ຍຸທສາຕພລັງງານໄຟຟ້າ ແລະ ຄວາມສ່ຽງ

ພູວົງສ໌
2019-08-28
ອີແມວລ໌
ຄໍາເຫັນ
Share
ພິມ
ເດັກນ້ອຍລາວ ໃນເຂດ ການກໍ່ສ້າງເຂື່ອນດອນສະໂຮງ ເມືອງໂຂງ ແຂວງຈໍາປາສັກ
ເດັກນ້ອຍລາວ ໃນເຂດ ການກໍ່ສ້າງເຂື່ອນດອນສະໂຮງ ເມືອງໂຂງ ແຂວງຈໍາປາສັກ
RFA

ແຜນຍຸທສາຕດ້ານພລັງງານໄຟຟ້າຂອງລາວ ຫຼື ເປັນທີ່ເຂົ້າໃຈທົ່ວໄປວ່າ Battery of Asean ພວມເຮັດໃຫ້ຣັຖບານລາວ ຕົກຢູ່ໃນຄວາມ ສ່ຽງຫຼາຍດ້ານ, ອີງຕາມຄວາມເວົ້າຂອງນັກວິຊາການ ຈາກຫຼາຍພາກສ່ວນ.

ທ່ານ ດຣ. ວິທູນ ເພີ້ມພົງສາຈເຣີນ, ນັກພັທນາດ້ານສິ່ງແວດລ້ອມ ເຄືອຂ່າຍພລັງງານ ນິເວດວິທຍາ ໃນລຸ່ມແມ່ນ້ຳຂອງທີ່ມີສຳນັກງານ ທີ່ປະເທສໄທ ໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 20 ສິງຫາ ຜ່ານມານີ້ວ່າແຜນຍຸທສາຕດ້ານພລັງງານ ໄຟຟ້າ ຂອງລາວ ຖືກຕັ້ງຄຳຖາມຕລອດມາວ່າ ພວມຕົກຢູ່ໃນຄວາມສ່ຽງ ຫຼືບໍ່ ເພາະວ່າ ໂຄງການເຂື່ອນໄຟຟ້າແຫ່ງຕ່າງໆ ສ່ວນໃຫຍ່ເປັນຂອງນັກລົງທຶນ ຕ່າງປະເທສນັ້ນ ເປັນສິ່ງທີ່ຣັຖບານລາວບໍ່ສາມາດກຳນົດ ການຊື້ຂາຍໄດ້ດ້ວຍໂຕເອງ, ແຕ່ແມ່ນ ນັກລົງທຶນຕ່າງປະເທສຕ່າງຫາກ ເປັນ ຜູ້ກຳນົດ ຈຶ່ງເຮັດໃຫ້ສິ່ງນີ້ ເປັນຄວາມສ່ຽງຕໍ່ຣັຖບານລາວເອງ.

“ທາງປະເທສລາວເອງນີ້ ຈະເບິ່ງອະນາຄົດຂອງການພັທນາຂອງໂຕເອງ ເທິງຖານຄວາມຍືນຍົງ ຂອງປະເທສລາວນີ້ແນວໃດ ໂດຍທີ່ບໍ່ ຝາກຄວາມສ່ຽງ ຫຼືເອົາຄວາມສ່ຽງໄປຝາກໄວ້ກັບເຣື້ອງໄຟຟ້າຢ່າງດຽວ, ແລ້ວໄປຝາກໄວ້ກັບຜູ້ຊື້ ເຊິ່ງເປັນຕ່າງປະເທສ ຢ່າງດຽວ ທີ່ໂຕ ເອງຈະກຳນົດບໍ່ໄດ້ເລີຍ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ປະເທສໄທ ທີ່ເຄີຍເປັນຜູ້ຊື້ໄຟຟ້າຫຼັກ ຈາກລາວ, ປະຈຸບັນນີ້ ມີໄຟຟ້າສຳຮອງແລ້ວສູງເຖິງ 60%. ຫາກ ປະເທສໄທ ບໍ່ຊື້ໄຟຟ້າຈາກລາວ ກໍບໍ່ໄດ້ເຮັດໃຫ້ປະເທສໄທ ມີໄຟຟ້າໃຊ້ໜ້ອຍລົງ ຫຼືເກີດບັນຫາໄຟຟ້າດັບ ທົ່ວປະເທສ ເລີຍ. ນອກຈາກນີ້, ປະເທສອື່ນໆໃນອ່າຊ້ຽນ ກໍມີໄຟຟ້າສຳຮອງໄວ້ໃຊ້ ໃນໄລຍະຍາວແລ້ວ ຢ່າງໜ້ອຍ 5-10 ປີ.

ໃນເວລາດຽວກັນ, ການເລັ່ງສ້າງເຂື່ອນຫຼາຍແຫ່ງ ຕາມແຜນຍຸທສາຕດ້ານພລັງງານຂອງລາວ ຍັງສົ່ງຜົລເຮັດໃຫ້ມີຄວາມສ່ຽງ ດ້ານເສຖກິຈ ນຳດ້ວຍ ເພາະເຂື່ອນຕ່າງໆໃນລາວ ທີ່ມີຣັຖບານຖືຫຸ້ນ ຢູ່ນຳນັ້ນ ລ້ວນແຕ່ເປັນເມັດເງິນ ທີ່ມາຈາກການກູ້ຢືມ ຈາກ ສະຖາບັນການເງິນ ຕ່າງປະເທສ ເຮັດໃຫ້ໜີ້ສິນ ສາທາຣະນະ ທີ່ຣັຖບານລາວແບກຫາບຢູ່ ຍິ່ງຈະສູງຂຶ້ນໄປອີກຕື່ມ ຈົນສົ່ງຜົລເຮັດໃຫ້ເສຖກິຈ ມະຫາພາກ ຂອງລາວ ຕົກຢູ່ໃນຄວາມສ່ຽງສູງ.

ຄຽງຄູ່ກັບຄວາມສ່ຽງດ້ານເສຖກິຈນັ້ນ, ປະຊາຊົນລາວໂດຍສ່ວນໃຫຍ່ ຍັງຈະພົບພໍ້ກັບຄວາມບໍ່ມີສະຖານຣະພຽບ ດ້ານສະບຽງອາຫານຕື່ມອີກ ເພາະທຳມະຊາຕຖືກທຳຣາຍ ຈາກການສ້າງເຂື່ອນ ແລະ ຜູ້ຄົນຕ້ອງອົພຍົບ ອອກຈາກຖິ່ນຖານເດີມ ຂອງຕົນ ເຮັດໃຫ້ຊີວິຕການເປັນຢູ່ ຂອງພວກເຂົາ ຕັ້ງຢູ່ເທິງຄວາມບໍ່ແນ່ນອນ.

ສອດຄ່ອງກັບຄວາມເຫັນຂອງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການພັທນາ ແລະ ເສຖກິຈ ມະຫາພາກໃນລາວ ຜູ້ຂໍສງວນຊື່ທ່ານນຶ່ງ ກໍໄດ້ໃຫ້ ຄວາມເຫັນຕໍ່ ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ແຜນຍຸທສາຕດ້ານພລັງງານຂອງລາວ ມີຄວາມສ່ຽງສູງ ຈະເຮັດໃຫ້ໜີ້ສິນ ສາທາຣະນະ ຂອງຣັຖບານລາວ ເພີ້ມສູງຂຶ້ນ ຍ້ອນລົງທຶນສ້າງເຂື່ອນໄຟຟ້າແລ້ວ ຊອກຫາຕລາດຂາຍໄຟຟ້າບໍ່ໄດ້.

“ຄວາມຕ້ອງການໃນການຊື້ໄຟ ຫຼືວ່າສົ່ງອອກໄຟ ບໍ່ສາມາດເພີ້ມຂຶ້ນໄວ, ຈັ່ງຊີ້ຫັ້ນນ່າ ກະມັນອາຈພາໃຫ້ເກີດມີຄວາມສ່ຽງວ່າ ເອີ່ ລົງທຶນຫຼາຍ, ແຕ່ຍັງຫາຕລາດຮອງຮັບບໍ່ໄດ້ເບາະ, ຈັ່ງຊີ້ຫັ້ນນ່າ. ລະອາຈເປັນໜີ້ໃຫ້ກັບທາງພາກຣັຖ ທີ່ຕ້ອງແບກຫາບ, ຊີ້ຫັ້ນນ່າ. ແຕ່ວ່າມັນເປັນຄວາມເປັນຫ່ວງ ໃນຍຸທສາຕຕໍ່ໜ້າອີກ, ຊີ້ຫັ້ນນ່າ.”

ສ່ວນເຈົ້າໜ້າທີ່ ຜູ້ເຮັດວຽກກ່ຽວກັບພລັງງານ ກໍໄດ້ແບ່ງປັນທັສນະຂອງທ່ານ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ວ່າແຜນຍຸທສາຕດ້ານພລັງງານ ໄຟຟ້າ ຂອງລາວ ຖືວ່າເປັນສ່ວນສຳຄັນ ຕໍ່ເສຖກິຈ ມະຫາພາກຂອງລາວ ພໍສົມຄວນ ເພາະໄດ້ສ້າງຣາຍຮັບ ເຂົ້າສູ່ ງົບປະມານລວມ ເພື່ອນຳງົບປະມານມາພັທນາ ປະເທສຊາຕ.

“ຂາຍໄດ້ກະມີຜູ້ລົງທຶນເນາະ ຖືວ່າເປັນບ່ອນທີ່ເປັນຣາຍຮັບ ຂອງຜູ້ລົງທຶນ. ອັນ 2 ມາ ເອົານຳເຂົ້າຄັງຫຼວງຂອງປະເທສ. ລະກະຈ່າຍ ພາສີອາກອນ ຕາມຣະບຽບການນີ້ແຫຼະ ມັນເປັນໂຄງການລົງທຶນ ຂອງຕ່າງປະເທສເນາະ ສ່ວນຫຼາຍເນາະ. ສ່ວນນຶ່ງທີ່ ເບື້ອງລາວໄດ້ຮັບ ກະຖືວ່າເອົາເຂົ້າຢູ່ໃນຄັງລວມ ຄັງລວມແຫ່ງຊາຕຫັ້ນແຫຼະ.”

ກ່ອນໜ້ານີ້, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ເຄີຍກ່າວໃນຣະຫວ່າງກອງປະຊຸມເວທີ ເສຖກິຈໂລກ ຫຼື World Economic Forum ທີ່ນະຄອນຫຼວງຮ່າໂນ້ຍ, ປະເທສຫວຽດນາມ ເມື່ອເດືອນກັນຍາ ປີ 2018 ວ່າ ປະເທສລາວ ຈະບໍ່ສາມາດ ເປັນໝໍ້ໄຟແຫ່ງອາຊຽນ ຕາມທີ່ເຄີຍໄດ້ປະກາດກ່ອນໜ້ານີ້ ໄດ້, ແຕ່ສາມາດຜລິຕໄຟຟ້າ ເຫຼືອໃຊ້ ແລ້ວຂາຍໃຫ້ກັບປະເທສເພື່ອບ້ານ ພຽງສ່ວນໃດສ່ວນນຶ່ງ ເທົ່ານັ້ນ.

“ຂ້າພະເຈົ້າເຄີຍອະທິບາຍວ່າ (ລາວ) ບໍ່ສາມາດເປັນ Battery ຂອງເອເຊັຽໄດ້ ຍ້ອນວ່າຄວາມສາມາດ ທີ່ການພັທນາພລັງໄຟຟ້າຢູ່ລາວນັ້ນ ມັນຖ້າທຽບໃສ່ຄວາມຕ້ອງການ ໃສ່ບັນດາປະເທສອາຊຽນ ກໍຄືປະເທສອ້ອມຂ້າງນັ້ນ ພຽງແຕ່ໜ້ອຍດຽວ ເທົ່ານັ້ນ. ແຕ່ລາວມີຄວາມສາມາດ ຂຍາຍຄວາມບ່ອມຊ້ອນ ທາງດ້ານແຫຼ່ງນ້ຳທີ່ມີຢູ່ໃນລາວນັ້ນ, ສາມາດຜລິຕໄຟຟ້າເຫຼືອໃຊ້ ລະກະສົ່ງອອກໃຫ້ແກ່ປະເທສ ເພື່ອນບ້ານໄດ້.”

ໃນຂນະດຽວກັນ, ທ່ານ ດຣ. ອ່ຽນ ແບ່ຣ, ສາສດາຈານປະຈຳມຫາວິທຍາລັຍ ວິສຄອນຊີ້ນ ເມດິສັນ ແລະ ທັງເປັນນັກຊ່ຽວຊານດ້ານ ການກໍ່ສ້າງເຂື່ອນ ໄດ້ໃຫ້ສັມພາດແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນລັກສນະ ຕັ້ງຄຳຖາມຕໍ່ການບໍຣິຫານ ແລະ ການກວດກາເຂື່ອນໃນລາວ ເມື່ອບໍ່ດົນມານີ້ວ່າ ເຖິງວ່າຣັຖບານລາວ ໄດ້ອະນຸຍາດໃຫ້ມີການສ້າງເຂື່ອນ ຫຼາຍແຫ່ງແລ້ວ, ແຕ່ໃນໂຕຈິງ ຣັຖບານລາວ ມີຄວາມພ້ອມ ສ່ຳໃດ ທີ່ຈະບໍຣິຫານເຂື່ອນເຫຼົ່ານັ້ນ, ໂດຍສະເພາະ ງົບປະມານ ແລະ ບຸຄລາກອນ ທີ່ຈະໄປກວດກາ ເຂື່ອນຕ່າງໆ.

“ອັນນີ້ບັນຫານຶ່ງຄືວ່າ ສ້າງເຂື່ອນຫຼາຍໆ ທົ່ວປະເທສນີ້ນ່າ ວິຊາການລາວນີ້ນ່າ ທີ່ຊິໄປກວດນີ້ນ່າ ຂະເຈົ້າມີຄວາມຮູ້ພໍບໍ່? ລະກະອີກອັນນຶ່ງ ເຂົາຊິມີເວລາໄປກວດທຸກບ່ອນນີ້ນ່າ ຫຼາຍໆເຂື່ອນ ມັນມີຊ່ຽວຊານເຣື້ອງໂຕນີ້ ຢູ່ເມືອງລາວ ມັນມີຈັກຄົນ? ນອກຈາກນັ້ນ, ຜູ້ທີ່ເປັນຊ່ຽວຊານ ຫຼືວ່າຜູ້ເຮັດວຽກກັບຣັຖບານ ທີ່ມີໜ້າທີ່ການກວດເຂື່ອນນີ້ນ່າ ຂະເຈົ້າມີງົບປະມານພຽງພໍບໍ່ ໃນການທີ່ຊິລົງໄປ ແລະ ເກັບຂໍ້ມູນລະອຽດນີ້ນ່າ? ຕາມທີ່ ຂພຈ ເຂົ້າໃຈ ງົບປະມານ ຂະເຈົ້າບໍ່ຄ່ອຍມີນ່າ.”

ປະຈຸບັນ, ອີງຕາມແຜນແມ່ບົດດ້ານພະລັງງານ ແລະ ໂຄງການພັທນາພລັງງານໄຟຟ້າໃນລາວ ທັງທີ່ເປັນການສ້າງເຂື່ອນ ແລະ ຮູບແບບອື່ນໆ ຂອງກະຊວງພລັງງານ ແລະ ບໍ່ແຮ່ ເມື່ອປີ 2016 ນັ້ນ, ຣັຖບານລາວມີໂຄງການພັທນາ ພລັງງານໄຟຟ້າ ທັງໝົດ ໂດຍສ່ວນໃຫຍ່ຈະເປັນການສ້າງເຂື່ອນ ພລັງງານໄຟຟ້າ ນ້ຳຕົກ ເຖິງ 429 ແຫ່ງ, ໂດຍທີ່ຄາດວ່າ ຖ້າຫາກໂຄງການເຫຼົ່ານັ້ນສຳເຣັຈ ຕາມແຜນການ ປະເທສລາວຈະສາມາດຜລິຕໄຟຟ້າ ໄດ້ເຖິງ 29,171 ແມກະວັຕ ຫຼືທຽບເທົ່າ 129,589 ກິໂລວັຕໂມງ ຕໍ່ປີ ໃນຂນະທີ່ ການຊົມໃຊ້ພາຍໃນປະເທສ ມີບໍ່ເຖິງ 1 ໃນ 3 ຂອງຈຳນວນພລັງງານ ທີ່ຜລິຕໄດ້ ຫຼື ເອີ້ນອີກຢ່າງນຶ່ງວ່າ ຜລິຕໄດ້ 3 ສ່ວນ ຂາຍໄດ້ເຖິງ 2 ສ່ວນ, ເຊິ່ງຈະເປັນການສ້າງຣາຍຮັບອັນມະຫາສານ ໃຫ້ກັບປະເທສ.

ຢ່າງໃດກໍຕາມ, ພາຍຫຼັງທີ່ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອປີກາຍນີ້, ຫຼາຍຝ່າຍຍັງປະເມີນ ແລະ ຕັ້ງຄຳຖາມຕໍ່ຣັຖບານລາວວ່າ ແຜນຍຸທສາຕດ້ານພລັງງານໄຟຟ້າ ຂອງລາວ ເປັນສິ່ງທີ່ທະເຍີທະຍານ ຈົນເກີນໄປ ຫຼືບໍ່? ເມື່ອທຽບໃສ່ຄວາມພ້ອມ ທາງດ້ານບຸຄລາກອນ ແລະ ງົບປະມານ ທີ່ຈະມາບໍຣິຫານ ຈັດການເຂື່ອນແຫ່ງຕ່າງໆ ຫຼາຍລ້ອຍແຫ່ງ ໃນອະນາຄົດນັ້ນ.

ເຕັມຫນ້າ