ເຣື້ອງທີ່ເກັບບັນທຶກໄວ້
2012-10-12
ສົມເດັຈ ພຣະເຈົ້າ ໄຊຍະເສຕຖາ ມະຫາຣາຊ ເປັນນັກຮົບ ເປັນ ສະຖາປະນິກ ແລະ ເປັນຜູ້ ມີສັທທາ ອັນໜັກແໜ້ນ ໃນ ພຣະພຸທ ສາສນາ
2012-09-24
ພະມ້າ ຍົກທັພ ເຂົ້າຕີວຽງຈັນທນ໌ ຄັ້ງທີ່ 1 ເມື່ອອິມເມ ແມ່ທັພພະມ້າ ຍົກທັພ ເຂົ້າມາເຖີງ ນະຄອນ ຊຽງໃໝ່ ບໍ່ເຫັນແສນນ້ອຍ ກັບພຣະຍາ ສາມລ້ານ ຈຶ່ງໄດ້ຍົກທັພ ຕິດຕາມ ລົງມາ ເມືອງລ້ານຊ້າງ ແລະ ຍົກທັພ ເຂົ້າບຸກໂຈມຕີ ນະຄອນ ວຽງຈັນທນ໌.
2012-09-11
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ.
2012-08-17
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼື ໄທຍ໌ ຂອງຄົນລາວ ແຕ່ໃນອະດີດ.
2012-07-16
ພຣະທາຕ ສຣີສອງຮັກ ດິນແດນ ແຫ່ງ ສັຈຈະທັມມ໌ "ພຣະທາຕ ສຣີສອງຮັກ" ໃຫ້ເປັນ ເຄື່ອງໝາຍ ຊາຍແດນ ຣະຫວ່າງ ປະເທສ ທັງສອງ ແລະ ໃຫ້ເປັນ ສັນຍາລັກສ໌ ແຫ່ງຄວາມ ເປັນຍາຕ ສືບຊາຕ ວົງຕຣະກູລ ມາຕັ້ງແຕ່ ຂຸນບຸຣົມ ມະຣາຊາ ດັ່ງທີ່ ພຣະຣາມາທິບໍດີ ອູ່ທອງ ພຣະເຈົ້າ ແຜ່ນດິນ ກຣຸງສຣີ ອະຍຸທຍາ ໄດ້ມີ ພຣະຣາຊສາຣ ເຖີງ ພຣະເຈົ້າ ຟ້າງຸ່ມ ໃນຕອນທີ່ ພຣະເຈົ້າຟ້າງຸ່ມ ຈະຍົກທັພ ເຂົ້າໂຈມຕີ ກຣຸງສຣີ ອະຍຸທຍາ ໃນປີ ຄຣິສຕະສັກຣາຊ 1353 ນັ້ນວ່າ: "ເຮົາຫາກເປັນ ພີ່ນ້ອງກັນ ມາແຕ່ ຂຸນບຸຣົມ ພຸ້ນດາຍ ຄັນ ເຈົ້າພຣະຍາ ຢາກໄດ້ບ້ານ ໄດ້ເມືອງ ກໍໃຫ້ເອົາແຕ່ ເຂຕແດນ ດົງສາມເສົ້າ ດົງພຣະຍາໄຟ ຂຶ້ນເມືອ ເຖິງເທົ້າ ພູພຣະຍາພໍ່ ແລະ ແດນເມືອງ ນະຄອນໄທ ເປັນເຈົ້າຖ້ອນ..."
2012-05-22
ບັນດາ ອະດີດ ນາຍຮ້ອຍ ທະຫານ ຈາກອະດີດ ກອງທັບ ແຫ່ງ ຣາຊອານາຈັກ ລາວ ທີ່ໄປ ຢ້ຽມຢາມ ວິທຍຸ ເອເຊັຽເສຣີ.
2012-05-22
ເດັກນ້ອຍ ຜູ້ຍິງລາວ ທີ່ຕົກເປັນ ເຫຍື່ອ ຂອງພວກ ນາຍໜ້າ ແລະ ເຈົ້າຂອງ ໂຮງໂສເພນີ ທີ່ ສວຍໂອກາດ ຊັກຈູງເອົາ ເດັກນ້ອຍ ຜູ້ທີ່ຍັງ ອ່ອນຕໍ່ໂລກ ແຖມຍັງຖືກ ສະພາບ ຄວາມທຸກຍາກ ຂາດເຂີນ ໃນຄອບຄົວ ມາບີບບັງຄັບ ຈື່ງຕ້ອງມາ ຖີ້ມ ອະນາຄົດ ໄວ້ໃນໂຮງ ໂສເພນີ ແລະ ໃນສະທີ່ ບໍຣິການ ຕ່າງໆ.
2012-04-20
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ ສຍາມ ຫຼືໄທຍ໌ ຂອງ ຄົນລາວ ແຕ່ອາດີດ.
2012-04-09
ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຖອນທັພ ກັບຄືນສູ່ ນະຄອນ ຊຽງທອງ... ຫລັງຈາກທີ່ ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ສົ່ງຣາຊສາຣ ຕອບໄປແລ້ວ ຝ່າຍ ພຣະເຈົ້າ ຫົງສາວະດີ ມັນທາຕຸຣາຊ ຈຶ່ງໃຫ້ນ້ອຍ ເມັງເຈັຍ ນຳເອົາ ຣາຊສາຣ ກັບຄືນ ມານຳ ແສນແຂກ ຣາຊທູຕ ຜູ້ນຳສາຣ ຂອງ ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ໄປນັ້ນອີກ ໂດຍບອກວ່າ ຂໍເຊີນ ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ກັບຄືນໄປ ເອົາ ນະຄອນ ຊຽງໃໝ່. ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຊົງຊາບ ທັນເຫຕກາຣ ແລະ ກົລອຸບາຍ ຂອງ ພຣະເຈົ້າ ຫົງສາວະດີ ແລະ ຮູ້ກຳລັງ ຂອງ ພຣະອົງຄ໌ເອງ ເປັນຢ່າງດີ ແລະວ່າ ພຣະເຈົ້າ ຫົງສາວະດີ ຈະຫລອກລວງ ຈັບເອົາ ພຣະອົງຄ໌ໄປ ພຣະອົງຄ໌ ຈຶ່ງມີ ພຣະຣາຊ ອາຈຍາ ໃຫ້ຈັບ ນ້ອຍເມັງເຈັຍ ໄວ້ ແລ້ວກໍເລີຍ ເລີກທັພ ກັບຄືນມາ ນະຄອນ ຊຽງທອງ.
2012-03-29
ໃນເຂດ ສອກຫຼີກ ຕາມແຖວ ພູເຂົາ ຣະຫວ່າງ ປະເທດລາວ ແລະ ກໍາພູຊາ ການຂຍາຍ ເສັ້ນທາງ ຖືວ່າເປັນ ສັນຍາລັກ ແຫ່ງຄວາມ ຈະເຣີນ ຮັ່ງມີ ແຕ່ສໍາລັບ ຊຸມຊົນ ໃນທ້ອງຖິ່ນ ມັນຄືຫົນທາງ ໄປສູ່ ການຄ້າມະນຸສ ແລະ ການສວຍໂອກາດ ຂອງ ຜູ້ມີອໍານາດ
2012-03-19
ສົມເດັຈ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຍົກທັພ ຕີຊຽງໃໝ່ ເມື່ອພຣະອົງຄ໌ ຊົງຊາບ ເຫຕກາຣ ວູ້ນວາຍຂຶ້ນ ໃນນະຄອນ ຊຽງໃໝ່ ແລ້ວ ພຣະອົງຄ໌...
2012-03-13
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ແຕ່ອາດີດ.
2012-03-05
ການຄ້າມະນຸດ ນາໆຊາດ ແລະ ການຕົກເປັນ ຂ້າທາຕ ສໄມໃໝ່ "ພວກແມ່ໆ ຈາກ ເກົາຫຼີເໜືອ" ທີ່ ຖືກຫຼອກລວງ ໄປຂາຍ ໃຫ້ຜູ້ຊາຍຈີນ ເຮັດເປັນເມັຽ ແຕ່ກັບ ປະຕິບັດ ຕໍ່ພວກຂະເຈົ້າ ແບບຂ້າທາຕ ຫຼື ຄືສີ່ງຂອງ ທີ່ເຂົາຊື້ມາໃຊ້.
2012-02-16
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ໃນອະດີດ.
2012-02-13
ພຣະເຈົ້າ ໄຊຍະເສຕຖາທິຣາຊ ປະສູຕ ວັນອາທິຕ ຕອນທ່ຽງ ປີມະເມັຍ ເດືອນອ້າຍ ແຮມ 9 ຄໍ່າ ຈຸລສັກຣາຊ 896 ກົງກັບ ຄຣິສຕະສັກຣາຊ 1534. ໝໍໂຫນໄດ້ ຜູກດວງ ຊາຕາ ໄວ້ວ່າ ຕົກຖືກຣືກສ໌ ໜ່ວຍ 13. ພຣະເຈົ້າ ໄຊຍະເຊຕຖາທິຣາຊ ຂຶ້ນເປັນ ພຣະເຈົ້າ ແຜ່ນດິນ ນະຄອນ ຊຽງທອງ ອີກ ໂດຍຖວາຍ ພຣະນາມວ່າ: "ພຣະອຸໄພຍະພູທອນ ບໍວອນ ໄຊຍະເຊຕຖາທິປັຕ ສຣີສັຕຕະນາຄະນະຫຸຕ" ເພາະເຫຕ ທີ່ພຣະອົງຄ໌ ຂຶ້ນສເວີຍ ຣາຊສົມບັຕ ເປັນພຣະເຈົ້າ ແຜ່ນດິນຂອງ 2 ຣາຊອານາຈັກຣ໌ ນັ້ນເອງ.
2012-01-23
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ໃນອາດີດ.
2012-01-13
ຣັຊສມັຍ ຂອງພຣະເຈົ້າ ໂພທິສາຣະຣາຊ "ພຣະເຈົ້າ ເຊຕຖະວັງໂສ" ຂຶ້ນໄປ ສເວີຍຣາຊ ເປັນພຣະເຈົ້າ ແຜ່ນດິນ ຊຽງໃໝ່ ຊຶ່ງໃນເວລາ ຂຶ້ນ ສເວີຍຣາຊນັ້ນ ເສນາ ອາມາຕຍ໌ ໄດ້ຖວາຍ ພຣະນາມໃໝ່ ວ່າ "ພຣະເຈົ້າ ໄຊຍະເຊຕຖາ ທິຣາຊ". ຄັນພິທີ ຂຶ້ນ ສເວີຍຣາຊສົມບັຕິ ບໍຣະບວນ ແລ້ວ ພຣະ ໂພທິສາຣະຣາຊ ກໍຊົງປະທັບ ຢູ່ນະຄອນ ຊຽງໃໝ່ ດົນນານ ພໍສົມຄວນ ແລ້ວກໍ ສະເດັຈຕ່າວ ມາຍັງ ນະຄອນຊຽງແສນ. ໃນເວລາທີ່ ພຣະອົງຄ໌ ສະເດັຈມານັ້ນ ພຣະອົງຄ໌ ໄດ້ນຳເອົາ ພຣະແກ້ວ ມໍຣະກົຕ ແລະ ພຣະແຊກຄຳ ທີ່ສະຖິຕ ຢູ່ໃນ ວິຫາຣ ວັດບຸບຜາຣາມ ມານຳ. ເຣື່ອງກາຣ ນຳເອົາ ພຣະແກ້ວ ມໍຣະກົຕ ມານັ້ນ ຄົນສ່ວນຫລາຍ ເວົ້າວ່ າ ແມ່ນ ພຣະເຈົ້າ ໄຊຍະເຊຕຖາທິຣາຊ ເປັນຜູ້ນຳ ເອົາມາ.
2012-01-13
ພຣະໂພທິສາຣະຣາຊ ນຳເອົາ ຣາຊໂອຣົສ ເຈົ້າ ເຊຕຖະວັງໂສ ຂຶ້ນໄປ ສເວີຍຣາຊ ເປັນ ພຣະເຈົ້າ ແຜ່ນດິນ ຊຽງໃໝ່. ກາຣທີ່ເຈົ້າ ເຊຕຖະວັງໂສ ໄດ້ຖຶກ ທູນເຊີນ ໃຫ້ຂຶ້ນ ຄອງ ຣາຊສົມບັຕ ເປັນພຣະເຈົ້າ ແຜ່ນດິນ ແຫ່ງຊຽງໃໝ່ ນັ້ນ ກໍຍ້ອນວ່າ ພຣະອົງຄ໌ ເປັນ ຣາຊໂອຣົສ ຂອງ ພຣະເຈົ້າ ໂພທິສາຣະຣາຊ ທີ່ ປະສູຕ ຈາກ ພຣະນາງ ເຈົ້າຍອດຄຳ ພຣະອັຄຄະ ມະເຫສີ ທີ່ເປັນ ຣາຊທິດາ ຂອງ ພຣະເຈົ້າແຜ່ນ ດິນຊຽງໃໝ່.
2011-12-20
ການໂຍກຍ້າຍ ຖິ່ນຖານ ຂອງ ຄົນລາວ ໃນ ສະໄໝ ກຣຸງ ຣັດຕະນະໂກສິນ ໃນ ຣາຊການ ທີ 3 ຕໍ່ເນື່ອງ ເຖິງ ຣາຊການ ທີ 4 ຂອງ ສຍາມ.
2011-12-01
ຟັງໝໍລໍາ ຄໍາພາ ລໍາສຽງສົດໆ ສູ່ຟັງ... ເປັນການລໍາ ແບບຈັບຈູດ ແລະ ໝໍແຄນ ກໍບໍ່ມີ ມານໍາ ເພີ່ນກໍບໍ່ຂີນ ສັດທາ ຄໍາຂໍຮ້ອງ
2011-12-01
ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ມາດາມ ຄລິນຕັນ ເປັນນັກການທູຕ ໃນຣະດັບສູງ ຜູ້ທໍາອິດ ຂອງ ສະຫະຣັດ ທີ່ໄປຢ້ຽມຢາມ ພະມ້າ ໃນຣະຍະ 50 ກວ່າປີ ຜ່ານມາ. ມາດາມ ຄລິນຕັນ ພົບປະກັບ ມາດາມ ອອງ ຊານ ສັນຍາລັກ ແຫ່ງ ປະຊາທິປະຕັຍ ແລະ ພາກັນທ່ຽວຊົມ ວັດ ສະເວດາໂກ ໃນກຸງ ຢ້າງກູ້ງ. ວັນທີ 1 ທັນວາ 2011.
2011-11-29
ເຊີນທ່ານ ຊົມ ບັນຍາກາດ ພາຍໃນ ຫ້ອງ ພິພາກສາ (Court room) ວັນທີ່ ອະດີດ ຜູ້ນໍາ ໝາຍເລຂ 2 ຂອງ ຂເມນແດງ Nuon Chea ໃຫ້ການ ຕໍ່ສານ ສະຫະ ປະຊາຊາດ ໃນວັນ ອັງຄານ ທີ 22 ພຶສຈິກາ 2011.
2011-11-23
ໃນບົດ ກ່ອນນີ້ ເຮົາໄດ້ ກ່າວເຖິງ ການໂຍກຍ້າຍ ຖິ່ນຖານ ຂອງ ຄົນລາວ ພູຄັງ ແລະ ລາວອາສາ ປາກນ້ຳ ຫລື ລາວ ເມືອງ ນະຄອນພະນົມ ໃນ ຣາຊການ ທີ 2 ຂອງ ສຍາມ. ໃນສະໄໝນັ້ນ ວຽງຈັນ ໄດ້ ປະຕິບັດ ນະໂຍບາຍ ຂອງ ສຍາມ ໂດຍ ເຕົ້າໂຮມ ຄົວລາວ ສົ່ງໄປ ບາງກອກ, ຊຶ່ງ ເຈົ້າ ມະຫາຊີວິດ ຂອງ ສຍາມ ໄດ້ໃຫ້ ຄົວລາວ ພູຄັງ ໄປຕັ້ງ ຊຸມຊົນ ຢູ່ ເມືອງ ນະຄອນໄຊສີ ຢູ່ແຂວງ ນະຄອນປະຖົມ ຂອງໄທ ໃນ ປັຈຈຸບັນ.
2011-11-23
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ ສຍາມ ຫຼືໄທຍ໌ ຂອງ ຄົນລາວ ແຕ່ອະດີດ.
2011-11-08
ໃນ ສັປດາ ນີ້ ຂ້າພະເຈົ້າ ຈະເຣີນສຸກ ຂໍຖື ໂອກາດ ສລອງ ງານບຸນ ນະມັສການ ພຣະທາຕຫຼວງ ຮ່ວມກັບ ແຟນ ຣາຍການ ບັນເທີງ ທຸກໆຄົນ ໃນ ສປປລາວ ແລະ ທົ່ວທຸກ ມຸມໂລກ, ຂໍໃຫ້ ທຸກໆທ່ານ ໃນ ເມືອງລາວ ມ່ວນຊື່ນ ທ່ຽວງານ ທີ່ ອະລັງການ ປະຈໍາປີ ຄັ້ງນີ້ ໃຫ້ເຕັມອີ່ມ ເພື່ອຈະໄດ້ ບອກເລົ່າ ເວົ້າສູ່ ໝູ່ເພື່ອນ ໃນຕ່າງ ປະເທດ ໃຫ້ໄດ້ ມ່ວນ ນໍາກັນ ໂດຍ ຜ່ານທາງ face book ຫຼື You tube. ຜູ້ໃດ ມີ ໂອກາດ ທ່ຽວງານ ກໍຖ່າຍຮູປ ຫຼາຍໆ ຝາກໃຫ້ ທົ່ວໂລກ ໄດ້ເຫັນ ໃນ ວັທນະທັມ ຄວາມ ຈົບງາມ ຂອງ ເມືອງລາວ...
2011-10-03
ການອົພຍົບ ຍ້າຍຖິ່ນຖານ ເຂົ້າສູ່ ສຍາມ ຫຼືໄທຍ໌ ຂອງ ຄົນລາວ ໃນ ອາດີດ.
2011-10-03
ພຣະໂພທິສາຣະຣາຊເຈົ້າ ຄື ພຣະເຈົ້າ ຣາຊາ ຜູ້ສ້າງ ສາຣະປະໂຍຊນ໌ ໃຫ້ແກ່ ຊາຕ ແລະ ພຣະພຸທ ສາສນາ ຫລາຍ ທີ່ສຸດ ເປັນ ປວັຕກາຣ ນັບແຕ່ ສົມເດັຈ ພຣະເຈົ້າ ຟ້າງຸ່ມ ມະຫາຣາຊ ຜູ້ຊົງ ທ້ອນໂຮມ ປະເທສຊາຕ ເປັນຕົ້ນມາ.
2011-09-12
ຣັຊສມັຍ ຂອງ ພຣະເຈົ້າ ວິຊຸລຣາຊ ນີ້ ນັບວ່າ ເປັນ ຍຸຄສມັຍ ທີ່ ລາວ ມີຄວາມຈເຣີນ ຮອບດ້ານ ໂດຍສະເພາະ ໃນດ້ານ ກາຣສຶກສາ, ວັດວາ ສາສນາ ເປັນສູນກາງ ຂອງກາຣ ສຶກສາ ໃນສມັຍ
ນັ້ນ. ພາສາ ບາລິ ແລະ ສັນສກຣິຕ ຖືເປັນ ວິຊາ ທີ່ສຳຄັນ ໃນຫລັກ ສູຕຣ໌. ດ້ວຍເຫຕ ນັ້ນ ສອງພາສາ ນີ້ ຈຶ່ງມີກາຣ ນຳເອົາ ມາໃຊ້ ໃນພາສາ ລາວ ຫລາຍທີ່ສຸດ. ພາສາ ວັນນະຄະດີ ເຊັ່ນ ໜັງສື ລຳ ມະຫາຊາຕ, ສັງຂ໌ສິລປ໌ໄຊຍ໌ ທີ່ຖືວ່າ ເປັນ ວັນນະຄະດີ ຊິ້ນເອກ ຂອງ ລາວ ກໍມີ ພາສາ ບາລີ ຜະສົມ ເປັນ ສ່ວນໃຫຍ່ ຖ້າບໍ່ຮູ້ ພາສາ ບາລີ ກໍຈະ ບໍ່ສາມາຖ ຮູ້ຈັກ ຄວາມໝາຍ ອັນ ເລິກເຊິ່ງ ໃນເຣື່ອງ ທີ່ ບັຣຍາຍ ໄວ້ໃນ ໜັງສື ນັ້ນ.
2011-09-02
ເມື່ອ ອາຍຸ ໄດ້ 15 ປີ ທ້າວໂມ ຖືກບັງຄັບ ເກນເຂົ້າ ກອງທັບ ທີ່ ໂຫດຫ້ຽມ ຂອງ ພະມ້າ ທີ່ເອີ້ນວ່າ “ທັດມາດໍ” ຊື່ງເປັນ ກໍາລັງ ທະຫານ ທີ່ ແຂງແກ່ງ ທີ່ສຸດ ກຸ່ມນື່ງ ໃນ ເອເຊັຍ.
2011-07-28
ຕົ້ນໄມ້ ຢູ່ລາວ ຫາຍສາບສູນ ໄປຢ່າງ ວ່ອງໄວ ຍ້ອນການ ລັກຕັດ ແລະ ຂາຍອອກ ສູ່ປະເທດ ເພື່ອນບ້ານ ເປັນຕົ້ນ ວຽດນາມ.