ຫຼັກ ຈັນຍາບັນ ຂອງນັກຂ່າວ
ຫຼັກການ ສໍາຄັນທີ່ສຸດ ໃນການ ປະກອບ ພາຣະກິຈ ຂອງ ວິທຍຸ ເອເຊັຽເສຣີ (RFA) ຄື ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານ ສູງສຸດ ຂອງ ການສເນີຂ່າວ. ນັກຂ່າວ ທຸກໆຄົນ ຂອງ RFA (ຮວມທັງ ຜູ້ທີ່ຮວບຮວມ, ໄດ້ຮັບ, ລົງ, ຫຼື ເຜີຍແຜ່ ຣາຍງານ ຫຼື ຣາຍການ ຂອງ RFA) ຕ້ອງ ປະຕິບັດ ໜ້າທີ່ ແບບມືອາຊີບ ແລະ ຮັກສາ ຈັນຍາບັນ ແລະ ສົ່ງເສີມ ມາຕຖານສູງສຸດ ຂອງ ການເຮັດຂ່າວ ໃຫ້ສອດຄ່ອງ ກັບຫຼັກການ ພື້ນຖານ ດັ່ງຕໍ່ໄປນີ້:
• ຣາຍງານ ແລະ ຣາຍການ ຂອງ RFA ຈະຕ້ອງ ແນ່ນອນ, ເປັນທັມ ແລະ ກໍ້າເກິ່ງ.
• ນັກຂ່າວ RFA ຕ້ອງໃຊ້ສຽງ ທັມດາ, ບໍ່ຕື່ນເຕັ້ນ ແລະ ຫຼີກລ້ຽງ ການປະທະກັນ, ການໂຄສະນາ ຊວນເຊື່ອ ຫຼື ໃສ່ຮ້າຍປ້າຍສີ ບຸກຄົນ, ກຸ່ມ, ຫຼື ຣັຖບານໃດໆ. ນັກຂ່າວ RFA ຕ້ອງບໍ່ສັ່ງສອນ ຫຼື ມິ່ນປມາດ ຜູ້ຟັງ.
• ນັກຂ່າວ RFA ຕ້ອງບໍ່ ປຸກຣະດົມ ຜູ້ຟັງ ໃຫ້ສ້າງຄວາມ ຮຸນແຮງ ຫຼື ຊຸກຍູ້ ການກະທໍາ ແບບກໍ່ການຮ້າຍ ຫຼື ສົ່ງເສີມ ໃຫ້ຄົນຍ້າຍຖິ່ນ; ແຕ່ ຄວນສົ່ງເສີມ ຄຸນຄ່າ ຂອງ ປະຊາທິປະຕັຍ ເຊັ່ນ: ສາມາດ ໄດ້ຮັບຂໍ້ມູນ ຂ່າວສານ ຢ່າງເສຣີ ແລະ ເປັນເວທີ ເພື່ອອອກ ຄວາມຄິດ ຄວາມເຫັນ.
• ນັກຂ່າວ RFA ຕ້ອງບໍ່ ໃຊ້ຂ່າວລື ຫຼື ຂໍ້ມູນ ທີ່ບໍ່ມີ ຄວາມຈິງ ໃນຣາຍງານ ຫຼື ຣາຍການ. ເມື່ອໃດ ທີ່ເປັນໄປໄດ້, ພວກຂະເຈົ້າ ຕ້ອງມີແຫຼ່ງຂ່າວ ຢ່າງໜ້ອຍ 2 ແຫຼ່ງ ກ່ອນຈະຂຽນ ເປັນຣາຍງານໄດ້.
• ຖ້າຫາກວ່າ ນັກຂ່າວ RFA ເຫັນວ່າ ມີການຜິດພາດ ໃນເວລາ ອອກອາກາດ ຫຼື ໃນຂ່າວ ຂອງ RFA ທີ່ພິມອອກ, ບົດວິຈານ ຫຼື ຂໍ້ມູນ ຂ່າວສານ, ນັກຂ່າວ ຕ້ອງແກ້ໄຂ ທັນທີ ທາງສື່ດຽວກັນ.
• ເມື່ອໃດ ໃຊ້ຂ່າວ ບາງສ່ວນ ຂອງ ອົງການຂ່າວ ອື່ນ ເຊັ່ນ ການສັມພາດ, ບົດຣາຍງານ ຫຼື ຂໍ້ມູນໃດໆ, ນັກຂ່າວ RFA ຕ້ອງບອກຊື່ ອົງການ ຂ່າວສານນັ້ນໆ.
• ນັກຂ່າວ RFA ຕ້ອງບໍ່ ເປັນ ສະມາຊິກ ຂອງ ພັກການເມືອງ, ກຸ່ມຕໍ່ຕ້ານ, ອົງການ ຈັດຕັ້ງ ພັດຖິ່ນ, ກຸ່ມສາສນາ ໃນປະເທດ ເປົ້າໝາຍ ຂອງ RFA ແລະ ຕ້ອງບໍ່ ສນັບສນູນ ຄວາມເຫັນ ທາງການເມືອງ ທີ່ມີຜົລ ເສັຽຫາຍ ຫຼື ພາໃຫ້ ເຂົ້າໃຈວ່າ ມີຜົລສະທ້ອນ ບໍ່ດີ ຕໍ່ຄວາມເປັນຈິງ ແບບເປັນກາງ ຂອງ RFA.
• ນັກຂ່າວ RFA ຕ້ອງບອກ ຢ່າງຈະແຈ້ງວ່າ ມີຜູ້ປະກອບສ່ວນ ຈາກພາຍນອກ ແລະ ເມື່ອເປັນ ບົດວິຈານ ຕ້ອງບອກວ່າ ຄວາມຄິດ ຄວາມເຫັນ ທີ່ໄດ້ ສະແດງອອກ ເປັນຂອງຜູ້ຂຽນ ບໍ່ແມ່ນຂອງ RFA. ໃນແຕ່ລະ ກໍລະນີ RFA ມີສິທແກ້ວຽກງານ ຂອງ ຜູ້ປະກອບສ່ວນ ຈາກພາຍນອກ ແລະ ເປັນຜູ້ ຕັດສິນໃຈ ຂັ້ນສຸດທ້າຍວ່າ ຄວນເອົາ ຂໍ້ມູນໃດແດ່ ໃສ່ໃນຣາຍງານ ຫຼື ຣາຍການ.
• ນັກຂ່າວ RFA ຕ້ອງບໍ່ຮັບເອົາ ສິ່ງທີ່ມີຄ່າ ເຊັ່ນ ຂອງຂວັນ, ສິທພິເສດ ຫຼື ຄ່າເດີນທາງ ຈາກແຫຼ່ງຂ່າວ ຫຼື ບຸກຄົນອື່ນໆ ທີ່ອາດເຮັດໃຫ້ ຣາຍງານ ຫຼື ຣາຍການ ຂອງ RFA ເສັຽຄວາມ ເປັນກາງໄປໄດ້.
• ນັກຂ່າວ RFA ຕ້ອງບໍ່ ຮັບເຮັດວຽກ ຫຼື ກິຈກັມອື່ນໆ ນອກເໜືອ ຈາກຂອງ RFA ຊຶ່ງຈະເປັນ ການລະເມີດ ຄວາມຮັບຜິດຊອບ ຂອງຂະເຈົ້າ ຕໍ່ RFA. ຜູ້ໃດ ຕ້ອງການ ດໍາເນີນ ກິຈກັມ ພາຍນອກ, ຮວມທັງ ການ ປາຖະກະຖາ ທີ່ ກ່ຽວຂ້ອງກັບ ກິຈກັມ ຕ່າງໆ ຂອງ RFA ຫຼື ໄປປະກົດຕົວ ຕາມສະຖານທີ່ ສາທາຣະນະ, ຕ້ອງໄດ້ຮັບ ອະນຸຍາດ ຈາກ RFA ເສັຽກ່ອນ ຕາມທີ່ຣະບຸໄວ້ ໃນນະໂຍບາຍ ຂອງ RFA ວ່າດ້ວຍ ການຂັດແຍ້ງ ທາງຜົລປໂຍດ.
• ໃນການ ປະຕິບັດ ໜ້າທີ່ ໃຫ້ RFA, ນັກຂ່າວ ຕ້ອງບໍ່ ສະແດງຕົນວ່າ ເປັນຕົວແທນ ຂອງ ອົງການ ຈັດຕັ້ງ ສື່ມວນຊົນ, ຣັຖບານ ຫຼື ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບານ ອື່ນໆ ນອກຈາກ RFA.