ໂຄງການຣົດໄຟ ຈ້າງຄົນງານລາວໜ້ອຍ

ໄຊຍາ
2020-11-24
ອີແມວລ໌
ຄໍາເຫັນ
Share
ພິມ
ຂົວຂ້າມນ້ຳຂອງ ທາງຣົດໄຟລາວ-ຈີນ ເຂດນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ. ຮູບຖ່າຍເມື່ອ: ເດືອນພຶສຈິກາ 2020. ໂດຍ: TS
ຂົວຂ້າມນ້ຳຂອງ ທາງຣົດໄຟລາວ-ຈີນ ເຂດນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ. ຮູບຖ່າຍເມື່ອ: ເດືອນພຶສຈິກາ 2020. ໂດຍ: TS
RFA

ໂຄງການທາງຣົດໄຟ ລາວ-ຈີນ ຖືເປັນໂຄງການ ກໍ່ສ້າງຂນາດໃຫຍ່ ທີ່ສຸດ ແລະ ມູລຄ່າລົງທຶນ ປະມານ 06 ຕື້ໂດລ່າຣ ສະຫະຣັຖ, ແຕ່ໃນໂຄງການນີ້ ມີຄົນລາວ ໄປເປັນກັມມະກອນ ເຮັດວຽກໜ້ອຍປະມານ 4 ພັນປາຍຄົນ ຈາກທັງໝົດ 16 ພັນປາຍຄົນ. ຍ້ອນວ່າ ບໍຣິສັດຈີນ ເອົາຄົນງານຈາກຈີນ ເຂົ້າມາເຮັດວຽກ ໃນໂຄງການ ແລະ ອ້າງວ່າ ຄົນງານລາວ ບໍ່ມີຄວາມຮູ້ພຽງພໍ. ດັ່ງຊາວບ້ານ ທີ່ອາສັຍຢູ່ ໃກ້ກັບພື້ນທີ່ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເມືອງນາໝໍ້ ແຂວງອຸດົມໄຊ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ພຶສຈິກາວ່າ:

"ສ່ວນໃຫຍ່ ຂະເຈົ້າກະມີ ແຕ່ຄົນຈີນໄດ໋ ຂ້ອຍຊິຮູ້ສຶກວ່າ ຂ້ອຍຢ້ານວ່າ ຂະເຈົ້າຊິບໍ່ຈ້າງ ຫຼາຍກ່ວາອີກ. ຢ່າງຊ່ວງນີ້ ມັນຊ່ວງໂຄວິດໄດ໋ ແມ່ນເນາະ. ຖ້າວ່າເຣື່ອງ ເລັກໆນ້ອຍໆ ທີ່ຄົນຈີນ ຂະເຈົ້າຄົນຂາດມື ກະອາຈເອີ້ນຄົນລາວ ກັມມະກອນ ທົ່ວໄປນີ້ ໜ້າຊິມີ ແບບນີ້."

ຊາວລາວຜູ້ນີ້ ກ່າວວ່າ ຕາມການສັງເກດ ໃນພື້ນທີ່ກໍ່ສ້າງ ໃນໄລຍະຫຼາຍປີ ທີ່ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ກະມີແຕ່ ຄົນງານຈີນ ເປັນສ່ວນໃຫຍ່. ໂດຍເຫັນວ່າ ຣັຖບານລາວ ທີ່ເປັນເຈົ້າຂອງປະເທດ ແລະ ຖືຫຸ້ນຮ່ວມ ກະຄວນຈະຜັກດັນ ໃຫ້ຄົນລາວ ໄດ້ເຂົ້າໄປເຮັດວຽກ ນຳໂຄງການ ຢ່າງໜ້ອຍ ກະຕ້ອງ 50% ຂອງຈຳນວນ ຄົນງານທັງໝົດ ຂອງໂຄງການ.

ສະເພາະການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໄລຍະຜ່ານ ແຂວງອຸດົມໄຊ ໄລຍະທາງ 126 ກິໂລແມັຕ ແລະ ມີສະຖານີໃຫຍ່ ຢູ່ເມືອງໄຊ ມີຄົນງານ ສະເພາະກັມມະກອນ ທັງໝົດ 1,749 ຄົນ. ໃນນີ້, ເປັນຄົນງານລາວ 539 ຄົນເທົ່ານັ້ນ.

ອະດີດຄົນງານລາວ ທີ່ເຄີຍເຮັດວຽກ ນໍາໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໃນແຂວງອຸດົມໄຊ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຄົນງານລາວ ຈຳນວນໜ້ອຍ ທີ່ໄດ້ເຂົ້າ ເຮັດວຽກໂຄງການ ສ່ວນຫຼາຍ ກໍເປັນກັມມະກອນ ຣາຍວັນ ວຽກງານຫຼັກ ຄືຂັບຣົດ ຂົນແຮ່ ແລະ ເທປູນ ຕາກແດດ ຕາກລົມ ຄ່າຈ້າງກະພໍ ຈະໃຊ່້ຈ່າຍ ແຕ່ລະມື້.

"ກະໄດ້ກະບໍ່ຫຼາຍແລ້ວ ໄດ້ເລັກໆໜ້ອຍໆ ພໍໃຊ້ພໍຈ່າຍ ມີແຕ່ແກ່ຂົນແຮ່ ນໍາເຂົາເນາະ ມັນວຽກນ້ອຍໆ ວຽກໃຫຍ່ ມັນມີບໍ່ຫຼາຍແລ້ວ. ສ່ວນຫຼາຍກໍຈະຫວ່າງໆ ເຮັດເຣື່ອງ ວຽກເລັກໆ ໝົດແລ້ວນີ້."

ນາຍໜ້າຈັດຫາ ຄົນງານລາວ ເຂົ້າໄປເຮັດວຽກ ນຳໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ການຊອກຫາຄົນລາວ ເຂົ້າມາເຮັດວຽກ ນໍາໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ສ່ວນໃຫຍ່ ຈະຫາຊ່າງເຫຼັກ ແລະ ຊ່າງປູນ ໂດຍຈະເລືອກ ຄົນງານລາວ ໃນພື້ນທີ່ ແບບຈ້າງຣາຍວັນ ແລະ ບໍ່ຕ້ອງເດີນທາງ ຂ້າມເມືອງຂ້າມແຂວງ.

"ສ່ວນຫຼາຍ ເຂົາຈະຮັບເໝົາ ເປັນງານໆໄປເລີຍ ຢ່າງເຊັ່ນ: ງານກໍ່ຫີນ, ຕ້ານເຈື່ອນເນາະ, ເປັນຫ້ອງນໍ້າ, ເປັນງານຄູທາງ, ຊ່າງເຫຼັກ, ກັບຊ່າງປູນ ເປັນສ່ວນຫຼາຍ. ມັນກະຢູ່ແຂວງໃດ ແຂວງນັ້ນ, ຫັ້ນນ່າ. ມັນຄົນທ້ອງຖິ່ນ ແທ້ໆເລີຍ ຈະບໍ່ຂ້າມແຂວງ ຂ້າມເມືອງດອກ. ສ່ວນຫຼາຍ ຈະຢູ່ເຂດບ້ານ ຂະເຈົ້າເລີຍ.

ນາຍໜ້າຜູ້ນີ້ ກ່າວວ່າ ການຊອກຫາ ຄົນງານລາວ ເຂົ້າມາເຮັດວຽກ ນໍາໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ກະຂ້ອນຂ້າງ ຫາຍາກສົມຄວນ ເນື່ອງຈາກຄົນລາວ ບໍ່ມີຄວາມຮູ້ ເຣື່ອງຊ່າງສີມື ແລະ ວຽກງານ ຂ້ອນຂ້າງໜັກ ເຮັດໝົດມື້ ໝົດຄືນ ບໍ່ໄດ້ພັກເຊົາ ອາຈເປັນສາເຫດ ທີ່ຄົນລາວ ບໍ່ສົນໃຈ ເຮັດວຽກນໍາ ແລະ ກາຍເປັນຂໍ້ອ້າງ ໃຫ້ກັບບໍຣິສັດຈີນ ນໍາເຂົ້າຄົນງານຈີນ ມາເຮັດວຽກແທນ.

ຂະນະທີ່ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ສະເພາະແຂວງອຸດົມໄຊ ຕອນນີ້ ມີຄົນງານລາວ ຖືກຈ້າງ ເຂົ້າໄປເຮັດວຽກ ເກືອບທຸກຢ່າງ ຕ້ອງໃຫ້ຄົນງານ ຊ່ຽວຊານເທົ່ານັ້ນ ເຖິງຈະເຮັດໄດ້.

"ມັນຈະປະສົມ ປະສານກັນເນາະ ບັນດາໜ້າວຽກ ທີ່ວ່ານຳໃຊ້ ກົລຈັກໜັກ, ຫັ້ນນ່າເນາະ. ທີ່ວ່າເຂົານໍາເຂົ້າ ຈາກຈີນ ຈະໃຊ້ຄົນຈີນ ແລ້ວຈະເອົາ ຄົນລາວຊ່ອຍ. ຄົນລາວສ່ວນຫຼາຍ ເຂົາກາຢາກໄປຢູ່ ໄປຕາມໂຄງການ ໂຕນີ້ນ່າເນາະ, ແຕ່ວ່າ ເຂົາກະຊິຜ່ານ ບໍຣິສັດຫັ້ນແຫຼະ. ສ່ວນຫຼາຍກະເປັນ ອັນແຮງງານທີ່ວ່າ ຣາຍວັນຢູ່, ຫັ້ນນ່າ."

ທ່ານກ່າວອີກວ່າ ຄົນງານລາວ ທີ່ຖືກຈ້າງ ເຂົ້າໄປເຮັດວຽກ ນໍາໂຄງການດັ່ງກ່າວ ສ່ວນຫຼາຍ ຈະຈ້າງແບບຣາຍວັນ ຄ່າແຮງງານຂັ້ນຕໍ່າ ໄດ້ປະມານ 1 ແສນກີບ ຕໍ່ຄົນ ຕໍ່ມື້, ເຊິ່ງຖືວ່າ ຣາຍໄດ້ຂ້ອນຂ້າງ ດີສົມຄວນ, ແຕ່ວຽກງານ ທີ່ຄົນງານລາວເຮັດໄດ້ ມີຈຳກັດ ແລະ ການຊອກຫາ ຄົນງານລາວ ກໍຈະຕ້ອງຄັດເລືອກ ໂດຍບໍຣິສັດຈີນ.

ກ່ຽວກັບບັນຫາ ທີ່ບໍຣິສັດຈີນ ບໍ່ຈ້າງຄົນລາວ ເຂົ້າເຮັດວຽກນີ້, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ວຽກງານກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ຈີນ ຖືເປັນວຽກງານສຳຄັນ ແລະ ຕ້ອງເອົາໃຈໃສ່ ເປັນກໍຣະນີພິເສດ, ໂດຍວຽກສ່ວນໃຫຍ່ ຈະກ່ຽວພັນກັບ ດ້ານເທັກນິກ ວິຊາການ, ເຊິ່ງຕ້ອງເພິ່ງພາ ຄົນງານຈີນ.

"ນອກຈາກວ່າ ຄົນລາວເຮົາເອງແລ້ວ ກາຕ້ອງນໍາໃຊ້ເທັກນິກ ຄົນຕ່າງປະເທດນໍາ, ແຕ່ວ່າ ສຳລັບຄົນງານດິບໆ ແຮງງານທີ່ວ່າ ບໍ່ທັນໄດ້ມີ ການສຶກສາສູງ, ຫັ້ນນ່າ. ແຮງງານຊາວບ້ານ ວ່າງ່າຍໆ ເພິ່ນກະຢາກ ເນັ້ນໃສ່ຢູ່ ໂຕນີ້ຢາກໃຫ້ເອົາ ຢຶດທາງລາວເຮົານີ້."

ທ່າວກ່າວວ່າ ຣັຖບານລາວ ພະຍາຍາມເຕັມທີ່ ໃນການຜັກດັນ ໃຫ້ຄົນງານລາວ ໄດ້ມີໂອກາດ ເຂົ້າໄປເຮັດວຽກ ນໍາໂຄງການ ກໍ່ສ້າງທາງຣົດໄຟ ທັງໄລຍະ ການກໍ່ສ້າງ ແລະ ໄລຍະ ເປີດໃຫ້ບໍຣິການ, ແຕ່ດ້ວຍຂໍ້ຈຳກັດ ທັງຄວາມຮູ້ ຄວາມສາມາດ ທາງວິຊາການ ຈຶ່ງເຮັດໃຫ້ ຄົນງານລາວ ທີ່ເຂົ້າໄປເຮັດວຽກນັ້ນ ມີໜ້ອຍ.

ເພື່ອເປົ້າໝາຍ ສ້າງວຽກເຮັດງານທຳ ໃຫ້ຄົນລາວ ຣັຖບານລາວ ກຳລັງເລັ່ງ ສ້າງຄົນງານ ທີ່ມີສີມື ດ້ານເທັກນິກ ວິຊາການ, ໂດຍໃຫ້ໂຮງຮຽນ ອາຊີວະ ເພີ່ມວິຊາສະເພາະ ດ້ານເທັກນິກ ດ້ານວິຊາການ ເພື່ອຮອງຮັບ ວຽກງານ ໃນໂຮງງານ ອຸດສາຫະກັມ. ນອກຈາກນັ້ນ, ບໍຣິສັດຕ່າງຊາດ ຈຳນວນນຶ່ງ ກໍ່ສົ່ງຄົນງານລາວ ໄປຝຶກອົບຮົມ ແລະ ຮຽນເພີ່ມຕ່າງປະເທດ ເປັນຕົ້ນປະເທດໄທຍ, ປະເທດວຽດນາມ ເພື່ອເປັນການ ພັທນາສີມື ໃຫ້ມີຄຸນນະພາບ ຕາມເກນ ຂອງບໍຣິສັດນັ້ນໆ.

ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ມາເຖິງປັດຈຸບັນ ມີຄວາມຄືບໜ້າ ໄປແລ້ວ ຫຼາຍກວ່າ 90% ແລະ ມີກຳນົດ ເປີດໃຫ້ບໍຣິການ ໃນທ້າຍປີ 2021 ນີ້.

ເຕັມຫນ້າ