາແຫ່ງຊາດ ພິຈາຣະນາຮັບຮອງ ເອົາໃນເດືອນ ກໍຣະກະດາ 2019 ນີ້ ມີເນື້ອໃນວ່າ ການໄດ້ສິດນຳໃຊ້ທີ່ດິນ ຕາມປະເພນີ… ຜູ້ນຳໃຊ້ທີ່ດິນເປັນປົກກະຕິ ເປັນເວລາຫລາຍກວ່າ 25 ປີ ກ່ອນກົດໝາຍ ສະບັບນີ້ ມີຜົນສັກສິດ ໂດຍມີການຢັ້ງຢືນ ຈາກອົງການປົກຄອງ ບ້ານ ແລະເຈົ້າຂອງສິດນຳໃຊ້ທີ່ດິນ ຂ້າງຄຽງ ໂດຍບໍ່ມີຂໍ້ຂັດແຍ່ງ ຫລື ມີຂໍ້ຂັດແຍ່ງ ແຕ່ໄດ້ຮັບການແກ້ໄຂແລ້ວນັ້ນ ຣັຖ ຮັບຮູ້ແລະປົກປ້ອງ ສິດນຳໃຊ້ທີ່ດິນ ຂອງຜູ້ກ່ຽວ ແລະສາມາດຂຶ້ນທະບຽນ ອອກໃບຕາດິນໃຫ້ໄດ້ ຕາມຣະບຽບກົດໝາຍ.
ນາຍົກ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາດ ເມື່ອປີ 2017 ໂດຍມີເນື້ອໃນວ່າ ການ ນໍາໃຊ້ທີ່ດິນໃນລາວ ໃນຣະຍະຜ່ານມາ ມີຫຼາຍບັນຫາສັບສົນ ເຖິງມີຣະບົບກົດໝາຍ ແລະນະໂຍບາຍ ກ່ຽວກັບທີ່ດິນອອກມາແລ້ວ ແຕ່ພາກສ່ວນກ່ຽວຂ້ອງ ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ.